ເປີດການກໍ່ສ້າງ ໂຄງການສ້າງຕັ້ງລະບົບການຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບຂອງອ່າງເກັບນໍ້າກະສິກໍາ

ເປີດການກໍ່ສ້າງ ໂຄງການສ້າງຕັ້ງລະບົບການຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບຂອງອ່າງເກັບນໍ້າກະສິກໍາ

ເປີດການກໍ່ສ້າງ ໂຄງການສ້າງຕັ້ງລະບົບການຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບຂອງອ່າງເກັບນໍ້າກະສິກໍາ
ພິທີເປີດການກໍ່ສ້າງ ໂຄງການສ້າງຕັ້ງລະບົບການຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບ ຂອງອ່າງເກັບນໍ້າກະສິກໍາ ໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 30 ເມສາຜ່ານມາທີ່ສູນພັດທະນາຊົນລະປະທານ ຮ່ວມມື ລາວ-ສເກົາຫຼີ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຈັນທະຄອນ ບົວລະພັນ

 

ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານຈອງຢອງຊູ (Jung Yung-soo)ເອກອັກຄະລັດຖະທູດແຫ່ງ ສເກົາຫຼີ ປະຈໍາ ສປປ ລາວ, ທ່ານ ມູນ ຄຽງ ດັກ ຫົວໜ້າຄະນະ ຈາກກະຊວງກະສິກໍາ, ອາຫານ ແລະ ກິດຈະການຊົນນະບົດ ສເກົາຫຼີ, ພ້ອມດ້ວຍທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ, ທ່ານ ສັດທາເທບ ທໍາມະຈັກ ຮອງຫົວໜ້າກົມຊົນລະປະທານ ໄດ້ຂຶ້ນລາຍງານຫຍໍ້ປະຫວັດຄວາມເປັນມາຂອງໂຄງການ ໄດ້ໃຫ້ຮູ້ວ່າ: ໂຄງການສ້າງຕັ້ງລະບົບການຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບ ຂອງອ່າງເກັບນໍ້າກະສິກໍາ ໃນ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອຈາກກະຊວງກະສິກໍາ, ອາຫານ ແລະ ກິດຈະການຊົນນະບົດ ສເກົາຫຼີ ໃນມູນຄ່າ 5.5 ຕື້ວອນ ຫຼື ເທົ່າກັບ 4.6 ລ້ານໂດລາ, ໄລຍະການຈັດຕັ້ງປະຕິບັດໂຄງການແມ່ນ 4 ປີ (2024 – 2028). ໂຄງການດັ່ງກ່າວມີຈຸດປະສົງເພື່ອສ້າງຄວາມປອດໄພດ້ານຊີວິດ ແລະ ເສດຖະກິດ-ສັງຄົມຂອງປະຊາຊົນ ໃນເຂດລຸ່ມນໍ້າ ໂດຍຜ່ານການຄຸ້ມຄອງເຂື່ອນຊົນລະປະທານທີ່ໝັ້ນຄົງ; ສ້າງຕັ້ງລະບົບຄຸ້ມຄອງຄວາມປອດໄພ ຂອງເຂື່ອນຊົນລະປະທານ ໃນ ສປປ ລາວເພື່ອເສີມສ້າງຄວາມເຂັ້ມແຂງຂອງເຂື່ອນ, ສົ່ງເສີມການໃຊ້ນ້ໍາສໍາລັບກະສິກຳໃຫ້ເກີດປະໂຫຍດສູງສຸດ, ຍົກລະດັບຜົນຜະລິດທາງກະສິກໍາ ແລະ ສົ່ງເສີມລາຍໄດ້ຂອງຊາວກະເສດຕະກອນ. ກິດຈະກໍາຫຼັກຂອງໂຄງການປະກອບດ້ວຍ: ສ້າງເເຜນແມ່ບົດລະບົບການຄຸ້ມຄອງຄວາມປອດໄພເຂື່ອນຊົນລະປະທານ; ສ້າງສູນຄວບຄຸມຄວາມປອດໄພເຂື່ອນຊົນລະປະທານ;ສ້າງໂຄງການທົດລອງ-ຕົວແບບໃນການປະເມີນຄວາມປອດໄພເຂື່ອນຊົນລະປະທານ ຈໍານວນ 4 ເຂື່ອນ ໂດຍການຕິດຕັ້ງລະບົບເຕືອນໄພຢູ່ພາກສະໜາມ; ສະໜອງອຸປະກອນເຄື່ອງມື, ເຕັກນິກວິຊາການ ເພື່ອສະໜັບໜູນບຸກຄະລາກອນຂອງ ສປປ ລາວ ໂດຍການເຂົ້າຮ່ວມຝຶກອົບຮົມ ຢູ່ ສເກົາຫຼີ; ສ້າງຂີດຄວາມສາມາດດ້ານວິຊາການ ເຂົ້າໃນວຽກງານການຄຸ້ມຄອງຄວາມປອດໄພເຂື່ອນຊົນລະປະທານໃນ ສປປ ລາວ.

