ພັກເຮົາໄດ້ແບກຫາບພາລະກໍາປະຫວັດສາດອັນຍິ່ງໃຫຍ່

ພັກເຮົາໄດ້ແບກຫາບພາລະກໍາປະຫວັດສາດອັນຍິ່ງໃຫຍ່
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 69 ປີ (22/3/1955-22/3/2024), ສະຫາຍແກ້ວລັດຕະນະ ສີຫາວົງ ຄະນະປະຈໍາພັກແຂວງຮອງປະທານສະພາປະຊາຊົນແຂວງຈຳປາສັກໄດ້ສະແດງຄວາມຮູ້ສຶກຜ່ານໜັງສືພິມປະຊາຊົນວ່າ: ທົ່ວອົງຄະນະພັກແຂວງ, ທົ່ວກໍາລັງປະກອບອາວຸດແລະ ທົ່ວປວງຊົນຊາວແຂວງຈໍາປາສັກ ມີຄວາມຊື່ນຊົມຍິນດີ ແລະ ຂ້າພະເຈົ້າໃນນາມການນໍາ ແຂວງຈໍາປາສັກ ຂໍສະແດງຄວາມຂໍ່ານັບຊົມເຊີຍ ຕໍ່ວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ຂອງພັກ ກໍຄືຂອງຊາດລາວເຮົາ.
ດ້ວຍຄວາມເອກອ້າງທະນົງໃຈ ແລະ ຄວາມເຊື່ອໝັ້ນຕໍ່ແນວທາງອັນຖືກຕ້ອງ ສະຫຼາດ ສ່ອງໃສຂອງພັກ ກໍຄື ອະນາຄົດອັນສະຫວ່າງສະໄຫວຂອງປະເທດຊາດ, ພວກເຮົາຍິ່ງຄິດຄໍານຶງ ແລະ ຈົດຈໍາຄຸນງາມຄວາມດີ ຜົນງານອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນບັນດາເຜົ່າ ວິລະບູລຸດແຫ່ງຊາດລາວຍຸກສະໄໝ ແລະ ບັນດາຜູ້ນໍາ ພັກ-ລັດ ຕະຫຼອດເຖິງພະນັກງານ-ສະມາຊິກພັກ, ນັກຮົບ, ປະຊາຊົນລາວບັນດາເຜົ່າ ທີ່ອຸທິດຊີວິດ ເພື່ອປະເທດຊາດ, ເພື່ອພາລະກິດປະຕິວັດ ແລະ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ ບັນດາເຜົ່າ.
ເມື່ອຫວນຄືນເຖິງປະຫວັດສາດ ແຫ່ງການກໍາເນີດ, ການຄົງຕົວຂອງພັກເຮົາ ຕະຫຼອດໄລຍະທີ່ຜ່ານມາ ພວກເຮົາມີຄວາມເອກອ້າງທະນົງໃຈທີ່ເຫັນວ່າ: 69 ປີ ແຫ່ງການກໍາເນີດເຕີບໃຫຍ່ ຂະຫຍາຍຕົວ ກໍຄື 69 ປີ ແຫ່ງການນໍາພາຂອງພັກປະຊາຊົນປະຕິວັດລາວ, ພັກເຮົາໄດ້ແບກຫາບ ພາລະກໍາປະຫວັດສາດອັນຍິ່ງໃຫຍ່ ໃນແຕ່ລະໄລຍະທີ່ແຕກຕ່າງກັນ, 69 ປີ ຜ່ານໄປບັນດາສະຫາຍສະມາຊິກພັກ, ນັກຮົບປະຕິວັດຜູ່ຍິ່ງໃຫຍ່ ຫລາຍຄົນໄດ້ຄຽງບ່າຄຽງໄຫຼ່ຮ່ວມຂະບວນການ ແລະ ອຸທິດຕົນໃນແປວໄຟປະຕິວັດ, ມາຮອດມື້ນີ້ ກໍຍັງມີຊີວິດຢູ່ ແລະ ບາງຄົນກໍໄດ້ເສຍຊີວິດໄປແລ້ວ; ເພື່ອສືບທອດພາລະກໍາປະຫວັດສາດອັນສະຫງ່າອົງອາດ, ເພື່ອພາລະກິດປະຕິວັດ ອັນຍິ່ງໃຫຍ່, ເພື່ອຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າ, ເພື່ອນໍາເອົາແຂວງຈໍາປາສັກຂອງພວກເຮົາກ້າວຂຶ້ນ ປະກອບສ່ວນຢ່າງສົມກຽດ ເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສະຖານະພາບດ້ອຍພັດທະນາ.
