ເຜີຍແຜ່ສັນຍາໂຄງການສໍາຫລວດແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ

ເຜີຍແຜ່ສັນຍາໂຄງການສໍາຫລວດແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ

ເຜີຍແຜ່ສັນຍາໂຄງການສໍາຫລວດແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ
ພະແນກພະລັງງານ ແລະ ບໍ່ແຮ່ແຂວງເຊກອງ ຮ່ວມກັບ ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ໄດ້ຈັດກອງປະຊຸມເຜີຍແຜ່ສັນຍາໂຄງການສໍາຫຼວດແຮ່ຄໍາ, ແຮ່ຕິດພັນ ແລະ ໂຄງການສໍາຫຼວດແຮ່ບົກຊິດ ແລະ ແຮ່ຄໍາ ຢູ່ເຂດເມືອງລະມາມ, ເມືອງດາກຈຶງ ແຂວງເຊກອງຂຶ້ນ ໃນວັນທີ 14 ພຶດສະພາຜ່ານມາ ທີ່ສະໂມສອນເມືອງດາກຈຶງ,

ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ວ່າການປະທານກວດກາພັກ ຫົວໜ້າອົງການກວດກາລັດແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການເຜີຍແຜ່ໃນຄັ້ງນີ້, ເພື່ອເຮັດໃຫ້ຂະແໜງການ, ອົງການປົກຄອງເມືອງ-ບ້ານ ແລະ ປະຊາຊົນ ທີ່ອາໄສຢູ່ໃນຂອບເຂດຂອງໂຄງການ ມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຈະແຈ້ງ, ທັງເປັນການສ້າງຄວາມເປັນເອກະພາບທາງດ້ານທັດສະນະຕໍ່ເນື້ອໃນສັນຍາ, ຂອດການປະສານງານ, ຂັ້ນຕອນການຈັດຕັ້ງປະຕິບັດ, ຄວາມຮັບຜິດຊອບ ຂອງພາກລັດ ແລະ ບໍລິສັດ ເພື່ອສ້າງຄວາມໂປ່ງໃສ ແລະ ສົ່ງເສີມການມີສ່ວນຮ່ວມຂອງທ້ອງຖິ່ນຢ່າງແທ້ຈິງ, ຮັບປະກັນເຮັດໃຫ້ການດໍາເນີນກິດຈະການຕ່າງໆ ໃນການສໍາຫຼວດສໍາເລັດຕາມແຜນການທີ່ວາງໄວ້.

ທ່ານ ຮຽງ ໄອ່ແກ້ວ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ໃຫ້ຮູ້ວ່າ: ໂຄງການສໍາຫຼວດແຮ່ຄໍາ ແລະ ແຮ່ຕິດພັນ ໃນເນື້ອທີ່ 90 ກິໂລຕາແມັດ ຢູ່ເຂດເມືອງດາກຈຶງ ແລະ ໂຄງການສໍາຫຼວດແຮ່ບົກຊິດ ແລະ ແຮ່ຄໍາ ໃນເນື້ອທີ່ 199 ກິໂລຕາແມັດ ຢູ່ເຂດເມືອງດາກຈຶງ, ເມືອງລະມາມ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ຂອງບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ແມ່ນໄດ້ເຊັນສັນຍາ ກັບລັດຖະບານລາວ ໃນວັນທີ 25 ເມສາ 2025. ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ຈະປະສານສົມທົບກັບຂະແໜງການກ່ຽວຂ້ອງ ດໍາເນີນການສໍາຫຼວດໃນເຂດສໍາປະທານ ໃນໄລຍະເວລາ 3 ປີ ນັບແຕ່ມື້ໄດ້ຮັບອະນຸຍາດເປັນຕົ້ນໄປ ແລະ ມີຄວາມຮັບຜິດຊອບໃນການປະຕິບັດພັນທະຕ່າງໆ ຕາມລະບຽບກົດໝາຍ ເປັນຕົ້ນ ຄ່າສໍາປະທານສໍາຫຼວດ, ພາສີ-ອາກອນເກັບຈາກເຄື່ອງນໍາເຂົ້າ, ອາກອນມູນຄ່າເພີ້ມ, ອາກອນລາຍໄດ້ຈາກພະນັກງານ-ກໍາມະກອນ, ການຄຸ້ມຄອງ ແລະ ການບູລະນະຟື້ນຟູດ້ານສິ່ງແວດລ້ອມ ທີ່ໄດ້ຮັບຜົນກະທົບຈາກການດໍາເນີນການສໍາຫຼວດ. (ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3,000 ກີບຕໍ່ເດືອນ ໃນໄລຍະຜ່ານມາໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດເເລ້ວເປັນຫຍັງພາຍຫຼັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອຈໍານວນໜຶ່ງຍັງສາມາດໂທມາລົບກວນໄດ້ຢູ່.
ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມພະແນການເງິນແຂວງຜົ້ງສາລີ ໄດ້ປິດກອງປະຊຸມບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດການຄຸ້ມຄອງລາຍຮັບຊັບສີນ ແລະ ສ່ວຍສາອາກອນ ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ໝັ້ນມະນີວົງ ຮອງປະທານ ອົງການກວດສອບ ປະຈຳພາກເໜືອ 2, ມີທ່ານ ວັນໄຊ ສຸກສັນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນແຂວງຜົ້ງສາລີ.
ແນະນໍານັກປະພັນນັກກະວີ ເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ແນະນໍານັກປະພັນນັກກະວີ ເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເພື່ອແນະນໍາໃຫ້ນັກປະພັນ, ນັກກະວີໃນການເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຈະມາເຖິງນີ້.ກົມໂຄສະນາສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບສະມາຄົມນັກປະພັນລາວໄດ້ຈັດກອງປະຊຸມພົບປະນັກປະພັນ, ນັກກະວີຂຶ້ນໃນວັນທີ 20 ມິຖຸນາ ຜ່ານມານີ້ທີ່ ສນຊ ໂດຍມີທ່ານ ທອງໃບ ໂພທິສານ ກໍາມະການ ສນຊ ຄະນະຂົນຂວາຍປະຊາຊົນ ສນຊ ປະທານສະມາຄົມນັກປະພັນລາວ, ທ່ານ ນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາ ສນຊ ທັງເປັນຫົວໜ້າກອງເລຂາຂອງອະນຸໂຄສະນາ - ຂະບວນການ ແລະ ບຸກຄະລາກອນ-ຍ້ອງຍໍ, ມີບັນດານັກປະພັນ, ນັກກະວີຈາກພາກສ່ວນຕ່າງໆ, ພ້ອມດ້ວຍຄະນະຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມ.
ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ຕົວແທນບໍລິສັດຮ່ວມພັດທະນາການຢາ ໄດ້ຈັດໂປຣໂມຊັັນ (ແຈກແຖມ) ເພື່ອເປັນການ ຄືນກຳໄລໃຫ້ລູກຄ້າ ຊຶ່ງມີຫຼາກຫຼາຍຜະລິດຕະພັນ ບັນດາລູກຄາທີ່ຊື້ຜະລິດຕະພັນຂອງຕົວແທນ ບໍລິສັດຮ່ວມພັດທະນາການຢາ ຈະໄດ້ຮັບຂອງແຖມຈາກຕົວແທນບໍລິສັດຫຼາກຫຼາຍລາຍການ ໃນຂະນະດຽວກັນສາມາດຊື້ ແລະ ຮ່ວມຊິມກາເຟ ທຣູສະເລນ ກັບຕົວແທນບໍລິສັດໄດ້.
ຮັກສາການ ປະທານສານປະຊາຊົນພາກໃຕ້ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ສານປະຊາຊົນແຂວງສະຫວັນນະເຂດ

