ປະຊາກອນເດັກນ້ອຍ ຂອງຍີ່ປຸ່ນ ຫຼຸດລົງ 43 ປີຕິດຕໍ່ກັນ

ປະຊາກອນເດັກນ້ອຍ ຂອງຍີ່ປຸ່ນ ຫຼຸດລົງ 43 ປີຕິດຕໍ່ກັນ
ຂ່າວຕ່າງປະເທດລາຍງານ ທ້າຍອາທິດຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນ ເປີດເຜີຍໂຕເລກການຄາດຄະເນຈຳນວນປະຊາກອນເດັກນ້ອຍຂອງປະເທດ ມີ 14,01 ລ້ານຄົນ ເມື່ອນັບເຖິງວັນທີ 1 ເມສາ ຜ່ານມາ ຊຶ່ງຫຼຸດລົງຕິດຕໍ່ກັນ 43 ປີ.
ລາຍງານລະບຸວ່າ: ຈຳນວນເດັກນ້ອຍອາຍຸບໍ່ເກີນ 14 ປີ ຊຶ່ງລວມເຖິງເດັກນ້ອຍຕ່າງປະເທດ ຫຼຸດລົງຈາກປີກ່ອນ 330.000 ຄົນ ຈົນຮອດລະດັບຕໍ່າເປັນສະຖິຕິ ນັບຕັ້ງແຕ່ມີຂໍ້ມູນປຽບທຽບໄດ້ໃນປີ 1950 ໂດຍອັດຕາສ່ວນເດັກນ້ອຍຕໍ່ປະຊາກອນທັງໝົດຂອງຍີ່ປຸ່ນ ມີ 11,3% ຊຶ່ງຫຼຸດລົງ 0,2 ຈຸດ ແລະ ຖືເປັນລະດັບຕໍ່າທີ່ສຸດນັບຕັ້ງແຕ່ປີ 1950 ສະທ້ອນໃຫ້ເຫັນເຖິງການຫຼຸດລົງຕິດຕໍ່ກັນ 50 ປີ.
ຫາກແຍກຕາມເພດ, ຈຳນວນປະຊາກອນເດັກນ້ອຍຜູ້ຊາຍ ມີ 7,18 ລ້ານຄົນ ແລະ ຈຳນວນປະຊາກອນເດັກນ້ອຍຜູ້ຍິງ ມີ 6,83 ລ້ານຄົນ, ຖ້າແບ່ງຕາມໄລຍະອາຍຸ ຈຳນວນເດັກນ້ອຍອາຍຸ 12-14 ປີ ມີ 3,17 ລ້ານຄົນ ແລະ ຈຳນວນເດັກນ້ອຍອາຍຸ 0-2 ປີ ມີ 2,35 ລ້ານຄົນ ຊຶ່ງບົ່ງບອກເຖິງທ່າອ່ຽງເດັກເກີດໃໝ່ຍັງຄົງນ້ອຍລົງຢ່າງຕໍ່ເນື່ອງ.
ທັງນີ້, ຈຳນວນປະຊາກອນເດັກນ້ອຍຂອງຍີ່ປຸ່ນ ເຄີຍຢູ່ໃນລະດັບສູງທີ່ສຸດໃນປີ 1954 ດ້ວຍຈຳນວນ 29,89 ລ້ານຄົນ, ໂດຍໄລຍະທີ່ມີເດັກນ້ອຍເກີດໃໝ່ຫຼາຍກວ່າສອງລ້ານຄົນຕໍ່ປີ (second baby boom) ແມ່ນໃນລະຫວ່າງປີ 1971-1974 ກ່ອນທີ່ຈຳນວນປະຊາກອນເດັກນ້ອຍຂອງຍີ່ປຸ່ນຈະຄ່ອຍໆຫຼຸດລົງຢ່າງຕໍ່ເນື່ອງຕັ້ງແຕ່ປີ 1982 ເປັນຕົ້ນມາ.

