ເປີດຖ້ຽວບິນໂດຍກົງ ຮ່າໂນ້ຍ - ພະນົມເປັນ ຢ່າງເປັນທາງການ

ເປີດຖ້ຽວບິນໂດຍກົງ ຮ່າໂນ້ຍ - ພະນົມເປັນ

ເປີດຖ້ຽວບິນໂດຍກົງ ຮ່າໂນ້ຍ - ພະນົມເປັນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນຄ່ຳວັນທີ 27 ຕຸລາ ຜ່ານມານີ້, ຖ້ຽວບິນໝາກເລກ VN923 ຂອງບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines)

ໄດ້ລົງຈອດຢູ່ສະໜາມບິນສາກົນ ພະນົມເປັນກຳປູເຈຍ ແລະ ເປີດຖ້ຽວບິນໂດຍກົງ ຮ່າໂນ້ຍ - ພະນົມເປັນ ຢ່າງເປັນທາງການ.

ຂ່າວລະບຸວ່າ: Vietnam Airlines ແມ່ນບໍລິສັດການບິນໜຶ່ງດຽວຂອງ ຫວຽດນາມ ທີ່ຂຸດຄົ້ນສາຍການບິນໂດຍກົງ ຮ່າໂນ້ຍ - ພະນົມເປັນ. ເວລາບິນພຽງແຕ່ 1 ຊົ່ວໂມງ 15 ນາທີ. ໃນເມື່ອກ່ອນ, ຜູ້ໂດຍສານຢາກເດີນທາງແຕ່ ຮ່າໂນ້ຍ ໄປ ພະນົມເປັນ ຕ້ອງເສຍເວລາປະມານ 3 ຊົ່ວໂມງ ຍ້ອນຕ້ອງລົງຈອດຢູ່ ວຽງຈັນ (ລາວ) ແລ້ວຈຶ່ງເດີນທາງໄປຕໍ່. ສາຍການບິນໂດຍກົງ ຮ່າໂນ້ຍ - ພະນົມເປັນ ມີ4 ຖ້ຽວ/ອາທິດ, ດ້ວຍເຮືອບິນທັນສະໄໝ Airbus A321.

ເຂົ້າຮ່ວມພິທີເປີດ ມີທ່ານ ເມົາ ຮາວັນນໍລລັດຖະມົນຕີຮັບຜິດຊອບ ຄະນະກຳມະການແຫ່ງລັດ ກ່ຽວກັບການບິນພົນລະເຮືອນ ກຳປູເຈຍ ໄດ້ຢັ້ງຢືນວ່າ: ການເປີດຖ້ຽວບິນໂດຍກົງ ຮ່າໂນ້ຍ - ພະນົມເປັນ ຈະປະກອບສ່ວນປະຕິບັດສຳເລັດການເຊື່ອມຕໍ່ທາງອາກາດ ລະຫວ່າງສອງປະເທດ, ນຳມາເຊິ່ງທາງເລືອກທີ່ດີທີ່ສຸດໃຫ້ແກ່ລູກຄ້າ, ເປັນຕົ້ນແມ່ນບັນດານັກທຸລະກິດ ແລະ ແຂກທ່ອງທ່ຽວຂອງສອງປະເທດກໍຄືສາກົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ເດັກນ້ອຍບຣູໄນ ຢູ່ໃນ 3 ອັນດັບຕົ້ນໆຂອງອາຊຽນ ດ້ານຄະນິດສາດ ແລະ ວິທະຍາສາດ