ຮັກສາການ ປະທານສານປະຊາຊົນພາກໃຕ້ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ສານປະຊາຊົນແຂວງສະຫວັນນະເຂດ

ໃນວັນທີ 19 ມິຖຸນາຜ່ານມານີ້, ທ່ານ ກຽງສັກ ບຸນທາວົງ ຮັກສາການປະທານສານປະຊາຊົນພາກໃຕ້ ໄດ້ເຄື່ອນໄຫວຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ສານປະຊາຊົນແຂວງສະຫວັນນະເຂດ. ເຂົ້າຮ່ວມມີທ່ານ ປະທານສານປະຊາຊົນແຂວງ ແລະ ຄະນະສານປະຊາຊົນທັງ 4 ເຂດ.
ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ພິທີມອບເບ້ຍກາເຟໃຫ້ປະຊາຊົນ ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ໄດ້ມີຂຶ້ນໃນວັນທີ 19 ມິຖຸນາຜ່ານມາ ທີ່ເດີ່ນໂຮງຮຽນມັດທະຍົມສົມບູນ ບ້ານຊຽງຫຼວງ ເມືອງດາກຈຶງ ໂດຍເຂົ້າຮ່ວມຂອງ ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງດາກຈຶງ ແຂວງເຊກອງ, ມີທ່ານ ຫັດສະໄນ ສີບຸນເຫຼືອງ ວ່າການເຈົ້າເມືອງຊານໄຊ ແຂວງອັດຕະປື, ທ່ານ ເຊົາວະລິດ ຂັນໄຊຍະພູມ ຜູ້ອຳນວຍການເຂດພາກໃຕ້ ຄະນະບໍລິຫານງານໂຄງການມອນຊູນ ວິນ ພາວເວີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນ ເຂົ້າຮ່ວມ.
ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ ປະຈຳປີ 2024 ຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ ມີບັນດາຮອງລັດຖະມົນຕີ, ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ-ຮອງກົມ, ບັນດາຄະນະກອງ, ຄະນະຂະແໜງປະຕິບັດຄຳຕັດສິນຂອງສານທົ່ວປະເທດເຂົ້າຮ່ວມ.
ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ວັນທີ 18 ມິຖຸນາ ຜ່ານມາ ທີ່ຫໍປະຊຸມຫ້ອງວ່າການສູນກາງພັກ ໄດ້ມີພິທີປະກາດກົງຈັກການຈັດຕັ້ງໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີ ສະຫາຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າກົມ, ຮອງກົມ ແລະພະນັກທັງໝົດຂອງສອງພາກສ່ວນເຂົ້າຮ່ວມ.
ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ

ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ

ພິທີປະກາດການຈັດຕັ້ງ ພາຍຫຼັງໂຮມກະຊວງແຜນການ ແລະ ການລົງທຶນ (ກຜທ) ເຂົ້າກັບ ກະຊວງການເງິນ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາຜ່ານມາ ທີ່ສະໂມສອນ ກຜທ ໂດຍການເປັນປະທານຂອງສະຫາຍພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ມີຄະນະລັດຖະມົນຕີ, ຄະນະກົມ, ພະແນກການກ່ຽວຂ້ອງເຂົ້າຮ່ວມ.
ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025

ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025

ວັນທີ 18 ມິຖຸນາຜ່ານມານີ້, ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຢູ່ທີ່ສະໂມສອນຂອງກອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ສົມໝາຍ ດອນພະຈັນ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 202.
ເພີ່ມເຕີມ