ຄໍາເຫັນ

ຂ່າວຕ່າງປະເທດ

ງານວາງສະແດງສິນຄ້າຈີນ - ອາຊີໃຕ້ ຄັ້ງທີ 10 ມີຜູ້ເຂົ້າຮ່ວມຫຼາຍກວ່າ 60 ປະເທດ

ງານວາງສະແດງສິນຄ້າຈີນ - ອາຊີໃຕ້ ຄັ້ງທີ 10 ມີຜູ້ເຂົ້າຮ່ວມຫຼາຍກວ່າ 60 ປະເທດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 11 ມິຖຸນາ ຜ່ານມາ, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ໄດ້ເປີດຂຶ້ນຢູ່ ນະຄອນຄຸນມິງ ແຂວງຢຸນນານຈີນ. ງານ​ຄັ້ງ​ນີ້ໄດ້ດຶງດູດຜູ້ເຂົ້າຮ່ວມຈາກຫຼາຍກວ່າ 60 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ, ​ທັງຂະໜາດການຈັດງານ ແລະ ລະດັບສາກົນ ລ້ວນ​ແຕ່ໄດ້ສ້າງສະຖິຕິສູງສຸດໃໝ່, ກວມເອົາທຸກປະເທດໃນອາຊີໃຕ້, ມີວິສາຫະກິດຈາກ​ປະ​ເທດໃນອາຊີໃຕ້ປະມານ 560 ແຫ່ງເຂົ້າຮ່ວມວາງສະແດງ, ພ້ອມທັງຮວມເອົາວິສາຫະກິດຊັ້ນນຳເກືອບ 100 ແຫ່ງ ທັງພາຍໃນ ແລະ ຕ່າງປະເທດ ແລະ ຜູ້ຊື້ຫຼາຍກວ່າ 1,500 ຄົນ.
ອົສຕຣາລີ ພັດທະນາ AI ກວດຫາມ້ານ້ຳ ແລະ ຫູປາສະຫຼາມ ລັກລອບຂົນສົ່ງຜ່ານສະໜາມບິນ

ອົສຕຣາລີ ພັດທະນາ AI ກວດຫາມ້ານ້ຳ ແລະ ຫູປາສະຫຼາມ ລັກລອບຂົນສົ່ງຜ່ານສະໜາມບິນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ການຄົ້ນຄວ້າທີ່ຕີພິມໃນວາລະສານ Frontiers in Ocean Sustainability ເປີດເຜີຍວ່າ, ນັກຄົ້ນຄວ້າອົສຕຣາລີໄດ້ພັດທະນາລະບົບປັນຍາປະດິດ (AI) ທີ່ສາມາດກວດຫາຜະລິດຕະພັນສັດທາງທະເລທີ່ຖືກລັກລອບຂົນສົ່ງເຊັ່ນ: ຄີປາສະຫຼາມ ຫຼື ຫູປາສະຫຼາມ, ມ້ານ້ຳແຫ້ງ ແລະ ປີງທະເລ, ຈາກການສະແກນກະເປົາເດີນທາງໃນສະໜາມບິນ. ໂດຍການໃຊ້ເຄື່ອງສະແກນເອັກຊະເຣຄອມພິວເຕີແບບ 3 ມິຕິ (3D) ທີ່ມີໃຊ້ແລ້ວໃນສະໜາມບິນລວມກັບເຄືອຂ່າຍປະສາດທຽມ, ເພື່ອລະບຸສິ່ງຂອງທີ່ເຊື່ອງໄວ້ໃນກະເປົາເດີນທາງດ້ວຍອັດຕາຄວາມຖືກຕ້ອງເຖິງ 92%.
ຫວຽດນາມ ສະແດງໃຫ້ເຫັນບົດບາດເຊື່ອມຕໍ່ຜ່ານເວທີປາໄສອະນາຄົດອາຊຽນ

ຫວຽດນາມ ສະແດງໃຫ້ເຫັນບົດບາດເຊື່ອມຕໍ່ຜ່ານເວທີປາໄສອະນາຄົດອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 11 ມິຖຸນາ ຜ່ານມາວ່າ: ເວທີປາໄສອະນາຄົດ ອາຊຽນ ດ້ວຍຫົວຂໍ້ “ພ້ອມກັນສ້າງອະນາຄົດລວມ: ສັນຕິພາບ, ວັດທະນາຖາວອນ, ຖືປະຊາຊົນເປັນໃຈກາງ” ໄດ້ປິດລົງພາຍຫຼັງດຳເນີນເປັນເວລາ 2 ວັນຢູ່ ນະຄອນຫຼວງຮ່າໂນ້ຍ (ແຕ່ວັນທີ 9 – 10 ມິຖຸນາ) ດ້ວຍ​​ຜົນ​ສຳ​ເລັດ. ຫວຽດ​ນາມ ສືບ​ຕໍ່ເສີມ​ຂະ​ຫຍາຍບົດ​ບາດ​ເປັນ​ຂົ​ວ​ຕໍ່​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ຝ່າຍ.
ກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກຄັ້ງທີ 5

ກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກຄັ້ງທີ 5

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 10 ມິຖຸນາ ຜ່ານມາ,ກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຈຸ່ງກິ່ງ ຂອງຈີນ.
ສາຍການບິນ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟ ເພີ່ມ 78%

ສາຍການບິນ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟ ເພີ່ມ 78%

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມິຖຸນາ ຜ່ານມາວ່າ: ບົດລາຍງານຫຼ້າສຸດຈາກສຳນັກງານສະຖິຕິການຂົນສົ່ງຂອງສະຫະລັດ ອາເມຣິກາ ເປີດເຜີຍວ່າ, ສາຍການບິນຂອງສະຫະລັດ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟເກືອບ 6.5 ຕື້ໂດລາ ໃນເດືອນເມສາ ຜ່ານມາ, ເພີ່ມຂຶ້ນຫຼາຍກວ່າ 26% ຕໍ່ເດືອນ ແລະ 78% ຕໍ່ປີ. ໃນຂະນະທີ່ຂໍ້ຂັດແຍ່ງໃນຕາເວັນອອກກາງຍືດເຍື້ອມາເປັນເວລາຫຼາຍກວ່າ 100 ມື້ແລ້ວ, ໂດຍລາຄານໍ້າມັນເຊື້ອໄຟຂອງເຮືອບິນໃນເດືອນເມສາຜ່ານມາຢູ່ທີ່ 4.11 ໂດລາຕໍ່ກາລອນ, ເພີ່ມຂຶ້ນ 94 ເຊັນ ຈາກເດືອນມີນາ ແລະ ສູງກວ່າ 1.81 ໂດລາຈາກປີ 2025.
ຄົ້ນພົບຄື້ນສຶນາມິຂະໜາດໃຫຍ່ພັດເຂົ້າເກາະຊາວາ ແລະ ເກາະບາຫຼີ ເມື່ອ 400 ປີກ່ອນ

ຄົ້ນພົບຄື້ນສຶນາມິຂະໜາດໃຫຍ່ພັດເຂົ້າເກາະຊາວາ ແລະ ເກາະບາຫຼີ ເມື່ອ 400 ປີກ່ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ມິຖຸນາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າ ແລະ ນະວັດຕະກຳແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍຜົນການຄົ້ນຄວ້າກ່ຽວກັບດິນຊາຍທີ່ເກີດຈາກຄື້ນສຶນາມິ, ຟອດຊິວຂອງຈຸລິນຊີໃນທະເລ, ໂຄງສ້າງທາງບູຮານຄະດີ ແລະ ຫຼັກຖານສິ່ງແວດລ້ອມບູຮານຕາມຊາຍຝັ່ງທະເລພາກໃຕ້ຂອງເກາະຊາວາ ແລະ ບາຫຼີ ໄດ້ພົບເຫັນຕົວຊີ້ບອກທີ່ຊັດເຈນກ່ຽວກັບຄື້ນສຶນາມິຂະໜາດໃຫຍ່ທີ່ເກີດຂຶ້ນປະມານ 400 ປີກ່ອນ.
ກຳປູເຈຍ ສົ່ງເສີມປະຊາຊົນໃຊ້ລົດໄຟຟ້າ

