ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ

ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ

ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ
ພິທີມອບ-ຮັບເງິນນະໂຍບາຍອຸດໜູນເທື່ອດຽວຕໍ່ຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ ຕາມດຳລັດ 57/ລບ ໃນງວດ I ປະຈໍາປີ 2025 ຢູ່ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 23 ເມສາຜ່ານມາ ຢູ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ

 ໂດຍການເປັນປະທານຂອງ ທ່ານ ບຸນສາລີ ຈິດດາພອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.

ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເລກທີ 0702,0707/ຮສສ ລົງວັນທີ 3 ມີນາ 2025 ວ່າດ້ວຍການອະນຸມັດ ເງິນອຸດໜູນເທື່ອດຽວຕໍ່ຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ ຕາມດຳລັດ 57/ລບ ໃນງວດ I ປະຈໍາປີ 2025 ຊຶ່ງຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ທີ່ໄດ້ຮັບນະໂຍບາຍອຸດໜູນ ຄັ້ງນີ້ ລວມທັງຫມົດມີ 100 ທ່ານ. ໃນນີ້, ອຸດໜູນຜູ້ເສຍສະຫຼະຊີວິດມີ 50 ທ່ານ ລວມເງິນ 1,125,760,800 ກີບ ແລະ ມອບໃຫ້ຜູ້ຍັງມີຊີວິດຢູ່ຈໍານວນ 50 ທ່ານ ຍິງ 9 ທ່ານ, ລວມເປັນເງິນທັງຫມົດ 893,754,875 ກີບ. ໂດຍການກ່າວມອບຂອງທ່ານ ບຸນສາລີ ຈິດດາພອນ ແລະ ກ່າວຮັບໂດຍແມ່ນຍາດພີ່ນ້ອງ ທີ່ຕາງໜ້າຜູ້ເສຍສະລະຊີວິດ ແລະ ຜູ້ຍັງມີຊີວິດທີມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ.

(ຂ່າວ: ສົມຄິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນໍາແຂວງໄຊສົມບູນ ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ

ການນໍາແຂວງໄຊສົມບູນ ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ

ໃນວັນທີ 20 ເມສາຜ່ານມານີ້, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາພັກແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ ໂດຍມີ ສະຫາຍ ພົມມາ ແກ້ວບົວພາ ເລຂາພັກເມືອງລ້ອງຊານ, ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເມືອງ ເຂົ້າຮ່ວມ.
ໄລຍະສະຫຼອງບຸນປີໃໝ່ລາວຢູ່ ແຂວງສາລະວັນ ມີອຸບັດເຫດເກີດຂຶ້ນ 8 ເລື່ອງ

ໄລຍະສະຫຼອງບຸນປີໃໝ່ລາວຢູ່ ແຂວງສາລະວັນ ມີອຸບັດເຫດເກີດຂຶ້ນ 8 ເລື່ອງ

ທ່ານ ພັທ ວິຊາຍ ຫານວິໄລ ຫົວໜ້າພະແນກຈະລາຈອນ ກອງບັນຊາການ ປກສ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນວັນທີ 20 ເມສານີ້ວ່າ: ໃນໄລຍະສະເຫຼີມສະຫຼອງປີໃໝ່ລາວ ພສ 2569 ເລີ່ມແຕ່ວັນທີ 12-18 ເມສາ ຜ່ານມາ ໄດ້ມີອຸບັດເຫດເກີດຂຶ້ນທັງໝົດ 8 ເລື່ອງ, ພາຫານະເປ່ເພ 13 ຄັນ. ໃນນັ້ນ, ເປ່ເພເລັກນ້ອຍ 3 ຄັນ, ເປ່ເພສົມຄວນ 9 ຄັນ ແລະ ໃຊ້ການບໍ່ໄດ້ 1 ຄັນ.
ແກ່ນທ້າວ ປະກາດແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ

ແກ່ນທ້າວ ປະກາດແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ

ໃນວັນທີ 21 ເມສານີ້, ທີ່ກອງຮ້ອຍ ທະຫານຊາຍແດນ 158 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈໍາການ ແລະ ກໍາມະການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄຊຍະບູລີ, ມີສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຄໍາມ່ວນ ປະກາດສ້າງຕັ້ງ 6 ຕາແສງ ທີ່ຂຶ້ນກັບເມືອງຫີນບູນ

