ພຶດຕິກຳປະຈຳວັນງ່າຍໆ ສາມາດຊ່ວຍຟື້ນຟູສຸຂະພາບຈິດໄດ້

ພຶດຕິກຳປະຈຳວັນງ່າຍໆ ສາມາດຊ່ວຍຟື້ນຟູສຸຂະພາບຈິດໄດ້

ພຶດຕິກຳປະຈຳວັນງ່າຍໆ ສາມາດຊ່ວຍຟື້ນຟູສຸຂະພາບຈິດໄດ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ພຶດສະພາ ຜ່ານມາວ່າ:ທີມນັກຄົ້ນຄວ້າຈາກມະຫາວິທະຍາໄລCurtin ຂອງອົສຕຣາລີ ໄດ້ເຮັດການສໍາຫຼວດຜູ້ໃຫຍ່ 600 ກວ່າຄົນໃນລັດWestern Australiaເປີດເຜີຍວ່າພຶດຕິກຳປະຈຳວັນທີ່ງ່າຍດາຍເຊັ່ນ: ການເວົ້າລົມກັບໝູ່ເພື່ອນ, ໃຊ້ເວລາກັບທຳມະຊາດ ແລະ ເຮັດກິດຈະກຳກ່ຽວຂ້ອງກັບຄວາມຄິດ ສາມາດຊ່ວຍຟື້ນຟູສຸຂະພາບຈິດໄດ້ຢ່າງຫຼວງຫຼາຍ.

 

ຜົນການສຶກສາພົບວ່າ: ຜູ້ທີ່ສົນທະນາກັບຜູ້ອື່ນເປັນປະຈໍາທຸກວັນມີຄະແນນສຸຂະພາບຈິດສູງກວ່າຜູ້ທີ່ບໍ່ສົນທະນາເລື້ອຍໆເຖິງ 10 ຄະແນນ, ສ່ວນການສຳຜັດກັບທຳມະຊາດເປັນປະຈຳທຸກວັນ ມີຄະແນນເພີ່ມ 5 ຄະແນນ, ໃນຂະນະທີ່ການພົບປະສັງສັນທາງສັງຄົມເປັນປະຈຳ, ການອອກກຳລັງກາຍ, ການຝຶກຈິດໃຈ ແລະ ການຊ່ວຍເຫຼືອຜູ້ອື່ນລ້ວນແຕ່ເຮັດໃຫ້ສຸຂະພາບຈິດດີ.

ທ່ານສາດສະດາຈານ ຄຣິສຕິນາ ພໍລາຣດຫົວໜ້າການຄົ້ນຄວ້າຈາກຄະນະສຸຂະພາບປະຊາກອນຂອງມະຫາວິທະຍາໄລCurtinກ່າວວ່າ: ການຄົ້ນຄວ້າດັ່ງກ່າວໄດ້ເສີມສ້າງຄວາມເຂັ້ມແຂງຂອງພຶດຕິກໍາທີ່ງ່າຍດາຍທີ່ບໍ່ຕ້ອງໃຊ້ເງິນຫຼວງຫຼາຍ ແລະ ຢູ່ໃນຊີວິດປະຈຳວັນຂອງຫຼາຍຄົນຢູ່ແລ້ວໃນການຮັກສາສຸຂະພາບຈິດທີ່ດີ. ບໍ່ຈໍາເປັນຕ້ອງເຂົ້າໂປຣແກຣມລາຄາແພງຫຼືການຊ່ວຍເຫຼືອດ້ານຄລີນິກ.

ທ່ານສາດສະດາຈານຄຣິສຕິນາ ພໍລາຣດ ກ່າວວ່າ: ການພົວພັນກັບຄົນອື່ນເປັນປະຈຳ ເຖິງແມ່ນວ່າພຽງແຕ່ການສົນທະນາເລັກນ້ອຍກໍສາມາດສ້າງຄວາມແຕກຕ່າງທາງດ້ານຄວາມຮູ້ສຶກຂອງຄົນໄດ້ຢ່າງຫຼວງຫຼາຍ. ໃນຂະນະດຽວກັນ, ການໃຊ້ເວລາຢູ່ກາງແຈ້ງ ຫຼື ເຮັດກິດຈະກໍາທີ່ຕ້ອງໃຊ້ສະມາທິ ແລະຄວາມຄິດເຊັ່ນ: ຫຼິ້ນເກມປິດສະໜາອັກສອນໄຂວ່, ການອ່ານໜັງສື ຫຼືການຮຽນຮູ້ພາສາໃໝ່ສາມາດຊ່ວຍຟື້ນຟູສຸຂະພາບຈິດໄດ້.

ຜົນການຄົ້ນຄວ້ານີ້, ສະໜັບສະໜູນການລົງທຶນຢ່າງຕໍ່ເນື່ອງໃນໂຄງການລິເລີ່ມສົ່ງເສີມສຸຂະພາບຈິດໃນລະດັບຊຸມຊົນ ທີ່ນອກເໜືອຈາກພຽງແຕ່ການເພີ່ມຄວາມຮູ້. ແຕ່ເປັນການປ້ອງກັນ, ບໍ່ແມ່ນການປິ່ນປົວເພື່ອຊ່ວຍເຫຼືອປະຊາຊົນມີສຸຂະພາບຈິດທີ່ດີກ່ອນທີ່ຈະເຖິງຂັ້ນຮ້າຍແຮງ.