ເດັກນ້ອຍບຣູໄນ ຢູ່ໃນ 3 ອັນດັບຕົ້ນໆຂອງອາຊຽນ ດ້ານຄະນິດສາດ ແລະ ວິທະຍາສາດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ການສຶກສາຈາກໂຄງການປະເມີນນັກສຶກສາຕ່າງປະເທດ (PISA) ປະຈຳປີ 2025 ໄດ້ເປີດເຜີຍວ່າ, ນັກຮຽນບຣູໄນມີຜົນການປະເມີນຄວາມສາມາດດ້ານຄະນິດສາດ ແລະ ວິທະຍາສາດ ຢູ່ໃນ 3 ອັນດັບຕົ້ນໆຂອງປະເທດອາຊຽນ ແລະ ຢູ່ໃນອັນດັບສອງໃນດ້ານການອ່ານ. ໂດຍມີນັກຮຽນບຣູໄນຫຼາຍກວ່າ 5,000 ຄົນຈາກໂຮງຮຽນມັດທະຍົມຕອນປາຍ 55 ແຫ່ງໄດ້ເຂົ້າຮ່ວມໃນການປະເມີນລະຫວ່າງເດືອນເມສາ ຫາ ເດືອນພຶດສະພາ 2025.
ອາ​ຊຽນ ​ປຶກ​ສາ​ຫາ​ລື​​ການ​ສ້າງ​ຕັ້ງກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ

ອາ​ຊຽນ ​ປຶກ​ສາ​ຫາ​ລື​​ການ​ສ້າງ​ຕັ້ງກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ກະ​ຊວງ​ອຸດ​ສາ​ຫະ​ກຳ​ ແລະ ການ​ຄ້າ​ຟີ​ລິບ​ປິນ​ເປີດ​ເຜີຍ​ວ່າ, ອາ​ຊຽນພວມ​ຄົ້ນ​ຄວ້າ​ສ້າງຕັ້ງ​ກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ ເພື່ອ​ຮັບ​ມື​ກັບ​ວິ​ກິດ​​ດ້ານ​ການ​ສະໜອງ ແລະ ເພີ່ມ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ. ການ​ຄົ້ນ​ຄວ້າ​ທີ່​ກ່ຽວ​ຂ້ອງ​ຈະ​ມອບ​ໃຫ້​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ອາ​ຊຽນ ​ແລະ​ ອາ​ຊີຕາ​ເວັນ​ອອກ​ເປັນ​ຜູ້​ຮັບ​ຜິດ​ຊອບ ແລະ ຄາດ​ວ່າ​ຈະ​​ສຳ​ເລັດ​ໃນ​ເດືອນ​ພະ​ຈິກ​ປີ​ນີ້.
AI - ຄລາວ ຈະຊຸກຍູ້ຄວາມຕ້ອງການໄຟຟ້າສຳລັບສູນຂໍ້ມູນໃນພາກພື້ນອາຊີປາຊີຟິກໃຫ້ເພີ່ມຂຶ້ນ

AI - ຄລາວ ຈະຊຸກຍູ້ຄວາມຕ້ອງການໄຟຟ້າສຳລັບສູນຂໍ້ມູນໃນພາກພື້ນອາຊີປາຊີຟິກໃຫ້ເພີ່ມຂຶ້ນ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 8 ກັນຍາ ຜ່ານມາວ່າ: ບໍລິສັດ JLL ຊຶ່ງເປັນບໍລິສັດຄຸ້ມຄອງຊັບສິນຊັ້ນນໍາຂອງໂລກ, ຄາດຄະເນວ່າຄວາມຕ້ອງການພະລັງງານໄຟຟ້າຂອງສູນຂໍ້ມູນໃນພາກພື້ນອາຊີປາຊີຟິກຈະບັນລຸ 57 ກິກະວັດພາຍໃນປີ 2030, ເພີ່ມຂຶ້ນເກືອບສອງເທົ່າຈາກ 32 ກິກະວັດໃນປັດຈຸບັນ. ຍ້ອນການຂະຫຍາຍຕົວຂອງລະບົບການປະມວນຜົນແບບຄລາວຂະໜາດໃຫຍ່ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບປັນຍາປະດິດ (AI) ຊຶ່ງກໍາລັງຊຸກຍູ້ການກໍ່ສ້າງສູນຂໍ້ມູນທົ່ວໂລກ.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ບັງ​ກ​ລາ​ເທດ ດຳ​ຕຳ​ແໜ່ງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ບັງ​ກ​ລາ​ເທດ ດຳ​ຕຳ​ແໜ່ງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ສະ​ໄໝ​ທີ 80 ໄດ້​ປິດ​ລົງ​ໃນ​ວັນ​ທີ 8 ກັນ​ຍາ ຜ່ານມາ, ທ່ານ​ນາງ ​ອານ​ນາ​ເລ​ນາ ບາ​ເອີ​ບ໋ອກ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 80 ໄດ້​ກ່າວ​ຄຳ​ປາ​ໄສ, ທ່ານ​ ຄາ​ລີ​ເລີ ຣາ​ມານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ບັງ​ກ​ລາເທດ​ໄດ້​ສາ​ບານ​ຕົວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ຕໍ່​ໄປ ແລະ ຮັບ​ຄ້ອນ​ຫາ​ລື​ວຽກ​ງານ​ສະ​ມັດ​ຊາ​ໃຫຍ່​ຈາກ​ທ່ານ​ນາງ ອານ​ນາ​ເລ​ນາ ບາ​ເອີ​ບ໋ອກ.
ຈີນ ​ຍັງ​ຄົງ​ເປັນ​ປະ​ເທດ​ອັນ​ດັບ​ຕົ້ນໆ​ໃນ​ລາຍ​ຊື່ກຸ່ມ​ຕົວ​ເມືອງ​ປະ​ດິດ​ສ້າງ​ໃໝ່​ທົ່ວ​ໂລກ 100 ແຫ່ງ

