ເນື່ອງໃນໂອກາດວັນຄ້າຍວັນເກີດ ທ່ານປະທານໄກສອນ ພົມວິຫານ ຄົບຮອບ 104 ປີ

ເປີດການນຳໃຊ້ເສັ້ນທາງເບຕົງຢູ່ບ້ານນາເຊັງ

ເປີດການນຳໃຊ້ເສັ້ນທາງເບຕົງຢູ່ບ້ານນາເຊັງ
ເນື່ອງໃນໂອກາດວັນຄ້າຍວັນເກີດ ທ່ານປະທານໄກສອນ ພົມວິຫານ ຄົບຮອບ 104 ປີ(13 ທັນວາ 1920-13 ທັນວາ2024). ດັ່ງນັ້ນ,ໃນວັນທີ 13 ທັນວາ 2024 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ພ້ອມຄະນະນຳຂັ້ນແຂວງ ແລະ ນະຄອນໄກສອນພົມວິຫານ,

 ໄດ້ເຂົ້າຮ່ວມພິທີຕັກບາດຖວາຍສັງຄະທານ, ເພື່ອອຸທິດບຸນກຸສົນແດ່ທ່ານປະທານໄກສອນພົມວິຫານ, ແມ່ຍາດົກ ແລະປະຊາຊົນຊາວບ້ານນາເຊັງ, ພ້ອມເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແລະໂຄງການກໍ່ສ້າງສ້ອມແປງຊົນລະປະທານປະຕູນ້ຳ (ຝາປິດຊົນລະປະທານ) ບ້ານນາເຊັງ ນະຄອນໄກສອນພົມວິຫານ, ຊຶ່ງເປັນບ້ານເກີດຂອງທ່ານປະທານໄກສອນ ພົມວິຫານ.

ໂອກາດນີ້, ທ່ານ ສຸລີຍົງ ຖາວອນວົງ ນາຍບ້ານນາເຊັງໄດ້ລາຍງານໃຫ້ຮູ້ວ່າ: ບ້ານນາເຊັງເປັນບ້ານໜຶ່ງທີ່ຂຶ້ນກັບນະຄອນໄກສອນ ພົມວິຫານ ຫຼາຍເສັ້ນທາງພາຍໃນບ້ານມີຄວາມຫຍຸ້ງຍາກ. ດັ່ງນັ້ນ,ທາງເຖົ້າແກ່ແນວໂຮມ, ອໍານາດການປົກຄອງບ້ານ ພ້ອມເຈົ້າອະທິການວັດໄດ້ຄົ້ນຄວ້າ ແລະ ເຮັດໜັງສືສະເໜີຫານະຄອນ ແລະ ແຂວງ, ເພື່ອລົງສຳຫຼວດຄິດໄລ່, ສຶກສາຫາແຫຼ່ງທຶນມາພັດທະນາເສັ້ນທາງຊອຍເຂົ້າບ້ານໂດຍໃຊ້ວິທີລະດົມນຳພໍ່ແມ່ປະຊາຊົນ ແລະ ນັກທຸລະກິດເຂົ້າມາຊ່ວຍໃນການກໍ່ສ້າງ ຊຶ່ງໄດ້ແບ່ງການກໍ່ສ້າງອອກເປັນ 3 ໄລຍະຄື: ໄລຍະທີ 1 ແມ່ນອະນາໄມຂຸດຮື້ໜ້າທາງເກົ່າ, ປັບເກດ, ຖົມດິນແດງ ແລະ ໂລອັດແໜ້ນຊັ້ນຮອງພື້ນທາງ, ກໍ່ສ້າງທໍ່ລອດທາງ. ໄລຍະທີ 2 ຈົກຮ່ອງລະບາຍນໍ້າ, ວາງທໍ່ພີ 50-60 ແລະ ໄລຍະທີ 3 ແມ່ນເທເບຕົງຄວາມຍາວ 100 ແມັດ, ກວ້າງ 6 ແມັດ, ໜາ 15 ຊັງຕີແມັດ ລວມມູນຄ່າກໍ່ສ້າງທັງໝົດ 656 ລ້ານກວ່າກີບ.