ຄໍາມ່ວນ ປະກາດສ້າງຕັ້ງ 6 ຕາແສງ ທີ່ຂຶ້ນກັບເມືອງຫີນບູນ

ພິທີປະກາດສ້າງຕັ້ງ 6 ຕາແສງຂອງເມືອງຫີນບູນ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 21 ເມສາຍນີ້, ເປັນກຽດເຂົ້າຮ່ວມມີທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ທ່ານ ຄໍາສິງ ອໍລະວັນ ເລຂາຄະນະບໍລິຫານງານພັກເມືອງຫີນບູນ, ມີບັນດາການນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ວຽກງານປະກັນສັງຄົມ

ສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ວຽກງານປະກັນສັງຄົມ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດກອງປະຊຸມເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບວຽກງານປະກັນສັງຄົມໃນວັນທີ 20 ເມສາຜ່ານມາ, ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ທໍາມາ ເພັດວິໄຊ ແລະ ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີອະດີດຮອງປະທານຄະນະບໍລິຫານງານ ສສຍລ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ຄະນະພະແນກ, ພະນັກງານບຳນານ, ພະນັກ ງານ ສສຍລ ພ້ອມດ້ວຍຄະນະຈາກອົງການປະກັນສັງຄົມແຫ່ງຊາດເຂົ້າຮ່ວມ.
ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ

ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ

ໂດຍປະຕິບັດຕາມມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ວ່າດ້ວຍການພິຈາລະນາຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາປະຊາຊົນແຂວງ, ຮັບຮອງເອົາການສະ ເໜີແຕ່ງຕັ້ງປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຊຸດທີ V. ໃນນັ້ນ, ໄດ້ຮັບຮອງເອົາ ທ່ານ ສົມພອນ ແສງສຸລິຈັນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ເປັນປະທານຄະນະກໍາມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ; ທ່ານ ບຸນທະວີ ພິມມະສານ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ເປັນຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ.
ສພຂ ສະຫວັນນະເຂດ ຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ

ສພຂ ສະຫວັນນະເຂດ ຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ

ໃນວັນທີ 21 ເມສານີ້, ທີ່ສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງຊຸດທີ V ທີ່ຈະຈັດຂຶ້ນໃນວັນທີ 22-24 ເມສາ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ມີບັນດາສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ-ນະຄອນ ເຂົ້າຮ່ວມ.
ຫາລືການຈັດລຽງບຸລິມະສິດຮ່າງກົດໝາຍທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະພາ

ຫາລືການຈັດລຽງບຸລິມະສິດຮ່າງກົດໝາຍທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະພາ

ກອງປະຊຸມປຶກສາຫາລືໃນການຈັດລຽງບຸລິມະສິດກົດໝາຍ ທີ່ຈະນຳເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ແລະ ສະໄໝສາມັນປະຈໍາປີ ຂອງສະພາແຫ່ງຊາດ ຊຸດທີ X ຈັດຂຶ້ນວັນທີ 20 ເມສາ ນີ້, ໂດຍການເປັນປະທານຂອງ ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ມີປະທານ-ຮອງປະທານກໍາມາທິການ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກະຊວງປ້ອງກັນປະເທດ ປະກາດຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ກະຊວງປ້ອງກັນປະເທດ ປະກາດຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີປະກາດຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ຢູ່ສະພາແຫ່ງຊາດໃນວັນທີ 20 ເມສາ ຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ບໍລິສັດ, ລັດວິສາຫະກິດ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ການນຳກະຊວງ ກສ ລົງຊີ້ນໍາການແກ້ໄຂບັນຫາໄຟໄໝ້ລາມປ່າ ຢູ່ເຂດພູເຂົາຄວາຍ ແລະ ພູພະນັງ

ການນຳກະຊວງ ກສ ລົງຊີ້ນໍາການແກ້ໄຂບັນຫາໄຟໄໝ້ລາມປ່າ ຢູ່ເຂດພູເຂົາຄວາຍ ແລະ ພູພະນັງ

ກອງປະຊຸມຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ນຍ ແລະ ຕິດຕາມສະພາບໄຟ ໄໝ້ລາມປ່າ ຢູ່ເຂດອຸທິຍານແຫ່ງຊາດພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ໄດ້ຈັດຂຶ້ນໃນວັນທີ 20 ເມສາ ນີ້ ທີ່ຫ້ອງວ່າການແຂວງວຽງຈັນ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ແລະ ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽຈັນ, ເຂົ້າຮ່ວມມີບັນດາຮອງຄະນະອົງການປົກຄອງແຂວງວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກການຈາກຂັ້ນແຂວງ ແລະ ຂັ້ນເມືອງທີ່ກ່ຽວຂ້ອງ.
ເພີ່ມເຕີມ