ເຜີຍແຜ່ ບັນດານິຕິກຳຂອງສູນກາງພັກ ແລະ ຄຳສັ່ງຂອງຄະນະປະຈຳພັກແຂວງ

ເຜີຍແຜ່ ບັນດານິຕິກຳຂອງສູນກາງພັກ ແລະ ຄຳສັ່ງຂອງຄະນະປະຈຳພັກແຂວງ

ເຜີຍແຜ່ ບັນດານິຕິກຳຂອງສູນກາງພັກ ແລະ ຄຳສັ່ງຂອງຄະນະປະຈຳພັກແຂວງ
ໃນວັນທີ 9 ມິຖຸນາຜ່ານມານ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຄຳສັ່ງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ແລະ ບັນດານິຕິກຳຂອງສູນກາງພັກ, ແນະນຳກ່ຽວກັບພາລະບົດບາດ, ສິດ, ໜ້າທີ່, ແບບແຜນວິທີເຮັດວຽກຂອງເລຂາພັກເມືອງ, ຮອງເລຂາພັກເມືອງ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງສະຫາຍບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ເຂົ້າຮ່ວມ.
ເຜຍແຜ ບນດານຕກຳຂອງສນກາງພກ ແລະ ຄຳສງຂອງຄະນະປະຈຳພກແຂວງ - image 1
 

ສະຫາຍ ເລຂາພັກແຂວງສະຫວັນນະເຂດ ໄດ້ກ່າວເປີດກອງປະຊຸມເຜີຍແຜ່ເຊື່ອມຊຶມບາງນິຕິກຳຂອງສູນກາງພັກ ແລະ ແນະນຳກ່ຽວກັບພາລະບົດບາດ, ສິດ, ໜ້າທີ່ ແລະ ແບບແຜນວິທີເຮັດວຽກຂອງສະຫາຍເລຂາ, ຮອງເລຂາພັກເມືອງ, ຊຶ່ງສະຫາຍໄດ້ຍົກໃຫ້ຮູ້ເຖິງບາງເນື້ອສຳຄັນຂອງເອກະສານ, ເພື່ອໃຫ້ໄດ້ຮັບຮູ້, ເຂົ້າໃຈເລິກເຊິ່ງ ແລະ ມີຄວາມເປັນເອກະພາບຮ່ວມກັນ, ແນໃສ່ເຮັດໃຫ້ການຈັດຕັ້ງເຄື່ອນໄຫວວຽກງານຕົວຈິງຢູ່ໃນຂັ້ນຮາກຖານຂອງບັນດາສະຫາຍເລຂາ-ຮອງເລຂາພັກເມືອງໄດ້ຮັບຜົນສຳເລັດ ແລະ ຖືກຕ້ອງສອດຄ່ອງຕາມສິດ, ໜ້າທີ່ ແລະ ພາລະບົດບາດທີ່ຄະນະພັກຂັ້ນເທິງໄດ້ກຳນົດໄວ້. ຈາກນັ້ນ, ກໍໄດ້ເຜີຍແຜ່ເຊື່ອມຊຶມຄຳສັ່ງຂອງຄະນະປະຈຳພັກແຂວງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການກຍໍ້ທໍ້ໃນສັງຄົມທົ່ວແຂວງສະຫວັນນະເຂດ, ເນື່ອງຈາກວ່າ ໃນປັດຈຸບັນ, ສະພາບປະກົດການຫຍໍ້ທໍ້ໃນສັງຄົມຂອງແຂວງເຫັນວ່າມີທ່າອ່ຽງເພີ່ມຂຶ້ນ ແລະ ແຜ່ລາມກວ້າງອອກເປັນຕົ້ນ: ການຂຸດຄົ້ນຊັບພະຍາກອນທຳມະຊາດແຮ່ທາດຕ່າງໆເຊັ່ນ: ແຮ່ຄຳຕົກຂ້ອນ, ຄຳເຄົ້າ ແລະ ອື່ນໆ. ການລັກລອບຂຸດຄົ້ນໄມ້, ຊື້-ຂາຍໄມ້, ການບຸກລຸກຈັບຈອງທີ່ດິນລັດ, ບັນຫາຢາເສບຕິດ, ປຸ້ນຈີ້ຊິງຊັບ, ຂີ້ລັກງັດແງະ, ການມົ້ວສຸມ, ການນຳເຂົ້າ ແລະ ນຳໃຊ້ພາຫະນະບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ສົ່ງຜົນກະທົບຕໍ່ບົດບາດ ແລະ ອິດທິພົນຂອງການຊີ້ນຳ-ນຳພາຂອງຄະນະພັກພວກເຮົາໃນແຕ່ລະຂັ້ນ.

