ສົ່ງເສີມຫຼາຍຂະແໜງການ ເພື່ອເຮັດໃຫ້ເສດຖະກິດເຕີບໃຫຍ່ເຂັ້ມແຂງ

ຜົ້ງສາລີ ຊຸກຍູ້ສົ່ງເສີມຫຼາຍຂະແໜງການ ເພື່ອເຮັດໃຫ້ເສດຖະກິດເຕີບໃຫຍ່ເຂັ້ມແຂງ

ຜົ້ງສາລີ ຊຸກຍູ້ສົ່ງເສີມຫຼາຍຂະແໜງການ ເພື່ອເຮັດໃຫ້ເສດຖະກິດເຕີບໃຫຍ່ເຂັ້ມແຂງ
ໂດຍ: ພູວັນ ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ແລະ ທ່ານຮອງເຈົ້າແຂວງຊີ້ນຳແຕ່ລະຂົງເຂດວຽກງານເປັນຜູ້ຕິດຕາມຊຸກຍູ້ຊ່ວຍໃນການຈັດຕັ້ງປະຕິບັດຕົວຈິງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີ

 

 ຄັ້ງທີIXຂອງແຂວງ, ໃນນີ້ມີຫຼາຍຄາດໝາຍໄດ້ບັນລຸແລະມີຄວາມຄືບໜ້າໃນຫຼາຍດ້ານໂດຍສະເພາະໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຂະແໜງການຕ່າງເພື່ອເຮັດໃຫ້ເສດຖະກິດ-ສັງຄົມຂອງແຂວງເຕີບໃຫຍ່ເຂັ້ມແຂງ ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

ພົ້ນເດັ່ນໃນປີ 2024 ການນຳແຂວງໄດ້ເອົາໃຈໃສ່ຫຼາຍຂະແໜງການ ເປັນຕົ້ນຂະແໜງກະສິກຳ-ປ່າໄມ້:ໄດ້ສຸມໃສ່ສົ່ງເສີມການຜະລິດສະບຽງອາຫານ, ທັນຍາຫານ ແລະ ການຜະລິດເປັນສິນຄ້າສະໜອງຄວາມຕ້ອງການພາຍໃນທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍມີສ່ວນຮ່ວມຂອງພາກທຸລະກິດ ແລະ ທະນາຄານ ສາມາດສ້າງມູນຄ່າເພີ່ມລາຄາໃນປີ 3,339.62 ຕື້ກີບ, ສຸມໃສ່ຜະລິດເຂົ້າບັນລຸ 56 ພັນໂຕນ, ຜະລິດຊາໄດ້6.72 ພັນໂຕນ, ອ້ອຍໄດ້418.52 ພັນໂຕນ, ຢາງພາລາໄດ້ 31.15 ພັນໂຕນ, ສ່ວນການຜະລິດພຶດກະສິກໍາອື່ນໆ ເປັນຕົ້ນໝາກເດືອຍໄດ້ 14.2 ພັນໂຕນ ແລະ ໝາກກ້ວຍໄດ້ 25.57 ພັນໂຕນ; ທົ່ວແຂວງມີ: ຄວາຍ 42 ພັນກວ່າໂຕ, ງົວ 44 ພັນກວ່າໂຕ, ແບ້ 23 ພັນກວ່າໂຕ, ໝູ 123 ພັນກວ່າໂຕ ແລະ ສັດປີກ 2 ລ້ານກວ່າໂຕ; ຂະແໜງການປະມົງຜະລິດປາໄດ້ທັງໝົດ 2 ພັນກວ່າໂຕນ, ໃນນັ້ນ: ປາລ້ຽງ 1 ພັນກວ່າໂຕນ ແລະ ປາທໍາມະຊາດ 0.69 ພັນໂຕນ ແລະ ຂະແໜງປ່າໄມ້ສາມາດຂຸດຄົ້ນເຄື່ອງປ່າຂອງດົງໄດ້ 2.64 ພັນໂຕນ.

ສຳລັບຂະແໜງອຸດສາຫະກຳ-ຫັດຖະກຳສາມາດສ້າງມູນຄ່າເພີ່ມລາຄາໃນປີໄດ້1,344.41 ຕື້ກີບ; ໃນນີ້: ອຸດສາຫະກໍາປຸງແຕ່ງ ສາມາດສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້ 962.83 ຕື້ກີບ ພົ້ນເດັ່ນແມ່ນການຜະລິດຊີ້ນເພື່ອສະໜອງຄວາມຕ້ອງການພາຍໃນ ສາມາດຜະລິດໄດ້ 7.89 ພັນໂຕນ, ເຂົ້າສານ 32.66 ພັນໂຕນ, ຊາສໍາເລັດຮູບ 2.74 ພັນໂຕນ, ເຫຼົ້າຂາວ 586 ພັນລິດ, ດິນຈີ່ 26ລ້ານກ້ອນ ແລະ ດິນບັອກ 5 ລ້ານກ້ອນ; ຜະລິດກະແສໄຟຟ້າໄດ້ທັງໝົດ 1,824 ລ້ານkwh; ໃນນີ້: ການຊົມໃຊ້ພາຍໃນແຂວງມີທ່າອ່ຽງເພີ່ມຂຶ້ນ ປະຕິບັດໄດ້ 55.55 ລ້ານkwh, ດ້ານແຮ່ທາດ ແລະ ການຂຸດຄົ້ນ ສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້ 30.02 ຕື້ກີບ, ການກໍ່ສ້າງສາມາດສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້ 321.06 ຕື້ກີບ.

ເວົ້າສະເພາະຂະແໜງການບໍລິການສາມາດສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້ 1,834.51 ຕື້ກີບ; ໃນນີ້: ການຄ້າຂາຍຍົກ-ຂາຍຍ່ອຍ ສາມາດສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້ 61.22 ຕື້ກີບ, ບໍລິການທີ່ພັກອາໄສ ແລະ ອາຫານ ໂດຍມີນັກທ່ອງທ່ຽວເຂົ້າມາທ່ຽວຜົ້ງສາລີທັງໝົດ 156,538 ເທື່ອຄົນ (ນັກທ່ອງທ່ຽວພາຍໃນ 70,923 ເທື່ອຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ 85,615 ເທື່ອຄົນ) ສ້າງລາຍຮັບໄດ້ 17.18 ລ້ານໂດລາ ຄິດເປັນມູນຄ່າເພີ່ມຕາມລາຄາໃນປີ 370.66 ຕື້ກີບ, ການຂົນສົ່ງສາມາດຂົນສົ່ງໂດຍສານໄດ້ປະມານ 1 ແສນເທື່ອຄົນ ແລະ ຂົນສົ່ງສິນຄ້າປະມານ 5 ແສນໂຕນ ສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້429 ຕື້ກີບ, ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້ 21 ຕື້ກີບ, ການບໍລິການດ້ານການເງິນໄດ້ 49.97ຕື້ກີບ ແລະ ລັດບໍລິຫານໄດ້ 398.57 ຕື້ກີບ;ພາສີ, ອາກອນຜະລິດຕະພັນ ແລະ ຂາເຂົ້າສຸດທິປະຕິບັດໄດ້ 135.43 ຕື້ກີບ. ນອກຈາກນັ້ນຍັງມີຂະແໜງການອື່ນໆ ທີ່ອຳນາດການປົກຄອງແຂວງຜົ້ງສາລີໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ມີຄວາມເຂັ້ມແຂງຍືນຍົງໃນອະນາຄົດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