ເປີດນຳໃຊ້ໂຄງການກໍ່ສ້າງສຳນັກງານພະແນກຍຸຕິທຳ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ 

ເປີດນຳໃຊ້ໂຄງການກໍ່ສ້າງສຳນັກງານພະແນກຍຸຕິທຳ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ 
ພິທີເປີດນຳໃຊ້ ແລະ ມອບ-ຮັບໂຄງການກໍ່ສ້າງສຳນັກງານພະແນກຍຸຕິທຳ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 12 ມີນາ ນີ້ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ດິງຕ໋ຽນ ຢູງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ພ້ອມດ້ວຍບັນດາການນຳນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງສຳນັກງານ ພະແນກຍຸຕິທຳແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງ ວຽງຈັນ ແມ່ນຂອງຂວັນຂອງຄະນະພັກອຳນາດການປົກຄອງແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍມອບໃຫ້ຄະນະພັກອຳນາດການປົກຄອງແລະ ປະຊາຊົນນະຄອນຫຼວງວຽງຈັນໄລຍະປີ 2021-2025ໂດຍແມ່ນບໍລິສັດ ຈິດຈະເລີນ ກໍ່ສ້າງຈໍາກັດເປັນຜູ້ຮັບເໝົາກໍ່ສ້າງໃນເນື້ອທີ່ 2,5 ເຮັກຕາໂດຍເລີ່ມລົງມືກໍ່ສ້າງໃນວັນທີ 5 ມີນາ 2022 ແລະ ສຳເລັດວັນທີ 28 ທັນວາ 2023 ຜ່ານມາຊຶ່ງໂຄງການປະກອບມີໜ້າວຽກຄື: ສ້າງຫ້ອງການ 3 ຊັ້ນ 2 ຫຼັງ ແລະ ສະໂມສອນ 1 ຫຼັງ,ເຮືອນປ້ອມຍາມ,ປະຕູໂຂງ,ຮົ້ວກໍາແພງ,ເດີ່ນແລະ ເສັ້ນທາງຈາລະຈອນພາຍໃນ,ບ່ອນຈອດລົດ,ສະຖານີໝໍ້ແປງໄຟຟ້າ, ເສົາທຸງ,ປ້າຍກິດຈະການ,ປູກຫຍ້າແລະ ອື່ນໆສຳເລັດຕາມແຜນການທີ່ວາງໄວ້ລວມມູນຄ່າການກໍ່ສ້າງທັງໝົດ 3ລ້ານໂດລາ.
ຂ່າວ: ໜັງສືພິມວຽງຈັນໃໝ່

ຄໍາເຫັນ

ຂ່າວການຮ່ວມມື

ຍົກລະດັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ

ຍົກລະດັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ

ພິທີເປີດຝຶກອົບຮົມໂຄງການສ້າງພາວະການເປັນຜູ້ນຳ ດ້ານວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ (WCLI) ໃຫ້ພະນັກງານອົງການໄອຍະການປະຊາຊົນ ຈັດຂຶ້ນໃນວັນທີ 20-22 ພຶດສະພານີ້, ທີ່ໂຮງແຮມສຸພັດຕາ ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າກົມຈາກອົງການໄອຍະການປະຊາຊົນສູງສຸດ, ຜູ້ຕາງໜ້າຈາກບັນດາອົງການໄອຍະການປະຊາຊົນແຂວງຫຼວງນໍ້າທາ, ອຸດົມໄຊ, ຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ອົງການອະນຸລັກສັດປ່າປະຈຳ ສປປ ລາວ ເຂົ້າຮ່ວມ.
ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16

ກົມຄວບຄຸມພະຍາດຕິດຕໍ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງການນໍາກະຊວງສາທາລະນະສຸກ ຮ່ວມກັບຫ້ອງການປະສານງານຮ່ວມມືສອງຝ່າຍ ກະຊວງສາທາລະນະສຸກ (MOH-USCDC CoAg), ສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດ ອາເມຣິກາ (USCDC) ແລະ ອົງການອະນາໄມໂລກ ປະຈຳ ສປປ ລາວ (WHO)
ສປປ ລາວ ນໍາພາຄະນະບໍລິຫານ ສະຖາບັນແມ່ນໍ້າຂອງ ຢ້ຽມຢາມ ສປ ຈີນ

