ເຜີຍແຜ່ມາດຕະຖານຂັ້ນຕອນການປະຕິບັດການເຝົ້າລະວັງພະຍາດສັດປ່າຢູ່ ສປປ ລາວ

ເຜີຍແຜ່ມາດຕະຖານຂັ້ນຕອນການປະຕິບັດການເຝົ້າລະວັງພະຍາດສັດປ່າຢູ່ ສປປ ລາວ

ກົມລ້ຽງສັດແລະການປະມົງກະຊວງກະສິກຳແລະປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ມາດຕະຖານຂັ້ນຕອນການປະຕິບັດການເຝົ້າລະວັງພະຍາດສັດປ່າຢູ່ສປປລາວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນໂດຍມີຜູ້ຕາງໜ້າຈາກກະຊວງກະສິກໍາແລະປ່າໄມ້, ກະຊວງສາທາລະນະສຸກ, ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ, ອົງການອະນຸລັກສັດປ່າແລະຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນອື່ນໆເຂົ້າຮ່ວມ, ທັງນີ້ເພື່ອສ້າງເຄືອຂ່າຍໃນການຈັດຕັ້ງປະຕິບັດການເຝົ້າລະວັງແລະໂຕ້ຕອບການລະບາດຂອງພະຍາດສັດປ່າໂດຍຜ່ານແນວທາງສຸຂະພາບໜຶ່ງດຽວ (One Health).

ການປົກປັກຮັກສາແລະຕິດຕາມພະຍາດສັດປ່າມີຄວາມສຳຄັນຕໍ່ວຽກງານອະນຸລັກ, ຄວາມອຸດົມສົມບູນຂອງລະບົບນິເວດ, ການພັດທະນາແບບຍືນຍົງແລະຄວາມປອດໄພ, ຄວາມໝັ້ນຄົງທາງຊີວະພາບ. ເປັນທີ່ຮັບຮູ້ກັນດີວ່າສຸຂະພາບຂອງຄົນ, ສັດ, ແລະສິ່ງແວດລ້ອມມີຄວາມເຊື່ອມໂຍງກັນຢ່າງສະໜິດແໜ້ນແລະກຳລັງໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກກິດຈະກໍາຂອງມະນຸດ.

ການລະບາດຂອງພະຍາດທີ່ມີສັດປ່າເປັນແຫຼ່ງກຳເນີດຂອງເຊື້ອໃນໄລຍະຜ່ານມາເຊັ່ນ: ພະຍາດອີໂບລາ (Ebola), ຊາຣສ໌ (SARS), ແລະໂຄວິດ-19 ໄດ້ຊີ້ໃຫ້ເຫັນວ່າເພື່ອປົກປ້ອງສຸຂະພາບຂອງຄົນ, ພວກເຮົາຕ້ອງດຳເນີນການຕິດຕາມແລະຫຼຸດຜ່ອນຄວາມສ່ຽງຈາກພະຍາດຕິດຕໍ່ຈາກສັດສູ່ຄົນທີ່ອາດຈະເກີດຂຶ້ນ. ການລະບາດຂອງພະຍາດຕິດຕໍ່ລະຫວ່າງສັດລ້ຽງແລະສັດປ່າເຊັ່ນ: ການລະບາດຂອງພະຍາດອະຫິວາໝູອາຟຣິກາທີ່ຜ່ານມາໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການລ້ຽງໝູແລະກະທົບຕໍ່ປະຊາກອນໝູປ່າ.

ດັ່ງນັ້ນ, ຈຶ່ງຈໍາເປັນຢ່າງຍິ່ງທີ່ບັນດາປະເທດຕ່າງໆຈະຕ້ອງໄດ້ສ້າງຄວາມພ້ອມນການຄົ້ນຫາແລະຈັດການກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບສຸຂະພາບສັດປ່າໃຫ້ທັນການແລະສ້າງລະບົບການເຕືອນໄພລ່ວງຫນ້າເພື່ອສືບຄົ້ນຫາແລະໂຕ້ຕອບຕໍ່ເຫດການການເຈັບຫຼືການຕາຍຂອງສັດປ່າທີ່ອາດສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ສຸຂະພາບຂອງຄົນ, ສັດລ້ຽງ, ສັດປ່າ, ແລະສິ່ງແວດລ້ອມ.

ມາດຕະຖານຂັ້ນຕອນການປະຕິບັດ (SOP) ການເຝົ້າລະວັງພະຍາດສັດປ່າຢູ່ສປປລາວໄດ້ຖືກອອກແບບມາເພື່ອເປັນບ່ອນອີງດ້ານວິຊາການໃຫ້ແກ່ການຈັດຕັ້ງປະຕິບັດວຽກງານເຝົ້າລະວັງພະຍາດສັດປ່າຢູ່ສປປລາວ. ມາດຕະຖານສະບັບນີ້ຈະຖືກນໍາໃຊ້ນໍາໃຊ້ສໍາລັບກໍລະນີມີການພົບເຫັນເຫດການເຈັບຫຼືການຕາຍຂອງສັດປ່າໂດຍບໍ່ຮູ້ສາເຫດຊຶ່ງອາດພົບຢູ່ໃນຖິ່ນທີ່ຢູ່ອາໄສທໍາມະຊາດ, ຟາມລ້ຽງສັດປ່າ, ສວນສັດ, ສູນຊ່ວຍເຫຼືອແລະຟື້ນຟູສັດປ່າ, ໂຮງລະຄອນສັດລວມເຖິງຕ່ອງໂສ້ການຄ້າ-ຂາຍສັດປ່າ, ໃນເຂດຊຸມຊົນ, ຫຼືສະຖານທີ່ອື່ນໆທີ່ກ່ຽວຂ້ອງກັບສັດປ່າ.

