ອຸດສາຫະກຳແຫ່ງຊາດລາວ ໄດ້ເປິດງານ ມະຫະກຳ ສີມືຫັດຖະກຳລາວ

ເປິດງານ ມະຫະກຳ ສີມືຫັດຖະກຳລາວ ຄັ້ງທີ 23 ປະຈຳປີ 2024

ເປິດງານ ມະຫະກຳ ສີມືຫັດຖະກຳລາວ ຄັ້ງທີ 23 ປະຈຳປີ 2024
ສະມາຄົມຫັດຖະກຳລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເປິດງານ ມະຫະກຳ ສີມືຫັດຖະກຳລາວ ຄັ້ງທີ 23 ປະຈຳປີ 2024

 

 ຂຶ້ນຢ່າງເປັນທາງການ, ໃນວັນທີ 28 ຕຸລານີ້ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ນາລີ ສີສຸລິດ ປະທານຄະນະທີ່ປຶກສາ ສະມາຄົມ ຫັດຖະກຳລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກຳລາວ ໄດ້ລາຍງານວ່າ: ງານມະຫະກຳສີມືຫັດຖະກຳລາວຄັ້ງທີ 23 ປະຈຳປີ 2024 ຈັດຂຶ້ນພາຍໃຕ້ຄໍາຂວັນ: ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ “ເຊື່ອມໂຍງມໍລະດົກຜ້າແພພື້ນເມືອງອາຊຽນ” ແລະ ຈຸດປະສົງຫຼັກ ຂອງການຈັດງານຄັ້ງນີ້ ແມ່ນເພື່ອສະເຫຼີມສະຫຼອງ “ວັນຫັດຖະກຳລາວ ວັນທີ 1 ພະຈິກ, ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນການເປັນເຈົ້າພາບ ຈັດກອງປະຊຸມສໍາມະນາການຕໍ່າແຜ່ນແພພື້ນເມືອງອາຊຽນ ຄັ້ງທີ 9 (The 9th ASEAN Traditional Textiles Symposium) ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 4-6 ພະຈິກ ປີ 2024 ທີ່ ນະຄອນຫຼວງວຽງຈັນ, ເພື່ອສ້າງຂະບວນການຕ້ອນຮັບປີທ່ອງທ່ຽວລາວ ປີ 2024 ເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກຳ ດັ່ງຄໍາຂວັນ "ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ", ສະເຫຼີມສະຫຼອງ "ຫັດຖະກຳພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ” ໄດ້ຮັບເປັນມໍຣະດົກໂລກ ຈາກອົງການ UNESCO, ເພື່ອສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມ ໄດ້ພົບ-ໄດ້ເຫັນ ຄວາມຫຼາກຫຼາຍຂອງເຄື່ອງຫັດຖະກຳລາວ, ສ້າງຄວາມປະທັບໃຈ ແລະ ຫຼົງໄຫຼ ໃນຄວາມມະຫັດສະຈັນຂອງສີໄມ້ລາຍມືຂອງນາຍຊ່າງຫັດຖະກຳລາວເຮົາ, ເພື່ອເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະກຳທຸກໆທ້ອງຖິ່ນໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກຳ ທີ່ມີລັກສະນະເປັນມູນເຊື້ອ, ສົ່ງເສີມພູມປັນຍາ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ ປະກອບສ່ວນເຂົ້າໃນການ ສ້າງລາຍຮັບ ແລະ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນໃຫ້ນັບມື້ດີຂຶ້ນ, ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການ ດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງຕະຫຼາດ (ຫຼື ມີບ່ອນຂາຍ) ຜະລິດຕະພັນຫັດຖະກຳຂອງຕົນ ພ້ອມທັງ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ, ເພື່ອສະໜັບສະໜູນນະໂຍບາຍຂອງລັດຖະບານໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ເພື່ອສ້າງສາຍສຳພັນກັບບັນດາ ປະເທດສະມາຊິກອາຊຽນດ້ານສິລະປະຫັດຖະກຳ.

ທ່ານກ່າວຕື່ມວ່າ: ງານມະຫາກຳສີມືຫັດຖະກຳລາວໄດ້ຈັດຂຶ້ນທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ເປັນເວລາ 9 ວັນ, ເລີ່ມແຕ່ວັນທີ 26 ຕຸລາ ຫາ ວັນທີ 3 ພະຈິກ 2024 ຊຶ່ງມີການວາງສະແດງ-ຂາຍສິນຄ້າຫັດຖະກຳ ຂອງຫຼາຍພາກສ່ວນຄື: ແຜ່ນແພ (ຜ້າໄໝ ຜ້າຝ້າຍ); ເຄື່ອງປະດັບ (ເງິນ, ຄໍາ, ແກ້ວປະເສີດ); ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ); ຜະລິດຕະພັນວັດທະນະທໍາ (ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫຼັກ, ເຄື່ອງດົນຕີ ພື້ນເມືອງ ແລະ ອື່ນໆ...); ເຟີນີເຈີ; ອາຫານສໍາເລັດຮູບພື້ນເມືອງ; ສະໝຸນໄພ ແລະ ອື່ນໆ, ລວມທັງໝົດ 243 ຮ້ານ.

ພາຍໃນງານຍັງມີກິດຈະກຳສຳມະນາຫົວຂໍ້: ປັບປຸງເຕັກນິກການຕໍ່າຜ້າຝ້າຍ, ເຜີຍແຜ່ການນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດ ແລະ ຫົວຂໍ້ສົ່ງເສີມການເຂົ້າເຖິງຕະຫຼາດເອີຣົບ (ໂຄງການ USAID-CBI) ແລະ ກິດຈະກຳປະກວດການແຂ່ງຂັນຜະລິດຕະພັນດີເດັ່ນ, ກິດຈະກຳສາທິດຂັ້ນຕອນການຜະລິດສິນຄ້າຫັດຖະກຳ, ການເດີນແບບອາພອນ ແລະ ອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ການເປີດງານດັ່ງກ່າວຢ່າງເປັນທາງການ, ຈາກນັ້ນບັນດາແຂກທີ່ເຂົ້າຮ່ວມໄດ້ໄປຢ້ຽມຊົມບັນດາບໍລິສັດ, ຫ້າງຮ້ານ ທີ່ນຳເອົາສິນຄ້າມາສະແດງໃນງານອີກດ້ວຍ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ແຂວງ​ຊຽງ​ຂວາງໄດ້​ຈັດກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ3ສ້າງ 5ປີ(2021-2025) ແລະ ທິດທາງແຜນການ5ປີ(2026-2030), ໃນວັນທີ18ພະຈິກນີ້,ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄໍາມ່ວນເກັບກ່ຽວເຂົ້ານາປີສຳ​ເລັດແລ້ວ 86.5%

ຄໍາມ່ວນເກັບກ່ຽວເຂົ້ານາປີສຳ​ເລັດແລ້ວ 86.5%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການຜະ​ລິດເຂົ້ານາປີ 2026, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສນ​ຊ ມອບເຂົ້າແລະ ເງິນຊ່ວຍ​ເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງຫຼວງ​ນ້ຳ​ທາ

ສນ​ຊ ມອບເຂົ້າແລະ ເງິນຊ່ວຍ​ເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງຫຼວງ​ນ້ຳ​ທາ

ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນ​ຊ) ໄດ້​ນຳ​ເອົາ​ເຂົ້າສານຈຳນວນ 160 ໂຕນ (ມູນຄ່າ 2,640,000,000 ກີບ) ແລະ ເງິນສົດ 100 ລ້ານກີບໄປ​ມອບ​ໃຫ້​ແຂວງຫຼວງ​ນ້ຳ​ທາ ເພື່ອ​ນຳ​ໄປ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ຄວາມ​ເດືອດ​ຮ້ອນ​ຂອງ​ປະ​ຊາ​ຊົນຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຟ​ພ​ພິ​ບັດ​ນ້ຳ​ຖ້ວມ.
ຄອສພ ເຊື່ອມຊຶມວຽກປ້ອງກັນພາຍໃນ ແລະ ເຊັນບົດບັນທຶກປະສານງານກັບ ກົມ 200

