ເປີດສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ

ເປີດສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍໄດ້ຈັດລາຍການສະແດງສິລະປະ ເປີດສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍຂຶ້ນລະຫວ່າງວັນທີ 20 – 25 ພຶດສະພາຢູ່ນະຄອນຫຼວງພະນົມເປັນ ແລະ ແຂວງບັນເຕຍ ມຽນເຈຍ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍໄດ້ຈັດລາຍການສະແດງສິລະປະ ເປີດສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍຂຶ້ນລະຫວ່າງວັນທີ 20 – 25 ພຶດສະພາຢູ່ນະຄອນຫຼວງພະນົມເປັນ ແລະ ແຂວງບັນເຕຍ ມຽນເຈຍ.
ຂ່າວລະບຸວ່າ: ໃນງານສັບປະດານີ້, ຫວຽດນາມ ປາຖະໜາຢາກແນະນຳປະຊາຊົນ ກຳປູເຈຍ ແລະ ເພື່ອນມິດສາກົນກ່ຽວກັບຄວາມງາມຂອງວັດທະນະທຳ ຫວຽດນາມ, ຜ່ານບັນດາລາຍການສະແດງສິລະປະ, ຮ້ອງລຳທຳເພງທີ່ເປັນມູນເຊື້ອ, ໃນນັ້ນມີຮູບແບບສິລະປະຈຳນວນໜຶ່ງໄດ້ຮັບການຮັບຮອງເອົາຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ. ໃນພິທີເປີດ, ທ່ານ ຕ້າກວາງດົງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃຫ້ຮູ້ວ່າ: ສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ ປີ 2024 ສືບຕໍ່ແມ່ນຂີດໝາຍສຳຄັນໃນການເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ, ຄວາມເຂົ້າໃຈຊຶ່ງກັນແລະກັນ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມີດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ 2 ປະເທດ.

ຄໍາເຫັນ

ຂ່າວຕ່າງປະເທດ

ວັນພັກບຸນກຸດຈີນທີ່ຍາວທີ່ສຸດໃນປະຫວັດສາດຂອງຈີນ ຊ່ວຍກະຕຸ້ນການບໍລິໂພກແນວໃດ?

ວັນພັກບຸນກຸດຈີນທີ່ຍາວທີ່ສຸດໃນປະຫວັດສາດຂອງຈີນ ຊ່ວຍກະຕຸ້ນການບໍລິໂພກແນວໃດ?

ວັນບຸນກຸດຈີນປີ 2026 ຊຶ່ງເປັນການກ້າວເຂົ້າສູ່ປີ “ມະເມຍ” ປີມ້າ ຫຼື​ ປີມ້າໄຟ ຖືເປັນຈຸດປ່ຽນແປງສໍາຄັນສໍາລັບເສດຖະກິດຂອງຈີນ.​ ເຊິ່ງໄດ້ຂະຫຍາຍວັນພັກທາງການໃນເທດສະການປີໃໝ່ຈີນເປັນ 9 ມື້ຕິດຕໍ່ກັນ ຊຶ່ງບໍ່ເຄີຍມີມາກ່ອນ ຜູ້ກໍານົດນະໂຍບາຍໄດ້ສ້າງກົນໄກມະຫາພາກທາງເສດຖະກິດ ເພື່ອກະຕຸ້ນການບໍລິໂພກພາຍໃນປະເທດ.
ອິນເດຍ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ AI ລະດັບໂລກຄັ້ງທີ 4

ອິນເດຍ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ AI ລະດັບໂລກຄັ້ງທີ 4

ຂ່າວຕ່າງປະເທດລາຍງານໃນວັນທີ 16 ກຸມພາ ຜ່ານມາວ່າ: ທ່າມກາງຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງໄວວາສໍາລັບປັນຍາປະດິດສ້າງສັນ ຊຶ່ງເຮັດໃຫ້ກຳໄລ ແລະ ລາຄາຫຸ້ນຂອງບໍລິສັດເຕັກໂນໂລຊີຫຼາຍແຫ່ງເພີ່ມຂຶ້ນ, ຄວາມກັງວົນກຳລັງເພີ່ມຂຶ້ນກ່ຽວກັບຄວາມສ່ຽງຕໍ່ທັງສັງຄົມ ແລະ ສິ່ງແວດລ້ອມຈາກ AI.
ຟີລິບປິນ ຟື້ນຟູໄຊນ່າທາວ ເກົ່າແກ່ທີ່ສຸດໃນໂລກ