ຈຸດປະສົງແມ່ນເພື່ອເປັນຄູ່ມືແນະນໍາດ້ານວິຊາການໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງລວມທັງພາກລັດ, ພາກເອກະຊົນ, ແລະອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ເຮັດວຽກກ່ຽວກັບການອະນຸລັກສັດປ່າ, ໃນການເຝົ້າລະວັງ, ສືບຄົ້ນຫາ, ຄວບຄຸມ, ແລະໂຕ້ຕອບຕໍ່ເຫດການເຈັບຫຼືຕາຍຂອງສັດປ່າແລະການລະບາດຂອງພະຍາດສັດປ່າເພື່ອແນໃສ່ການຫຼຸດຜ່ອນຄວາມສ່ຽງການລະບາດຂອງພະຍາດຕໍ່ສຸຂະພາບຄົນ, ສັດ, ແລະສິ່ງແວດລ້ອມແລະຜົນກະທົບຕໍ່ເສດຖະກິດແລະການດຳລົງຊີວິດ.

ທ່ານສຸພາວັນແກ້ວວິໄລ, ຮອງຫົວໜ້າກົມລ້ຽງສັດແລະການປະມົງ, ກະຊວງກະສິກຳແລະປ່າໄມ້ກ່າວວ່າ: “ມາດຕະຖານຂັ້ນຕອນການປະຕິບັດການເຝົ້າລະວັງພະຍາດສັດປ່າຢູ່ສປປລາວແມ່ນມີຄວາມສຳຄັນຫຼາຍເພື່ອຮັບປະກັນການຄົ້ນພົບກໍລະນີແຕ່ຫົວທີແລະການໂຕ້ຕອບໄວຕໍ່ເຫດການເຈັບຫຼືຕາຍຂອງສັດປ່າ. ຂ້າພະເຈົ້າຂໍຂອບໃຈບັນດາຄູ່ຮ່ວມງານທີ່ມີສ່ວນຮ່ວມແລະປະກອບສ່ວນໃນການພັດທະນາແລະແນ່ໃຈວ່າມາດຕະຖານສະບັບນີ້ຈະຕອບໂຈດຕາມຄວາມຮຽກຮ້ອງຕ້ອງການຂອງທຸກພາກສ່ວນທີ່ກ່ຽວຂ້ອງ.”

ມາດຕະຖານນີ້ໄດ້ກໍານົດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງແລະກໍານົດຂັ້ນຕອນການປະຕິບັດເມື່ອກໍລະນີພົບເຫດການເຈັບຫຼືຕາຍຂອງສັດປ່າທີ່ຜິດປົກກະຕິແລະການລະບາດຂອງພະຍາດສັດປ່າ. ໃນນີ້ລວມມີຂັ້ນຕອນການເກັບກຳຂໍ້ມູນ, ການລາຍງານ, ການເກັບຕົວຢ່າງແລະຊາກສັດແລະການວິໄຈຫາສາເຫດຂອງການເຈັບຫຼືຕາຍ, ພ້ອມທັງກຳນົດວິທີການໂຕ້ຕອບເບື້ອງຕົ້ນຕໍ່ເຫດການລະບາດຂອງພະຍາດສັດປ່າ, ການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງແລະຂັ້ນຕອນການຄຸ້ມຄອງຂໍ້ມູນພະຍາດສັດປ່າ.

ທ່ານສັນຕິໄຊປັນຍາ, ຫົວໜ້າອົງການອະນຸລັກສັດປ່າປະຈໍາສປປລາວໄດ້ກ່າວວ່າ: “ມາດຕະຖານຂັ້ນຕອນການປະຕິບັດນີ້ຈັດຕັ້ງປະຕິບັດໂດຍກະຊວງກະສິກໍາແລະປ່າໄມ້ຮ່ວມກັບອົງການອະນຸລັກສັດປ່າປະຈໍາສປປລາວເຊິ່ງໄດ້ປຶກສາຫາລືຢ່າງກວ້າງຂວາງກັບຜູ້ຊ່ຽວຊານແລະນັກວິຊາການທັງສູນກາງແລະທ້ອງຖິ່ນຈະເພີ່ມທະວີການສ້າງຄວາມອາດສາມາດຂອງທຸກພາກສ່ວນກ່ຽວຂ້ອງທັງລັດຖະບານແລະຊຸມຊົນໃນການແກ້ໄຂໄພຂົ່ມຂູ່ດ້ານສຸຂະພາບທີ່ອາດເກີດຂຶ້ນໂດຍຜ່ານການຮ່ວມມືຈາກຫຼາຍຂະແໜງການຢູ່ສປປລາວ.

ຂ່າວ: ອົງການອະນຸລັກສັດປ່າ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