ເນື່ອງໃນໂອກາດວັນສ້າງຕັ້ງສູນກາງແນວລາວສ້າງຊາດຄົບຮອບ 74 ປີ(13/8/1950-13/8/2024)

ຜົນງານອັນມະຫັດສະຈັນຂອງແນວລາວຮັກຊາດຝັງເລິກໃນຄວາມຊົງຈຳຂອງປະຊາຊົນລາວ

ຜົນງານອັນມະຫັດສະຈັນຂອງແນວລາວຮັກຊາດຝັງເລິກໃນຄວາມຊົງຈຳຂອງປະຊາຊົນລາວ
ໂດຍ: ບຸນອູ້ມ ເນື່ອງໃນໂອກາດວັນສ້າງຕັ້ງສູນກາງແນວລາວສ້າງຊາດຄົບຮອບ 74 ປີ(13/8/1950-13/8/2024)ທີ່ຈະມາເຖິງນີ້,ທ່ານນາງສີພະຈັນ ນັນທະວົງສາກຳມະການປະຈຳພັກປະທານກວດກາພັກ-ລັດຮອງປະທານສູນກາງແນວລາວສ້າງຊາດ

ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ:ຜົນງານອັນຍິ່ງໃຫຍ່ຂອງແນວລາວສ້າງຊາດໃນຕະຫຼອດໄລຍະ 74 ປີທີ່ຜ່ານມາ ແມ່ນຜົນງານທີ່ມະຫັດສະຈັນຍິ່ງໃຫຍ່ ທີ່ໄດ້ເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອຍາດເອົາປະເທດຊາດ ແລະ ຄວາມເປັນອິດສະຫຼະພາບມາໃຫ້ປວງຊົນລາວທັງຊາດ ຊຶ່ງຜົນງານດັ່ງກ່າວໄດ້ຈາລຶກໄວ້ຢູ່ໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າຢ່າງບໍ່ມີວັນຫຼົງລືມໄດ້.

ທ່ານນາງສີພະຈັນ ນັນທະວົງສາກ່າວໃຫ້ຮູ້ອີກວ່າ: ໃນວັນທີ 6-9 ມັງກອນ 1956 ທີ່ບ້ານເລີຍຕາແສງເມືອງພູນ,ເມືອງໂສຍ ແຂວງຫົວພັນ ແນວລາວອິດສະຫຼະໄດ້ເປີດກອງປະຊຸມໃຫຍ່ຂຶ້ນ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ150 ທ່ານ, ຜູ້ແທນສົມບູນ 138 ທ່ານ ຊຶ່ງເປັນຕົວແທນໃຫ້ອົງການພັກ, ອົງການປົກຄອງ, ປະຊາຊົນບັນດາເຜົ່າ ແລະ ຜູ້ຊົງຄຸນວຸດທິທີ່ຮັກຊາດ. ໃນກອງປະຊຸມຄັ້ງນີ້ໄດ້ຕົກລົງປ່ຽນຊື່ແນວລາວອິດສະຫຼະ ມາເປັນແນວລາວຮັກຊາດ ແລະ ປ່ຽນຊື່ໜັງສືພິມແນວລາວອິດສະຫຼະມາເປັນໜັງສືພິມລາວຮັກຊາດ ກອງປະຊຸມໄດ້ຮັບຮອງເອົາການແຕ່ງຕັ້ງຄະນະກໍາມະການສູນກາງແນວລາວຮັກຊາດ,ໃນນັ້ນ. ແຕ່ງຕັ້ງສະເດັດເຈົ້າສຸພານຸວົງ ເປັນປະທານສູນກາງແນວລາວຮັກຊາດ, ໃນໄລຍະ 1954-1958 ໃນຂະບວນທີ່ຝ່າຍປະເທດລາວກໍາລັງປະຕິບັດຕາມສັນຍາເຊີແນວຢ່າງເຂັ້ມງວດຢູ່ນັ້ນ, ຈັກກະພັດອາເມຣິກາ ແລະ ພວກລູກມືໄດ້ທໍາລາຍສັນຍາດັ່ງກ່າວຢ່າງເປີດແປນ ແລະ ເຂົ້າມາຮຸກຮານລາວຢ່າງບັງອາດເພື່ອເອົາລາວເປັນຫົວເມືອງຂຶ້ນແບບໃໝ່ ແລະ ເປີດຖານທັບ, ພວກມັນໄດ້ປັບປຸງນະໂຍບາຍບິດເບືອນສັນຍາເຊີແນວ, ບຸກໂຈມຕີ 2 ແຂວງເຕົ້າໂຮມຂອງຝ່າຍປະເທດລາວ, ປາບປາມນັກຕໍ່ສູ້ເກົ່າຢູ່ 10 ແຂວງຂອງລາວ ແລະ ພວກມັນໄດ້ດໍາເນີນນະໂຍບາຍຕ້ານການປະຕິວັດລາວດ້ວຍຫຼາຍຮູບແບບ.