ຟີລິບປິນ ຟື້ນຟູໄຊນ່າທາວ ເກົ່າແກ່ທີ່ສຸດໃນໂລກ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ເຟີດີນັນ ໂຣມູນເດັດສ ມາຣກອສ ປະທານາທິບໍດີຟີລິບປິນ ໄດ້ເປີດໂຄງການຟື້ນຟູໄຊນ່າທາວ ໄລຍະທີສອງ ໃນເຂດບິນນອນໂດ ຂອງນະຄອນຫຼວງມະນີລາ, ພ້ອມທັງຢືນຢັນຄວາມຕັ້ງໃຈໃນການອະນຸລັກມໍລະດົກຂອງປະເທດ ຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວທາງວັດທະນະທຳ ແລະ ກະຕຸ້ນການເຕີບໂຕທາງເສດຖະກິດ.
ກຳປູເຈຍ ມີເປົ້າໝາຍກຳຈັດພວກຫຼອກລວງໃຫ້ໝົດໃນເດືອນເມສາ

ກຳປູເຈຍ ມີເປົ້າໝາຍກຳຈັດພວກຫຼອກລວງໃຫ້ໝົດໃນເດືອນເມສາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ກຸມພາ ຜ່ານມາວ່າ: ກຳປູເຈຍໄດ້ປະກາດຄຳໝັ້ນສັນຍາຂອງຕົນທີ່ຈະກຳຈັດເຄືອຂ່າຍການສໍ້ໂກງທາງອອນລາຍ ຫຼື ພວກຫຼອກລວງ ໃຫ້ໝົດທົ່ວປະເທດພາຍໃນເດືອນເມສາ 2026, ໃນຂະນະທີ່ຜູ້ຕ້ອງສົງໄສວ່າກະທຳຜິດການສໍ້ໂກງທາງອອນລາຍຫຼາຍກວ່າ 7,000 ຄົນໄດ້ຖືກເນລະເທດແລ້ວ.
ເລຂາທິການໃຫຍ່ ສປຊ ຊົມເຊີຍຈີນທີ່ຫຼຸດພາສີລົງເປັນສູນຕໍ່ປະເທດອາຟຣິກາ

ເລຂາທິການໃຫຍ່ ສປຊ ຊົມເຊີຍຈີນທີ່ຫຼຸດພາສີລົງເປັນສູນຕໍ່ປະເທດອາຟຣິກາ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ຫຼື ສປຊ ກ່າວວ່າ: ນັບແຕ່ວັນທີ 1 ພຶດສະພາປີນີ້ເປັນຕົ້ນໄປ, ຈີນຈະນຳໃຊ້ມາດຕະການທີ່ຫຼຸດພາສີລົງເປັນສູນຕໍ່ 53 ປະເທດອາຟຣິກາທີ່ສ້າງຕັ້ງສາຍພົວພັນທາງການທູດກັບຈີນ, ຕົນສະແດງຄວາມຊົມເຊີຍຕໍ່ເລື່ອງດັ່ງກ່າວ ແລະ ຮຽກຮ້ອງໃຫ້ບັນດາປະເທດທີ່ພັດທະນາແລ້ວ ແລະ ປະເທດທີ່ມີກຳລັງທາງດ້ານເສດຖະກິດທີ່ເຂັ້ມແຂງຈົ່ງນຳໃຊ້ມາດຕະການເຊັ່ນດຽວກັນກັບຈີນ.
ນະ​ຄອນຫຼ​ວງ​ຮ່າ​ໂນ້ຍ ໄດ້​ຮັບ​ການຈັດອັນດັບ​ໃນ 4 ປະ​ເພດ​ລາງວັນ​​ຂອງ Tripadvisor

ນະ​ຄອນຫຼ​ວງ​ຮ່າ​ໂນ້ຍ ໄດ້​ຮັບ​ການຈັດອັນດັບ​ໃນ 4 ປະ​ເພດ​ລາງວັນ​​ຂອງ Tripadvisor

ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງມໍ່ໆມານີ້ວ່າ: ການທ່ອງທ່ຽວນະຄອນຫຼວງຮ່າໂນ້ຍ ສືບຕໍ່ສ້າງຂີດໝາຍຢ່າງແຮງເມື່ອປະກົດຕົວຢູ່ຫຼາຍເນື້ອໃນສຳຄັນຂອງລາງວັນ Travelers’ Choice Best of the Best Destinations 2026 ໂດຍພື້ນຖານການທ່ອງທ່ຽວແບບທາງໄກແຖວໜ້າໂລກ (Tripadvisor) ທີ່ຫາກໍປະກາດ.
ສູນກາງພັກກອມມູນິດຈີນ ແລະ ຄະນະລັດຖະບານຈີນຈັດງານລ້ຽງອວຍພອນບຸນກຸດຈີນປີ 2026

