ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກໍາມະບານລາວ (1 ກຸມພາ 1956-1 ກຸມພາ 2025) ຄົບຮອບ 70 ປີ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ອົງການຈັດຕັ້ງກໍາມະບານລາວ ທີ່ເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.
ໃນລະດູການປູກເຂົ້ານາແຊງປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 15,759 ເຮັກຕາ, ເນື້ອທີ່ແຜນການຂອງປີນີ້ລື່ນປີ 2025 ຜ່ານມາ 1,573 ເຮັກຕາ, ຄາດຄະເນຜົນຜະລິດ 77,396 ໂຕນ, ຄາດຄະເນໝົດແນວປູກ 1,261 ໂຕນ. ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 5,463 ເຮັກຕາ, ຄາດຄະເນຜົນຜະລິດ 25,734 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 10,296 ເຮັກຕາ, ຄາດຄະເນຜົນຜະລິດ 51,662 ໂຕນ.
ທ່ານ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ ຫົວໜ້າຄະນະຊີ້ນໍາການສ້ງຕັ້ງຕາແສງຂັ້ນເມືອງ ໄດ້ລາຍງານການກະກຽມຄວາມພ້ອມການສ້າງຕັ້ງຕາແສງ ຢູ່ໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 4 ສະໄໝທີ VIII ວ່າ: ໂດຍປະຕິບັດຕາມ ແຈ້ງການຂອງຄະນະປະຈໍາພັກແຂວງ ໄຊຍະບູລີ ເລກທີ 581/ຄພຂ.ຊຍ, ລົງວັນທີ 31 ຕຸລາ 2025 ກ່ຽວກັບການສ້າງຕັ້ງຕາແສງ ແລະ ຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ສະບັບເລກທີ 2162/ຄປຂ, ລົງວັນທີ 26 ທັນວາ 2025 ວ່າດ້ວຍການສ້າງຕັ້ງຕາແສງຂອງເມືອງແກ່ນທ້າວ.
ໃນໂອກາດເຂົ້າຮ່ວມເປີດງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" ທ່ານ ນາງ ອາດີນາ ມະຫາວົງ ປະທານໂທລະພາບຊ່ອງ 5 ເອັມວີລາວ ທັງເປັນ THE WORLD MADAM 2025, The World Madam ASIA 2025 ແລະ The World Madam Laos 2025 ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 26 ມັງກອນນີ້ວ່າ: ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈທີ່ໄດ້ເຂົ້າຮ່ວມ ແລະ ມີສ່ວນຮ່ວມໃນການປະກອບສ່ວນສະໜັບສະໜູນ ໃນງານເທດສະການອາຫານລາວຄັ້ງນີ້ ຊຶ່ງປີນີ້ຄົບຮອບ 21 ປີພໍດີ ການຈັດງານເທດສະການອາຫານລາວສູ່ຕະຫຼາດໂລກ.
ສາຍການບິນ Vietjet ມອບສ່ວນຫຼຸດສູງສຸດເຖິງ 30% ສໍາລັບປີ້ຍົນປະເພດ Deluxe ຕັ້ງແຕ່ວັນທີ 27 ຫາ 29 ມັງກອນ 2026, ເພື່ອເຊີນນັກທ່ອງທ່ຽວຈາກລາວໃຫ້ເລີ່ມຕົ້ນການເດີນທາງໄປທ່ອງທ່ຽວຫວຽດນາມໃນປີ 2026. ດ້ວຍຖ້ຽວບິນໂດຍກົງຂອງ Vietjet ລະຫວ່າງ ນະຄອນຫຼວງວຽງຈັນ - ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ພ້ອມທັງເຄືອຂ່າຍຖ້ຽວບິນທີ່ພວມຂະຫຍາຍຕົວໃນທົ່ວອາຊີ-ປາຊີຟິກ, ໂປຣໂມຊັນທີ່ມີກຳນົດເວລານີ້ແມ່ນໂອກາດທີ່ບໍ່ຄວນພາດໃນການວາງແຜນລ່ວງໜ້າ ແລະ ເພີດເພີນກັບຄວາມຄຸ້ມຄ່າໃນການເດີນທາງຕະຫຼອດປີ 2026.
ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ພະນະທ່ານນາງ ແຊມ ມອສຕິນ ຜູ້ສຳເລັດຣາຊະການແຫ່ງເຄື່ອຈັກກະພົບ ອົສຕຣາລີ ທີ່ແຄນເບີຣາ ໂດຍມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ອົສຕຣາລີ ເພື່ອນມິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ອົສຕຣາລີ ຄົບຮອບ 238 ປີ.
ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຮ່ວມກັບກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ສູນສຸຂະພາບແມ່ ແລະ ເດັກ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ຄະນະແພດສາດ ກະຊວງສາທາລະນະສຸກ ຈັດກອງປະຊຸມປຶກສາຫາລືແຜນງານ, ບົດສະຫຼຸບນະໂຍບາຍຄູ່ມື ແລະ ການແນະນຳໃນການປ້ອງກັນ ແລະ ຫຼຸດ ຜ່ອນພາວະເລືອດຈາງໃນແມ່ຍິງ, ແມ່ຍິງຖືພາ, ໄວໜຸ່ມ ແລະ ເດັກໃນ ສປປ ລາວ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ເກດເກສອນ ພະສີສົມບັດ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານນາງ ວຽງສາຄອນ ຫຼວງພະເດດ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູທີ່ການ, ທ່ານ ອາລົງກອນ ເພັງສະຫວັນ ຄະນະບໍດີ ຄະນະແພດສາດກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນລະດູການປູກພືດລະດູແລ້ງສົກປີ 2025-2026 ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ, ຄາດຄະເນຜົນຜະລິດ 17,034 ໂຕນ; ປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ. ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ໃນວັນທີ 26 ມັງກອນນີ້, ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອຂຶ້ນ, ຊຶ່ງເປັນຕາແສງ ທຳອິດ ຂອງເມືອງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄໍາຫຼ້າ ຜິວວັນນາ ຄະນະປະຈໍາພັກແຂວງ ເລຂາພັກເມືອງໄຊຍະບູລີ, ມີເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງ, ມີຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນ 16 ບ້ານ ເຂົ້າຮ່ວມ.
ໜ່ວຍພັກກົມກວດກາ ສານປະຊາຊົນສູງສຸດ (ສປສສ) ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22ປີ ແລະ ກອງປະຊຸມໂຄສະນາເຜີຍແຜ່ຕິດຕາມ,ຊຸກຍູ້ວຽກງານສະກັດກັ້ນ, ກວດກາ, ສືບສວນ, ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງສານປະຊາຊົນຂຶ້ນໃນວັນທີ26 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົມມະຫາ ປັນຍານຸເດດ ຄະນະປະຈຳພັກ ປະທານຄະນະກວດກາພັກ ເລຂາໜ່ວຍພັກກົມກວດກາ ສປສສ.
ຄໍາເຫັນ