ສປປ ລາວ ນໍາພາຄະນະບໍລິຫານ ສະຖາບັນແມ່ນໍ້າຂອງ ຢ້ຽມຢາມ ສປ ຈີນ

ໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນປະທານໝູນວຽນຂອງ ສະພາບໍລິຫານງານສະຖາບັນແມ່ນໍ້າຂອງ (Council of Mekong Institute) ປະຈໍາສົກປີ 2025-2027 ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ: ການຫັນນະໂຍບາຍໃຫ້ເປັນຮູບປະທໍາ”(Connectivity and Resilience: from Policy to Action) ແລະ ເພື່ອເປັນການສະເຫຼີມສະຫຼອງສາຍພົວພັນການທູດ ສປປ ລາວ ແລະ ສປ ຈີນ ຄົບຮອບ 65 ປີ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ນໍາພາຄະນະຜູ້ແທນ ຈາກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຜູ້ອຳນວຍການໃຫຍ່ ແລະ ກອງເລຂາປະສານງານ ສະຖາບັນແມ່ນໍ້າຂອງ ທີ່ມີສໍານັກງານຕັ້ງຢູ່ ຂອນແກ່ນ, ປະເທດໄທ ຮ່ວມເດີນທາງໄປຢ້ຽມຢາມ ແລະ ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງຂອງ ສປ ຈີນ ໃນລະຫວ່າງວັນທີ 11-15 ພຶດສະພາ 2026 ທີ່ນະຄອນຫຼວງປັກກິ່ງ ແລະ ນະຄອນຄຸນໝິງ, ສປ ຈີນ.
ທະຫານແຂວງກວາງຈິ ຂຸດຄົ້ນອັດຖິທະຫານອາສາສະໝັກໄດ້ 12 ອັດຖິ ກຽມນຳສົ່ງກັບຄືນປະເທດ

ທະຫານແຂວງກວາງຈິ ຂຸດຄົ້ນອັດຖິທະຫານອາສາສະໝັກໄດ້ 12 ອັດຖິ ກຽມນຳສົ່ງກັບຄືນປະເທດ

ຄະນະປະຕິບັດງານພິເສດແຂວງສະຫວັນນະເຂດ ແລະ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດກອງປະ ຊຸມເອກະພາບເນື້ອໃນທິດທາງແຜນການ ຊອກຄົ້ນທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ພຶດສະພາຜ່ານມາ, ທີ່ແຂວງສະ ຫວັນນະເຂດ ປະຈຳສົກປີ 2025-2026 ເພື່ອຈັດພິທີກະກຽມຈັດສົ່ງກັບຄືນປະເທດຢ່າງສົມກຽດ. ຊຶ່ງນຳໂດຍສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຄະນະປະຈຳພັກແຂວງ, ຮອງຫົວໜ້າຄະນະປະຕິບັດງານພິເສດຂັ້ນແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມຄະນະ ແລະ ຝ່າຍແຂວງກວາງຈິ ນຳໂດຍສະຫາຍ ເລວັນບາວ ຮອງປະທານຄະນະກຳມະການປົກຄອງແຂວງ ຫົວໜ້າຄະນະປະຕິບັດງານພິເສດຂັ້ນແຂວງ ພ້ອມຄະນະເຂົ້າຮ່ວມ.
ຫົວໜ້າ​ ຄຕພ ຕ້ອນຮັບ​ ເອກ​ອັກຄະ​ລັດຖະທູດຟີລິບປິນ ປະຈຳ ສປປ ລາວ

ຫົວໜ້າ​ ຄຕພ ຕ້ອນຮັບ​ ເອກ​ອັກຄະ​ລັດຖະທູດຟີລິບປິນ ປະຈຳ ສປປ ລາວ

ໃນ​​​ວັນ​ທີ 18 ພຶດສະພາ ຜ່ານມາ ທີ່ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາ​ງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງ ທ່ານນາງ ອີລີສະເບດ ຕັນ ເຕ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຟີລິບປິນ ປະຈໍາ ສປປ ລາວ ຄົນໃໝ່.
ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ

ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ (19/5/1890-19/5/2026), ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ, ໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນ ໃນວັນທີ 19 ພຶດສະພານີ ທີ່ສະຖານທູດຫວຽດນາມ.
ກອງປະຊຸມປະຈຳປີ ວ່າດ້ວຍປ່າໄມ້ດັ້ງເດີມ ຂອງພາກພື້ນອາຊີ ແລະປາຊີຟິກ