ຈີນ ​ຍັງ​ຄົງ​ເປັນ​ປະ​ເທດ​ອັນ​ດັບ​ຕົ້ນໆ​ໃນ​ລາຍ​ຊື່ກຸ່ມ​ຕົວ​ເມືອງ​ປະ​ດິດ​ສ້າງ​ໃໝ່​ທົ່ວ​ໂລກ 100 ແຫ່ງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 8 ກັນ​ຍາ​ ຜ່ານມາ ຢູ່​ນະ​ຄອນ​ເຊີ​ແນວ ​ປະ​ເທດ​ສະ​ວິ​ດ, ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ກຸ່ມ​ຕົວ​ເມືອງປະ​ດິດ​ສ້າງ​ໃໝ່ 100 ແຫ່ງ​ໃນ “ຕົວ​ຊີ້​ວັດ​ປະ​ດິດ​ສ້າງ​ໃໝ່​ທົ່ວ​ໂລກ​ປີ 2026”, ຈີນ​ມີ 25 ກຸ່ມ​​ຖືກຈັດ​ຢູ່​ໃນ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ ແລະ ເປັນ​ອັນ​ດັບ 1 ຂອງ​ໂລກ​ເປັນ​ເວ​ລາ 4 ປີ​ຕິດ​ຕໍ່​ກັນ. ໃນ​ນັ້ນ, ​ກຸ່ມ​ຕົວ​ເມືອງ “ເຊິນ​ເຈິ້ນ-ຮົງ​ກົງ-ກວາງ​ໂຈ່ວ” ໄດ້​ເປັນ​ອັນ​ດັບ 1 ເປັນປີ​ທີ 2 ​ຕິດ​ຕໍ່​ກັນ.
8 ເດືອນຜ່ານມາ ການສົ່ງອອກສິນໃນນໍ້າຫວຽດນາມ ເພີ່ມຂຶ້ນເກືອບ 12%

8 ເດືອນຜ່ານມາ ການສົ່ງອອກສິນໃນນໍ້າຫວຽດນາມ ເພີ່ມຂຶ້ນເກືອບ 12%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ຂະ​ແໜງ​ສິນ​ໃນ​ນໍ້າມີ​ການ​ຫັນ​ປ່ຽນ​ຢ່າງ​ແຮງ ລະ​ຫວ່າງ​ບັນ​ດາ​ຕະ​ຫຼາດ​, ຮົ່ງ​ກົງ (ປະ​ເທດ​ຈີນ​) ແລະ ພາກ​ພື້ນອາ​ຊຽນ ສືບ​ຕໍ່​ເພີ່ມຄວາມໄວ.
ແຮງຈູງ​ໃຈ​ກ່ຽວ​ກັບ​ທັດ​ສະ​ນະ​​ຜົນ​ງານ​ການ​ບໍ​ລິ​ຫານ​ຈາກ​​​ຂໍ້​ມູນສຳ​ເນົາ​ເອ​ກະ​ສານ​ສະ​ບັບ​ໜຶ່ງ

