ບໍລິສັດ ເອສໂອເອ (SOA) ຈຳກັດຜູ້ດຽວ ຈັດພິທີເປີດອາຄານລ້ານຊ້າງ ສຳນັກງານໃຫ້ເຊົ່າ ແລະ ຫ້ອງວາງສະແດງສິນຄ້າແຄນນອນ (Canon)

ເປີດອາຄານລ້ານຊ້າງແລະຫ້ອງວາງສະແດງສິນຄ້າ ແຄນນອນໃຈກາງນະຄອນຫຼວງ

ເປີດອາຄານລ້ານຊ້າງແລະຫ້ອງວາງສະແດງສິນຄ້າ ແຄນນອນໃຈກາງນະຄອນຫຼວງ
ບໍລິສັດ ເອສໂອເອ (SOA) ຈຳກັດຜູ້ດຽວ ຈັດພິທີເປີດອາຄານລ້ານຊ້າງ ສຳນັກງານໃຫ້ເຊົ່າ ແລະ ຫ້ອງວາງສະແດງສິນຄ້າແຄນນອນ (Canon) ສາຂາທີ່ໃຫຍ່ ແລະ ທັນສະໄໝທີ່ສຸດ ໃນໃຈກາງນະຄອນຫຼວງວຽງຈັນ ເພື່ອໃຫ້ກາຍເປັນສູນກາງຂອງການບໍລິການທາງດ້ານທຸລະກິດ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຕະຫຼາດທີ່ຂະຫຍາຍຕົວໃນຕົວເມືອງ.

ທ່ານ ນິພາ ສາຫະພັນ ປະທານບໍລິຫານ ບໍລິສັດ ເອສ ໂອ ເອ ຈຳກັດຜູ້ດຽວ ກ່າວວ່າ: ອາຄານລ້ານຊ້າງ ຫຼື Lanexang Building ອອກແບບໂດຍທີມງານທະນາຄານ ລາວ-ຝຣັ່ງ ຈາກຕ່າງປະເທດ ມີການອອກແບບໃຫ້ໄດ້ມາດຕະຖານສາກົນ ໃນການກໍ່ສ້າງ ມີລະບົບຮັກສາຄວາມປອດໄພສູງ ຊຶ່ງໄດ້ກໍ່ສ້າງສຳເລັດແຕ່ປີ 2019, ອາຄານແຫ່ງນີ້ ແບ່ງອອກເປັນ 10 ຊັ້ນ ມີການຈັດສັນພື້ນທີ່ໃຫ້ເປັນ Co-Working Space ຢູ່ທີ່ຊັ້ນ5 ເໝາະສຳລັບນັກທຸລະກິດ Start Up ຫຼື SME ໃໝ່ໆ ທີ່ຕ້ອງການພື້ນທີ່ເຮັດວຽກ ໃນໃຈກາງເມືອງນະຄອນຫຼວງວຽງຈັນ ພ້ອມກັນນັ້ນ ພາຍໃນອາຄານລ້ານຊ້າງ ຍັງມີສູນບໍລິການ Canon ຊຶ່ງເປັນໂຊຣູມທີ່ໃຫຍ່ ແລະ ທັນສະໄໝທີ່ສຸດໃນ ສປປ ລາວ ເນື່ອງຈາກທາງບໍລິສັດ ເອສ ໂອ ເອ ຈຳກັດຜູ້ດຽວ ໄດ້ເປັນຕົວແທນຈຳໜ່າຍ Canon ແຕ່ຜູ້ດຽວ ໃນ ສປປ ລາວ ອີກດ້ວຍ.

ພາຍໃນ Showroom ຍັງມີການວາງສະແດງນະວັດຕະກຳຈາກຜະລິດຕະພັນກ້ອງ ແລະ ປຣິນເຕີ ພ້ອມທັງການບໍລິການໃຫ້ຄຳແນະນຳ ແລະ ອັບເດດເຕັກໂນໂລຊີ ໂດຍລູກຄ້າສາມາດທົດລອງ ແລະ ສຳ ຜັດກັບສິນຄ້າກ່ອນການຕັດສິນໃຈເລືອກຊື້.