ທ່ານ ມູນ ຄຽງ ດັກ ໄດ້ກ່າວວ່າ: ສເກົາຫຼີ ໄດ້ຕັດສິນໃຈສະໜັບສະໜູນໂຄງການນີ້ ໃນຮູບແບບການຊ່ວຍເຫຼືອດ້ານການພັດທະນາຢ່າງເປັນທາງການ (ODA) ເພື່ອສ້າງລະບົບການຄຸ້ມຄອງຄວາມປອດໄພ ຂອງເຂື່ອນກະສິກຳ ທີ່ດໍາເນີນຢູ່ລາວ ແລະ ສົ່ງເສີມການພັດທະນາແບບຍືນຍົງຂອງຊຸມຊົນທ້ອງຖິ່ນ ໂດຍຮັບປະກັນຄວາມໝັ້ນຄົງຂອງພື້ນຖານການຜະລິດກະສິກຳ, ປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ. ພວກເຮົາຫວັງວ່າໂຄງການນີ້ຈະສ້າງພື້ນຖານໃຫ້ແກ່ລັດຖະບານລາວ ໃນການຈັດຕັ້ງປະຕິບັດການຄຸ້ມຄອງຄວາມປອດໄພເຂື່ອນ ຢ່າງເປັນລະບົບ.

ທ່ານ ນາງ ຈັນທະຄອນ ບົວລະພັນ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງກະຊວງກະສິກໍາ, ອາຫານ ແລະ ກິດຈະການຊົນນະບົດ ສເກົາຫຼີ ກໍຄືລັດຖະບານ ແລະ ປະຊາຊົນ ສເກົາຫຼີ ທີ່ໄດ້ເອົາໃຈໃສ່ຊ່ວຍເຫຼືອສະໜັບສະໜູນທາງດ້ານວິຊາການ ແລະ ໃຫ້ທຶນຊ່ວຍເຫຼືອ ຂະແໜງການກະສິກໍາ ແລະ ປ່າໄມ້ ຂອງ ສປປ ລາວ ເຮົາ ຢ່າງຕໍ່ເນື່ອງ, ໄດ້ສະແດງອອກໃນການສືບຕໍ່ໃຫ້ຄວາມຊ່ວຍເຫຼືອ ຈັດຕັ້ງປະຕິບັດໂຄງການສ້າງຕັ້ງລະບົບຄຸ້ມຄອງ ແລະ ກວດກາຄວາມສະຖຽນລະພາບ ຂອງອ່າງເກັບນໍ້າກະສິກໍາໃນ ສປປ ລາວ, ພິເສດໃນປີນີ້ເປັນປີ ຄົບຮອບ 30 ປີ ຂອງການຮ່ວມມື ສປປ ລາວ ແລະ ສເກົາຫຼີ,ພ້ອມນີ້ກໍໄດ້ສະແດງຄວາມຫວັງຢ່າງຍິ່ງວ່າ: ຈະມີການສືບຕໍ່ໃຫ້ການຊ່ວຍເຫຼືອ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ສາຍພົວພັນຮ່ວມມືສອງຊາດ ໃຫ້ມີຄວາມຍືນຍົງຍາວນານ. ເນື່ອງໃນໂອກາດນີ້,ກໍໄດ້ຕາງໜ້າໃຫ້ ຄະນະນໍາ ກະຊວງກະສິກຳ ແລະ ປ່າໄມ້ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍຕໍ່ຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຢ່າງສຸດໃຈ.

ໃນຕອນທ້າຍຂອງພິທີ, ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້,ທ່ານເອກອັກຄະລັດຖະທູດ ແຫ່ງ ສເກົາຫຼີ ກໍໄດ້ໃຫ້ກຽດຊ້ວນຊາຍ ແລະ ຕີຄ້ອງເກົ້າບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ການກໍ່ສ້າງໂຄງການດັ່ງກ່າວ.

(ແຫຼ່ງຂ່າວ: ຂ່າວສານກະສິກໍາ,ປ່າໄມ້ ແລະ ພັດທະນາ ຊົນນະບົດ)