ກອງປະຊຸມປະຈຳປີ ວ່າດ້ວຍປ່າໄມ້ດັ້ງເດີມ ຂອງພາກພື້ນອາຊີ ແລະປາຊີຟິກ

ກອງປະຊຸມປະຈຳປີວ່າດ້ວຍປ່າໄມ້ດັ້ງເດີມ ຫຼື ປ່າດົງດິບ ຂອງພາກພື້ນອາຊີ ແລະ ປາຊີຟິກ (SEAP Primary Forest Annual Conference), ໄດ້ຈັດຂື້ນ ໃນວັນທີ່ 18 ພຶດສະພາ 2026 ນີ້ ທີ່ແຂວງຫຼວງພະບາງ, ໂດຍມີ ທ່ານ ສົມຫວັງ ພີມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍຜູ້ຕາງໜ້າຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເປີດອົບຮົມ-ຫັດແອບຊ້ອມຮົບຮ່ວມຕີພິເສດໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມລາວ-ຣັດເຊຍລາໂຣສ-2026

ເປີດອົບຮົມ-ຫັດແອບຊ້ອມຮົບຮ່ວມຕີພິເສດໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມລາວ-ຣັດເຊຍລາໂຣສ-2026

ພິທີເປີດການອົບຮົມ-ຫັດແອບຊ້ອມຮົບຮ່ວມຕີພິເສດ “ໃຕ້ຝຸ່ນ‘’ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2026” ຈັດຂຶ້ນໃນວັນທີ 18 ພຶດສະພາຜ່ານມາ, ທີ່ວິທະຍາຄານນາຍທະຫານບົກກົມມະດໍາ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນໍາການຝຶກອົບຮົມ-ຫັດແອບຊ້ອມຮົບຮ່ວມຕີພິເສດ “ ໃຕ້ຝຸ່ນ ‘’ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2026” ແລະ ສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍ ຜູ້ບັນ ຊາການທະຫານ ເຂດຕາເວັນອອກ ກອງທັບຣັດເຊຍ, ມີຄະນະຊີ້ນໍາຊ້ອມຮົບຮ່ວມຝ່າຍ ລາວ-ຣັດເຊຍ ພ້ອມດ້ວຍນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍເຂົ້າຮ່ວມ.
ຮອງລັດຖະມົນຕີ ຕ້ອນຮັບທູດ ສປ ຈີນ ເຂົ້າຢ້ຽມພົບປະ

ຮອງລັດຖະມົນຕີ ຕ້ອນຮັບທູດ ສປ ຈີນ ເຂົ້າຢ້ຽມພົບປະ

ໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຜູ້ປະຈໍາການ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ນາງ ຟາງຫົງ (FANG HONG) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເພື່ອສະແດງຄວມຍິນດີຊົມເຊີຍ ທີ່ໄດ້ຖືກແຕ່ງຕັ້ງດຳລົງຕໍາແໜ່ງໃໝ່ ຂອງ ທ່ານ ນາງ ພອນວັນ ອຸທະວົງ, ຖືກເແຕ່ງຕັ້ງເປັນຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ.
ຄໍາມ່ວນ-ກວາງຈິ ລົງນາມສືບຕໍ່ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ຄໍາມ່ວນ-ກວາງຈິ ລົງນາມສືບຕໍ່ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ພິທີລົງນາມເຊັນບົດບັນທຶກການຮ່ວມມື ສືບຕໍ່ຊອກຫາ, ຂຸດຄົ້ນ ແລະ ມອບສົ່ງອັດຖິນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດໃນລະດູແລ້ງ ສົກປີ 2026-2027 ຈັດຂຶ້ນໃນ​ວັນທີ 18 ພຶດສະພານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ​ຕາງໜ້າລົງນາມໂດຍທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າຄະນະປະຕິ ບັດງານພິເສດແຂວງຄໍາມ່ວນ (ຝ່າຍລາວ) ແລະ ທ່ານ ເລ ວັນ ບ່າວ ຮອງປະທານຄະນະກຳມະການປະຊາ ຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດ ແຂວງກວາງຈິ (ຝ່າຍຫວຽດນາມ) ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມເຕີມ