ຜົນສໍາເລັດການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເມືອງເຊບັ້ງໄຟ

ຜົນສໍາເລັດການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເມືອງເຊບັ້ງໄຟ
ໂດຍ:ວັນໄຊ ຕະວິນຍານ
ເພື່ອຈັດຕັ້ງຜັນຂະຫຍາຍທິດນໍາຍຸດທະສາດ ທີ່ກອງປະຊຸມໃຫຍ່ຄັ້ງທີIX ຂອງພັກວາງອອກ ແລະ ປະຕິບັດມະຕິ03/ກມສພ ລົງວັນທີ 15/2/2012 ກ່ຽວກັບການສ້າງຄວາມໝັ້ນຄົງ ໃຫ້ແກ່ລັດປະຊາ
ທິປະໄຕປະຊາຊົນ ດ້ວຍການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ,ສ້າງເມືອງໃຫ້ເປັນຫົວໜ່ວຍເຂັມແຂງຮອບດ້ານ,ສ້າງບ້ານເປັນຫົວໜ່ວຍພັດທະນາເຂົ້າສູ່ຕົວຈິງຢ່າງເປັນຮູບປະທໍາ.ປະຕິບັດຕາມດໍາລັດມາດຕະຖານພົ້ນທຸກແລະມາດຕະຖານການພັດທະນາຕາມດຳລັດ 348/ລບແລະບົດແນະນໍາ 0830/ກປ.
ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ມີຄວາມຕັ້ງໜ້າຜັນຂະຫຍາຍມະຕິ,ຄໍາສັ່ງດັງກ່າວເປັນແຕ່ລະບາດກ້າວ.ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມເຂົ້າສູ່ຕົວຈິງ ໂດຍນໍາໃຊ້ຂໍ້ມູນຜົນການປະເມີນໄລຍະຕົ້ນ ຕາມເງື່ອນໄຂ, ທ່າແຮງແລະຈຸດພິເສດຂອງຄອບຄົວ, ບ້ານ ແລະ ເມືອງເຮັດໃຫ້ການພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກໄດ້ດຳເນີນຈາກຄອບຄົວແລະຮາກຖານບ້ານຂຶ້ນມາ ຕາມມາດຕະຖານທີ່ກຳນົດໄວ້;
   ທ່ານ ທອງໄຊ ມັ່ງໝໍ່ເມກ ເຈົ້າເມືອງເຊບັ້ງໄຟ ແຂວງຄໍາມ່ວນລາຍງານຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ:ປັດຈຸບັນ
ເມືອງເຊບັ້ງໄຟ ມີ 45 ບ້ານ 470 ໜ່ວຍ,ມີ 5.875 ຄອບຄົວ, ມີພົນລະເມືອງ 32.899 ຄົນຍິງ 16.833 ຄົນ;ກຳນົດເອົາ4 ຈຸດສຸມພັດທະນາ,ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດມີຄື: ບ້ານຍາງໃຫຍ່ ແລະຈູດສຸມພັດທະນາຊົນນະບົດໃໝ່ມີ 3ບ້ານຄື: ບ້ານນາຊອຍ,ບ້ານນາພອກແລະບ້ານສ້ອມ.