ປີ 1959-1962 ໃນໄລຍະນີ້ພວກຈັກກະພັດອາເມຣິກາ ໄດ້ເພີ່ມທະວີກົນອຸບາຍຮຸກຮານປະເທດລາວຢ່າງເປີດແປນ ພວກມັນປິດລ້ອມກອງພັນທີໜຶ່ງຂອງຝ່າຍປະເທດລາວ ທີ່ຕັ້ງຢູ່ຊຽງເງິນ ແຂວງຫຼວງພະບາງ, ກອງພັນທີສອງຕັ້ງຢູ່ທົ່ງໄຫຫີນ ແຂວງຊຽງຂວາງ, ຈັບກຸ່ມຄຸມຄັງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ, ອອກຄໍາສັ່ງປິດໂຮງພິມໜັງສືພິມແນວລາວຮັກຊາດ, ອອກຄໍາສັ່ງເປີດບັ້ນກວດລ້າງຢູ່ຫົວພັນ,ຊຽງຂວາງ, ຜົ້ງສາລີ, ຫຼວງພະບາງ ແລະ ຄໍາມ່ວນເພື່ອທໍາລາຍຮາກຖານການປະຕິວັດລາວ. ຈາກນັ້ນ. ທ້າຍປີ 1961 ພວກມັນເປີດບຸກຕີເອົາເຂດປົດປ່ອຍພາກເໜືອບຽດຢືດເອົາຫຼວງນໍ້າທາ ແຕ່ມາຮອດເດືອນພຶດສະພາ 1962 ກໍາລັງປະຕິວັດລາວສາມາດຢືດເອົາຫຼວງນໍ້າທາໄດ້ຄືນ ແລະ ສືບຕໍ່ປົດປ່ອຍເມືອງຕ່າງໆທົ່ວແຂວງ, ໄຊຊະນະບັ້ນຮົບຫຼວງນໍ້າທາໄດ້ກາຍເປັນໄຊຊະນະທີ່ມີຄວາມໝາຍສໍາຄັນຂອງການປະຕິວັດລາວ,ຂະບວນການປະຕິວັດລາວໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງລຽນຕິດ ໂດຍສະເພາະບັ້ນຮົບຢູ່ຫຼວງນໍ້າທາ ພວກມັນໄດ້ໃຊ້ກໍາລັງທະການເຖິງ 56ພັນຄົນ ຍັງບໍ່ນັບທະຫານເລວຮັບຈ້າງໄທ, ທະຫານຮຸ່ນໄຊງ່ອນ, ທະຫານຈຽງໄຄເຊັກ, ທະຫານຟີລິບປິນທີ່ສົ່ງເຂົ້າມາຕື່ມອີກ. ວັນທີ 12 ມິຖຸນາ 1962 ໄດ້ສ້າງຕັ້ງລັດຖະບານປະສົມ 3 ຝ່າຍທີ່ຄັງໄຂ ຍ້ອນຖືກປະລາໄຊຢ່າງໜັກໜ່ວງລຽນຕິດ ຈັກກະພັດອາເມຣິກາຈຶ່ງຍອມເຊັນສັນຍາເຊີແນວຄັ້ງທີ 2 ກ່ຽວກັບລາວໃນຄັ້ງວັນທີ 27 ກໍລະກົດ 1962.

ປີ 1963-1968 ແມ່ນໄລຍະສົງຄາມພິເສດຂອງອາເມຣິກາໄດ້ປະລາໄຊລົງ ແລະ ກໍ່ສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງ. ໄລຍະນີ້ເລີ່ມເຂົ້າສູ່ຕົ້ນປີ 1963 ຈັກກະພັດອາເມຣິກາໄດ້ທໍາລາຍມ້າງເພລັດຖະບານປະສົມສາມຝ່າຍກໍ່ອາດຊະຍາກໍາລອບສັງຫານທ່ານກິນິນ ພົນເສນາ ລັດຖະມົນຕີກະຊວງການຕ່າງປະເທດຂອງລັດຖະບານປະສົມ 3 ຝ່າຍ, ພ້ອມກັນນັ້ນ, ພວກມັນເລີ່ມບຸກຕີບຽດຢືດເຂົ້າຕົວເມືອງຊຽງຂວາງ,ວັງວຽງ, ທ່າໂທມ ແລະ ເມືອງງານ ພວກມັນເພີ່ມທະວີນະໂຍບາຍກວດລ້າງ, ປາບປາມກໍາລັງປະຕິວັດລາວເພື່ອທໍາລາຍສັນຍາເຊີແນວຄັ້ງທີ 2 ແລະ ສັນຍາ 3 ຝ່າຍໂດຍການກໍ່ສົງຄາມພິເສດຂຶ້ນຢູ່ລາວ ຊຶ່ງພວກມັນໄດ້ເພີ່ມງົບປະມານຕື່ມ 150 ລ້ານໂດລາເຂົ້າໃນການປັບປຸງກໍາລັງ, ອາວຸດ ແລະ ທະຫານຂອງມັນ.

