ພະລັງງານ-ບໍ່ແຮ່ ໄຊຍະບູລີ ສຸມໃສ່ປະຕິບັດວາລະແຫ່ງຊາດ

ພະລັງງານ-ບໍ່ແຮ່ ໄຊຍະບູລີ ສຸມໃສ່ປະຕິບັດວາລະແຫ່ງຊາດ
ໂດຍ:ວັນໄຊ ຕະວິນຍານ
ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂະແໜງພະລັງງານ-ບໍ່ແຮ່ ແຂວງໄຊຍະບູລີ ໄດ້ວາງ 7 ຄາດໝາຍ ແລະ 8 ວຽກງານຈຸດສຸມ. ຜ່ານການຈັດຕັ້ງປະຕິບັດ ນັບແຕ່ 2021-2023, ຂະແໜງພະລັງງານ-ບໍ່ແຮ່ ແຂວງ ສາມາດເຮັດສໍາເລັດຫຼາຍຄາດໝາຍ ແລະ ວຽກຈຸດສຸມມີຄວາມຄືບໜ້າ ເປັນຕົ້ນແມ່ນ: ໄດ້ເອົາໃຈໃສ່ຄຸ້ມຄອງ, ຊຸກຍູ້ຕິດຕາມກວດກາ ແລະ ອຳນວຍຄວາມສະດວກ ຕໍ່ການພັດທະນາໂຄງການແຫຼ່ງຜະລິດໄຟຟ້າທີ່ຂັ້ນສູນກາງ ແລະ ຂັ້ນແຂວງອະນຸຍາດຢ່າງເປັນປົກກະຕິ. ມາຮອດປັດຈຸບັນ, ແຂວງມີໂຄງການທີ່ກຳລັງສຶກສາສຳຫຼວດ-ເກັບກຳຂໍ້ມູນ ເພື່ອສ້າງບົດສຶກສາຄວາມເປັນໄປໄດ້ ດ້ານເສດຖະກິດ-ເຕັກນິກ ແລະ ການເງິນ.
ກຳລັງກໍ່ສ້າງ ແລະ ດຳເນີນງານ ທີ່ມີກຳລັງຕິດຕັ້ງ 1 MW ຂຶ້ນໄປ ມີທັງໝົດ 18 ໂຄງການ ຄາດຄະເນ
ກຳລັງຕິດຕັ້ງ 6.823,2 MW.ມີລະບົບສາຍສົ່ງໄຟຟ້າແຮງສູງ 115 kV ຍາວ 484,64 km, ແຮງກາງ 34,5 kV ຍາວ 76,8 km, ແຮງກາງ 22 kV ຍາວ 2.284,59 km ເພີ່ມຂຶ້ນ 69,2 km; ຕາຂ່າຍໄຟຟ້າແຮງຕ່ຳ 0,4 kV ຍາວ 1.112,83 km ຫຼຸດລົງ 22,04 km (ສາເຫດທີ່ສາຍສົ່ງຫຼຸດລົງແມ່ນຍ້ອນບັນດາຫົວໜ່ວຍທຸລະກິດຈຳນວນໜຶ່ງ ຢຸດເຊົາ ແລະ ຫັນປ່ຽນຈາກ ໄຟຟ້າພາກທຸລະກິດ ມາເປັນພາກທີ່ຢູ່ອາໄສ). ມາຮອດປັດຈຸບັນ, ທົ່ວແຂວງໄດ້ໃຊ້ ໄຟຟ້າໃນລະບົບຂອງໄຟຟ້າລາວ ຈຳນວນ 424 ບ້ານ ເທົ່າກັບ 98,60% ມີຈໍານວນ 80.842 ຄອບຄົວ ເທ່ົາກັບ 98,25% ຂອງຈໍານວນຄອບຄົວທັງໝົດ. ນອກຈາກນີ້, ຍັງໄດ້ໃຊ້ໄຟຟ້ານອກລະບົບ ມີ 6 ບ້ານ ຈໍານວນ 329 ຄອບຄົວ ເທົ່າກັບ 0,42%.
ສໍາລັບຂະແໜງບໍ່ແຮ່ ພາຍໃນແຂວງມີໂຄງການລົງທຶນດ້ານ ທໍລະນີສາດ ແລະ ບໍ່ແຮ່ ທີ່ໄດ້ຮັບອະນຸຍາດ ທັງໝົດ 30 ບໍລິສັດ. ໃນນັ້ນ, ຊອກຄົ້ນ-ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ 4 ບໍລິສັດ (ຂັ້ນສູນກາງຄຸ້ມຄອງ); ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ 24 ບໍລິສັດ. ໃນນີ້, ຂັ້ນສູນກາງຄຸ້ມຄອງ 7 ບໍລິ ສັດຄື: ຂຸດຄົ້ນ ແລະ ປຸງແຕ່ ແຮ່ທອງ, ຄໍາ ແລະ ເງິນ 1 ບໍລິສັດ, ຂຸດຄົ້ນຖ່ານຫີນ ແລະ ຫີນປູນ 1 ໂຄງ ການ 2 ກິດຈະການ ສາມາດຂຸດຄົ້ນຖ່ານຫີນໄດ້ທັງໝົດ 9,22 ລ້ານໂຕ່ນ ແລະ ຂຸດຄົ້ນຫີນປູນ 1,75 ແສນໂຕ່ນ ເພື່ອສະໜອງໃຫ້ໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຫົງສາ, ໂຄງການຂຸດຄົ້ນແຮ່ທາດ ແບບທົດລອງ 5 ບໍລິສັດ, ຂຸດຄົ້ນຄໍາຕົກຂ້ອນ 3 ບໍລິສັດ ແລະ ຂຸດຄົ້ນແຮ່ເຫຼັກ 2 ບໍລິສັດ ແລະ ຂັ້ນແຂວງຄຸ້ມຄອງ 19 ບໍລິສັດຄື: ຂຸດຄົ້ນແຮ່ທາດຟູອໍຣາຍ 6 ບໍລິສັດ; ຂຸດຄົ້ນ ແລະ ປຸງແຕ່ງຫີນປູນ 13 ບໍລິສັດ. ປີ 2021-2023 ແຂວງສາມາດຂຸດຄົ້ນແຮ່ທາດ (ຫີນປູນ) ເພື່ອຈຳໜ່າຍພາຍໃນ ແລະ ຕ່າງປະເທດໄດ້ຄື: ຂຸດຄົ້ນ (ຜະລິດ) ຫີນປູນ ໄດ້ທັງໝົດ 100.678 ແມັດກ້ອນ, ມູນຄ່າລວມ 6,03 ຕື້ກີບ. ໃນນີ້, ຈໍາໜ່າຍພາຍໃນ ຈຳນວນ 46,86 ພັນແມັດກ້ອນ ມູນຄ່າ 3,80 ຕື້ກີບ, ຈໍາໜ່າຍຕ່າງປະເທດ (ໄທ) ຈໍານວນ 65,08 ພັນແມັດກ້ອນ ມູນຄ່າ 5,85 ຕື້ກີບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