ປະຊາຊົນ 3 ບ້ານມີຊົນລະປະທານໃຊ້ໄດ້ສອງລະດູ

ປະຊາຊົນ 3 ບ້ານມີຊົນລະປະທານໃຊ້ໄດ້ສອງລະດູ

ປະຊາຊົນ 3 ບ້ານມີຊົນລະປະທານໃຊ້ໄດ້ສອງລະດູ
ໃນວັນທີ 2 ກໍລະກົດຜ່ານມາ, ຄະນະກຳມະການຄຸ້ມຄອງຊົນລະປະທານຂັ້ນແຂວງໄດ້ລົງກວດກາການກໍ່ສ້າງຊົນລະປະທານ ຊຶ່ງນຳໂດຍທ່ານ ສົມສະໝອນ ຜະລິຈັນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ, ມີຄະນະກຳມະການກວດກາຄຸ້ມຄອງຂົນລະປະທານ, ບໍລິສັດ ແລະ ອຳນາດການປົກຄອງບ້ານທີ່ໄດ້ຮັບຜົນປະໂຫຍດຈາກຊົນລະປະທານເຂົ້າຮ່ວມ.
ປະຊາຊນ 3 ບານມຊນລະປະທານໃຊໄດສອງລະດ - image 1
 

ຄະນະກຳມະການໄດ້ລົງກວດກາການຈັດຕັ້ງປະຕິບັດວຽກກໍ່ສ້າງ-ສ້ອມແປງຊົນລະປະທານ (ຝາຍໂກ້-ຝາຍບົວ), ສ້ອມແປງທາງລະບາຍຝາຍຄາຍ ແລະ ຄອງເໝືອງ, ການຟື້ນຟູສ້ອມແປງກໍ່ສ້າງຊົນລະປະທານຄອງເໝືອງຝາຍຈີ່ຫຼໍ່ ແລະ ນາຫອຍ. ທ່ານ ສົມສະໝອນ ຜະລິຈັນ ໄດ້ກ່າວວ່າ: ໂດຍປະຕິບັດຕາມການແກ້ໄຂຄວາມທຸກຍາກ, ແກ້ໄຂໄພພິບັດ. ດັ່ງນັ້ນ, ລັດຖະບານຈິ່ງໄດ້ສຸມທຶນຮອນກໍ່ສ້າງຊົນລະປະທານຝາຍໂກ້-ຝາຍບົວ, ສ້ອມແປງທາງລະບາຍຝາຍຄາຍ ແລະ ຄອງເໝືອງ, ການຟື້ນຟູສ້ອມແປງກໍ່ສ້າງຊົນລະປະທານຄອງເໝືອງຝາຍຈີ່ຫຼໍ່ ແລະ ນາຫອຍ ປະຊາຊົນທີ່ໄດ້ຮັບຜົນປະໂຫຍດຈາກຊົນລະປະທານດັ່ງກ່າວຈົ່ງສ້າງກຸ່ມການຜະລິດ, ການປູກພືດລະດູແລ້ງເຊັ່ນ: ຜັກກາດ, ຜັກບົ່ວ, ຜັກທຽມ, ຖົ່ວ, ໝາກແຕງ ແລະ ອື່ນໆ. ເພື່ອປ້ອນຕະຫຼາດໃນເທສະບານໂພນສະຫັວນ, ເປັນການຫາລາຍໄດ້ເຂົ້າຄອບຄົວ ແລະ ແກ້ໄຂຄວາມທຸກຍາກໃຫ້ດີຂຶ້ນ, ມີນ້ຳພຽງພໍເຂົ້າໃນການຜະລິດໄດ້ທັງ 2 ລະດູ, ຈົ່ງຊັບຊ່າວເປີດພື້ນທີ່ ໃນການຜະລິດໃຫ້ຫຼາຍຂຶ້ນ.

ປະຊາຊນ 3 ບານມຊນລະປະທານໃຊໄດສອງລະດ - image 2
 

ນອກນີ້, ທ່ານ ບຸນເພັງ ທຳມະວົງ ປະທານບໍລິສັດ ເພັງໄຊໃນນາມຜູ້ລົງທຶນຮັບເໝົາຂອງໂຄງການໄດ້ກ່າວວ່າ: ຂອບໃຈມາຍັງການນຳພັກ-ລັດທີ່ໃຫ້ຄວາມໄວ້ໃຈໃນການຈັດຕັ້ງປະຕິບັດລົງທຶນໃສ່ການກໍ່ສ້າງ. ບໍລິສັດໄດ້ນຳກົນຈັກອຸປະກອນ ແລະ ແຮງງານເຂົ້າໃນການຈັດຕັ້ງປະຕິບັດໂຄງການເພື່ອເຮັດໃຫ້ ໂຄງການສຳເລັດຕາມຄາດໝາຍທັນເວລາ ແລະ ລະດູທຳການຜະລິດຂອງປະຊາຊົນ. ຂອບໃຈມາຍັງການນຳແຂວງ, ເມືອງ, ບ້ານ ແລະ ປະຊາຊົນທີ່ອຳນວຍຄວາມສະດວກປະກອບສ່ວນ ແລະ ຮ່ວມມືຈິ່ງເຮັດໃຫ້ການກໍ່ສ້າງສຳເລັດຕາມຄາດໝາຍ. ວິຊາການປະຈຳພາກສະໝາມໄດ້ລາຍວ່າ: ການກໍ່ສ້າງຊົນລະປະທານ ແລະ ຄອງເໝືອງຝາຍໂກ້-ຝາຍບົວ, ຝາຍຄາຍແມ່ນສຳເລັດແລ້ວ 61%, ມູນຄ່າການກໍ່ສ້າງ 39 ຕື້ກ່ວາກີບ, ການຟື້ນຟູ-ສ້ອມແປງຊົນລະປະທານຄອງເໝືອງຝາຍຈີ່ຫຼໍ່ ສຳເລັດແລ້ວ100%, ມີ 47 ຄອບຄົວໄດ້ຮັບຜົນປະໂຫຍດເນື້ອທີ່ 50 ເຮັກຕາມູນຄ່າການກໍ່ສ້າງ17 ຕື້ກ່ວາກີບ, ຊົນລະປະທານຄອງເໝືອງຝາຍນາຫອຍກໍ່ສ້າງສຳເລັດແລ້ວ100% ມູນຄ່າການກໍ່ສ້າງ 15 ຕື້ກ່ວາກີບ, ມີ 132 ຄອບຄົວໄດ້ຮັບຜົນປະໂຫຍດເນື້ອທີ່ 150 ເຮັກຕາ ແລະ ຍັງສາມາດບຸກເບີກໄດ້ອີກ 10 ເຮັກຕາ, ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ເນັ້ນໃຫ້ປະຊາຊົນຈົ່ງທຳການຜະລິດໃຫ້ຫຼາຍຂຶ້ນ ພ້ອມກັນປົກປັກຮັກສາຝາຍ, ຄອງເໝືອງອານາໄມເພື່ອໃຫ້ຊົມໃຊ້ໄດ້ຍາວນານ.

ປະຊາຊນ 3 ບານມຊນລະປະທານໃຊໄດສອງລະດ - image 3
 

(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