ຄໍາເຫັນ

ຂ່າວການຮ່ວມມື

ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ເມື່ອບໍ່ດົນມານີ້ ທີ່ສຳນັກງານໃຫຍ່ກຸ່ມບໍລິສັດຫວຽດເທວ (Viettel), ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ນຳພາຄະນະຜູ້ແທນຊາວໜຸ່ມເຂົ້າພົບປະ ແລະ ເຮັດວຽກກັບກຸ່ມບໍລິສັດ Viettel, ໂດຍທ່ານ ກາວ ແອງ ເຊີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ການຕ້ອນຮັບ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ສປປ ລາວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ), ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາແຫ່ງນະຄອນເສີນເຈີນ, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີບັນດາຜູ້ແທນພະເຖຣານຸເຖຣະຈາກ 29 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.
ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຄງການເຮືອນຄົວກິນ ໂຮງຮຽນກິນນອນຊົນເຜົ່າ, ເຮືອນສາຍໃຈ ທີ່ເຂດຊາຍແດນລາວ-ຫວຽດນາມ, ລະບົບໄຟເຍືອງທາງ ພ້ອມທັງການກວດສຸຂະພາບ ແລະ ປິ່ນປົວພະຍາດໃຫ້ປະຊາ ຊົນ ກຸ່ມບ້ານລະໂກ ຈັດຂຶ້ນໃນວັນທີ 24 ຕຸລາຜ່ານມາ, ທີ່ບໍລິເວນຫຼັກໝາຍຊາຍແດນ 591 ບ້ານຕາລຸງ ຕາແສງເຮືອງເລິບ ແຂວງກວາງຈິ ສສ ຫວຽດນາມ, ໂດຍມີທ່ານ ບຸນສູງ ໄຊຍະວົງ ຮອງເລຂາພັກເມືອງເຊໂປນ, ທ່ານ ພັນໂທ ດິງຊວນຮຸ່ງ ເລຂາຄະນະພັກ ຫົວໜ້າການເມືອງ ກຳມະການພັກເມືອງ ຄະນະກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍອົງການປົກຄອງບ້ານ ແລະ ນັກຮຽນເຂົ້າຮ່ວມ.
ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ນັບ​ແຕ່​ກອງ​ປະຊຸມ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເປັນຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ຖື​ເອົາ​ສະ ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ຂອງ​ພັກ ໄດ້​ນຳພາ​ປະຊາຊົນຈີນ ຍາດ​ໄດ້ຜົນ​ສຳເລັດ ແລະ ​ໄດ້​ເກີດ​ມີ​ການ​ປ່ຽນແປງ​ຄັ້ງ​ໃຫຍ່ທີ່ມີ​ລັກສະນະ​ປະຫວັດສາດ, ທີ່​ໄດ້​ຈາລຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ ການ​ແກ້​ໄຂ​ຄວາມທຸກ​ຍາກ ຕາມທິດ​ຊີ້​ນຳ​ທີ່​ຖືກ​ເປົ້າ​ໝາຍ ຂອງປະທານ ສີ​ ຈິ້ນ​ຜິງ ໂດຍ​ຖື​ເອົາ​ປະຊາຊົນ​ເປັນ​ແກນ​ກາງ ດ້ວຍ​ການ​ສົ່ງເສີມ​ໃຫ້​ເຂດ​ທີ່​ທຸກ​ຍາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຍາກຈົນ ແລະ ເລັ່ງ​ລັດ​ພັດທະ ນາ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້​ມີ​ຄວາມ​ຈະ ເລີນ​ຮຸ່ງ​ເຮືອງ. ນັ້ນ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳເປັນພື້ນຖານ​ຂອງ​ສັງຄົມ​ນິຍົມ.
ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ໃນວັນທີ 26 ຕຸລານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແອນນາ ຮາມມາແກຣນ (Anna Hammargren) ເອກອັກ ຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກຊູແອດປະຈຳ ສປປ ລາວ, ມີສຳນັກ ງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ລັດຖະບານສະຫະລັດອາເມຣິກາ ໄດ້ມອບສູນຂໍ້ມູນຂ່າວສານທີ່ປັບປຸງໃໝ່ ຂອງໂຄງການເກັບກູ້ລະເບີດແຫ່ງຊາດໃຫ້ແກ່ຝ່າຍລາວເຊິ່ງເປັນອີກບາດກ້າວສຳຄັນ ໃນການຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ.
ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ອົງການKOTRA ວຽງຈັນ ໄດ້ນຳເອົາບັນດາຜູ້ປະກອບການ, ຜະລິດຕະພັນ ແລະ ວັດທະນະທຳຈາກສເກົາຫຼີ ມາຮວບຮວມກັນໃນງານ Korea Lifestyle Festival 2026ຕັ້ງແຕ່ວັນທີ 22 ຫາ 24 ຕຸລາ, ເພື່ອເຊື່ອມໂຍງຜູ້ສົ່ງອອກຈາກ ສ ເກົາຫຼີ ກັບຜູ້ບໍລິໂພກຊາວລາວ ຜ່ານການພົບປະທຸລະກິດ ແລະ ງານເທດສະການKorea Lifestyle Festival2026 ເຊິ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.
ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ທ່ານ ອາລຸນໄຊ​ ສູນນະລາດ​ ກໍາ​ມະ​ການ​ສູນກາງພັກ​ ເລຂາພັກແຂວງຈຳປາສັກ ປະທານສະພາປະຊາຊົນແຂວງ ໄດ້ຕ້ອນຮັບ​ ທ່ານ ສອນໄຊ​ ວັນນະ​ໄຊ​ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ ເຂົ້າພົບປະຢ້ຽມຢາມໃນວັນທີ​ 23​ ຕຸລາ​ຜ່ານ​ມາ ຢູ່ສໍານັກງານແຂວງ.​
ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ເພີ່ມເຕີມ