ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີເຈົ້າໜ້າທີ່ອາວຸໂສ ແລະ ລັດຖະມົນຕີຂົນສົ່ງຈາກປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ 6 ປະເທດ, ທະນາຄານພັດທະນາອາຊີ ໃນນາມກອງເລຂາ GMS CBTA ແລະ ພ້ອມດ້ວຍຜູ້ເຂົ້າຮ່ວມພາຍໃນຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ເພື່ອຮັບຟັງການລາຍງານ ຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສອໍານວຍຄວາມສະດວກການຂົນສົ່ງ; ການເປີດຄືນການແລ່ນລົດຂົນສົ່ງໂດຍສານ ແລະ ສິນຄ້າ ຜ່ານແດນໃນກອບປະເທດ ອະນຸພາກພຶ້ນແມ່ນໍ້າຂອງ GMS Early Harvest ທີ່ໄດ້ລົງນາມແຕ່ປິ 2018 ທີ່ ສສ ຫວຽດນາມ ຊຶ່ງປັດຈຸບັນດາປະເທດສະມາຊິກໄດ້ລົງທະບຽນແລ້ວລວມມີຈຳນວນ 589 ອະນຸຍາດ ຊຶ່ງກວມເອົາ 24% ຂອງຈໍນວນທີ່ກໍານົດທັງໝົດ, ຜົນການແລ່ນລົດທົດລອງ Trial Run, ປະລິມານການສັນຈອນ, ສາຍທາງ ແລະ ສິ່ງທ້າທາຍ; ບົດບັນທຶກຄວາມເຂົ້າໃຈ MOU ສະບັບທີ 2 ສໍາລັບການເປີດສາຍທາງເພີ່ມເຕີມໃສ່ໃນອະນຸສັນຍາ 1 ແລະ ບັນຫາອື່ນໆ (ທີ່ບັນດາປະເທດ GMS ທີ່ຕົກລົງເຫັນດີເພີ່ມສາຍທາງແລ່ນລົດ, ການກໍານົດເງື່ອນໄຂເພີ່ມເຕີມໃນການຈັດຕັ້ງປະບັດ ແລະ ແຜນການເປີດສາຍທາງແລ່ນລົດ). ນອກຈາກນີ້, ຍັງປຶກສາຫາລື ການຈັດຕັ້ງປະຕິບັດແຜນວຽກຂອງສັນຍາຂົນສົ່ງຂ້າມແດນ CBTA ປີ 2024 ແລະ ແຜນການໃນ ປີ 2025 ລວມທັງກອງປະຊຸມປີ່ນອ້ອມຕ່າງໆ ທີ່ຕິດພັນ, ການກວດກາຕິດຕາມການແລ່ນລົດ Early Harvest ແລະ ຂໍ້ມູນການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການຂົນສົ່ງ, ການສ້າງຄູ່ມືການພັດທະນາແລວທາງ, ການເຂົ້າເປັນພາຄີຂໍ້ລິເລີ່ມສັນຍາຂົນສົ່ງຂ້າມແດນ IICBTA ແລະ ການແລ່ນເປີດແລ່ນລົດ Early Harvest ຂອງມຽນມາ, ການແກ້ໄຂບັນຫາພາສີ ແລະ ການປັບປຸງສັນຍາ CBTA ແລະ ການມອບ-ຮັບ ການເປັນປະທານ CBTA.
(ຂ່າວ-ພາບ: ວັນເພັງ)
ຄໍາເຫັນ