ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ

ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ

ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ
ພິທີເປີດສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຊັບໝັ້ນຄົງ ຈຳກັດ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 24 ເມສານີ້ ທີ່ສໍານັກງານໃຫຍ່ບ້ານໜອງໜ່ຽງເມືອງໄຊເຊດຖານະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວິສອນ ໄຊສົງຄາມ

 

 

 ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ທະນາຄານແຫ່ງ ສປປ ລາວ, ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ, ໂດຍມີທ່ານ ສຸລະເດດ ປັນທຸລະອຳພອນຜູ້ອໍານວຍການໃຫຍ່ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກຊັບໝັ້ນຄົງ ຈຳກັດ, ທ່ານ ນາງ ວິລະຄໍາ ສະຫວັນວາລີ ຄະນະຜູ້ຖືຮຸ້ນສະຖາບັນການເງິນ ຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ, ມີຜູ້ບໍລິຫານ,ພະນັກງານວິຊາການທີ່ກ່ຽວຂ້ອງ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນພິທີ, ທ່ານ ສຸລະເດດ ປັນທຸລະອຳພອນໄດ້ກ່າວເຖິງພາບລວມຂອງສະຖາບັນວ່າ: ສະຖາບັນການເງິນຈຸນລະພາກ ຖືກສ້າງຕັ້ງຂຶ້ນດ້ວຍທຶນຈົດທະບຽນ 30 ຕື້ກີບຊຶ່ງເປັນສະຖາບັນການເງິນໜຶ່ງທີ່ຢູ່ພາຍໃຕ້ການຄຸ້ມຄອງຈາກທະນາຄານ ແຫ່ງ ສປປ ລາວ ແລະ ປະຕິບັດຕາມວິໄສທັດຂອງສະຖາບັນການເງິນຈຸລະພາກຂອງພວກເຮົາທີ່ໄດ້ວາງໄວ້ຄື:ມຸ່ງສູ່ການບໍລິການທີ່ເປັນເລີດທາງດ້ານການເງິນຈຸລະພາກ,ສະໜັບສະໜູນໃຫ້ລູກຄ້າເຕີບໃຫຍ່ທາງດ້ານການເງິນ ແລະ ຍົກລະດັບຄຸນນະພາບຊີວິດລູກຄ້າໃຫ້ດີຂຶ້ນຢ່າງຍືນຍົງ ຄວບຄຸມທົ່ວປະເທດ ເຮັດໃຫ້ເປັນສະຖາບັນການເງິນຊັ້ນນຳໃນ ສປປ ລາວ ແລະ ສືບຕໍ່ຍົກລະດັບມາດຕະຖານການບໍລິການດ້ວຍເຕັກໂນໂລຊີທີ່ທັນສະໄໝຂອງຍຸກດີຈີຕອນ4.0.ນອກນັ້ນ, ຍັງພັດທະນາຜະລິດຕະພັນໃຫ້ທັນສະໄໝ, ເຂົ້າເຖິງງ່າຍ, ວ່ອງໄວ ກົງກັບຄວາມຕ້ອງການຂອງລູກຄ້າຢ່າງສ້າງສັນ ແລະ ມີຄຸນຄ່າ, ສ້າງມູນຄ່າໃຫ້ແກ່ຜູ້ຖືຮຸ້ນດ້ວຍການສ້າງຄວາມສົມດູນລະຫວ່າງຜູ້ຖືຮຸ້ນພະນັກງານລູກຄ້າ ແລະ ຄູ່ຮ່ວມທຸລະກິດຢ່າງຍຸຕິທຳ ແລະ ໂດຍຢູ່ພາຍໃຕ້ລະບຽບກົດໝາຍຂອງທະນາຄານ ແຫ່ງ ສປປ ລາວ ແລະ ຂະແໜງການທີ່ກ່ຽວຂ້ອງວາງອອກຢ່າງເຂັ້ມງວດ.