ກຳປູເຈຍ ສົ່ງເສີມປະຊາຊົນໃຊ້ລົດໄຟຟ້າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ອຽງ ສຸພະເລັດ ລັດຖະມົນຕີກະຊວງສິ່ງແວດລ້ອມຂອງກຳປູເຈຍ ໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງກະຊວງສິ່ງແວດລ້ອມ ແລະ ບໍລິສັດ One Road ເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າ (EV) ໃນກຳປູເຈຍ, ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນປ່ຽນໄປໃຊ້ລົດໄຟຟ້າເພື່ອຫຼຸດຜ່ອນການປ່ອຍອາຍພິດ, ປັບປຸງຄຸນນະພາບອາກາດ ແລະ ຫຼຸດຜ່ອນການເພິ່ງພາອາໄສເຊື້ອໄຟຟອດຊິວ. ທ່ານເນັ້ນໜັກວ່າ, ລົດໄຟຟ້າບໍ່ພຽງແຕ່ເປັນນະວັດຕະກຳທາງເທັກໂນໂລຊີເທົ່ານັ້ນ ແຕ່ຍັງເປັນການແກ້ໄຂບັນຫາສິ່ງແວດລ້ອມອີກດ້ວຍ.
ເວ​ທີ​ປາ​ໄສ AFF 2026 ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ເວ​ທີ​ປາ​ໄສ AFF 2026 ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ ນີ້), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ໃນ​ວັນ​ທີ 10 ມິ​ຖຸ​ນາ ຜ່ານມາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ປິດ​ລົງ​ຢູ່ນະຄອນຫຼວງຮ່າ​ໂນ້ຍ.
ໂປໂລຍ ກຽມຫ້າມເດັກນ້ອຍຊັ້ນປະຖົມໃຊ້ໂທລະສັບມືຖືໃນໂຮງຮຽນ

ໂປໂລຍ ກຽມຫ້າມເດັກນ້ອຍຊັ້ນປະຖົມໃຊ້ໂທລະສັບມືຖືໃນໂຮງຮຽນ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ລັດຖະບານໂປໂດຍ ໄດ້ປະກາດວ່າຈະຈຳກັດການໃຊ້ໂທລະສັບມືຖືໃນໂຮງຮຽນປະຖົມທົ່ວປະເທດເລີ່ມແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນໄປ ເພື່ອປົກປ້ອງເຍົາວະຊົນຈາກການເສບຕິດດີຈີຕອນ ແລະ ເນື້ອຫາທີ່ເປັນອັນຕະລາຍ.
ຈີນ ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​​ຫວີດ ​ເກືອບ 60%

ຈີນ ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​​ຫວີດ ​ເກືອບ 60%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ກະ​ຊວງ​ກະ​ສິ​ກຳ ​ແລະ ​ຊົນ​ນະ​ບົດ​ຈີນ ໄດ້​ເປີດ​ເຜີຍ​ໂຕ​ເລກຂໍ້​ມູນ​ການ​ເກັບ​ກ່ຽວ​ເຂົ້າ​ຫວີດດ້ວຍ​ເຄື່ອງ​ຈັກ ວ່າ: ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ຈີນ​ໄດ້​ເກັບ​ກ່ຽວ​ເຂົ້າ​​ຫວີດ ສໍາເລັດ 13.3 ລ້ານ​ເຮັກ​ຕາ, ເທົ່າກັບ​​ເກືອບ 60% ຂອງ​ເຂົ້າຫວີດ​ທົ່ວ​ປະ​ເທດ. ຂະ​ນະ​ດຽວ​ກັນ, ຢູ່​ບ່ອນ​ທີ່​ໄດ້​ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​ຫວີດ​ນັ້ນ ກຳ​ລັງສືບ​ຕໍ່ຫວ່ານ​ກ້າ​ໃນ​ລະ​ດູ​ຮ້ອນ.
ເພີ່ມເຕີມ