  ຮູບແບບການປະເມີນຕົວຈິງ ຄະນະຮັບຜິດຊອບ ແລະ ວິຊາການ ໄດ້ຮ່ວມກັບອຳນາດການປົກຄອງບ້ານຕີລາຄາສະພາບຄວາມເປັນຈິງຂອງບ້ານ, ກວດກາຄືນຄວາມຮັບຜິດຊອບຂອງເມືອງບ້ານ ຕາມທິດ 3 ສ້າງ; ໄດ້ນໍາໃຊ້ຂໍ້ມູນມາປຶກສາຫາລື ຄົ້ນຄວ້າຢ່າງກົງໄປກົງມາ ໂດຍເລີ່ມຈາກນາຍບ້ານຊີ້ແຈງການບັນລຸ ແລະ ບໍ່ບັນລຸຂອງແຕ່ລະມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ແລະ  ໄດ້ລົງເບິ່ງສະພາບຕົວຈິງຂອງໜ້າວຽກຕາມຄວາມຮັບຜິດຊອບຂອງແຕ່ລະຂະ
ແໜງ ຈໍານວນໜຶ່ງ ເພື່ອວິເຄາະ ແລະ ສັງເກດເບິ່ງວ່າ ມາດຕະຖານທີ່ບັນລຸຈະເສີມຂະຫຍາຍແນວໃດ, ມາດຕະຖານທີ່ບໍ່ບັນລຸຈະມີວິທີແກ້ໄຂແນວໃດ; ພ້ອມທັງປຶກສາຫາລືລະດົມແນວຄວາມຄິດ ກໍານົດກິດຈະກໍາ ແລະ ແຜນກິດຈະກໍາແບບມີສ່ວນຮ່ວມ ແລ້ວຈັດບຸລິມະສິດກິດຈະກໍາທີ່ຈະປະຕິບັດ, ອັນໃດປະຊາຊົນເຮັດເອງ, ບ້ານເຮັດເມືອງເຮັດ ແລະ ເມືອງຮ່ວມກັບປະຊາຊົນເຮັດ.
  ຜ່ານການດຳເນີນການປະເມີນສະພາບພົ້ນທຸກແລະພັດທະນາໃນປີ 2023 ສາມາດປະເມີນໄດ້ບ້ານພັດທະນາ 34 ບ້ານ ເທົ່າກັບ 75,56%,ບ້ານທີ່ບັນລຸຕາມມາດຕະຖານພົ້ນທຸກໄດ້ 35 ບ້ານ ເທົ່າກັບ 77,78 %, ຄອບຄົວທີ່ບັນລຸຕາມມາດຕະຖານພັດທະນາ 3.945 ຄອບຄົວເທົ່າກັບ 67,15%, ຄອບຄົວທີ່ບັນລຸຕາມມາດຕະຖານພົ້ນທຸກມີ 4.160 ຄອບຄົວເທົ່າກັບ 70,81% ແລະຄອບຄົວທີ່ບໍ່ບັນລຸຕາມມາດຕະຖານພົ້ນທຸກມີ 1.715 ຄອບຄົວເທົ່າກັບ 29,19%.
ສໍາລັບການປະເມີນບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ມີ16 ມາດຕະຖານ(F3) ມີ ບ້ານຍາງໃຫຍ່ໃນ 16ມາດຕະຖານບັນລຸ 14 ຕົວຊີ້ບອກ,ເທົ່າກັບ87,5%,ຍັງບໍ່ທັນບັນລຸ2ຕົວຊີ້ບອກ ເທົ່າ 12,50%.ການປະເມີນບ້ານຈຸດສຸມພັດທະນາຊົນນະບົດໃໝ່ມີມີ16 ມາດຕະຖານ(F3) ມີບ້ານສ້ອມ ໃນ 16 ມາດຕະຖານ ບັນລຸ 13 ຕົວຊີ້ບອກ ເທົ່າກັບ81,25%,ຍັງບໍ່ທັນບັນລຸ 3 ຕົວຊີ້ບອກ ເທົ່າ 18,75%ບ້ານນາພອກ ໃນ 16 ມາດຕະຖານ ບັນລຸ 12 ຕົວຊີ້ບອກ ເທົ່າກັບ 75,00%,ຍັງບໍ່ທັນບັນລຸ 4 ຕົວຊີ້ບອກ ເທົ່າ 25,00%,ບ້ານນາຊອຍ ໃນ 16 ມາດຕະຖານ ບັນລຸ 9 ຕົວຊີ້ບອກ ເທົ່າກັບ 56,75%,ຍັງບໍ່ທັນບັນລຸ 7 ຕົວຊີ້ບອກ ເທົ່າ 43,75%, ການປະເມີນມາດຕະຖານເມືອງພົ້ນທຸກ(F4)ມີ 9 ມາດຕະຖານເມືອງເຊບັ້ງໄຟ ບັນລຸ 9 ມາດຕະຖານ ເທົ່າ 100%. ການປະເມີນມາດຕະຖານເມືອງເຂັ້ມແຂງຮອບດ້ານ(F4 ມີ 16 ມາດຕະຖານ 60 ຕົວຊີ້ບອກ ບັນລຸ 49 ຕົວຊີ້ບອກ ເທົ່າກັບ 81,67%; ບໍ່ບັນລຸ 11 ຕົວຊີ້ບອກ ເທົ່າກັບ 18,33%.