ສູນກາງພັກກອມມູນິດຈີນ ແລະ ຄະນະລັດຖະບານຈີນຈັດງານລ້ຽງອວຍພອນບຸນກຸດຈີນປີ 2026

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 14 ກຸມ​ພາ​ ຜ່ານມາ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ ຄະ​ນະ​ລັດ​ຖະ​ບານ​ຈີນ ໄດ້​ຈັດ​ງານ​ລ້ຽງ​ອວຍ​ພອນ​ບຸນ​ກຸດ​ຈີນ​ປີ 2026 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ໄດ້​ກ່າວ​ຄຳ​ປາ​ໄສ.
ນະຄອນໂຮ່ຈິມິນ ປັບປຸງທີ່ຕັ້ງເປັນສູນສົ່ງອອກໃນໄລຍະໃໝ່

ນະຄອນໂຮ່ຈິມິນ ປັບປຸງທີ່ຕັ້ງເປັນສູນສົ່ງອອກໃນໄລຍະໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 15 ກຸມພາ ຜ່ານມາວ່າ: ໃນສະພາບການຄ້າທົ່ວໂລກມີການຜັນແປຢ່າງແຮງ, ຮົ້ວກີດຂວາງດ້ານເຕັກນິກເພີ່ມຂຶ້ນ, ຄວາມຮຽກຮ້ອງຫັນເປັນສີຂຽວ ແລະ ການດັດປັບນະໂຍບາຍພາສີອາກອນຢູ່ພື້ນຖານເສດຖະກິດໃຫຍ່ຈຳນວນໜຶ່ງ, ການເຄື່ອນໄຫວສົ່ງອອກຂອງນະຄອນໂຮ່ຈິມິນ ຍັງຮັກສາທ່າເຕີບໂຕຢ່າງຕັ້ງໜ້າ.
ຊຸດກິດຈະກຳການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"ໄດ້ເປີດຕົວແລ້ວ,ນະຄອນຄຸນໝິງ ສປຈີນ ຂໍເຊີນຊວນທ່ານເຂົ້າຮ່ວມງານ

ຊຸດກິດຈະກຳການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"ໄດ້ເປີດຕົວແລ້ວ,ນະຄອນຄຸນໝິງ ສປຈີນ ຂໍເຊີນຊວນທ່ານເຂົ້າຮ່ວມງານ