ທ່ານຄຳພະຈັນ ຂັນທະພອນ ປະທານບໍລິສັດອຸດົມສຸກກໍ່ສ້າງຈຳກັດຜູ້ດຽວຜູ້ຮັບເໝົາໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ແລະ ໂຄງການສ້ອມແປງຊົນລະປະທານປະຕູນ້ຳຫ້ວຍສົ້ມປ່ອຍ ບ້ານນາເຊັງໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງເບຕົງເສີມເຫຼັກແຕ່ແຍກທາງເລກ 9B ຫາ ບ້ານນາເຊັງ, ມີລວງຍາວ 1,100 ແມັດ, ຄວາມກວ້າງ 5 ແມັດ, ໜາ 15 ຊັງຕີແມັດ, ມີມູນຄ່າການກໍ່ສ້າງ 2.24 ຕື້ກວ່າກີບ, ຊຶ່ງເປັນງົບປະມານບ້ວງເງິນເກີນແຜນປີ 2023 ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນພຶດສະພາ 2024 ເປັນຕົ້ນມາ, ສ່ວນໂຄງການຟື້ນຟູ-ສ້ອມແປງຊົນລະປະທານປະຕູນ້ຳຫ້ວຍສົ້ມປ່ອຍ ບ້ານນາເຊັງ ທີ່ນຳໃຊ້ງົບປະມານບ້ວງເງິນເກີນແຜນຂອງແຂວງປີ 2023 ໃນມູນຄ່າ 750 ລ້ານກວ່າກີບ, ໂດຍເລີ່ມປະຕິບັດໂຄງການແຕ່ເດືອນກັນຍາ 2024 ມາຮອດປັດຈຸບັນ ທັງສອງໂຄງການດັ່ງກ່າວ ແມ່ນໄດ້ສໍາເລັດ 100%.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງເພື່ອເປີດການນໍາໃຊ້ເສັ້ນທາງເບຕົງ ແລະ ປະຕູລະບາຍນ້ຳຫ້ວຍສົມປ່ອຍບ້ານນາເຊັງຢ່າງເປັນທາງການ.

(ແຫຼ່ງຂ່າງ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຄະນະບໍລິຫານງານພັກແຂວງຈຳປາສັກ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະ​ຮ່ວມ​ມື​ກັນເພື່ອສ້າງກົນໄກທາງດ້ານນິຕິກຳສຳລັບການຮ່ວມມື, ຍົກສູງປະສິດທິຜົນການຈັດຕັ້ງປະຕິບັດໜ້າວຽກ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຂັ້ນຮາກຖານ ຜ່ານການສຶກສາອົບຮົມດ້ານການເມືອງ-ແນວຄິດ, ການປູກຈິດສຳນຶກຮັກຊາດ, ຮັກອາຊີບ, ຮັກສາສິ່ງແວດລ້ອມ ແລະ ຂະຫຍາຍການຈັດຕັ້ງຊາວໜຸ່ມເຂົ້າສູ່ຂະແໜງການຜະລິດ, ໂຮງຈັກ, ໂຮງງານ ແລະ ເຂດເສດຖະກິດ.
ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

​ ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງຈັນທະບູລີ ເອົາໃຈໃສ່ຈັດສັນລະບຽບການສັນຈອນໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2026 ໂດຍໄດ້ຮັບການຮ່ວມມືເປັນຢ່າງດີຈາກປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ພ້ອມທັງວາງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ 49 ສະຫາຍ ປະຈຳການຢູ່ 15 ຈຸດ ພາຍໃນ ແລະ 2 ປ້ອມພາຍນອກເຂດຮັບຜິດຊອບ ເພື່ອອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຄວາມແອອັດ.
ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

​ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ລະດົມກຳລັງພົນລົງປະຈຳການຢ່າງເຕັມທີ່ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ໃຫ້ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ.
ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນນັບແຕ່ວັນທີ 25 ຕຸລາ ມາຮອດວັນທີ 27 ຕຸລານີ້, ໄດ້ມີພິທີແຂ່ງຂັນຊ່ວງເຮືອ ປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນເຮືອ 30 ສີພາຍ ແລະ ເຮືອ 12 ສີພາ ມີທັງໝົດ 18 ລໍາ ຊຶ່ງການແຂ່ງ ຂັນຊ່ວງເຮືອ ແມ່ນໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ. ປີນີ້ເຫັນໄດ້ວ່າມີມວນຊົນທຸກສາລະທິດ ພ້ອມພາກັນຫຼັ່ງໄຫຼເຂົ້າມາທ່ຽວງານບຸນ, ມາຊົມ-ເຊຍ ການແຂ່ງຂັນຊ່ວງເຮືອເປັນຈໍານວນຫຼວງຫຼາຍ, ເຖິງອາກາດຈະຮ້ອນເອົ້າ ແຕ່ກໍບໍ່ເປັນອຸປະສັກ, ຖ້າໃຈມັກແລ້ວ, ບາງຄົນກໍພາກັນມາເປັນຄອບຄົວ, ໝູ່ຄູ່, ຄູ່ຮັກ ແລະ ອື່ນໆ ເພື່ອມາເຊຍໃຫ້ກໍາລັງໃຈອ້າຍນ້ອງສີພາຍ ຊຶ່ງເປັນການສ້າງສີສັນ, ສຽງຫົວ, ສຽງເຊຍດັງກ້ອງຢູ່ແຄມນໍ້າຂອງທ່າວັດຈັນ ແຫ່ງນີ້ຢ່າງໜ້າປະທັບໃຈ ແລະ ຄຶກຄື້ນ. ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ, ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ.
ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ແລະ ວຽນທຽນບູຊາພະທາດຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ເດີ່ນດ້ານໜ້າພະເຈົ້າໄຊຍະເສດຖາທິຣາດ ພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ. ໂດຍມີພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ເຈົ້າອະທິ ການວັດສີສະເກດ ພ້ອມດ້ວຍພະອາຈານໃຫຍ່ ອິນຊູນ ຮອງປະທານຄະນະປະຈຳສະມາຄົມພຸດທະສາສະໜາແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ເຈົ້າອາວາດວັດຫົງຟ້າ, ພະເຖ ລານຸເຖລະ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ມີການນຳພັກ-ລັດ, ການນຳນະຄອນຫຼວງ, ຄອບຄົວການນຳ ແລະ ພຸດທະສາສະນິກະຊົນຈຳນວນຫຼາຍເຂົ້າຮ່ວມ.
ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ພິທີເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ (ນວ) ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລານີ້ ທີ່ໜ້ານໍ້າທ່າວັດຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທະນົງໄຊ ຄຸດໄພທູນ ປະທານສະພາປະຊາຊົນ ນວ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກ ຄອງ ນວ, ທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກ ນວ ເລຂາຄະນະພັກເມືອງຈັນທະບູລີ, ມີບັນດາທ່ານການນໍາພັກ-ລັດ, ຂັ້ນ ນວ ແລະ ເມືອງຈັນທະບູລີ, ບັນດາອະດີດການນໍາພັກ-ລັດ, ບັນດາຫົວໜ່ວຍທຸລະກິດ, ນັກສີພາຍ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ, ແຂກຖືກເຊີນເຂົ້າຮ່ວມ.
ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ), ທາງຄະນະຮັບຜິດຊອບຈັດງານບຸນເມືອງຈັນທະບູລີ ໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ ສະແດງອອກທາງເຂົ້າ-ອອກສະດວກ ເຖິງແມ່ນວ່າຈະມີຜູ້ຄົນແໜ້ນໜາກໍຕາມ, ແຕ່ກໍໄດ້ຈັດສັນບ່ອນຫຼິ້ນສໍາລັບເດັກນ້ອຍ, ຮ້ານຂາຍເສື້ອຜ້າ, ຮ້ານຂາຍເຂົ້າຫຼາມ-ປີ້ງໄກ່, ເຄື່ອງດື່ມປະເພດອື່ນໆ ລວມທັງສະຖານທີ່ຝາກລົດໄວ້ຄອຍບໍລິ ການແຂກທີ່ມາທ່ອງທ່ຽວໃນງານບຸນໃຫ້ມີຄວາມສະດວກສະບາຍ, ສ່ວນພາຍໃນວັດອິນແປງ, ອົງຕື້, ຫາຍໂສກ, ຊຽງຍືນ, ມີໄຊ, ວັດຈັນ ກໍໄດ້ມີພິທີກໍາທາງສາສະໜາເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ດ້ານໜ້າ ບໍລິເວນວັດ ພໍ່ຄ້າ-ແມ່ຄ້າໄດ້ນໍາເອົາດອກໄມ້, ທູບທຽນ, ຂັນໝາກເບັງມາວາງຂາຍເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ ໄດ້ຊື້ນໍາໄປສັກກາລະບູຊາພະພຸດທະຮູບ.
ເພີ່ມເຕີມ