ເປີດນຳໃຊ້ຫ້ອງການສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວ

ເປີດນຳໃຊ້ຫ້ອງການສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວ ຫຼັງໃໝ່

ເປີດນຳໃຊ້ຫ້ອງການສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວ ຫຼັງໃໝ່
ພິທີເປີດນຳໃຊ້ຫ້ອງການສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວ ຫຼັງໃໝ່ ໄດ້ຈັດຂຶ້ນໃນວັນທີ 24 ມັງກອນຜ່ານມາທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ,

 

 ທ່ານ ຢາວປິ່ງ ປະທານສະພາການຄ້າຊາວຈີນຕ່າງດ້າວແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຢາວປິ່ງ ໄດ້ໃຫ້ຮູ້ວ່າ: ການເປີດຫ້ອງການໃໝ່ໃນຄັ້ງນີ້, ຈະເພີ່ມປະສິດທິພາບການບໍລິການ, ສະໜອງການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງສະມາຊິກຫຼາຍຂຶ້ນ, ທັງເປັນການສົ່ງເສີມວຽກງານ ກອງປະຊຸມໄປສູ່ລະດັບໃໝ່, ມີສະພາບແວດລ້ອມໃໝ່, ບັນຍາກາດໃໝ່. ຜົນສຳເລັດຂອງການສ້າງຫ້ອງການໃໝ່ ແມ່ນມີຄວາມສຳຄັນເພາະປີ 2025 ເປັນປີຄົບຮອບ 10 ປີ ຂອງການສ້າງຕັ້ງສະພາການຄ້າຊາວຈີນຕ່າງດ້າວປະຈຳ ສປປ ລາວ. ໃນຕໍ່ໜ້າສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວ ຈະສືບຕໍ່ຢຶດໝັ້ນແນວຄິດ "ຮັບໃຊ້ປະຊາຄົມຊາວຈີນຢູ່ຕ່າງປະເທດ ແລະ ຊຸກຍູ້ການພັດທະນາ", ອີງຕາມສະພາບການລວມຂອງການຮ່ວມມືຈີນ-ລາວ ໂດຍອີງຕາມຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ແລະ ປະກອບສ່ວນເພີ່ມພູນຄູນສ້າງກຳລັງແຮງ ເພື່ອຊຸກຍູ້ການພັດທະນາເສດຖະກິດການຄ້າ, ການແລກປ່ຽນວັດທະນະທຳ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາດີຂຶ້ນ.

ໂອກາດນີ້, ທ່ານ ນາງ ຟາງຫົງ ໄດ້ກ່າວວ່າ: ນັບແຕ່ສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວ ໄດ້ຮັບການສ້າງຕັ້ງ 10 ປີມານີ້, ໄດ້ຕັ້ງໜ້າເຂົ້າຮ່ວມວຽກງານ ສາທາລະນະປະໂຫຍດຂອງສັງຄົມ ແລະ ໄດ້ຈັດກິດຈະກໍາຕ່າງໆ, ໄດ້ເສີມຂະຫຍາຍບົດບາດສໍາຄັນເຂົ້າໃນການເພີ່ມທະວີຄວາມຜາສຸກ ໃຫ້ແກ່ຊາວຈີນຕ່າງດ້າວທີ່ປະຈໍາຢູ່ລາວ ແລະ ສົ່ງເສີມວັດທະນະທໍາຈີນ ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນຈີນ-ລາວ ເປັນຂົວຕໍ່ທີ່ສໍາຄັນໃນການຊຸກຍູ້ ການສ້າງປະຊາຄົມຄູ່ຮ່ວມຊາຕາກໍາຈີນ-ລາວ ຫວັງວ່າພາຍໃຕ້ໂອກາດໃໝ່ ແລະ ສະຖານະການໃໝ່ ສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວ ຈະສືບຕໍ່ຊຸກຍູ້ການສ້າງປະຊາຄົມ ຄູ່ຮ່ວມຊາຕາກໍາລາວ-ຈີນທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງຂຶ້ນກວ່າເກົ່າ.

(ຂ່າວ-ພາບ: ກິດຕາ ຂປລ)

ຄໍາເຫັນ

ຂ່າວການຮ່ວມມື

CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 17 ຕຸລາ ຜ່ານມານີ້, ສູນອາຊີ-ອາຟຣິກາ ແລະ ສະຖານີຢຸນນານຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັນຈັດກິດຈະກໍາ “ສາຍຮູບເງົາກາງແຈ້ງ” ສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ - ລາວ - ມຽນມາ - ໄທ ຢູ່ທ່າເຮືອວຽກງານຕໍາຫຼວດຈິງຮ່າ ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ແຂວງຢຸນນານ ຈີນ. ເຈົ້າໜ້າທີ່ປະຕິບັດກົດໝາຍ 200 ກວ່າທ່ານທີ່ເຂົ້າຮ່ວມການລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ໄດ້ເຕົ້າໂຮມກັນຢູ່ແຄມແມ່ນໍ້າລ້ານຊ້າງ ແລະ ຊົມຮູບເງົາ 8K ເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ທີ່ຖ່າຍທໍາໂດຍ CMG. ແນວຄິດປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ ຮູບເງົາເລື່ອງນີ້ນໍາ ສະເໜີໄດ້ສ້າງຄວາມຮູ້ສຶກຮ່ວມກັນຢ່າງເລິກເຊິ່ງໃນຜູ້ຊົມທີ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ.
ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 109,000 ໂດລາ ເພື່ອປະຕິບັດ “ໂຄງ ການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ” ພາຍໃຕ້​ໂຄງ​ການຊ່ວຍເຫຼືອ​ຂັ້ນ​ຮາກ​ຖານ(GGP); ໂຄງການມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນໂດຍການກໍ່ສ້າງຕຶກປິ່ນປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳໃຫ້ແກ່ບ້ານຫ້ວຍຂົວຫຼວງ ເມືອງໄຊຍະບູລີ ແຂວງໄຊຍະບູລີ.
30 ປີ ແຫ່ງການສະຖາປະນາ ວັນເອກະພາບປະຊາຊົນຣັດເຊຍ ແລະ ເບລາຣຸສ

30 ປີ ແຫ່ງການສະຖາປະນາ ວັນເອກະພາບປະຊາຊົນຣັດເຊຍ ແລະ ເບລາຣຸສ

ເນື່ອງໃນໂອກາດ ຄົບຮອບ 30 ປີ ແຫ່ງການສະຖາປະນາວັນເອກະພາບຂອງປະຊາຊົນຣັດເຊຍ ແລະ ເບລາຣຸສ ຈັດຂຶ້ນໃນວັນທີ 16 ຕຸລາຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ປະຈຳນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ສປປ ລາວ, ທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ທ່ານ ຄິຣິວ ຄາມີເຊຟ ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ສາທາລະນະລັດເບລາຣຸສ ປະຈຳ ສສ ຫວຽດນາມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເພີ່ມເຕີມ