ປ່າເຢັ່ງຊາລໍ່ເຫັນສຳຄັນແມ່ຍິງຕ້ອງມີການພັດທະນາຕົນເອງຢູ່ສະເໝີ

ປ່າເຢັ່ງຊາລໍ່ເຫັນສຳຄັນແມ່ຍິງຕ້ອງມີການພັດທະນາຕົນເອງຢູ່ສະເໝີ
ໂດຍ: ວັນເພັງ
ເນື່ອງໃນໂອກາດວັນວັນແມ່ຍິງສາກົນ ຄົບຮອບ 114 ປີ ໃກ້ມາເຖິງນີ້ (8 ມີນາ 1910-8 ມີນາ 2024) ທ່ານ ນາງ ປ່າເຢັ່ງຊາ ລໍ່ ອະດີດນາງງາມຈັກກະວານລາວ ປີ 2022 ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມ ປະຊາຊົນເມື່ອບໍ່ດົນມານີ້ວ່າ: ວັນແມ່ຍິງສາກົນເປັນໜຶ່ງວັນທີ່ມີຄວາມໝາຍ-ຄວາມສຳຄັນຫຼາຍ ຕໍ່ແມ່ຍິງໃນທຸກທົ່ວມູມໂລກ ກໍຄືແມ່ຍິງລາວ ກ່ອນຈະມີວັນແມ່ຍິງສາກົນ ກໍຍ້ອນວ່າສະໄໝກ່ອນ ເລື່ອງບົດບາດຂອງແມ່ຍິງຄວາມເທົ່າທຽມກັບເພດຊາຍຍັງມີໜ້ອຍເປັນຕົ້ນຄ່າແຮງງານ, ການປະພຶດປະຕິບັດຕ່າງໆ, ການປິ່ນປົວ ແລະອື່ນໆ. ເຮັດໃຫ້ເກີດມີວັນແມ່ຍິງສາກົນຂຶ້ນມາຄື ວັນທີ 8 ມີນາ 1910 ເພື່ອສາມາດຍົກບົດບາດຂອງແມ່ຍິງຂຶ້ນມາໃຫ້ມີຄວາມສະເໝີພາບຍິງ-ຊາຍ ທຸກຄົນລ້ວນແລ້ວແຕ່ມີຄວາມສາມາດຄືກັນ ແລະເຮັດໄດ້ທຸກສິງທຸກຢ່າງຄ້າຍຄືກັນບໍ່ວ່າຈະເປັນຜູ້ຍິງ ຫຼືຜູ້ຊາຍກໍມີບົດບາດ, ມີຄວາມສາມາດໃນການເປັນຜູ້ນຳ ແລະເຮັດວຽກງານໄດ້ສະເໝີພາບກັນ.
ທ່ານນາງປ່າເຢັ່ງຊາລໍ່ໄດ້ກ່າວເຖິງຄວາມສຳຄັນຂອງແມ່ຍິງທຸກຄົນບໍ່ວ່າຈະດຳລົງຊີວິດຢູ່ໃສກໍຕາມໃຫ້ມີການພັດທະນາຕົນເອງຢູ່ຕະຫຼອດເວລາ, ຢ່າຢຸດທີ່ຈະຮຽນຮູ້ ຊຶ່ງການພັດທະນາຕົນເອງນີ້ຈະລວມເຖິງດ້ານການສຶກສາ, ການພັດທະນາດ້ານຄວາມຮູ້-ຄວາມສາມາດ, ທັກສະການດໍາລົງຊີວິດຕ່າງໆ ແລະອື່ນໆ ເພື່ອຫາວຽກເຮັດງານທຳ, ເຮັດໃຫ້ເຮົາມີອາຊີບສາມາດລ້ຽງດ້ວຍຕົນເອງໄດ້  ເພາະວ່າເມື່ອໃດກໍຕາມຖ້າເຮົາມີຄວາມຮູ້-ຄວາມສາມາດ ແລະສາມາດກຸ້ມຕົນເອງເຮົາກໍມີບົດບາດເທົ່າທຽມກັບຜູ້ຊາຍ ຕົວຢ່າງ: ຊົນເຜົ່າມົ້ງຈຳນວນໜຶ່ງຍັງບໍ່ມີບົດບາດເທົ່າທຽມກັບຜູ້ຊາຍ ຍ້ອນບໍ່ມີຄວາມສາມາດ, ບໍ່ໄດ້ເຂົ້າເຖິງການສຶກສາ ຈຶ່ງບໍ່ມີຄວາມເຂົ້າໃຈຂອງເລື່ອງບົດບາດຍິງ-ຊາຍເຮັດໃຫ້ມີຄວາມດ້ອຍຄ່າຂອງໂຕເອງ ຈຶ່ງບໍ່ຮູ້ວ່າການຮັກໂຕເອງນັ້ນຮັກແບບໃດ. ສະນັ້ນ, ຖ້າຫາກແມ່ຍິງເຮົາທຸກຄົນໄດ້ເຂົ້າເຖິງການສຶກສາ, ມີຄວາມຮູ້-ຄວາມສາມາດມີວຽກເຮັດງານທໍາຫາລ້ຽງກຸ້ມຕົນເອງແລ້ວບົດບາດຍິງ-ຊາຍກໍຈະເກີດມີຂຶ້ນນັ້ນເອງ.
ທ່ານ ນາງປ່າເຢັ່ງຊາລໍ່ໃນນາມແມ່ຍິງ ອາດີດນາງງາມຈັກກະວານລາວ ປີ 2022 ຍັງໄດ້ຝາກເຖິງແມ່ຍິງທຸກຄົນ ຈົ່ງຮູ້ຢູ່ສະເໝີວ່າເຮົາເປັນແມ່ຍິງກໍຄືມະນຸດທົ່ວໆໄປທີ່ບໍ່ທຳມະດາ, ເປັນຄົນທີ່ມີຄວາມຮູ້-ຄວາມສາມາດຕ່າງໆ. ສະນັ້ນ, ຈະເປັນຄົນທີ່ມີຄວາມຮູ້-ຄວາມສາມາດໄດ້ກໍຕ້ອງເປັນຄົນທີ່ຮັກໃນການອ່ານ, ຊອກຮູ້ຮໍ່າຮຽນຢູ່ສະເໝີ, ຄວາມຮູ້ທຸກຢ່າງລ້ວນແຕ່ໄດ້ມາຈາກການອ່ານ. ພ້ອມນັ້ນ,ຈົ່ງຮຽນຮູ້ໃນການທີ່ຈະອ່ານປຶ້ມຕ່າງໆ, ມີການພັດທະນາຕົນເອງ ແລະລົງມືເຮັດຕື່ມອີກ ໂດຍສະເພາະແມ່ຍິງໄວໜຸ່ມນ້ອຍ ຕ້ອງຕັ້ງໃຈຮຽນຫາຄວາມຮູ້ໃຫ້ຫຼາຍໆ, ຕ້ອງມີການສຶກສາຄວາມສຳພັນ (ການແຕ່ງງານ) ແລະມີວຽກເຮັດງານທຳກຸ້ມຕົນເອງໃຫ້ໄດ້.
ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 114 ໃກ້ມາເຖິງນີ້ອະດີດນາງງາມຈັກກະວານລາວປີ 2022  ຍັງໄດ້ອວຍພອນໄຊໃຫ້ແມ່ຍິງທຸກທົ່ວໜ້າກໍຄືແມ່ຍິງລາວ, ແມ່ຍິງທີ່ເປັນການນຳ, ແມ່ຍິງອາວຸໂສບຳນານ ທຸກທ່ານຈົ່ງມີສຸຂະພາບແຂງແຮງ, ມີຄວາມຈະເລີນຮຸ່ງເຮືອງບໍ່ວ່າຈະເປັນດ້ານການງານ, ການເງິນ, ມີຄວາມສຸກກາຍສະບາຍໃຈ, ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ

ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ

ທ່ານ ນາງ ສິຣິຄຸນ ພູມລາວັນ ຜູ້ອໍານວຍການໂຮງງານນໍ້າດື່ມໂອວີ້ ຮອງປະທານສະມາຄົມນັກທຸລະກິດແມ່ຍິງລາວ ປະທານສະຫະພັນແມ່ຍິງຂອງສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນໂອກາດເຂົ້າຮ່ວມເປີດງານເທດສະການອາຫານລາວ ເມື່ອບໍ່ດົນຜ່ານມາ, ກ່ອນອື່ນທ່ານໄດ້ເລົ່າໃຫ້ຮູ້ກ່ຽວກັບການມາສ້າງຕັ້ງເປັນໂຮງງານນໍ້າດື່ມໂອວີ້ ຍ້ອນໄດ້ຊື່ເອີ້ນມາຈາກຊື່ຫຼານຊາຍໂອວີ້, ໂອວີ້ໝາຍເຖິງຊີວິດ ນໍ້າດື່ມໂອວີ້ ກໍເປັນສ່ວນໜຶ່ງໃນການລໍ່ລ້ຽງຊີວິດຂອງຄົນເຮົາ ຄືດັ່ງສະໂລແກນທີ່ວ່າ: ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ.
ອກລ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ອກລ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ໃນຕອນເຊົ້າຂອງ ວັນທີ 28 ມັງກອນ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການກວດສອບແຫ່ງລັດ (ອກລ) ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວ ໂດຍສະຫາຍ ຕ້ອຍ ພົນທິລາດ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານອົງການກວດສອບແຫ່ງລັດ. ເຂົ້າຮ່ວມຮັບຟັງມີ ຄະນະບໍລິຫານງານສະຫະພັນກໍາມະບານ, ຄະນະກໍາມະບານຮາກຖານ ແລະ ສະມາຊິກກໍາມະບານອົງການກວດສອບແຫ່ງລັດ ທັງໝົດເຂົ້າຮ່ວມຮັບຟັງ
ກອງປະຊຸມລະດັບສາກົນໃນການປຶກສາຫາລືການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ

ກອງປະຊຸມລະດັບສາກົນໃນການປຶກສາຫາລືການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ

ຈາກຜົນໄດ້ຮັບຂອງກອງປະຊຸມລະດັບສາກົນ ໃນການປຶກສາຫາລື ກ່ຽວກັບການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຂຶ້ນເປັນສະຖາບັນບັນດິດວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມ (LAAES) ໃນເດືອນຕຸລາ ປີ 2025 ຜ່ານມາ, ໄດ້ສຳເລັດການປຶກສາຫາລື ຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຊຶ່ງຜົນຂອງກອງປະຊຸມເຫຼົ່ານັ້ນ ໄດ້ສະແດງເຖິງ ຄວາມເປັນເອກະພາບສູງ ແລະ ເຫັນໄດ້ເຖິງຄວາມຈຳເປັນພາວະວິໄສທີ່ຈະຕ້ອງໄດ້ຍົກລະດັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຂຶ້ນເປັນສະຖາບັນບັນດິດວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມ. ສະນັ້ນ, ໃນວັນທີ 23 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ.
ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ

ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ຂຶ້ນໃນວັນທີ 28 ມັງກອນ ນີ້ທີ່ ສປສສ ໃຫ້ກຽດປາຖະກະຖາໂດຍ ທ່ານ ພົຈວ ສຸລິນພອນ ຄຳພິຈັນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ຂຸນສຸວັນ ສຸທຳມະວົງ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍພະນັກງານອ້ອມຂ້າງ ສປສສ ເຂົ້າຮ່ວມຮັງຟັງ.
ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2026, ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງຄໍາມ່ວນ.
ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ໃນໂອກາດເຂົ້າຮ່ວມ ເປີດງານເທດສະການອາຫານລາວ 2026. ທ່ານ ນາງ ຈໍາປາທອງ ທະລົງແສງຈັນ ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ທັງເປັນຜູ້ອຳນວຍການບໍລິສັດເອອີຊີການຄ້າ ຈຳກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນຜ່ານວ່າ: ຂ້າພະເຈົ້າມີຄວາມຮູ້ສຶກດີໃຈ ທີ່ໄດ້ເປັນສ່ວນໜຶ່ງຂອງງານເທດສະການອາຫານລາວ. ປີນີ້ພວກເຮົາຈັດເປັນປີທີ 21 ແລ້ວ ພາຍໃຕ້ຫົວຂໍ້: ສຳຜັດຄວາມເປັນລາວ ໂດຍຜ່ານລົດຊາດອາຫານລາວ ເພື່ອສົ່ງເສີມເອກະລັກອາຫານ ແລະ ຜະລິດຕະພັນແມ່ຍິງລາວສູ່ເວທີສາກົນ. ງານໃນຄັ້ງນີ້ໄດ້ລວມເອົາຜະລິດຕະພັນລາວມາຈາກ 18 ແຂວງວາງສະແດງ-ຂາຍ ຊຶ່ງແຕ່ລະແຂວງກໍມີເອກະລັກຕ່າງກັນເຊັ່ນ: ແຂວງສະຫວັນນະເຂດກໍມີ ປີ້ງໄກ່ເຊໂນ; ແຂວງອັດຕະປື ໝົກຊີ້ນໝູໃສ່ໃບຫຸ່ງ. ແຂວງໄຊສົມບູນ (ເຂດພິເສດ) ຕຸນໄກ່ດໍາໃສ່ຢາພື້ນເມືອງຂອງພີ່ນ້ອງລາວສູງ ຈະຊ່ວຍໃຫ້ແມ່ຢູ່ກຳໜຸ່ມ.
ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ສະຫະພັນກຳມະບານລາວ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ ທີ່ໄດ້ກຳນົດໄວ້ໃນໂຄງການດຳເນີນງານ ໂດຍໄດ້ກໍ່ສ້າງ, ປັບປຸງກົດລະບຽບ, ລະບົບການຈັດຕັ້ງ, ໂຄງປະ ກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ໃນແຕ່ລະຂົງ ເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.
ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ  + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ກ່ອນອື່ນຢາກເຂົ້າໃຈ ສິດເປັນເຈົ້າອໍານາດລັດແມ່ນແນວໃດນັ້ນ, ພວກເຮົາຈົ່ງຮັບຮູ້ ແລະ ເຂົ້າໃຈ ຈະແຈ້ງກ່ຽວກັບ ຄໍາສັບທີ່ວ່າ: ອຳນາດລັດແມ່ນແນວໃດ ເສຍກ່ອນ. ອຳນາດລັດ ທີ່ນີ້ໝາຍເຖິງ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ປະທານປະເທດ, ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ທັງໝົດເຫຼົ່ານັ້ນ ເອີ້ນວ່າອໍານາດລັດ ຫຼື ອົງການອໍານາດລັດ.
ພະນັກງານ-ລັດຖະກອນແຂວງສາລະວັນ ເຊື່ອມຊືມເອກະສານ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ພະນັກງານ-ລັດຖະກອນແຂວງສາລະວັນ ເຊື່ອມຊືມເອກະສານ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ວັນທີ 27 ມັງກອນຜ່ານມານີ້, ແຂວງສາລະວັນ ໄດ້ຈັດເຜີຍແຜ່ເຊື່ອມຊຶມເອກະສານ ໃຫ້ແກ່ພະນັກງານ-ລັດຖະກອນ ເພື່ອຮັບໃຊ້ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ທີ່ສະໂມສອນແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຮອງຫົວໜ້າອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ.
2025 ດ່ານພາສີສາກົນນາເພົ້າ ປະຕິບັດລາຍຮັບໄດ້ 634,652 ລ້ານກີບ

2025 ດ່ານພາສີສາກົນນາເພົ້າ ປະຕິບັດລາຍຮັບໄດ້ 634,652 ລ້ານກີບ

ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນ ນາເພົ້າ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນປີ 2025 ດ່ານພາສີສາກົນນາເພົ້າ ໄດ້ຮັບຕົວເລກມອບໝາຍຈາກກະຊວງການເງິນ, ກົມພາສີ ຈໍານວນ 398 ຕື້ກີບ, ທຽບໃສ່ໄລຍະດຽວປີຜ່ານມາ ຈໍານວນ 305 ຕື້ກີບ, ເພີ່ມຂຶ້ນ 30.49% ຫຼື ເທົ່າກັບ 93 ຕື້ກີບ, ຖືວ່າເປັນຕົວເລກທີ່ສູງພໍສົມຄວນ.
ເພີ່ມເຕີມ