ພະແນກຍຸຕິທໍາແຂວງ ຄໍາມ່ວນສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ

ພະແນກຍຸຕິທໍາແຂວງ ຄໍາມ່ວນສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ

ພະແນກຍຸຕິທໍາແຂວງ ຄໍາມ່ວນສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ປີ 2024 ແລະ ສືບຕໍ່ຂະຂວນການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ” ປີ 2025 ໄດ້ຈັດຂຶ້ນໃນວັນທີ 08 ພຶດສະພານີ້, ໂດຍການເປັນປະທານຂອງທ່ານ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ທ່ານ ນວນຕາ ແກ້ວນະວົງ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ.

ທ່ານ ລໍາພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ”. ໃນປີຜ່ານມາໄດ້ເປີດຂະບວນການແຂ່ງຂັນຢູ່ຂັ້ນຕົນໃນຂໍ້ແຂ່ງຂັນ 5 ຂໍ້ຄື: ແຂ່ງຂັນປະຕິບັດແບບແຜນວິທີເຮັດວຽກທີ່ດີມີເຕັກນິກ ແລະ ວິທະຍາສາດ, ແຂ່ງຂັນປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ແຂ່ງຂັນປະຕິບັດວຽກງານວິຊາສະເພາະ, ແຂ່ງຂັນປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແຂ່ງຂັນປະຕິບັດວຽກງານວັດທະນະທຳ-ສັງຄົມ (ການສ້າງຂະບວນການ). ພ້ອມນັ້ນຍັງໄດ້ຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ທັງນີ້ ກໍເພື່ອນໍາມາປັບປຸງແກ້ໄຂໃນປີຕໍ່ໄປໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າໂດຍອີງໃສ່ຕົວຊີ້ວັດທີ່ວ່າ: ເຮັດໃຫ້ດີ, ເຮັດໃຫ້ໄວ ແລະ ເຮັດໃຫ້ຖືກລະບຽບກົດໝາຍ. ນອກນັ້ນຍັງໄດ້ວາງຈຸດປະສົງ-ຄາດໝາຍ ແລະ ເນື້ອໃນວຽກງານຈຸດສຸມແຕ່ລະດ້ານເພື່ອຈັດຕັ້ງປະຕິບັດໃນປີ 2025 ຕໍ່ໄປ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂັ້ນແຂວງ ແລະ ຂັ້ນພະແນກ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງສາມາດປະເມີນຜົນຂອງຂະບວນການແຂ່ງຂັນແຕ່ລະໄລຍະຄື: ພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນ ຄື: ປະເພດ 1 ມີ 36 ຄົນ ຍິງ 15 ຄົນ ແລະ ປະເພດ II ຂັ້ນພະແນກຍ້ອງຍໍມີ 8 ຄົນ ຍິງ 2 ຄົນ. ໃຫ້ກຽດມອບໃບຍ້ອງປະເພດ 1 ໂດຍທ່ານ ຄໍາສອນ ແລະ ມອບໃບຍ້ອງຍໍປະເພດ 2 ໂດຍທ່ານ ນວນຕາ ແກ້ວນະວົງ. ຫຼັງຈາກນັ້ນ, ກໍໄດ້ຈັບມືແຂ່ງຂັນເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານໃນປີຕໍ່ໜ້າໃຫ້ໄດ້ຮັບຜົນດີ ພ້ອມທັງຮັບຟັງການມີຄໍາເຫັນໂອ້ລົມຈາກຄະນະນໍາຂອງແຂວງ .

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ ?

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ ?

