ມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດແຂວງເຊກອງ, ຕາງໜ້າກ່າວຮັບໂດຍ ທ່ານ ນາງ ຄໍາເສັງ ທຸມມະວົງສາ ຮອງປະທານສະພາປະຊາຊົນແຂວງ ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນບ້ານຕະລຸຍ ເມືອງກະລຶມ ແຂວງເຊກອງ ທີ່ໄດ້ຮັບຜົນກະທົບຈາກອັກຄີໄພ (ໄຟໄໝ້ເຮືອນ) ໃນຄັ້ງວັນທີ 3 ເມສາ 2025 ຜ່ານມາ.
ໂອກາດນີ້, ທ່ານ ນາງ ຄໍາເສັງ ທຸມມະວົງສາ ກໍໄດ້ກ່າວສະແດງຄວາມຂອບໃຈ, ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບໍລິສັດ ພາວເວີໄຊນາ (ລາວ) ຈໍາກັດຜູ້ດຽວ ແລະ ບໍລິສັດ ໄທດິວ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ຊຶ່ງມີຄວາມສອດຄ່ອງກັບຄວາມຮຽກຕ້ອງຕ້ອງການຕົວຈິງໃນປັດຈຸບັນ, ທັງເປັນການປະກອບສ່ວນສໍາຄັນ ໃນການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ໃຫ້ພໍ່ແມ່ປະຊາຊົນບ້ານຕະລຸຍ ເມືອງກະລຶມ ໂດຍສະເພາະແມ່ນຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກອັກຄີໄພ (ໄຟໄໝ້ເຮືອນ), ພ້ອມທັງສະແດງຄວາມຢຶນຢັນວ່າ: ອົງການປົກຄອງແຂວງ, ສະພາປະຊາຊົນແຂວງ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຈະນໍາເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປແບ່ງປັນໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ເພື່ອເປັນການຊ່ວຍເຫຼືອແບ່ງເບົາບັນເທົາທຸກຢ່າງສະເໝີພາບ ແລະ ທົ່ວເຖິງ.
(ຂ່າວ: ສັນຍາ, ພາບ: ນາລີວັນ)
ຄໍາເຫັນ