ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ
ໃນວັນທີ 28 ເມສານີ້ ທີ່ຫ້ອງປະຊຸມອົງການປົກຄອງແຂວງຜົ້ງສາລີ ໄດ້ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ໂດຍການເປັນປະທານ ທ່ານ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ສະມາຊີກສະພາແຫ່ງຊາດ,

 ມີທ່ານ ນາງ ພອນແກ້ວ ຄຸນສົມເຮືອງ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີບັນດາປະທານ, ຮອງປະທານ ຕະຫຼອດຮອດສາມະຊີກສະຫະພັນກຳມະບານອ້ອມຂ້າງແຂວງເຂົ້າຮ່ວມ.

ທານ ໄຊນະຄອນ ອິນທະວົງ ໄດ້ຫວນຄືນປະຫັວດຄວາມເປັນມາຂອງວັນກໍາມະກອນສາກົນ ຊຶ່ງເປັນວັນທີ່ມີຄວາມໝາຍ ຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກໄດ້ລຸກຮືຂຶ້ນເພື່ອຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ ຂະບວນການຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດໃນປີ 1764 ເພາະປະເທດອັງກິດໃນເວລານັ້ນ ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກຳໄວກວ່າໝູ່. ໃນເດືອນພະຈິກ ປີ 1884 ຢູ່ເມືອງຫຼວງ ຊິກາໂກ ເປັນຈຸດໃຈກາງອຸດສາຫະກຳຂອງປະເທດອາເມຣິກາ ຂະບວນກຳມະກອນໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸ່ນແຮງ, ຮຽກຮ້ອງ ແລະ ປຸກລະດົມໃຫ້ກຳມະກອນ ຊາວຜູ້ອອກແຮງງານທຸກທົ່ວໜ້າກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ. ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນປະເທດອາເມຣິກາ ໄດ້ມີການຕໍ່ສູ້ ໂດຍອີງໃສ່ເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5,000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມຣິກາ ເພື່ອຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ. ຕໍ່ໜ້າສະພາບການຄືແນວນັ້ນ, ວັນທີ 14 ກໍລະກົດ ປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ເປີດຂຶ້ນຢູ່ທີ່ນະຄອນຫຼວງປາຣີ (ປະເທດຝັ່ຣງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ, ເອີຣົບ, ອາເມຣິກາ ແລະ ອາກຊັງຕິນ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ ທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ຣັດເຊຍໂດຍໂຄ່ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳຂັວນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ

ຜງສາລ ປາຖະກະຖາວນສາງຕງກາມະກອນສາກນ ຄບຮອບ 139 ປ - image 1
 

ສໍາລັບຜູ້ອອກແຮງງານລາວ ຕາມສະຖີຕິປີ 2024 ມີຈໍານວນຜູ້ອອກແຮງງານລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດທັງໝົດ 97,965 ຄົນ ຍິງ 52,827. ໃນນັ້ນ, ໄປອອກແຮງງານຢູ່ປະເທດໄທ 91,682 ຄົນ ຍິງ 50,306 ຄົນ, ຍີິ່ປຸ່ນ 671 ຄົນ ຍິງ 243 ຄົນ, ສ. ເກົາຫຼີ ອອກແຮງງານປະຈໍາ EPS 1,540 ຄົນ ຍິງ 141 ຄົນ, ອອກແຮງງານຕາມລະດູການ 4,072 ຄົນ ຍິງ 12,137 ຄົນ. ສະຖິຕິ 3 ເດື່ອນ ຕົ້ນປີ 2025 ມີຜູ້ອອກແຮງງານລາວໄປອອກແຮງງານຢູ່ຕ່າງປະເທດລວມທັງໝົດ 76,664 ຄົນ ຍິງ 42,553 ຄົນ. ໃນນັ້ນ, ມີຜູ້ອອກແຮງງານລາວ ທີ່ໄປອອກແຮງງານຢູ່ປະເທດໄທມີ 73,311 ຄົນ ຍິງ 41,569 ຄົນ, ຍີປຸ່ນ 267 ຄົນ ຍິງ 105 ຄົນ, ສ. ເກົາຫຼີ 3,086 ຄົນ ຍິງ 879 ຄົນ ຊຶ່ງມີທັງໄປອອກແຮງງານປະຈໍາ 518 ຄົນ ຍິງ 220 ຄົນ ໄປອອກແຮງງານຕາມລະດູການ 2,568 ຄົນ ຍິງ 659 ຄົນ. (ຂໍມູນ: ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ).

(ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