ຄອສພ ເຊື່ອມຊຶມວຽກປ້ອງກັນພາຍໃນ ແລະ ເຊັນບົດບັນທຶກປະສານງານກັບ ກົມ 200

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ ແລະ ພິທີເຊັນບົດບັນທຶກການປະສານງານ ຮ່ວມກັບ ກົມປ້ອງກັນພາຍໃນ (ກົມ 200) ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ (ປກສ) ເພື່ອຍົກລະດັບການຮ່ວມມືດ້ານວິຊາສະເພາະ ແລະ ປົກປັກຮັກສາຄວາມລັບຂອງຊາດໃນສະພາບການໃໝ່ ໃນວັນທີ 19 ພະຈິກນີ້ ທີ່ສະໂມສອນ ຂອງ ຄອສພ; ໂດຍການເປັນປະທານກ່າວເປີດ ແລະ ສະຫຼຸບ ຂອງສະຫາຍ ສາຄອນ ພົມມະລາດ ຄະນະປະຈຳພັກ ປະທານກວດກາພັກ ຮອງຫົວໜ້າ ຄອສພ ແລະ ຮອງປະທານຄະນະ ປກຊ-ປກສ ພາຍໃນ ຄອສພ ພ້ອມດ້ວຍຄະນະພັກ, ຄະນະປ້ອງກັນພາຍໃນ ຄອສພ ແລະ ຄະນະ-ນັກວິທະຍາກອນ ຈາກ ກົມ 200 ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.
ໂຄງການຢູ່ລິນໃນລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ

ໂຄງການຢູ່ລິນໃນລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ

ທ່ານ ຊົ້ງຈຸ່ຍ ຮອງປະທານບໍລິສັດເຄື່ອງເທດ ຟູດາຢູ່ລິນຮຸ່ນສ່ວນຈໍາກັດ ໄດ້ໃຫ້ສໍາພາດເນື່ອງໃນໂອກາດທີ່ ສື່ມວນຊົນລາວ ແລະ ສື່ມວນຊົນສະມາຊິກອາຊຽນທ່ຽວຊົມທ່່າເຮືອດັ່ງກ່າວ ວ່າ: ທ່າເຮືອໂລຈິສຕິກເຄື່ອງເທດສາກົນຟູດາຢູ່ລິນ ທີ່ລົງທຶນກໍ່ສ້າງໂດຍກຸ່ມຟູດາ, ເປັນໂຄງການສຳຄັນລະດັບເຂດປົກ ຄອງຕົນເອງກວາງຊີຈວ້າງ, ເປັນເວທີສຳຄັນຂອງຕະຫຼາດສະຖານທີ່ເຄື່ອງເທດຢູ່ລິນທີ່ສ້າງຮ່ວມລະຫວ່າງຂັ້ນແຂວງ ກັບ ກະຊວງ ແລະ ເປັນໂຄງການສຳຄັນຂອງຢູ່ລິນໃນການສ້າງລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ ແລະ ໂຄງການມີແຜນການໃຊ້ທີ່ດິນທັງໝົດປະມານ 900 ເມົ່າ (ປະມານ 60 ເຮັກຕາ), ພື້ນທີ່ກໍ່ສ້າງທັງໝົດປະມານ 700,000 ຕາແມັດ ແລະ ເງິນລົງທຶນທັງໝົດປະມານ 3 ຕື້ຢວນ.
ສ້າງຄວາມເຂັ້ມແຂງ ການລຶບລ້າງການຈຳແນກ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ

ສ້າງຄວາມເຂັ້ມແຂງ ການລຶບລ້າງການຈຳແນກ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ

ກົມປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບອົງການແຮງງານສາກົນ ປະຈຳ ສປປ ລາວ (ILO) ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງກ່ຽວກັບການລຶບລ້າງການຈໍາແນກ ແລະ ການລ່ວງລະເມີດ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ ແລະ ສະຫະພັນແມ່ຍິງ ແລະ ກໍາມະບານຮາກຖານຢູ່ຫົວໝ່ວຍແຮງງານ ຂຶ້ນໃນລະຫວ່າງວັນທີ 19-20 ພະຈິກນີ້ ທີ່ສະຖາບັນພັດທະນາກໍາມະບານລາວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອະທິລັດ ອຸດົມເດດ ຮອງກົມປົກປ້ອງແຮງງານ ສກລ ແລະ ທ່ານ ບຸນທະວີ ບຸນມີ ຜູ້ປະສານງານໂຄງການລຶບລ້າງການຈໍາແນກຢູ່ສະຖານທີ່ເຮັດວຽກ, ການລ່ວງລະເມີດ ແລະ ການນໍາໃຊ້ແຮງງານເດັກຢູ່ ສປປ ລາວ ເພື່ອສະໜັບສະໜູນການຄ້າ ແລະ ການປະຕິບັດລະບຽບການອົງການແຮງງານສາກົນໄອໂລ, ມີສໍາມະນາກອນ, ວິທະຍາກອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 40 ທ່ານ ຍິງ 26 ທ່ານ.
ເພີ່ມເຕີມ