ງານສະເຫຼີມສະຫຼອງ ວັນກາເຟສາກົນ (ICD)

ເປີດງານ “ບຸນກາເຟ ບ້ານເຮົາ” ເພື່ອສົ່ງເສີມກາເຟລາວ ແລະ ສ້າງລາຍຮັບໃຫ້ຊາວກະສິກອນ

ເປີດງານ “ບຸນກາເຟ ບ້ານເຮົາ” ເພື່ອສົ່ງເສີມກາເຟລາວ ແລະ ສ້າງລາຍຮັບໃຫ້ຊາວກະສິກອນ
ກະຊວງກະສິກຳ ແລະ ປ່າໄມ້ຮ່ວມກັບ ລັດຖະບານຝຣັ່ງ ແລະ ສະຫະພາບເອີຣົບ ຈັດງານສະເຫຼີມສະຫຼອງ ວັນກາເຟສາກົນ (ICD)

 ຫຼື “ບຸນກາເຟ ບ້ານເຮົາ” ຂຶ້ນເມື່ອບໍ່ດົນມານີ້ຢູ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ ເພື່ອເປັນການສົ່ງເສີມກາເຟລາວ ໃຫ້ກ້າວໄປສູ່ການປະຕິບັດແບບຍືນຍົງ ແລະ ຊ່ວຍສ້າງລາຍຮັບໃຫ້ຊາວສວນກາເຟຊຶ່ງງານດັ່ງກ່າວດຳເນີນໄປແຕ່ວັນທີ 27-29 ກັນຍາຜ່ານມາແລະ ມີ 40 ກວ່າຮ້ານຈາກທົ່ວປະເທດມາວາງສະແດງຜະລິດຕະພັນກາເຟ.
ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ວັນກາເຟສາກົນ (1 ຕຸລາ) ມີການສະເຫຼີມສະຫຼອງຫຼາຍກວ່າ 70 ປະເທດທົ່ວໂລກ; ສປປ ລາວ ໄດ້ຈັດຂຶ້ນທຸກໆປີ ນັບແຕ່ປີ 2018 ເປັນຕົ້ນມາ ແລະ ໄດ້ກາຍເປັນບ່ອນພົບປະຂອງຄົນຮັກກາເຟ ເພື່ອຍົກໃຫ້ເຫັນເຖິງຄວາມສຳຄັນຂອງກາເຟລາວ ທັງພາຍໃນ ແລະ ຕ່າງປະເທດ, ທັງສະແດງໃຫ້ເຫັນເຖິງການຮ່ວມມື ເພື່ອການພັດທະນາແບບຍືນຍົງ. ກາເຟລາວຜະລິດຢູ່ໃນເນື້ອທີ່ປະມານ 98,000 ເຮັກຕາ, ຄາດຄະເນຜົນຜະລິດໃນແຕ່ລະປີແມ່ນຢູ່ທີ່ 150,000 ໂຕນ, ສ່ວນຫຼາຍແມ່ນມາຈາກບັນດາແຂວງພາກໃຕ້. ຊາວກະສິກອນຫຼາຍກວ່າ 300,000 ຄົນມີລາຍໄດ້ຈາກອຸດສາຫະກໍາກາເຟ, ຊຶ່ງແຕ່ລະປີ ລາວໄດ້ສົ່ງອອກກາເຟ ເມັດຫຼາຍກວ່າ 100,000 ໂຕນ ມີມູນຄ່າຫຼາຍກວ່າ 100 ລ້ານໂດລາ.
ໃນໂອກາດນີ້, ທ່ານ ນາງ ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເນັ້ນວ່າ: ກາເຟ ແມ່ນໜຶ່ງໃນສິນຄ້າກະສິກຳ ທີ່ສຳຄັນຂອງ ສປປ ລາວ, ເປັນສິນຄ້າສົ່ງອອກສຳຄັນ ທີ່ປະກອບສ່ວນເຂົ້າໃນເສດຖະກິດຂອງລາວ, ໄດ້ຊ່ວຍສ້າງລາຍຮັບໃຫ້ຊາວສວນຂະໜາດນ້ອຍ ແລະ ປະກອບສ່ວນເຂົ້າໃນລາຍຮັບແຫ່ງຊາດຂອງປະເທດ ແລະ ມີຫຼາຍພາກສ່ວນພວມພະຍາຍາມຮ່ວມມືກັນ ສົ່ງເສີມກາເຟລາວ ໃຫ້ກ້າວໄປສູ່ການປະຕິບັດແບບຍືນຍົງ ໃນການຊຸກຍູ້ການພັດທະນາສີຂຽວ.
(ຂ່າວ: ກະສິກຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານ-ລັດຖະກອນແຂວງສາລະວັນ ເຊື່ອມຊືມເອກະສານ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ພະນັກງານ-ລັດຖະກອນແຂວງສາລະວັນ ເຊື່ອມຊືມເອກະສານ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ວັນທີ 27 ມັງກອນຜ່ານມານີ້, ແຂວງສາລະວັນ ໄດ້ຈັດເຜີຍແຜ່ເຊື່ອມຊຶມເອກະສານ ໃຫ້ແກ່ພະນັກງານ-ລັດຖະກອນ ເພື່ອຮັບໃຊ້ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ທີ່ສະໂມສອນແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຮອງຫົວໜ້າອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ.
2025 ດ່ານພາສີສາກົນນາເພົ້າ ປະຕິບັດລາຍຮັບໄດ້ 634,652 ລ້ານກີບ