ແຮງຈູງ​ໃຈ​ກ່ຽວ​ກັບ​ທັດ​ສະ​ນະ​​ຜົນ​ງານ​ການ​ບໍ​ລິ​ຫານ​ຈາກ​​​ຂໍ້​ມູນສຳ​ເນົາ​ເອ​ກະ​ສານ​ສະ​ບັບ​ໜຶ່ງ

ໃນ​ສຳ​ເນົາ​ເອ​ກະ​ສານ​ຂອງ​ທ່ານ ສີ​​ຈົ້ງ​ຊວິ່ນ ອະ​ດີດ​ຜູ້​ນຳ​ຈີນໄດ້​ມີ​ຂໍ້​ມູນ​ກ່ຽວ​ກັບ​ຄຳ​ຕີ​ລາ​ຄາ​ປະ​ເມີນ​ຈາກ​ການ​ຈັດ​ຕັ້ງ​ພັກ​ທີ່​ມີ​ຕໍ່​ເພິ່ນ ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ພະ​ນັກ​ງານ​ຂັ້ນ​ສູງສຳ​ນັກ​ງານຕາ​ເວັນ​ຕົກ​ສ່ຽງ​ເໜືອ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ (1942-1943) ຊຶ່ງ​ເນື້ອ​ໃນ​ບາງ​ຕອນ​ຂຽນ​ວ່າ: “ຍາມ​ປົກ​ກະ​ຕິ, ບ່ອນ​ເຮັດ​ວຽກ​ ເຕັມ​ໄປ​ດ້ວຍ​ປະ​ຊາ​ຊົນທຸກ​ມື້, ຕອນ​ເພິ່ນ​ຢູ່​ນຳ​ກັນ​ກັບ​ເຂົາ​ເຈົ້າມັກ​ຈະ​ເປັນ​ກັນ​ເອງ​ແບບ​ທຳ​ມະ​ຊາດ​ທີ່​ສຸດ. ບາງ​ທີເພິ່ນ​ກຳ​ລັງ​ຫຍຸ້ງ​ນຳ​ວຽກ​ຢູ່, ແຕ່​ເພິ່ນກໍຍອມ​ປະ​ວຽກ​ທີ່​ກຳ​ລັງ​ເຮັດ​ຢູ່ໄວ້​ກ່ອນເພື່ອ​ໂອ້​ລົມ​ກັບ​ເຂົາ​ເຈົ້າ​ຢ່າງ​ເປັນ​ກັນ​ເອງ​ໂດ​ຍ​ບໍ່​ຖື​ຕົວ, ບໍ່​ມີທັດສະນະ​ອາ​ຍາ​ສິດ​ແມ່ນ​ແຕ່​ໜ້ອຍ​ດຽວ.”
ຈີນ ແລະ ເນປານ ຮ່ວມ​ຈິດຮ່ວມໃຈຕ້ານໄພພິບັດ ແລະ ພະຍາຍາມຢ່າງເຕັມທີ່ເພື່ອຊ່ວຍເຫຼືອຊີວິດ​

ຈີນ ແລະ ເນປານ ຮ່ວມ​ຈິດຮ່ວມໃຈຕ້ານໄພພິບັດ ແລະ ພະຍາຍາມຢ່າງເຕັມທີ່ເພື່ອຊ່ວຍເຫຼືອຊີວິດ​

