ເຜີຍແຜ່ວຽກງານຄຸ້ມຄອງການແປພາສາ

ເຜີຍແຜ່ວຽກງານຄຸ້ມຄອງການແປພາສາ ຢູ່ແຂວງສາລະວັນ

ເຜີຍແຜ່ວຽກງານຄຸ້ມຄອງການແປພາສາ ຢູ່ແຂວງສາລະວັນ
ກົມວັນນະຄະດີ ແລະການພິມຈຳໜ່າຍ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ຮ່ວມກັບພະແນກ ຖວທ ແຂວງສາລະວັນ ຈັດກອງປະຊຸມເຜີຍແຜ່ວຽກງານຄຸ້ມຄອງການແປພາສາ ຂຶ້ນໃນວັນທີ 28 ມັງກອນນີ້

ທີ່ແຂວງສາລະວັນ, ໂດຍການເປັນປະທານຂອງ ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະພິມຈຳໜ່າຍ ກະຊວງ ຖວທ, ທ່ານ ຄຳໄພ ໄຊຍະເດດ ຮອງຫົວໜ້າພະແນກ ຖວທ ແຂວງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ນາງ ຈັນເພັດ ຄຳຟອງ ໄດ້ກ່າວວ່າ: ວຽກງານແປພາສາ ແມ່ນເປັນວຽກໜຶ່ງທີ່ຕິດພັນກັບ ວຽກງານການພິມ, ການຈັດພິມ, ການຈຳໜ່າຍ, ການສົ່ງເສີມການອ່ານ, ການເຜີຍແຜ່ຄວາມຮູ້ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນໃຫ້ຖືກຕ້ອງ, ສາມາດນໍາໄປຜັນຂະຫຍາຍຫຼືນໍາໃຊ້ໃຫ້ເກີດປະໂຫຍດ, ປະກອບສ່ວນຊຸກຍູ້ ບັນດາຂະແໜງການດ້ານເສດຖະກິດ ແລະ ຮັບໃຊ້ສັງຄົມ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານທີ່ຕິດພັນກັບການນໍາໃຊ້ພາສາ ໃນການແປ ແລະ ການເຄື່ອນໄຫວ ວຽກງານພົວພັນກັບສາກົນຢ່າງສະໜິດແໜ້ນ, ດ້ວຍເຫດນີ້ການຄຸ້ມຄອງການແປພາສາ ກໍຄືການເຄື່ອນໄຫວຂອງບັນດາຫົວໜ່ວຍບໍລິການ, ບຸກຄົນ ແລະ ນິຕິບຸກຄົນ ທີ່ໃຫ້ການບໍລິການໃນການແປພາສາ ຈຶ່ງເປັນປັດໄຈຕັດສິນຕໍ່ການຂະຫຍາຍຕົວຂອງວຽກງານການແປພາສາ ທີ່ມີປະສິດທິຜົນ ແລະ ດໍາເນີນການຢູ່ພາຍໃຕ້ກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ. ດັ່ງນັ້ນ, ວຽກງານການແປພາສາ ຈິ່ງມີຄວາມສໍາຄັນຫຼາຍ ໃນລະບົບການເຜີຍແຜ່ຄວາມຮູ້ ຕ່າງໆທີ່ໄດ້ຈາກການແປພາສາໜຶ່ງ ເປັນພາສາອື່ນ ແຕ່ພາຍໃຕ້ການຄຸ້ມຄອງຂອງກົມວັນນະຄະດີ ແລະ ພິມຈຳໜ່າຍ, ທີ່ເປັນເສນາທິການໃຫ້ແກ່ກະຊວງ ຖວທ, ຊຶ່ງມີໜ້າທີ່ ຄວາມຮັບຜິດຊອບປະສານງານກັບບັນດາພະແນກ ຖວທ ແຂວງ, ນະຄອນຫຼວງວຽງຈັນ ເພື່ອເຮັດວຽກງານຄຸ້ມຄອງສົ່ງເສີມ ການແປພາສາ ດໍາເນີນໄປຢ່າງຖືກຕ້ອງ ແລະ ມີການພັດທະນາ, ສາມາດ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່.

ການເຜີຍແຜ່ຄັ້ງນີ້, ກໍເພື່ອເຜີຍແຜ່ໃຫ້ຂະແໜງການທີ່ກ່ຽວຂ້ອງຮັບຮູ້, ເຂົ້າໃຈໃນການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມກວດກາບໍລິສັດບໍລິການ, ໜ່ວຍງານແປພາສາ ນັກບໍລິການແປພາສາອິດສະຫຼະ ປະກອບສ່ວນເຂົ້າໃນການພັດທະນາການບໍລິການແປພາສາໃຫ້ຖືກຕ້ອງ ແລະມີຄຸນນະພາບຂຶ້ນ.