ເຜຍແຜ ບນດານຕກຳຂອງສນກາງພກ ແລະ ຄຳສງຂອງຄະນະປະຈຳພກແຂວງ - image 2
 

ດັ່ງນັ້ນ, ເພື່ອເຮັດໃຫ້ການແກ້ໄຂສະພາບການຫຍໍ້ທໍ້ທີ່ເກີດຂຶ້ນໄດ້ຮັບການແກ້ໄຂຕາມກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຢ່າງເດັດຂາດເຂັ້ມງວດ, ຄະນະປະຈຳພັກແຂວງຈຶ່ງໄດ້ອອກຄໍາສັ່ງ, ຊຶ່ງມີເນື້ອໃນບາງຕອນສຳຄັນວ່າ: ມອບໃຫ້ຄະນະປະຈຳພັກເມືອງ-ນະຄອນ, ຄະນະພັກກອງບັນຊາການ ປກຊ-ປກສ ແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານພະແນກການ, ອົງການທຽບເທົ່າໃນຂອບເຂດທົ່ວແຂວງ ເປີດຂະບວນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ພາຍໃນການຈັດຕັ້ງຕົນຢ່າງເປັນເຈົ້າການ, ມອບໃຫ້ຄະນະພັກ ປກຊ-ປກສ ແຂວງ ສົມທົບຄະນະປະຈຳພັກເມືອງ-ນະຄອນ ດຳເນີນການແກ້ໄຂບັນຫາຢາເສບຕິດຕາມກົດໝາຍໂດຍສະເພາະບັນຫາມົ້ວສຸມຢາເສບຕິດ (ລໍລາເຈັ້ນ, ຢາສູບໄຟຟ້າ, ນ້ຳກະທ້ອມ) ແລະ ມອບໃຫ້ຄະນະພັກກອງບັນຊາການ ປກສ ແຂວງ ສົມທົບກັບອົງການໄອຍະການປະຊາຊົນແຂວງເຂັ້ມງວດຕໍ່ກັບຄະດີລັກຊັບຂອງລັດ-ລວມໝູ່.

ຄຽງຄູ່ນີ້, ການຕິດຕາມຊຸກຍູ້ບຸກຄົນທີ່ຄອບຄອງອາວຸດເສິກ, ອາວຸດລ່າເນື້ອ, ທາດລະເບີດ,ທາກແຕກທີ່ບໍ່ຖືກຕ້ອງຕາມກົດໝາຍໃຫ້ສຶກສາອົບຮົມນຳເອົາມາມອບໃຫ້ເຈົ້າໜ້າທີ່, ມອບໃຫ້ຄະນະພັກກອງບັນຊາການ ປກສ-ປກຊ. ແຂວງສົມທົບ ຄະນະພັກເມືອງ-ນະຄອນ, ຫັນເອົາກຳລັງເປົ້າໝາຍລົງກໍ່ສ້າງຮາກຖານປະຈຳການຢູ່ແຕ່ລະທ້ອງຖິ່ນ, ບ້ານ-ກຸ່ມບ້ານ ເພື່ອຊ່ວຍໜູນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ບໍລິເວນຊາຍແດນໃຫ້ຄວາມສະຫງົບປອດໄພໂດຍພື້ນຖານ, ໃຫ້ຄະນະກອງບັນຊາການ ປກຊ ແຂວງ, ກອງຮ້ອຍທະຫານຊາຍແດນ ເຄື່ອນໄຫວກວດກາລາດຕະເວນເຂດລຽບຕາມຊາຍແດນທີ່ຫຼໍ່ແຫຼມ, ຖ້າພົບເຫັນແມ່ນໃຫ້ໃຊ້ມາດຕະການເດັດຂາດ. ທັງນີ້, ກໍເພື່ອເປັນການສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດໜ້ອຍຖອຍ ແລະ ໝົດໄປຈາກສັງຄົມເທື່ອລະກ້າວ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