ທ່ານ ທອງໄຊ ມັ່ງໝໍ່ເມກກ່າວຕື່ມອີກວ່າ:ຜ່ານການຈັດຕັ້ງປະຕິບັດມະຕິດຄໍາສັ່ງ ແລະ ດໍາລັດ ດັ່ງກ່າວ ໄດ້ເຮັດໃຫ້ຄະນະພັກ, ຄະນະນຳ, ພະນັກງານຫຼັກແຫຼ່ງຂອງເມືອງ ເຂົ້າໃຈກ່ຽວກັບຈຸດປະສົງຄາດໝາຍຕົ້ນຕໍ, ທັດສະນະ ແລະ ທິດນຳຂອງດໍາລັດ 348/ລບ, ບົດແນະນໍາ 0830/ກປ ແລະ ທິດທາງໃນການຈັດຕັ້ງຜັນຂະຫຍາຍທີ່ມີຄວາມເປັນເອກະພາບ ເພື່ອສືບຕໍ່ໄປນຳ ພາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຜົນດີ. ຄະນະປະສານງານ, ກອງເລຂາຂັ້ນເມືອງ ກໍາໄດ້ບົດຮຽນກ່ຽວກັບວິທີການ, ບາດກ້າວ, ຂັ້ນຕອນ, ຮູບແບບການດໍາເນີນ ແລະ ແບບຟອມ ເພື່ອສືບຕໍ່ຜັນຂະຫຍາຍ ແລະ ປັບປຸງໃຫ້ມີຄວາມສົມບູນ, ສອດຄ່ອງເໝາະສົມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຕໍ່ໄປ.ມີລະບົບຖານຂໍ້ມູນລະດັບຄອບຄົວ ແລະ ຂັ້ນບ້ານ ຈາກການເກັບກໍາຕົວຈິງເພື່ອສະໜອງໃຫ້ແກ່ການປັບປຸງ ແລະ ການວາງແຜນພັດທະນາຂອງບ້ານ,ເມືອງ ແລະ ທັງເປັນຂໍ້ມູນສະໜອງເຂົ້າແຜນພັດທະນາເມືອງເຊບັ້ງໄຟໃນຕໍ່ໜ້າ.ຄ່ຽງຄູ່ກັນນີ້, ທາງເມືອງຍັງພົບບັນຫາຫຍຸ້ງຍາກ ເຊັ່ນ: ບາງບ້ານສັນຍານໂທລະຊັບ ແລະ ອິນເຕີເນັດບໍ່ສະດວກ,ຄວາມຮັບຜິດຊອບຕໍ່ໜ້າທີ່ໄດ້ຮັບມອບໝາຍພະນັກງານວິຊາການຈຳນວນໜຶ່ງຍັງບໍ່ທັນເອົາໃຈໃສ່ເທົ່າທີ່ຄວນ,ການພົວພັນປະສານງານລະຫວ່າງການຈັດຕັ້ງກັບປະຊາຊົນແມ່ນຍັງບໍ່ທັນສອດຄ່ອງລະອຽດຈະແຈ້ງ ສະແດງອອກໃນເວລາລົງເຮັດວຽກຕົວຈິງການເຂົ້າຮ່ວມຂອງປະຊາຊົນຍັງບໍ່ທັນໃດ້ດີເທົ່າທີ່ຄວນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