(ພາບ-ຂ່າວ: ທິດລານີ ໂຄດໂຍທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງການເງິນປະດັບຫຼຽນກາລະນຶກ 50 ປີ

ກະຊວງການເງິນປະດັບຫຼຽນກາລະນຶກ 50 ປີ

ກະຊວງການເງິນຈັດພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 ຫາ 2 ທັນວາ 2025) ໃຫ້ບັນດາການນໍາ ແລະ ອະດີດການນໍາໃນວັນທີ 30 ທັນວາຜ່ານມາ ທີ່ກະຊວງດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ; ມີບັນດາຮອງລັດຖະມົນຕີ, ອະດີດການນຳ ພ້ອມດ້ວຍພະນັກຫຼັກແຫຼ່ງເຂົ້າຮ່ວມ.
ກອງບັນຊາການປ້ອງກັນທີ່ຕັ້ງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນທີ່ຕັ້ງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕຳຫຼວດໃນວັນທີ 31 ທັນວາຜ່ານມາ, ໃຫ້ກຽດເປັນປະທານຂອງສະຫາຍ ພົຈວ ຈັນທອນ ແກ້ວມະນີວົງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ຍທຂ ແຂວງເຊກອງ ປະເມີນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ຍທຂ ແຂວງເຊກອງ ປະເມີນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ກອງປະຊຸມປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກບໍລິຫານ,ຈັດຕັ້ງ, ກວດກາ, ແຜນການ-ການເງິນ, ໜ່ວຍພັກຂົນສົ່ງກອງຄຸ້ມຄອງ, ເຄຫາຜັງເມືອງ, ໜ່ວຍພັກທາງບົກ-ທາງນ້ຳ ແລະ ໜ່ວຍພັກລັດວິສາຫະກິດນ້ຳປະປາ ທີ່ຂຶ້ນກັບຄະນະພັກຮາກຖານພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ມີຂຶ້ນໃນວັນທີ 31 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກ ຍທຂ ແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ສາກົນ ພອຍປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ ປະທານອົງການກວດກາລັດ ແຂວງ, ມີສະຫາຍ ແກ້ວປະເສີດ ແກ້ວມະນີວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຍທຂ ແຂວງ, ພາກສ່ວນກ່ຽວຂ້ອງ ແລະ ສະມາຊິກພັກໃນໜ່ວຍເຂົ້າຮ່ວມ.
ສະຫາຍ ພູລຳພອນ ສີຫາວົງ ໄດ້ຮັບເລືອກເປັນເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

ສະຫາຍ ພູລຳພອນ ສີຫາວົງ ໄດ້ຮັບເລືອກເປັນເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025ຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ພາຍໃຕ້ການເປັນປະທານນຳພາກອງປະຊຸມຂອງສະຫາຍ ພູລຳພອນ ສີຫາວົງ ກຳມະການປະຈຳພັກແຂວງ ເລຂາພັກຮາກຖານຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນຈຳນວນ 55 ສະຫາຍ ຍິງ 23 ສະຫາຍເຂົ້າຮ່ວມ.
ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ສູນລວມຄຣິສຕະຈັກຂ່າວປະເສີດແຫ່ງສປປລາວ (ຄຂລ) ໄດ້ຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026 ແລະສະຫຼຸບຜົນງານການເຄື່ອນໄຫວປະຈໍາປີ 2025 ຂຶ້ນໃນວັນທີ 31 ທັນວາຜ່ານມາທີ່ສູນລວມຄຣິສຕະຈັກຂ່າວປະເສີດບ້ານນາໄຊເມືອງໄຊເສດຖານະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານຄໍາຜອຍວັນນະສານຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານຄໍາແດງກຸນທະປັນຍາປະທານບໍລິຫານສູນລວມຄຂລ, ມີບັນດາຄຂລອານຸ, ນາຄໍາ, ນວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ໃນວັນທີ 31 ທັນວາ 2025 ນີ້, ຢູ່ທີ່ສະໂມສອນຂອງແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງ, ພະແນການ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ.
ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ເດີນທາງເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 31 ທັນວາ 2025, ເພື່ອຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງຄົງເຊໂດນ, ໂດຍການຕ້ອນຮັບ ແລະ ນໍາພາຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຄະນະ.
ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ພິທີ ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ1 ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ເພີ່ມເຕີມ