ຝຶກອົບຮົມບໍາລຸງວຽກງານຄຸ້ມຄອງສື່ ໃຫ້ພະນັກງານຫຼັກແຫຼ່ງຄຸ້ມຄອງສື່ມວນລາວ

ພະນັກງານຄຸ້ມຄອງສື່ມວນຊົນລາວ ຍົກລະດັບວຽກງານຄຸ້ມຄອງສື່ ຢູ່ ສສ ຫວຽດນາມ

ພະນັກງານຄຸ້ມຄອງສື່ມວນຊົນລາວ ຍົກລະດັບວຽກງານຄຸ້ມຄອງສື່ ຢູ່ ສສ ຫວຽດນາມ
ສະຖາບັນສື່ມວນຊົນ ແລະ ໂຄສະນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສສ ຫວຽດນາມ ຈັດຝຶກອົບຮົມບໍາລຸງວຽກງານຄຸ້ມຄອງສື່ ໃຫ້ພະນັກງານຫຼັກແຫຼ່ງຄຸ້ມຄອງສື່ມວນລາວ 15 ທ່ານຍິງ 7 ທ່ານ ທີ່ມາຈາກກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,

ສໍານັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມປະຊາຊົນ, ສູນກາງສະຫະພັນກໍາມະບານລາວ, ກົມໂຄສະນາອົບຮົມ ກະຊວງປ້ອງກັນປະເທດ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງບໍລິຄໍາໄຊ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື.
ພິທີເປີດຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 17 ກັນຍາ ນີ້ ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງທ່ານ ຮວາງ ວັນ ເຫງ້ຍ ຫົວໜ້າກົມຮ່ວມມືສາກົນສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ທ່ານ ຟ້າມມິງເຊີນ ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ, ທ່ານ ວັນເພງ ໄພຍະມາດ ເລຂາເອກ ຕາງໜ້າສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄູ-ອາຈານ ແລະ ນັກສຳມະນາກອນເຂົ້າຮ່ວມ.
ຈຸດປະສົງກໍເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຫຼັກແຫຼ່ງ ໃນຂົງເຂດສື່ມວນຊົນລາວ ໃນວຽກງານຄຸ້ມຄອງສື່ ໂດຍຈະເນັ້ນໜັກບັນຫາໃໝ່ໆ ທີ່ສຳຄັນໃນສະພາບປັດຈຸບັນຊຶ່ງນອກຈາກຮຽນທິດສະດີແລ້ວ ຍັງຈະໄດ້ລົງພາກປະຕິບັດຕົວຈິງ ແລະ ໄປເຄື່ອນໄຫວທັດສະນາສຶກສາ, ແລກປ່ຽນບົດຮຽນຢູ່ບັນດາສຳນັກງານ ຂອງສື່ມວນຊົນຢູ່ນະຄອນຫຼວງຮ່າໂນ້ຍ ແລະ ບາງທ້ອງຖິ່ນຂອງ ສສ ຫວຽດນາມ ຕື່ມອີກ.
ທ່ານ ຟ້າມ ມິງ ເຊີນ ໄດ້ກ່າວວ່າ: ການຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນ ໃຫ້ພະນັກງານຫຼັກແຫຼ່ງຂອງສື່ມວນຊົນລາວ ແມ່ນວຽກງານໜຶ່ງທີ່ສຳຄັນທີ່ສຸດທາງດ້ານການເມືອງຂອງສະຖາບັນສື່ມວນຊົນ ແລະ ໂຄສະນາ ຫວຽດນາມ ທັງນີ້ກໍເພື່ອສ້າງຄວາມເຂັ້ມແຂງໃນການເປັນຜູ້ນຳ ແລະ ພະນັກງານນຳພາຄຸ້ມຄອງສື່ມວນຊົນ ຂອງລາວໃນຕໍ່ໜ້າຊຶ່ງນັບແຕ່ປີ 2012 ມາຮອດປັດຈຸບັນ, ສະຖາບັນໄດ້ສຳເລັດການຈັດຝຶກອົບຮົມໃຫ້ຜູ້ບໍລິຫານ ແລະ ພະນັກງານຄຸ້ມຄອງສື່ມວນຊົນລາວ 7 ຊຸດ ໂດຍມີຜູ້ທີ່ຮຽນຈົບຫຼັກສູດຝຶກອົບຮົມທັງໝົດ 147 ຄົນ.