ທ່ານ ສຸລະເດດ ປັນທຸລະອຳພອນ ກ່າວຕື່ມວ່າ: ສະຖາບັນການເງິນຈຸລະພາກຂອງພວກເຮົາແມ່ນເຮັດ 3 ໜ້າທີ່ຕົ້ນຕໍຄື: 1. ເຮັດໜ້າທີ່ຮັບເງິນຝາກຈາກສັງຄົມທົ່ວໄປລວມທັງບຸກຄົນ ແລະ ນິຕິບຸກຄົນ ຊຶ່ງມີປະເພດເງິນຝາກປະຢັດ, ຝາກມີກຳນົດໄລຍະສັ້ນ, ໄລຍະກາງ, ໄລຍະຍາວດ້ວຍອັດຕາດອກເບັ້ຍສົມເຫດສົມຜົນຕາມກົນໄກຕະຫຼາດໂດຍປະຕິບັດຕາມລະບຽບການທີ່ທາງການວາງອອກເປັນແຕ່ລະໄລຍະ;2.ເຮັດໜ້າທີ່ປ່ອຍເງິນກູ້ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມພາຍໃນປະເທດ ແລະ ເຫັນໄດ້ຄວາມຈຳເປັນໃນການຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ມີບາດກ້າວຂະຫຍາຍ ຕົວຢ່າງຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ ໂດຍສະເພາະນັກທຸລະກິດໃນຂະແໜງການຄ້າ-ການບໍລິການ, ຂະແໜງອຸດສາຫະກຳ-ຫັດຖະະກຳ, ຂະແໜງກະສິກຳ ແລະ ຂະແໜງການອື່ນໆ ທີ່ຕ້ອງການແຫຼ່ງທຶນເພື່ອດໍາເນີນທຸລະກິດ ຫຼື ຂະຫຍາຍທຸລະກິດຕາມຄວາມຕ້ອງການຂອງຕົນ,ການປ່ອຍເງິນກູ້ຈະມີທັງໄລຍະສັ້ນ,ໄລຍະກາງ ແລະ ໄລຍະຍາວໂດຍອີງຕາມປະເພດທຸລະກິດຂອງລູກຄ້າດ້ວຍການບໍລິການທີ່ວ່ອງໄວ, ປອດໄພ, ມີຄວາມຊັດເຈນສູງ ແລະ ເປັນກັນເອງ; 3. ເຮັດໜ້າທີ່ເປັນຊື່ກາງໃນການຊຳລະສະສາງ,ການໂອນເງິນລະຫວ່າງທະນາຄານທຸລະກິດພາຍໃນປະເທດດ້ວຍກັນຢ່າງສະດວກສະບາຍ ແລະ ມີຄວາມປອດໄພສູງ.

ການເປີດສຳນັກງານຢ່າງເປັນທາງການໃນມື້ນີ້, ຖືເປັນການແຈ້ງໃຫ້ສັງຄົມຮັບຊາບຢ່າງຖົ່ວເຖິງ ບໍ່ວ່າໃນເຂດຕົວເມືອງ ກໍຄືເຂດຊົນນະບົດ ເພື່ອໃຫ້ລູກຄ້າຜູ້ທີ່ຕ້ອງການຝາກເງິນ ຫຼື ຕ້ອງການເງິນກູ້ທີ່ຢາກເຂົ້າຫາການບໍລິການ ດ້ານການເງິນທີ່ເປັນກັນເອງ, ຮັບປະກັນຄວາມປອດໄພ ແລະ ໝັ້ນຄົງອີກດ້ວຍ.

ຈາກນັ້ນ, ທ່ານ ສຸລະເດດ ປັນທຸລະອຳພອນ, ທ່ານ ວິສອນ ໄຊສົງຄາມ ແລະ ທ່ານ ນາງ ວິລະຄໍາ ສະຫວັນວາລີ ໄດ້ໃຫ້ກຽດຂຶ້ນກົດປຸມ ເພື່ອເປັນສິຣິມຸງຄຸນເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ ຢ່າງເປັນທາງການ.

(ຂ່າວ-ພາບ: ວັນເພັງ+ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