ທ່ານ Hiroshi Yokota ປະທານບໍລິສັດ ແລະ ປະທານກຳມະການບໍລິຫານ ບໍລິສັດ ແຄນນອນ ມາເກັດຕິ້ງ (ປະເທດໄທ) ຈຳກັດ ກ່າວວ່າ: ຮູ້ສຶກເປັນກຽດ ແລະ ຍິນດີຢ່າງຍິ່ງ ທີ່ທາງບໍລິສັດ ແຄນນອນ ມາເກັດຕິ້ງ (ປະເທດໄທ) ຈຳກັດ ໄດ້ຮ່ວມເປັນພັນທະມິດກັບບໍລິສັດ ເອສໂອເອ ຈຳກັດຜູ້ດຽວ ໃນປະເທດລາວ ຊຶ່ງນອກຈາກງານໃນຄັ້ງນີ້ ຈະເປັນການເປີດ Canon Showroom By SOA ຢ່າງເປັນທາງການແລ້ວ ຍັງເປັນການສະເຫຼີມສະຫຼອງຄວາມສຳພັນເປັນພັນທະມິດຂອງທັງສອງທຸລະກິດທີ່ມີມາຢ່າງຍາວນານ ໂດຍຫວັງວ່າ ໃນອະນາຄົດທັງສອງບໍລິສັດຈະຮ່ວມກັນສ້າງຄວາມປະທັບໃຈ ແລະ ສ້າງຄວາມເຊື່ອໝັ້ນ ລວມໄປເຖິງມອບສິ່ງທີ່ດີໃຫ້ກັບສັງຄົມລາວຕໍ່ໆໄປ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 12 ກໍລະກົດຜ່ານມາ ທີ່ອາຄານລ້ານຊ້າງ (ຂ້າງທະນາຄານ ລາວ-ຝຣັ່ງ) ໂດຍມີທ່ານ ນິພາ ສາຫະພັນ ທ່ານ Hiroshi Yokota ແລະ ທ່ານ ຄຳຂັນ ນະພາວົງ ອະດີດຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍແຂກຜູ້ມີກຽດຈາກ ບໍລິສັດ ແຄນນອນ ມາເກັດຕິ້ງ (ປະເທດໄທ) ຈຳກັດ ແລະ ແຂກຈາກທາງພາກລັດ ແລະ ເອກະຊົນ ທັງລາວ ແລະ ໄທ ເຂົ້າຮ່ວມ.

ອາຄານລ້ານຊ້າງ ແລະ Canon Showroom By SOA ໄດ້ເລີ່ມເປີດໃຫ້ບໍລິການຕັ້ງແຕ່ວັນນີ້ເປັນຕົ້ນໄປ ໂດຍເປີດໃຫ້ທຸກໆທ່ານເຂົ້າຢ້ຽມຊົມໄດ້ທຸກມື້ ທ່ານສາມາດຕິດຕໍ່ລາຍລະອຽດເພີ່ມເຕີມໄດ້ທີ່ເບີ 020 55511878 020 99999903 020 56539788.

ຂ່າວ: ແສງຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ

ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ

ກອງປະຊຸມປະຈຳປີວຽກໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (ລບຕ) ຜ່ານລາຍການ ວິທະຍຸກະຈາຍສຽງ ຈັດ​ຂຶ້ນ​ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ແຂວງ​ບໍ​ລິ​ຄຳ​ໄຊພາຍໃຕ້ການເປັນປະທານ ຮ່ວມລະຫວ່າງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄັ້ງຢູ່ ສປປ ລາວ ແລະ ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນ ກາງພັກ,ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊບົວທອງ ເລັ່ງຟື້ນຟູຜົນ​ກະ​ທົບ​ຈາກໄພພິບັດ ປີ 2026

ໄຊບົວທອງ ເລັ່ງຟື້ນຟູຜົນ​ກະ​ທົບ​ຈາກໄພພິບັດ ປີ 2026

​ ສະພາບການຜະລິດກະສິກຳຢູ່ ເມືອງໄຊບົວທອງ ໃນປີ 2026 ນີ້ ໄດ້ຮັບຜົນກະທົບຢ່າງໜັກຈາກໄພພິບັດນ້ຳຖ້ວມ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ລະບົບຊົນລະປະທານ, ເນື້ອທີ່ນາ, ສັດລ້ຽງ ແລະໜອງປາຂອງປະຊາຊົນ ລວມມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ.
ເພີ່ມເຕີມ