ຜົນສຳເລັດກອງປະຊຸມໂຕະມົນ

ຜົນສຳເລັດກອງປະຊຸມໂຕະມົນປະຈໍາປີ 2024

ຜົນສຳເລັດກອງປະຊຸມໂຕະມົນປະຈໍາປີ 2024
ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນຮ່ວມກັບທ່ານ ບັກໂຮເດັຍ ເບີຄະນ໋ອຟຜູ້ປະສານງານ ອົງການສະຫະປະຊາຊາດປະຈໍາສປປ ລາວ

 

ໄດ້ຖະແຫຼງຂ່າວຜົນສຳເລັດກອງປະຊຸມໂຕະມົນ ປະຈຳປີ 2024ໃນວັນທີ 14ພະຈິກນີ້ທີ່ຫໍປະຊຸມແຫ່ງຊາດວ່າ:ກອງປະຊຸມໂຕະມົນ ປະຈໍາປີ 2024 ໄດ້ເອກະພາບກັນສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສໍາລັບປີ 2025 ຕິດພັນກັບ ສອງວາລະແຫ່ງຊາດ ໃຫ້ສໍາເລັດຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງແລະ ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມຄວາມເອົາໃຈໃສ່ໃນການຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສຳລັບປີ 2025ພ້ອມທັງໃຫ້ຄວາມໝາຍໝັ້ນເພື່ອສະໜັບສະໜູນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X,ສືບຕໍ່ເຊື່ອມສານບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ສູ້ຊົນ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງແລະການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ດ້ວຍການສຸມທຶນຮອນທີ່ມີ ເພື່ອສຸມໃສ່ການພັດທະນາຊັບພະຍາກອນມະນຸດທີ່ຮັບປະກັນຄຸນນະພາບ, ເພີ່ມທະວີການຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍຢ່າງເຂັ້ມງວດ, ພະຍາ ຍາມທຸກຄວາມສາມາດເພື່ອຫຼຸດຜ່ອນຄວາມແຕກໂຕນ ຂອງການພັດທະນາ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍ ແລະ ເພື່ອແກ້ໄຂຄວາມທຸກຍາກ ແລະສ້າງຂີດຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດພາຍໃນດ້ວຍການສ້າງສະພາບແວດລ້ອມການດໍາເນີນທຸລະກິດທີ່ເອື້ອອໍານວຍໃຫ້ດີຂຶ້ນ,ຍົກລະດັບການກະກຽມຄວາມພ້ອມດ້ານຕ່າງໆໃນການຮັບມືກັບໄພພິບັດທາງທໍາມະຊາດ,ພາຍໃຕ້ການຍົກລະດັບການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ, ການປັບປຸງລະບົບການເຕືອນໄພລ່ວງໜ້າ, ການແລກປ່ຽນຂໍ້ມູນ-ຂ່າວສານການເຕືອນໄພແລະຮັບມືຮ່ວມກັນລະຫວ່າງປະເທດເພື່ອນມິດທີ່ມີຊາຍແດນຕິດຈອດກັນ, ການສຶກສາຄວາມສ່ຽງ ແລະ ການສ້າງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດແລະ ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອແກ່ຊຸມຊົນທີ່ມີຄວາມສ່ຽງສູງ,ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຜົນການທົບທວນແຜນດຳເນີນງານຖະແຫຼງການວຽງຈັນວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ,ສືບຕໍ່ເອົາໃຈໃສ່ພ້ອມກະກຽມຄວາມພ້ອມໃນການຈັດກອງປະຊຸມໂຕະມົນ ລະດັບສູງ ໃນປີ 2025 ທີ່ຈະມາເຖິງນີ້ ໃຫ້ເປັນເວທີລະດັບສູງໃນການປືກສາຫາລືແລະໃຫ້ການຢັ້ງຢືນຮັບຮອງຈາກບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ບັນດາອົງການຈັດຕັ້ງສາກົນແລະທົ່ວສັງຄົມ ໃນການສະໜັບສະໜູນທຶນຮອນ ທາງດ້ານການເງິນ ແລະວິຊາການ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ.ສັງລວມແລ້ວ ໃນປີ 2025 ພວກເຮົາຈະມີແຜນວຽກຫຼາຍຢ່າງທີ່ຈະສືບຕໍ່ຈັດຕັ້ງປະຕິບັດ, ໃນນີ້ ການກະກຽມຄວາມພ້ອມໃນການຈັດກອງປະຊຸມໂຕະມົນ ລະດັບສູງໃນປີ 2025 ແລະ ກອງປະຊຸມປີ່ນອ້ອມ ວຽກງານຕ່າງໆທີ່ເປັນພັນທະຕໍ່ເພື່ອນມິດສາກົນໃນລະດັບສອງຝ່າຍ ແລະ ຫຼາຍຝ່າຍ ຊຶ່ງໜ້າວຽກດັ່ງກ່າວນັ້ນບໍ່ສາມາດຈັດຕັ້ງປະຕິບັດໄດ້ໂດຍ ສປປ ລາວເອງຝ່າຍດຽວເທົ່ານັ້ນ ແຕ່ຕ້ອງໄດ້ມີການເຂົ້າຮ່ວມຢ່າງເອົາຈິງເອົາຈັງຂອງທຸກພາກສ່ວນ, ໂດຍສະເພາະການເຂົ້າຮ່ວມຢ່າງສະເໝີຕົ້ນສະເໝີປາຍ ຂອງປະເທດເພື່ອນມິດສາກົນ, ຄູ່ຮ່ວມພັດທະນາແລະ ບັນດາອົງການຈັດຕັ້ງສາກົນຕ່າງໆກໍຄື ທົ່ວສັງຄົມ.

ທ່ານກ່າວຕື່ມວ່າ:ຜົນສໍາເລັດຂອງກອງປະຊຸມໂຕະມົນ 2024 ໃນຄັ້ງນີ້, ກະຊວງແຜນການ ແລະ ການລົງທຶນ ໃນນາມຜູ້ປະຈໍາການຄະນະຊີ້ນຳລະດັບຊາດ ເພື່ອຂະບວນການໂຕະມົນຈະສົມທົບກັບພາກສ່ວນກ່ຽວຂ້ອງສັງລວມ ແລະລາຍງານ ລັດຖະບານ ເພື່ອມີທິດຊີ້ນໍາ ແລະເປັນບ່ອນອີງໃຫ້ທຸກພາກສ່ວນຈັດຕັ້ງປະຕິບັດຕາມພາລະບົດບາດແລະສິດໜ້າທີ່ຂອງຕົນ. ສະນັ້ນ ຈຶ່ງຮຽກຮ້ອງໃຫ້ບັນດາກະຊວງ, ອົງການກ່ຽວຂ້ອງ ຢູ່ຂັ້ນສູນກາງແລະອົງການປົກຄອງທ້ອງຖິ່ນ, ບັນດາຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະອົງການຈັດຕັ້ງທາງສັງຄົມສືບຕໍ່ຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການ ພ້ອມທັງເພີ່ມທະວີການປະສານສົມທົບຊຶ່ງກັນແລະກັນ ຢ່າງກົມກຽວ ເພື່ອຜັນຂະຫຍາຍ ແລະຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນ, ທັງນີ້ກໍເພື່ອສືບຕໍ່ປະກອບສ່ວນຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດປະຈຳປີ 2025 ຕິດພັນກັບສອງວາລະແຫ່ງຊາດ, ວາລະການພັດທະນາ 2030 ແລະພັນທະສາກົນຕ່າງໆທີ່ສປປ ລາວ ເປັນພາຄີ ໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