ໃນວັນທີ 26 ສິງຫາ ​ຜ່ານ​ມາ, ລານ​ນ້ຳ​ກ້າມ​ຢູ່​ເທິງ​ພູ​ທາ​ງ​ພາກ​ເໜືອ​ຂອງ​ເນ​ປານໄດ້​ພັງ​ທະ​ລາຍເຮັດ​ໃຫ້​ກະ​ແສ​ນ້ຳ​​ພັດ​ເອົາດິນຊາຍ, ຂີ້ຕົມ ແລະ ກ້ອນຫີນໃຫຍ່ປະ​ສົມ​ກັນໄຫຼລົງມາ, ພາຍໃນເວລາພຽງ 7 ນາທີເທົ່າ​ນັ້ນໄດ້ເຄື່ອນ​ໄຫວໄລຍະຫຼາຍກວ່າ 20 ກິໂລແມັດ, ຂ້າມຊາຍແດນຜ່ານເຂົ້າໄປ, ເຮັດໃຫ້ດ່ານຊາຍແດນກີ​ຣົງ​ລະ​ຫວ່າງຈີນ-ເນປານ ກາຍເປັນຊາກ​ຫັກ​ພັງ​ພຽງພັບ​ຕາ. ມາຮອດປັດຈຸບັນ, ຢູ່ເນປານ​ໄດ້​ຄົ້ນພົບຜູ້ເສຍຊີວິດຫຼາຍກວ່າ 1,000 ຄົນ ແລະ ຍັງສູນຫາຍອີກຫຼາຍພັນຄົນ. ​ຢູ່​ຕໍ່​ໜ້າໄພພິບັດ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ, ຊີວິດແມ່ນອ່ອນແອຫຼາຍ, ແຕ່​​ໃນ​ຍາມໄພ​ພິ​ບັດ​ເຊັ່ນ​ນີ້ກໍເປັນການສະທ້ອນໃຫ້ເຫັນຈິດ​ໃຈ ແລະ ຄວາມຮັບຜິດຊອບຂອງມະນຸດໄດ້ຢ່າງຊັດເຈນທີ່ສຸດ.
ເສັ້ນທາງທອງຄຳກ້າວໄປທາງທິດຕາເວັນອອກ ນະວັດຕະກຳດ້ານລະບົບໄດ້ຂະຫຍາຍຕົວຢ່າງແຂງແຮງ - ເຂດທົດລອງການຄ້າເສລີຄຸນໝິງ ເປັນຜູ້ນຳໜ້າໃນການເປີດກວ້າງການຮ່ວມມືຕາມແນວຊາຍແດນ

ເສັ້ນທາງທອງຄຳກ້າວໄປທາງທິດຕາເວັນອອກ ນະວັດຕະກຳດ້ານລະບົບໄດ້ຂະຫຍາຍຕົວຢ່າງແຂງແຮງ - ເຂດທົດລອງການຄ້າເສລີຄຸນໝິງ ເປັນຜູ້ນຳໜ້າໃນການເປີດກວ້າງການຮ່ວມມືຕາມແນວຊາຍແດນ

ໃນວັນທີ 30 ສິງຫາ 2026, ເຂດທົດລອງການຄ້າເສລີ ຄຸນໝິງ (ຢຸນນານ) ຈີນ (ຕໍ່ໄປນີ້ຈະເອີ້ນວ່າ "ເຂດການຄ້າເສລີ ຄຸນໝິງ") ຈະຄົບຮອບ 7 ປີ ນັບຕັ້ງແຕ່ການເປີດນຳໃຊ້.
ຍອດຂາຍຍ່ອຍຂອງສິງກະໂປ ໃນເດືອນກໍລະກົດ ເພີ່ມຂຶ້ນ 1.5%

ຍອດຂາຍຍ່ອຍຂອງສິງກະໂປ ໃນເດືອນກໍລະກົດ ເພີ່ມຂຶ້ນ 1.5%

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນທີ 7 ກັນຍາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປ ເພີ່ມຂຶ້ນ 1.5% ໃນເດືອນກໍລະກົດ ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ຊຶ່ງຊ້າລົງຈາກການເຕີບໂຕ 4% ໃນເດືອນມິຖຸນາ.
ເພີ່ມເຕີມ