ຄໍາເຫັນ

ຂ່າວການຮ່ວມມື

ໂຄງການໃຈປະສານໃຈຢຸນໜານ ມອບກ່ອງຮັບສັນຍານໂທລະພາບດີຈີຕອນໃຫ້ສອງບ້ານ

ໂຄງການໃຈປະສານໃຈຢຸນໜານ ມອບກ່ອງຮັບສັນຍານໂທລະພາບດີຈີຕອນໃຫ້ສອງບ້ານ

ພິທີມອບ-ຮັບກ່ອງຮັບສັນຍານໂທລະພາບດີຈີຕອນຈໍານວນ 630 ຊຸດໃນໂຄງການໂທລະພາບດີຈີຕອນລາວເຂົ້າເຖິງໝູ່ບ້ານໃຫ້ບ້ານທົ່ງມັ່ງ ແລະ ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາຜ່ານມາ, ໃຫ້ກຽດມອບໂດຍທ່ານນາງ ຢາງເຊິ່ງ ຜູ້ກວດກາຂັ້ນສອງຂອງສະມາຄົມມິດຕະພາບປະຊາຊົນແຂວງຢຸນນານ ກັບຕ່າງປະເທດ ແລະ ຮັບໂດຍນາຍບ້ານທົ່ງມັ່ງ ແລະ ນາຍບ້ານນາແຄ ໂດຍມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາແຂກຖືກເຊີນພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຫວຽດນາມ ຊຸກຍູ້ 4 ທິດທາງ ຮັດແໜ້ນການຮ່ວມມືໃຫ້ເປັນຮູບປະທຳ

ຊາວໜຸ່ມລາວ-ຫວຽດນາມ ຊຸກຍູ້ 4 ທິດທາງ ຮັດແໜ້ນການຮ່ວມມືໃຫ້ເປັນຮູບປະທຳ

ວັນທີ 20 ຕຸລານີ້, ຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ນຳພາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ພົບປະເຮັດວຽກສອງຝ່າຍ ກັບຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ຢູ່ ສສ ຫວຽດນາມ, ໂດຍມີສະຫາຍ ບຸ່ຍ ກວາງ ຮຸ່ຍ ກຳມະການສູນກາງພັກ ກອມມູນິດຫວຽດນາມ ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເລຂາທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2

ກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2

ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນສົມທົບກັບສະມາຄົມແລກປ່ຽນ ອຸດສາຫະກຳ ແລະ ວັດທະນະທຳເກົາຫຼີ - ລາວ (KLICEA), ສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ແລະ ສະຖາບັນພັດທະນາວິສາຫະກິດເອເນີຈີວັລເລ (EVEDI) ໄດ້ຈັດກອງປະຊຸມສົ່ງ ເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2 ຂຶ້ນໃນວັນທີ 21 ຕຸລານີ້ ທີ່ໂຮງແຮມຮໍລິ ເດອິນແອນສະວີດ ນະຄອນຫຼວງວຽງຈັນ ໂດຍມີພາກສ່ວນລັດ ແລະ ພາກທຸລະກິດຂອງສອງປະເທດ ເຂົ້າຮ່ວມ.
ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ລັດຖະບານແຫ່ງ ສປປ ລາວ ໄດ້ຈັດພິທີປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂຶ້ນຢ່າງເປັນທາງການ ໃນວັນທີ 20 ຕຸລານີ້, ທີ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ ທັງເປັນປະທານ ຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານຈາກບັນດາກະຊວງ, ອຳ ນາດການປົກຄອງທ້ອງຖິ່ນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ, ແຂກຖືກເຊີນເຂົ້າຮ່ວມ.
ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ໂດຍປະຕິບັດຕາມ ຂໍ້ຕົກລົງຂອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຫັນດີອະນຸມັດໃຫ້ພະ ນັກງານໄປຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ ປະຈຳປີ 2026 ລະຫວ່າງວັນທີ 18/10-12/12/ 2026 ຈຳນວນ 20 ທ່ານ ຍິງ 6 ທ່ານ. ພິທີເປີດຊຸດຝຶກອົບຮົມຢ່າງເປັນທາງການຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ, ທີ່ສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ ໃຫ້ກຽດເປັນປະທານກ່າວເປີດໂດຍທ່ານ ຟ້າມ ມີງເຊີນ ຫົວໜ້າສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ, ມີທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໃນນາມຫົວໜ້າຄະນະ, ທ່ານ ວັນເພັງ ໄຟຍະມາດ ເລຂາເອກສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄູ-ອາ ຈານ ແລະ ສໍາມະນາກອນເຂົ້າຮ່ວມ.
CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 17 ຕຸລາ ຜ່ານມານີ້, ສູນອາຊີ-ອາຟຣິກາ ແລະ ສະຖານີຢຸນນານຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັນຈັດກິດຈະກໍາ “ສາຍຮູບເງົາກາງແຈ້ງ” ສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ - ລາວ - ມຽນມາ - ໄທ ຢູ່ທ່າເຮືອວຽກງານຕໍາຫຼວດຈິງຮ່າ ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ແຂວງຢຸນນານ ຈີນ. ເຈົ້າໜ້າທີ່ປະຕິບັດກົດໝາຍ 200 ກວ່າທ່ານທີ່ເຂົ້າຮ່ວມການລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ໄດ້ເຕົ້າໂຮມກັນຢູ່ແຄມແມ່ນໍ້າລ້ານຊ້າງ ແລະ ຊົມຮູບເງົາ 8K ເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ທີ່ຖ່າຍທໍາໂດຍ CMG. ແນວຄິດປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ ຮູບເງົາເລື່ອງນີ້ນໍາ ສະເໜີໄດ້ສ້າງຄວາມຮູ້ສຶກຮ່ວມກັນຢ່າງເລິກເຊິ່ງໃນຜູ້ຊົມທີ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ.
ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 109,000 ໂດລາ ເພື່ອປະຕິບັດ “ໂຄງ ການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ” ພາຍໃຕ້​ໂຄງ​ການຊ່ວຍເຫຼືອ​ຂັ້ນ​ຮາກ​ຖານ(GGP); ໂຄງການມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນໂດຍການກໍ່ສ້າງຕຶກປິ່ນປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳໃຫ້ແກ່ບ້ານຫ້ວຍຂົວຫຼວງ ເມືອງໄຊຍະບູລີ ແຂວງໄຊຍະບູລີ.
30 ປີ ແຫ່ງການສະຖາປະນາ ວັນເອກະພາບປະຊາຊົນຣັດເຊຍ ແລະ ເບລາຣຸສ

30 ປີ ແຫ່ງການສະຖາປະນາ ວັນເອກະພາບປະຊາຊົນຣັດເຊຍ ແລະ ເບລາຣຸສ

ເນື່ອງໃນໂອກາດ ຄົບຮອບ 30 ປີ ແຫ່ງການສະຖາປະນາວັນເອກະພາບຂອງປະຊາຊົນຣັດເຊຍ ແລະ ເບລາຣຸສ ຈັດຂຶ້ນໃນວັນທີ 16 ຕຸລາຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ປະຈຳນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ສປປ ລາວ, ທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ທ່ານ ຄິຣິວ ຄາມີເຊຟ ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ສາທາລະນະລັດເບລາຣຸສ ປະຈຳ ສສ ຫວຽດນາມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ເພີ່ມເຕີມ