ເພື່ອສືບຕໍ່ພາລະກິດຂອງພັກ ຂ້າພະເຈົ້າພ້ອມດ້ວຍໝູ່ຄະນະ ການຈັດຕັ້ງທຸກຂັ້ນຈະສືບຕໍ່ຢຶດໝັ້ນໃນແນວຄິດທິດສະດີມາກ-ເລນິນ ກໍຄື ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ, ບໍ່ຄໍາພິຕາຍຕົວ, ຕ້ອງປະດິດສ້າງ ໝູນໃຊ້ທິດສະດີ ແລະ ບົດຮຽນດ້ານຕ່າງໆ ໃຫ້ເຂົ້າກັບເງື່ອນໄຂ ຕົວຈິງ ແລະ ສະພາບຈຸດພິເສດຂອງພວກເຮົາ, ມີການສະຫຼຸບ-ຖອດຖອນບົດຮຽນຈາກພຶດຕິກໍາ ແລະ ປັບປຸງໃຫ້ສອດຄ່ອງ.
ຢຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາຫຼັກການພື້ນຖານ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ນັ້ນຄືຫຼັກການລວມສູນປະຊາທິປະໄຕ, ຕ້ອງໄຈ້ແຍກໃຫ້ໄດ້ອັນໃດຄວນລວມສູນ, ອັນໃດຄວນມີປະຊາທິປະໄຕ; ຖ້າມີແຕ່ລວມສູນຈົນເກີນໄປກໍຈະຂາດປະຊາທິປະໄຕ, ຖ້າມີແຕ່ປະຊາທິປະໄຕຫຼາຍໂພດກໍຂາດການລວມສູນ ກາຍເປັນອະນາທິປະໄຕ, ອາດຍາສິດ, ເຈົ້າໂຄດ, ...; ສະນັ້ນ ຕ້ອງຖືສໍາຄັນການເສີມຂະຫຍາຍຄວາມສາມັກຄີເປັນກະພາບ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ຖືສໍາຄັນການເສີມຂະຫຍາຍປະຊາທິປະໄຕ ໄປຄຽງຄູ່ກັບການປະຕິບັດກົດລະບຽບຂອງພັກ ແລະ ລະບອບດໍາເນີນຊີວິດການເມືອງຕໍານິສົ່ງຂ່າວຊ່ວຍເຫຼືອກໍ່ສ້າງກັນ.
ຢຶດໝັ້ນໃນທາດແທ້ຊົນຊັ້ນ ແລະ ຄວາມຈົງຮັກພັກດີ ຕໍ່ຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ; ຖືການສະໜັບສະໜູນຂອງປະຊາຊົນ ເປັນສິ່ງສໍາຄັນຕັດສິນບົດບາດນໍາພາ ແລະ ການກໍາອໍານາດຂອງພັກ; ຈາກນັ້ນ ແມ່ນຄວາມເປັນເຈົ້າການປັບປຸງແບບແຜນວິທີນໍາພາຂອງພັກ, ເຄື່ອນໄຫວຕິດແທດກັບປະຊາຊົນ, ເຄົາລົບສິດເປັນເຈົ້າຂອງປະຊາຊົນ, ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມຮັ່ງມີຜາສຸກຂອງປະຊາຊົນ ແລະຄວາມມັ່ງຄັ່ງເຂັ້ມແຂງຂອງປະເທດຊາດ.
ຢຶດໝັ້ນ ຈິດໃຈຊາດເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົວເອງຕັ້ງໜ້າເສີມຂະຫຍາຍກໍາລັງແຮງພາຍໃນ ສົມທົບກັບການພົວພັນຮ່ວມມືກັບພັກປະເທດເພື່ອນມິດຍຸດທະສາດ ແລະ ຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອຈາກພາຍນອກ ຢ່າງມີຫຼັກການສ້າງເປັນກໍາລັງແຮງເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ.
ບັນຫາສໍາຄັນ, ຈະສືບຕໍ່ໂຄສະນາສຶກສາອົບຮົມການເມືອງ, ນໍາພາແນວຄິດ ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເວົ້າລວມເວົ້າສະເພາະ ແມ່ນເນື້ອໃນ ຈິດໃຈບັນດາມະຕິໃນສະໄໝທີ XI ຂອງສູນກາງພັກ ແລະ ບັນດາມະຕິ ໃນສະໄໝທີ VIII ຂອງແຂວງ; ເອົາໃຈໃສ່ຈັດຕັ້ງໂຄສະນາ-ປາຖະກະຖາ ເລົ່າມູນເຊື້ອວັນສໍາຄັນຕ່າງຂອງພັກ, ຂອງຊາດ, ຂອງທ່ານຜູ່ນໍາ ແລະ ວັນສໍາຄັນອື່ນໆ ຕິດພັນກັບຂະບວນ“ການແຂ່ງຂັນ ແລະ ການພັດທະນາ” ໃຫ້ກວ້າງຂວາງ ແລະ ຟົດຟື້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເພີ່ມເຕີມ