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງປະຊາຊົນລາວ ບັນດາເຜົ່າ ເປັນເຈົ້າຂອງຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນມູນເຊື້ອອັນດີງາມຂອງຕົນ, ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທໍາ ຂອງແຕ່ລະຊົນເຜົ່າເຮັດໃຫ້ພື້ນຖານວັດທະນະທໍາ ຂອງຊາດລາວ ອຸດົມຮັ່ງມີ. ປະຊາຊົນລາວທຸກຊົນເຜົ່າໃນປະເທດເຮົາ ລ້ວນແຕ່ມີມູນເຊື້ອທາງດ້ານວັດທະນະທໍອັນດີງາມ ທີ່ເປັນເອກະລັກຂອງຕົນ, ລວມເຂົ້າກັນເອີ້ນວ່າ: “ວັດທະນາທຳແຫ່ງຊາດລາວ” ທີ່ມີຄວາມອຸດົມຮັ່ງມີ ດ້ວຍຫຼາຍສີສັນ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເຄື່ອງເອ້ຢ້ອງຕ່າງໆ, ບຸນປະເພນີ, ການຟ້ອນລຳ, ການຫຼິ້ນດົນຕີ, ການຂັບລຳ, ກາບກອນ, ບົດປະພັນເພງ, ການຄວັດແຕ້ມລິງລາຍ, ວັດວາອາຮາມ, ປະເພນີການແຕ່ງດອງ, ກິລາພື້ນເມືອງ ແລະ ອື່ນໆ; ການປຸກເຮືອນ ສ້າງບ້ານຕາມຮີດຄອງປະເພນີ ແລະ ວັດທະນະທຳ ຂອງແຕ່ລະເຜົ່າ; ການໃຊ້ພາຫະນະ ແລະ ເຄື່ອງມືການຜະລິດ, ການຊອກຢູ່ຫາກິນ; ການເສີມຂະຫຍາຍພູມປັນຍາ ຢາພື້ນເມືອງເພື່ອບຳລຸງ ແລະ ຮັກສາ ສຸຂະພາບ ເປັນຕົ້ນ.
ກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX

ກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX

ກອງປະຊຸມສາມັນຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ 2 ສະໄໝທີ IX ຈັດຂຶ້ນໃນວັນທີ 29 ມັງກອນນີ້ ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານຂອງສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ, ມີສະຫາຍຮອງເລຂາ, ຄະນະເລຂາທິການ, ກໍາມະການຄະນະບໍລິຫານງານ ສຊປລ, ເລຂາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ, ອົງການ, ນວ, ແຂວງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມອ້ອມຂ້າງ ສຊປລ ເຂົ້າຮ່ວມທັງໝົດ 77 ສະຫາຍ ຍິງ 28 ສະຫາຍ.
ເປີດຫ້ອງຂາຍລົດ ຮາໂມນີໄອຄາ ບີວາຍດີ

ເປີດຫ້ອງຂາຍລົດ ຮາໂມນີໄອຄາ ບີວາຍດີ

ພິທີເປີດຫ້ອງຂາຍລົດ ຮາໂມນີໄອຄາບີວາຍດີ (Harmony ICAR BYD 4S Store) ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ບ້ານສີດໍາດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ລິວເສ່ຍລ່ຽງ Liu Xueliang ຜູ້ອຳນວຍການຝ່າຍຂາຍພາກພື້ນອາຊີຕາເວັນອອກສ່ຽງໃຕ້ ບໍລິສັດ BYD, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ແຈ່ວບອງຊຽງຂວາງແມ່ວັນຄຳ ຮັກສາລົດຊາດເອກະລັກແຈ່ວບອງຊຽງຂວາງແທ້ 100%

ແຈ່ວບອງຊຽງຂວາງແມ່ວັນຄຳ ຮັກສາລົດຊາດເອກະລັກແຈ່ວບອງຊຽງຂວາງແທ້ 100%

ແຈ່ວບອງຊຽງຂວາງແມ່ວັນຄໍາ ເປັນໜຶ່ງຜະລິດຕະພັນລາວທີ່ມີເອະລັກສະເພາະ ແລະ ຮັກສາລົດຊາດທີ່ເປັນເອກະລັກແຈ່ວບອງຊຽງຂວາງແທ້ 100% ທີ່ນໍາມາວາງຂາຍຮ່ວມໃນງານເທດສະການອາຫານລາວ ປີ 2026 ເພື່ອໃຫ້ຜູ້ມາທ່ຽວໃນງານໄດ້ຊີມ ແລະ ຊື້ໄປຮັບປະທານໄວ້ຍາວນານ.
ແຂວງຫົວພັນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059 ຄົນ

ແຂວງຫົວພັນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059 ຄົນ

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ແຂວງຫົວພັນ ໃນວັນທີ 28 ມັງກອນນີ້ ທີ່ຫ້ອງວ່າການແຂວງ ຊຶ່ງມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ມີນໍ້າໃຈສາກົນກໍາມະຊີບ

ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ມີນໍ້າໃຈສາກົນກໍາມະຊີບ

ວັນທີ 1 ກຸມພາ 1956 ແມ່ນວັນສ້າງຕັ້ງສະຫະພັນກຳມະບານລາວ ຊຶ່ງປີນີ້ໄດ້ໝູນວຽນມາຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ອົງການຈັດຕັ້ງກໍາມະບານໄດ້ຕັ້ງໜ້າຈັດຕັ້ງປະຕິບັດແນວທາງການປ່ຽນ ແປງໃໝ່ຢ່າງຮອບດ້ານຂອງພັກ ເປັນຕົວແທນແຫ່ງສິດ, ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະ ບຽບວິໄນ ໃນການອອກແຮງງານ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ມີສີມືແຮງງານທີ່ດີ ປະກອບສ່ວນເຂົ້າໃນການພັດທະນາຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ຕັ້ງໜ້າປັບປຸງຂະຫຍາຍການຈັດຕັ້ງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

ໃນວັນທີ 28 ມັງກອນ ນີ້ ທີ່ ກະຊວງປ້ອງກັນປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ຂັນມາລາ ພັນດານຸວົງ ຮອງປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2026), ໂດຍມີ ທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກຳມະການຄະນະບໍລິຫານງານຄະນະພັກກະຊວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ສຳເລັດ ການອົບຮົມກຳມະຖານໃຫ້ນັກຮຽນມັດທະຍົມສົງ 300 ອົງ

ສຳເລັດ ການອົບຮົມກຳມະຖານໃຫ້ນັກຮຽນມັດທະຍົມສົງ 300 ອົງ

ສໍານັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ຮ່ວມກັບກຳມາທິການສຶກສາສົງ ນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງເມືອງນາຊາຍທອງ ສຳເລັດຊຸດຝຶກອົບຮົມກຳມະຖານ ໃຫ້ນັກຮຽນມັດທະຍົມສົງໂສກປ່າຫຼວງ, ມັດທະຍົມສົງດົງໂດກ ແລະ ມັດທະຍົມສົງນາຊາຍທອງ ທັງໝົດ 300 ອົງ ໃນວັນ 25 ມັງກອນ ຜ່ານມາ, ໂດຍສາມະເນນ ໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ພາຍຫຼັງທີ່ສິກຂາ, ມຸງຄຸນຊີວິດ, ສາສະໜາພິທີ, ໂທດໄພຂອງສິ່ງເສບຕິດ ແລະ ທິດ 6. ສ່ວນພາກປະຕິບັດຕົວຈິງໄດ້ໄຫວ້ພະສູດມົນເຊົ້າ-ແລງ, ຝຶກວິປັດສະນາກຳມະຖານ, ຝຶກມາລະຍາດທາງສັງຄົມ. ນອກນີ້, ສໍາມະເນນຍັງໄດ້ເຮັດກິດຈະກຳເປັນໝູ່ຄະນະ ແລະ ເຄົາລົບຊຶ່ງກັນ ແລະ ກັນ, ໃຊ້ໃຫ້ເປັນປະໂຫຍດ ແລະ ຫ່າງໄກສິ່ງເສບຕິດ.
ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ການຮ່ວມມືອາຊຽນ (ASEAN) ເປັນວຽກງານໜຶ່ງທີ່ສຳຄັນທີ່ເປັນພັນທະຂອງຂະແໜງການປູກຝັງ ເນື່ອງຈາກເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ໂດຍສະເພາະແມ່ນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ, ຄູ່ຮ່ວມມືພັດທະນາ ບັນດາປະເທດສາມະຊິກອາຊຽນຕ່າງຝ່າຍຕ່າງມີຜົນປະໂຫຍດ ແນໃສ່ເພື່ອພັດທະນາວຽກງານບຸລິມະສິດ ຂອງຂະແໜງການປູກຝັງທີ່ມີຄວາມຈຳເປັນໃນການສະໜັບສະໜູນ ຈັດຕັ້ງປະຕິບັດວຽກງານບຸລິມະສິດ ຂະແໜງການປູກຝັງກັບອາຊຽນ; ດັ່ງນັ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ, ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ ປີ 2025
ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຄະນະກຳມະການດ້ານໂພຊະນາການຂັ້ນແຂວງປະຈຳປີ 2025 ແລະ ແຜນປີ 2026 ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໂມສອນເມືອງລະມາມ ໂດຍມີທ່ານ ນາງ ລຳພັນ ໄຊຄໍາມີ ຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ ທັງເປັນຮອງປະທານຄະນະກຳມະການວຽກງານດ້ານໂພຊະນາການຂັ້ນແຂວງ ພ້ອມດ້ວຍຄະນະກຳມະການຂັ້ນແຂວງ, ເມືອງ, ຕ່າງຫນ້າໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