2025 ດ່ານພາສີສາກົນນາເພົ້າ ປະຕິບັດລາຍຮັບໄດ້ 634,652 ລ້ານກີບ

ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນ ນາເພົ້າ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນປີ 2025 ດ່ານພາສີສາກົນນາເພົ້າ ໄດ້ຮັບຕົວເລກມອບໝາຍຈາກກະຊວງການເງິນ, ກົມພາສີ ຈໍານວນ 398 ຕື້ກີບ, ທຽບໃສ່ໄລຍະດຽວປີຜ່ານມາ ຈໍານວນ 305 ຕື້ກີບ, ເພີ່ມຂຶ້ນ 30.49% ຫຼື ເທົ່າກັບ 93 ຕື້ກີບ, ຖືວ່າເປັນຕົວເລກທີ່ສູງພໍສົມຄວນ.
ເມືອງແອດ ມີຜູ້ມີສິດປ່ອນບັດເລືອກຕັ້ງ 15,109 ຄົນ

ເມືອງແອດ ມີຜູ້ມີສິດປ່ອນບັດເລືອກຕັ້ງ 15,109 ຄົນ

ກອງປະຊຸມຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ຢູ່ເມືອງແອດ ແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນນີ້ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ທ່ານ ນາງ ສວຍເພັດ ທອງສົມບັດ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງຫົວພັນ ຫົວໜ້າອະນຸກຳມະການ ເລຂານຸການ ຄະນະກຳມການເລືອກຕັ້ງຂັ້ນແຂວງ, ທ່ານ ວັນເພັດ ສີບຸນແສງ ກຳມະການພັກແຂວງ ເລຂາພັກຄະນະບໍລິຫານງານພັກເມືອງແອດ ປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ ຊຶ່ງມີບັນດາຄະນະປະຈຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວໜຸ່ມ ພະແນກສາທາລະນະສຸກແຂວງ ປະກາດ 4 ບຸກ ປະຈຳປີ 2025.

ຊາວໜຸ່ມ ພະແນກສາທາລະນະສຸກແຂວງ ປະກາດ 4 ບຸກ ປະຈຳປີ 2025.