ສໍາລັບປີ 1969-1973 ຈັກກະພັດອາເມຣິກາໄດ້ດໍາເນີນນະໂຍບາຍອັນທີ່ເອີ້ນວ່າ: ສົງຄາມພິເສດເພີ່ມທະວີຢູ່ລາວ, ສໍາລັບຢູ່ຫວຽດນາມເຮັດໃຫ້ສົງຄາມເປັນຂອງຄົນຫວຽດນາມ ແລະ ເປີດກວ້າງສົງຄາມໄປສູ່ກໍາປູເຈຍ; ນັ້ນເປັນທິດສະດີນິກເຊິນເພື່ອບໍ່ໃຫ້ການປະຕິວັດ 3 ປະເທດຊ່ວຍເຫຼືອກັນໄດ້, 1973-1975 ແມ່ນຢຸດຕິການໃຊ້ການທະຫານ ແລະ ລຸກຮືຂຶ້ນພາບດຽວເພື່ອຢືດອໍານາດການປົກຄອງທົ່ວປະເທດ ໂດຍນໍາໃຊ້ 3 ບາດຄ້ອນຍຸດທະສາດ, ລາວໄດ້ມີ 3ເຂດຄື: ເຂດປົດປ່ອຍກວມ4/5 ຂອງທົ່ວປະເທດ, ເຂດກວດກາຊົ່ວຄາວຂອງຝ່າຍວຽງຈັນ ແລະ ເຂດເປັນກາງ; ຈາກຈຸດພິເສດນັ້ນ, ພັກໄດ້ກໍານົດທິດທາງໜ້າທີ່ລວມຄື: ເພີ່ມທະວີຄວາມສາມັກຄີຂອງປະຊາຊົນ, ສາມັກຄີສາກົນ, ເພີ່ມທະວີກອງກໍາລັງປະຕິວັດໃນທຸກດ້ານ, ເດັດດ່ຽວປົກປັກຮັກສາແລະ ກໍ່ສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງ; ວັນທີ 3 ເມສາ 1974 ບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດໄດ້ເດີນທາງເຂົ້າໄປໃນນະຄອນຫຼວງວຽງຈັນທ່າມກາງການຕ້ອນຮັບອັນອົບອຸ່ນ ແລະ ຟົດຟື້ນຂອງຊາວນະຄອນຫຼວງວຽງຈັນ.

ຜົນງານອັນມະຫັດສະຈັນຂອງແນວລາວຮັກຊາດ ແມ່ນສາມາດເປີດກວ້າງແນວໂຮມແຫ່ງຊາດຢ່າງກວ້າງຂວາງໃນທົ່ວປະເທດ, ທັງຮ່ວມສຳພັນສູ້ຮົບກັບຫວຽດນາມ ແລະ ກຳປູເຈຍ, ຍາດແຍ່ງການຊ່ວຍເຫຼືອສະໜັບສະໜູນຈາກສາກົນ ເປັນຕົ້ນບັນດາປະເທດສັງຄົມນິຍົມ, ດຳເນີນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ່ງຕີນມືຂອງພວກເຂົາ, ທັງຮ່ວມສຳພັນກັບກຳລັງເປັນກາງຮັກຊາດ, ທັງຕໍ່ສູ້ດ້ວຍອາວຸດສົມທົບກັບການຕໍ່ສູ້ດ້ວຍການເມືອງ, ກົດໝາຍ ແລະ ການຕ່າງປະເທດ, ທັງຕໍ່ສູ້ປິດລັບສົມທົບກັບການຕໍ່ສູ້ເປີດເຜີຍ, ທັງຕໍ່ສູ້ທັງເຈລະຈາ ແລະ ລວມລາວເຖິງ3 ຄັ້ງ, ຕີຊະນະສັດຕູເທື່ອລະກ້າວ, ເທື່ອລະບັ້ນຮົບກ້າວຂຶ້ນຍາດເອົາໄຊຊະນະຢ່າງສົມບູນດ້ວຍການໂຄ່ນລົ້ມອຳນາດການປົກຄອງລ່າເມືອງຂຶ້ນແບບໃໝ່ ແລະ ລະບອບສັກດີນາຢ່າງສິ້ນເຊີງ ແລະ ສະຖາປະນາ ສປປ ລາວຂຶ້ນໃນວັນທີ 2 ທັນວາ 1975ພາປະເທດຊາດກ້າວເດີນຕາມເສັ້ນທາງ ສັນຕິພາບເອກະລາດປະຊາທິປະໄຕເອກະພາບ ແລະ ວັດທະນາຖາວອນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