ພິທີສະເຫຼີມສະຫຼອງ 70 ປີ ໄຊຊະນະດຽນບຽນຝູ້ ສ້າງລາຍຮັບໃຫ້ຂະແໜງທ່ອງທ່ຽວແຂວງດຽນບຽນ

ພິທີສະເຫຼີມສະຫຼອງ 70 ປີ ໄຊຊະນະດຽນບຽນຝູ້ ສ້າງລາຍຮັບໃຫ້ຂະແໜງທ່ອງທ່ຽວແຂວງດຽນບຽນ
ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 9 ພຶດສະພາ ຜ່ານມາ,ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງດຽນບຽນ ໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 7 ພຶດສະພາ, ແຂວງດຽນບຽນ ໄດ້ຕ້ອນຮັບນັກທ່ອງທ່ຽວ ຫຼາຍກວ່າ 1 ລ້ານເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນ 4,8 ລ້ານເທື່ອຄົນ. ຍອດລາຍຮັບຈາກການເຄື່ອນໄຫວທ່ອງທ່ຽວບັນລຸເກືອບ 1.900 ຕື້ດົງ.
ໃນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດຽນບຽນຝູ້, ຫໍພິພິທະພັນ ໄຊຊະນະປະຫວັດສາດ ດຽນບຽນຝູ້ ແລະ ສະຖານທີ່ຮ່ອງຮອຍປະຫວັດສາດ ຂຶ້ນກັບເຂດຮ່ອງຮອຍສະໜາມຮົບດຽນບຽນຝູ້ ໄດ້ຕ້ອນຮັບນັກທ່ອງທ່ຽວພັນເທື່ອຄົນຕໍ່ວັນ. ຫໍຄຸ້ມຄອງເຂດຮ່ອງຮອຍແຂວງດຽນບຽນ ແລະ ຫໍພິພິທະພັນໄຊຊະນະ ປະຫວັດສາດ ດຽນບຽນຝູ້ ໄດ້ລະດົມທຸກແຫຼ່ງກຳລັງຢ່າງສຸດຂີດເພື່ອຮັບໃຊ້ຄວາມຕ້ອງການຂອງນັກທ່ອງທ່ຽວ. ໄປຄຽງຄູ່ກັນນັ້ນ, ບັນດາການເຄື່ອນໄຫວ ຝືກແອບການເດີນສວນສະໜາມ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດຽນບຽນຝູ້ ໄດ້ສ້າງກຳລັງດຶງດູດທີ່ໃຫຍ່ຫຼວງໃຫ້ແກ່ນັກທ່ອງທ່ຽວ ແລະ ປະຊາຊົນໃນບໍລິເວນແຂວງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%

ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ຕຸລາ ຜ່ານມາວ່າ: ການສຶກສາຈາກມະຫາວິທະຍາໄລນິວຊາວເວວຂອງອົສຕຣາລີ ເປີດເຜີຍວ່າ, ໄຟໄໝ້ປ່າທີ່ຮ້າຍແຮງ ຊຶ່ງກຳລັງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນໃນຫຼາຍພາກພື້ນ ເຊັ່ນ:ອົສຕຣາລີ, ຄາລິຟໍເນຍ ແລະ ເອີຣົບໃຕ້, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພື້ນທີ່ທີ່ເກີດໄຟໄໝ້ເທົ່ານັ້ນ. ຄວັນຈາກໄຟໄໝ້ປ່າ ສາມາດຫຼຸດການຜະລິດພະລັງງານແສງຕາເວັນໄດ້ເຖິງ 70% ພາຍໃນລັດສະໝີປະມານ 50 ກິໂລແມັດຈາກຈຸດທີ່ເກີດໄຟໄໝ້ປ່າ ແລະ ສູງເຖິງ 30% ໃນພື້ນທີ່ທີ່ຫ່າງອອກໄປຫຼາຍກວ່າ 150 ກິໂລແມັດ.
ສະຫະປະຊາຊາດ ເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ

ສະຫະປະຊາຊາດ ເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ), ກອງປະຊຸມໃຫຍ່ອົງການສະຫະປະຊາຊາດສະໄໝທີ 81 ໄດ້ຮັບຮອງມະຕິກ່ຽວກັບ “ອາເມຣິກາຕ້ອງຍົກເລີກການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຕໍ່ກູບາ” ດ້ວຍຄະແນນ 130 ສຽງເຫັນດີ, 17 ສຽງຄັດຄ້ານ ແລະ 25 ສຽງງົດອອກສຽງ. ຂ່າວແຈ້ງໃຫ້ຮູ້ວ່າ, ນີ້ເປັນເທື່ອທີ 34 ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິທີ່ກ່ຽວຂ້ອງລຽນຕິດ.
ອຸດສາຫະກຳສ້າງກຳປັ່ນຂອງຈີນ ມີການສັ່ງຈອງໄປຮອດ 4 ປີຂ້າງໜ້າ