ໃນຂະນະທີ່ສຽງຮ້ອງຂອງນົກນາງນວນປຸກແສງສະຫວ່າງຕອນເຊົ້າແຄມທະເລສາບດຽນຊື່,ໃນຂະນະທີ່ກິ່ນຫອມຂອງດອກໄມ້ໃນຕະຫຼາດໂຕໜານ ລອຍອົບອວຍຕາມຖະໜົນຫົນທາງ ແລະ ໃນຂະນະທີ່ສຽງເສບຂອງລະຄອນໂອເປຣາຢຸນນານຍັງຄົງກ້ອງຢູ່ໃນຮ່ອມເຮືອນບູຮານ,ນະຄອນຄຸນໝິງເປັນເມືອງທີ່ປະສົມປະສານຄວາມງາມທາງດ້ານນິເວດວິທະຍາ,ສະເໜ່ທາງວັດທະນະທຳ ແລະ ຄວາມອົບອຸ່ນຂອງຊີວິດປະຈຳວັນເພື່ອເຊື້ອເຊີນເພື່ອນມິດທົ່ວໂລກຢ່າງຈິງໃຈ. ເລີ່ມຈາກມື້ນີ້ເປັນຕົ້ນໄປ,ກິດຈະກຳຊຸດການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"ຈະສຸມໃສ່"ການຮ່ວມສ້າງເລື່ອງລາວຄຸນໝິງກັບທົ່ວໂລກ,ໂດຍຜ່ານປະສົບການແບບເຈາະເລິກຕະຫຼອດສີ່ລະດູການ,ເປີດການສົນທະນາລະຫວ່າງຄຸນໝິງກັບໂລກ.ປີ 2026,ເມືອງລະດູບານໃໝ່ຂໍເຊີນທ່ານເຂົ້າຊົມ! ອັນໃດຄືສະເຫນ່ຂອງຄຸນໝິງ?-ເມືອງທີ່ເປັນ"ຫ້ອງຮັບແຂກໃນເມືອງ"ທີ່ເນັ້ນຄວາມເປັນທຳມະຊາດ ແລະ ວັດທະນະທໍາຢູ່ຮ່ວມກັນຢ່າງກົມກຽວ. ຄວາມງາມຂອງຄຸນໝິງນອນຢູ່ໃນການຈັດວາງພູເຂົາແລະສາຍນ້ຳທີ່ງົດງາມ.ຄື້ນຂອງທະເລສາບ ດຽນຊື່,ສີຂຽວສົດໃສຂອງພູຊີຊານແລະ ພື້ນທີ່ດຳລົງຊີວິດທີ່ງົດງາມທີ່ເຊື່ອມຕໍ່ກັນດ້ວຍເສັ້ນທາງສີຂຽວຍາວຮ້ອຍລີ້ ເຮັດໃຫ້ "ອາລະຍະທຳນິເວດວິທະຍາ"ກາຍເປັນສ່ວນໜຶ່ງທີ່ເຫັນໄດ້ຊັດເຈນຂອງຊີວິດປະຈຳວັນ. ສະເໜ່ຂອງນະຄອນຄຸນໝິງແມ່ນຢູ່ໃນການປະສົມປະສານທາງວັດທະນະທຳ.ຈາກເພງຮ້ອງທີ່ບໍ່ເຄີຍຢຸດຢ່ອນຂອງມະຫາວິທະຍາໄລແຫ່ງຊາດສະຫະພັນຕາເວັນຕົກສຽງໃຕ້ຈົນເຖິງສຽງມ້າຍ້ຳພື້ນທີ່ດັງກ້ອງກັນວານໃນເສັ້ນທາງ ຊາມ້າກູເຕົາ;ຈາກຄວາມຫຼາກຫຼາຍອັນມີຊີວິດຊີວາຂອງ 26 ຊົນເຜົ່າຈົນເຖິງບົດບາດໃໝ່ໃນຍຸກສະໄໝຂອງທາງລົດໄຟລາວ-ຈີນ,ການເປີດກວ້າງ ແລະ ການຍອມຮັບເປັນສາຍທານແຫ່ງພັນທຸກຳທີ່ໄຫຼວຽນໃນສາຍເລືອດຕະຫຼອດການ. ຄວາມອົບອຸ່ນຂອງນະຄອນຄຸນໝິງຢູ່ໃນໃຈຂອງພົນລະເມືອງທົ່ວໄປ.ຄວາມຮ້ອນທີ່ແຮງກ້າຂອງເຂົ້າປຸ້ນ,ຄືນທີ່ມີກິ່ນຫອມອົບອວນຢູ່ຕະຫຼາດດອກໄມ້ໂຕໜານແລະຮອຍຍິ້ມທີ່ບໍ່ຄາດຄິດທີ່ພົບເຫັນຕາມຖະໜົນຫົນທາງ ແລະ ຊອກຊອຍ,ສິ່ງເຫຼົ່ານີ້ລ້ວນປະກອບເປັນຄວາມອົບອຸ່ນທີ່ໜ້າປະທັບໃຈທີ່ສຸດຂອງເມືອງນີ້.
ຈາກ​ເຂົ້າ​ຂອງ​ເຄື່ອງ​ໃຊ້​ສຳ​ລັບ​ບຸນ​ກຸດ​ຈີນ​ຂອງ​ປະ​ຊາ​ຊົນ​ເຫັນ​ໄດ້​ເຖິງຄວາມ​ໂອບ​ເອື້ອ​ອາ​ລີ​ ແລະ ຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ສຸດ ຂອງ​ທ່ານ​ ສີ​ຈິ້ນ​ຜິງ

ຈາກ​ເຂົ້າ​ຂອງ​ເຄື່ອງ​ໃຊ້​ສຳ​ລັບ​ບຸນ​ກຸດ​ຈີນ​ຂອງ​ປະ​ຊາ​ຊົນ​ເຫັນ​ໄດ້​ເຖິງຄວາມ​ໂອບ​ເອື້ອ​ອາ​ລີ​ ແລະ ຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ສຸດ ຂອງ​ທ່ານ​ ສີ​ຈິ້ນ​ຜິງ

ຄຽງ​ຄູ່​ກັບ​ບຸນ​ກຸດ​ຈີນ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ​ມີ​ບັນ​ຍາ​ກາດ​ສະຫຼອງ​ບຸນ​ປີ​ໃໝ່​ຄ່ອຍໆ​ເຂັ້ມ​ຂຸ້ນ​ຂຶ້ນ. ໃນວັນ​ທີ 10 ກຸມ​ພາ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນກງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ​ທີ່ກຳ​ລັງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ເດີນ​ທາງ​ໄປ​ເຖິງ​ເຂດ​ຖະ​ໜົນ​ວັດ​ໂຫຼງ​ຟູ​ເມືອງ​ຕົ່ງ​ເສີງ, ເພິ່ນ​ເວົ້າ​ກັບ​ນັກ​ທ່ອງ​ທ່ຽວ​ ແລະ​ ຊາວ​ເມືອງ​ທັງ​ຫຼາຍ​ວ່າ:
ເພີ່ມເຕີມ