ພະແນກຊັບພະຍາກອນແຂວງ ອຸດົມໄຊ ສະຫຼຸບວຽກງານປະຈຳປີ 2023

ພະແນກຊັບພະຍາກອນແຂວງ ອຸດົມໄຊ ສະຫຼຸບວຽກງານປະຈຳປີ 2023
ກອງປະຊຸມສະຫຼຸບວຽກງານຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງອຸດົມໄຊ ປະຈຳປີ 2023 ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານ ສົມດີ ເຕັງເບຼຍຈື ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີແຂກເຊີນຈາກພະແນກການ, ອົງການ ແລະ ເມືອງເຂົ້າຮ່ວມ.
ກອງປະຊຸມໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນທົ່ວແຂວງໃນໄລຍະ 1 ປີຜ່ານມາ, ດ້ານດີຜົນງານ ແລະ ດ້ານອ່ອນຂໍ້ຄົງຄ້າງ ພ້ອມດ້ວຍທິດທາງແຜນການຕໍ່ໜ້າ. ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຮັບຟັງການລາຍງານກ່ຽວກັບການຂຶ້ນທະບຽນອອກໃບຕາດິນ ແລະ ການແກ້ໄຂຂໍ້ຄັດແຍ່ງທີ່ດິນຂອງລັດ, ທີ່ດິນຂອງບຸກຄົນ, ນິຕິບຸກຄົນ ແລະ ປະກອບຄຳຄິດເຫັນໃສ່ການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ປະຈຳປີ 2023 ແລະ ທິດທາງແຜນການປີ 2024, ການຈັດຕັ້ງປະຕິບັດວຽກງານການອອກໃບຢັ້ງຢືນ ແລະ ຕໍ່ໃບຢັ້ງຢືນສິ່ງແວດລ້ອມ IFE ແລະ EMP ຢູ່ແຂວງອຸດົມໄຊ, ຮັບຟັງການລາຍງານກ່ຽວກັບວຽກງານຕິດຕາມ ກວດກາ ແຜນຄຸ້ມຄອງສິ່ງແວດລ້ອມບັນດາໂຄງການລົງທຶນ ແລະ ກິດຈະກຳຕ່າງໆຢູ່ພາຍໃນແຂວງ, ການອອກແລະ ຕໍ່ໃບອະນຸຍາດນຳໃຊ້ນ້ຳ, ໃບອະນຸຍາດການປ່ອຍນ້ຳເປື້ອນ ແລະ ໃບອະນຸຍາດຂຸດເຈາະນ້ຳໃຕ້ດິນ ພ້ອມດຽວກັນນີ້,  ກອງປະຊຸມຍັງໄດ້ເປີດກ້ວາງໃຫ້ຜູ້ເຂົ້າຮ່ວມປະກອບຄວາມຄິດເຫັນເຂົ້າໃນວຽກງານຕ່າງໆ.
(ຂ່າວ: ແສງອາທິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງ ໄດ້ຮັບການຊຸກຍູ້ວຽກງານລ້ຽງດູເດັກ

ບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງ ໄດ້ຮັບການຊຸກຍູ້ວຽກງານລ້ຽງດູເດັກ

ໃນລະຫວ່າງວັນທີ 21-22 ຕຸລາຜ່ານມາ, ທ່ານ ເບດດິລູ ເຊີກິນ (Bedilu Shegen) ທີ່ປຶກສາດ້ານການພັດທະນາ ການຄຸ້ມຄອງບໍລິຫານໂຄງການ ອົງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ສາກົນ ແລະ ທ່ານ ສິນນະສອນ ນະດອນໄຮ່ ອຳນວຍການ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ລາວ ໄດ້ເຄື່ອນໄຫວຊຸກຍູ້ວຽກງານລ້ຽງດູເດັກ ທີ່ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຫຼວງພະບາງ, ມີທ່ານ ນາງ ດາວອນ ພະຜົນໄຊ ອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຫຼວງພະບາງ ພ້ອມດ້ວຍຄະນະ ໂດຍມີພະນັກງານກ່ຽວ ຂ້ອງໃຫ້ກຽດຕ້ອນຮັບ.
ກະຊວງ ປກສ ປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ

ກະຊວງ ປກສ ປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ

ວັນທີ 22 ຕຸລານີ້, ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີປາຖະກະຖາວັນປະກາດເອກະ ລາດ 12 ຕຸລາ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ໂດຍການເປັນປະທານ ແລະ ປາຖະກະຖາຂອງທ່ານ ພົຕ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ແລະ ທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກກະຊວງ, ຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