ອຸດສາຫະກຳສ້າງກຳປັ່ນຂອງຈີນ ມີການສັ່ງຈອງໄປຮອດ 4 ປີຂ້າງໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ຕຸ​ລາ ຜ່ານມາ, ທ່ານ ຫຼີ​ຢ້ຽນ​ຊີ້ງ ຮອງ​ປະ​ທານ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ກຳ​ປັ່ນຈີນກ່າວ​ວ່າ, ອຸດ​ສາ​ຫະ​ກຳ​​ສ້າງ​ກຳ​ປັ່ນ​ຂອງ​ຈີນ​ສືບ​ຕໍ່​ຮັກ​ສາ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ປັດ​ຈຸ​ບັນ, ​ໂຮງ​ງານ​ສ້າງ​ກຳ​ປັ່ນ​ຂອງ​ຈີນ​ໄດ້​ຮັບການ​ສັ່ງ​ຈອງ​ເຖິງ 399 ລ້ານ DWT (ບັນ​ຈຸ​ນ້ຳ​ໜັກ​ໄດ້ 399 ລ້ານໂຕນ) ຊຶ່ງ​ເປັນ​ປະ​ລິ​ມານ​ວຽກ​ງານ​ໃນ 4 ປີ​ຂ້າງ​ໜ້າ ແລະ ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ ຍື​ນ​ຍົງ​ຂອງ​ອຸດ​ສາ​ຫະ​ກຳ​​ກຳປັ່ນ ແລະ ​ອຸດ​ສາ​ຫະ​ກຳ​ທາງທະ​ເລ.
ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

(​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX, ວັນ​ທີ 29 ຕຸ​ລາ 2026) ກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ XX ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ລະ​ຫວ່າງວັນ​ທີ 26 – 29 ຕຸ​ລາ 2026. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້​ມີ: ກຳ​ມະ​ການ​ສູນ​ກາງ​ພັກ 162 ສະ​ຫາຍ ແລະ ກຳ​ມະ​ການ​ສຳ​ຮອງ​ສູນ​ກາງ​ພັກ 117 ສະ​ຫາຍ. ກຳ​ມະ​ການ​ຄະ​ນະ​ກວດ​ກາ​​ສູນ​ກາງ​ພັກ ແລະ ສະ​ຫາຍ​ຮັບ​ຜິດ​ຊອບ​ຝ່າຍ​ທີ່​ກ່ຽວ​ຂ້ອງ ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​. ສະຫາຍຢູ່ຮາກຖານ ພ້​ອມ​ດ້ວຍ​ຜູ້​ຊ່ຽວ​ຊານ ແລະ ນັກ​ວິ​ຊາ​ການຈໍານວນໜຶ່ງທີ່ເປັນຜູ້​ແທນກອງ​ປະ​ຊຸມ​ໃຫຍ່ ຄັ້ງ​​ທີ XX ຂອງພັກ ກໍ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​ເຊັ່ນ​ດຽວ​ກັນ.
WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026 ທີ່​ນະ​ຄອນໂຮ່​ຈິ​ມິນ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ທ່ານ ສະເຕຟານ ເມີເຈນທາເລີ ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດໂລກ (WEF).
ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍພັດທະນາມະຫາສະໝຸດໂລກປີ 2026 ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ເມືອງຊິງຕາວ (Qingdao) ຊຶ່ງເປັນເມືອງແຄມຝັ່ງທະເລໃນແຂວງຊານຕົງ (Shandong) ທາງພາກຕາເວັນອອກຂອງ ສ​ປ ຈີນ, ຈຸດປະສົງແມ່ນເພື່ອສົ່ງເສີມການພັດທະນາເສດຖະກິດທາງທະເລແບບຍືນຍົງ.
ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມແຈ້ງການກ່ຽວກັບອາຍພິດເຮືອນແກ້ວ ສະບັບຫຼ້າສຸດທີ່ອົງການອຸຕຸນິຍົມໂລກເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມເຂັ້ມຂຸ້ນຂອງກາກບອນດິອັອກຊິດ ແລະ ອາຍພິດເຮືອນແກ້ວຕົ້ນຕໍອື່ນໆ ໃນຊັ້ນບັນຍາກາດຂອງໂລກໄດ້ສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງຈະເພີ່ມຂຶ້ນໃນໄລຍະຍາວຂອງອຸນຫະພູມທົ່ວໂລກຍັງຄົງສືບຕໍ່ຂະຫຍາຍຕົວຢູ່.
ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງການາດາ (BoC) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍໃນວັນທີ 28 ຕຸລາ ຜ່ານມາ ເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ນັບຕັ້ງແຕ່ເດືອນກໍລະກົດ 2023, ພ້ອມທັງມີສັນຍານວ່າຈະຂຶ້ນອັດຕາດອກເບ້ຍຕື່ມອີກເພື່ອຫຼຸດຜ່ອນອັດຕາເງິນເຟີ້.
ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ແລະ ສິງກະໂປ ໄດ້ຕົກລົງທີ່ຈະສ້າງຕັ້ງຄະນະເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາບໍລິສັດທີ່ມີສ່ວນກ່ຽວຂ້ອງກັບໄຟໄໝ້ປ່າທີ່ເຮັດໃຫ້ເກີດໝອກຄວັນຂ້າມຊາຍແດນ, ຫຼັງຈາກການສົນທະນາລະຫວ່າງ ທ່ານ ອາມານາທາ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ແລະ ທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ.
ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ຂ່າວຕ່າງປະເທດລາຍງານວ່າ: ກົມພາສີຂອງມາເລເຊຍໄດ້ເປີດເຜີຍໃນວັນທີ 28 ຕຸລາ ຜ່ານມາວ່າ, ເຈົ້າໜ້າທີ່ໄດ້ຢຶດເຊີບເວີ 30 ເຄື່ອງທີ່ຕິດຕັ້ງຊິບປັນຍາປະດິດຂັ້ນສູງ (AI) ທີ່ມີມູນຄ່າປະມານ 49.5 ລ້ານຣິງກິດມາເລເຊຍ ຫຼື 12.11 ລ້ານໂດລາ ທີ່ສະໜາມບິນສາກົນກົວລາລຳເປີ ໃນວັນທີ 15 ຕຸລາ ຜ່ານມາ.
ເພີ່ມເຕີມ