ພິທີປະກາດຄະນະຊາວໜຸ່ມຮາກຖານພະແນກສາທາລະນະສຸກ ແຂວງເຊກອງ ເປັນຊາວໜຸ່ມຕົວແບບ 4 ບຸກ ຄັ້ງທີ Il ປະຈຳປີ 2025 ຈັດຂຶ້ນໃນວັນທີ 27 ມັງກອນນີ້ ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ໄຊຍະພອນ ວົງຫາຈັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ກິລິຍາ ສຸດທິຈັກ ຄະນະພັກຮາກຖານ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ຄະນະນໍາແຂວງສະຫວັນນະເຂດ ປຶກສາຫາລືບັນຫາສຳຄັນຕ່າງໆ

ຄະນະນໍາແຂວງສະຫວັນນະເຂດ ປຶກສາຫາລືບັນຫາສຳຄັນຕ່າງໆ

ກອງປະຊຸມຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຄັ້ງທີ I ໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງ ໃນວັນທີ 26 ມັງກອນຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ມີສະຫາຍ ນາງ ດາວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ບັນດາສະຫາຍປະທານໃນຄະນະກຳມະການປົກຄອງນະຄອນໄກສອນ ພົມວິຫານ, ຄະນະກຳມະການປົກຄອງເມືອງ ຈາກ 14 ເມືອງຂອງແຂວງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ລະຫ່ວາງ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກອງບັນຊາການ, ອົງການຈັດຕັ້ງ ເຂົ້າຮ່ວມ.
ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງຫຼວງນ້ຳທາ

ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງຫຼວງນ້ຳທາ

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ ລະຫວ່າງ ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ ຜູ້ເກົ່າ ແລະ ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ມີການນໍາຈາກສູນກາງ, ການນໍາແຂວງ, ອະດີດການນໍາແຂວງ, ສອງກອງບັນຊາການ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮວ່ມ.
ພັກກໍານົດທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ພັກກໍານົດທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກໍາມະບານລາວ (1 ກຸມພາ 1956-1 ກຸມພາ 2025) ຄົບຮອບ 70 ປີ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ອົງການຈັດຕັ້ງກໍາມະບານລາວ ທີ່ເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.
ຄໍາມ່ວນ ປູກເຂົ້ານາແຊງໄດ້ແລ້ວ 9,503 ເຮັກຕາ

ຄໍາມ່ວນ ປູກເຂົ້ານາແຊງໄດ້ແລ້ວ 9,503 ເຮັກຕາ

ໃນລະດູການປູກເຂົ້ານາແຊງປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 15,759 ເຮັກຕາ, ເນື້ອທີ່ແຜນການຂອງປີນີ້ລື່ນປີ 2025 ຜ່ານມາ 1,573 ເຮັກຕາ, ຄາດຄະເນຜົນຜະລິດ 77,396 ໂຕນ, ຄາດຄະເນໝົດແນວປູກ 1,261 ໂຕນ. ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 5,463 ເຮັກຕາ, ຄາດຄະເນຜົນຜະລິດ 25,734 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 10,296 ເຮັກຕາ, ຄາດຄະເນຜົນຜະລິດ 51,662 ໂຕນ.
ເມືອງແກ່ນທ້າວ ຈະປະກາດສ້າງຕັ້ງຕາແສງດອນເມນ ເປັນຕາແສງທໍາອິດຂອງເມືອງ.

ເມືອງແກ່ນທ້າວ ຈະປະກາດສ້າງຕັ້ງຕາແສງດອນເມນ ເປັນຕາແສງທໍາອິດຂອງເມືອງ.

ທ່ານ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ ຫົວໜ້າຄະນະຊີ້ນໍາການສ້ງຕັ້ງຕາແສງຂັ້ນເມືອງ ໄດ້ລາຍງານການກະກຽມຄວາມພ້ອມການສ້າງຕັ້ງຕາແສງ ຢູ່ໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 4 ສະໄໝທີ VIII ວ່າ: ໂດຍປະຕິບັດຕາມ ແຈ້ງການຂອງຄະນະປະຈໍາພັກແຂວງ ໄຊຍະບູລີ ເລກທີ 581/ຄພຂ.ຊຍ, ລົງວັນທີ 31 ຕຸລາ 2025 ກ່ຽວກັບການສ້າງຕັ້ງຕາແສງ ແລະ ຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ສະບັບເລກທີ 2162/ຄປຂ, ລົງວັນທີ 26 ທັນວາ 2025 ວ່າດ້ວຍການສ້າງຕັ້ງຕາແສງຂອງເມືອງແກ່ນທ້າວ.
ເພີ່ມເຕີມ