ນອກຈາກນັ້ນ, ຜົນການຄົ້ນຄວ້ານີ້ໄດ້ຖືກຈັດພິມເຜີຍແຜ່ໃນວາລະສານ SSM-Mental Health ດ້ວຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍີ່ປຸ່ນ ເພີ່ມພາສີຂາອອກ 3 ເທົ່າ ເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປ

ຍີ່ປຸ່ນ ເພີ່ມພາສີຂາອອກ 3 ເທົ່າ ເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 1 ກໍລະກົດ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ, ລັດຖະບານຍີ່ປຸ່ນໄດ້ເພີ່ມພາສີຂາອອກ ຫຼື ພາສີນັກທ່ອງທ່ຽວລະຫວ່າງປະເທດ ຈາກ 1,000 ເຢນ ເປັນ 3,000 ເຢນ ມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດ ເປັນຕົ້ນໄປ.
ອິນໂດເນເຊຍ ຈັດຕັ້ງປະຕິບັດກົນໄກການເກັບພາສີໃໝ່ສຳລັບຜູ້ຄ້າຂາຍອອນລາຍ

ອິນໂດເນເຊຍ ຈັດຕັ້ງປະຕິບັດກົນໄກການເກັບພາສີໃໝ່ສຳລັບຜູ້ຄ້າຂາຍອອນລາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ມິຖຸນາ ຜ່ານມາວ່າ: ກົມສ່ວຍສາອາກອນຂອງອິນໂດເນເຊຍໄດ້ປະກາດວ່າອິນໂດເນເຊຍຈະເລີ່ມຈັດຕັ້ງປະຕິບັດກົນໄກໃໝ່ສຳລັບການຫັກ ແລະ ໂອນພາສີລາຍໄດ້ມາດຕາ 22 ສຳລັບຜູ້ຄ້າຂາຍໃນແພລັດຟອນອອນລາຍ ເລີ່ມແຕ່ວັນທີ 1 ກໍລະກົດ ນີ້ເປັນຕົ້ນໄປ. ໂດຍກຳນົດແພລັດຟອມອີຄອມເມີຊເປັນຜູ້ຫັກ ແລະ ໂອນພາສີໃນນາມຂອງຜູ້ຄ້າ.
ໂຕເລກ​ເສດ​ຖີຄົນໃໝ່​ເພີ່ມ​ຂຶ້ນ​ສູງສຸດໃນ​ປີ 2025

ໂຕເລກ​ເສດ​ຖີຄົນໃໝ່​ເພີ່ມ​ຂຶ້ນ​ສູງສຸດໃນ​ປີ 2025

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ຕາມ​ບົດ​ລາຍ​ງານ​ຊັບ​ສິນ​ທົ່ວ​ໂລກປີ 2026 ໂດຍ​ທະ​ນາ​ຄານ UBS ຂອງ ສະ​ວິດ ທີ່ປະ​ກາດ​ໃນ​ວັນ​ທີ 30 ມິ​ຖຸ​ນາ ຜ່ານມາ, ມີ​ເກືອບ 1 ລ້ານ​ຄົນ ໄດ້​ເຂົ້າ​ຮ່ວມ​ກຸ່ມ​ເສດ​ຖີ USD ໃນ​ປີ 2025, ເທົ່າ​ກັບ​ປະ​ມານ 2.600 ຄົນ​ຕໍ່​ວັນ ຊຶ່ງເປັນ​ລະ​ດັບ​ເພີ່ມ​ຂຶ້ນ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ.
ງານວາງສະແດງບົດນິພົນແນວຄິດ ສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່

ງານວາງສະແດງບົດນິພົນແນວຄິດ ສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ງານວາງສະແດງ “ນຳພາຂະບວນການໃໝ່: ບົດນິພົນແນວຄິດສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່” ໂດຍການເປັນເຈົ້າພາບຂອງສະຖາບັນຄົ້ນຄວ້າປະຫວັດສາດພັກ ແລະ ບົດນິພົນພັກຂອງສູນກາງພັກກອມມູນິດຈີນ ໄດ້ເປີດຂຶ້ນເມື່ອມໍ່ໆມານີ້ຢູ່ນະຄອນຫຼວງປັກກິ່ງ ຂອງຈີນ.
ນະ​ຄອນໂຮ່​ຈິມິນ ເລີ່ມ​ລົງ​ມື​ກໍ່​ສ້າງ 8 ກິດ​ຈະກຳ ໂຄງ​ການ​ຈຸດ​ສຸມ

ນະ​ຄອນໂຮ່​ຈິມິນ ເລີ່ມ​ລົງ​ມື​ກໍ່​ສ້າງ 8 ກິດ​ຈະກຳ ໂຄງ​ການ​ຈຸດ​ສຸມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 1 ກໍ​ລະ​ກົດ ຜ່ານມາ, ນະ​ຄອນໂຮ່​ຈິມິນ ໄດ້​ຈັດ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ 8 ກິດ​ຈະ​ກຳ, ໂຄງ​ການ​ຈຸດ​ສຸມ ແນ​ໃສ່​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ນະ​ຄອນໄຊ​ງ່ອນ - ຢາ​ດິ້ງ ໃສ່​ຊື່​ປະ​ທານ ໂຮ່​ຈິ​ມິນ (2/7/1976 – 2/7/2026).
ອາເມຣິກາ ພວມປະສົບກັບຄື້ນຄວາມຮ້ອນຮຸນແຮງ

ອາເມຣິກາ ພວມປະສົບກັບຄື້ນຄວາມຮ້ອນຮຸນແຮງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ສະຫະລັດ ອາເມຣິກາ ກຳລັງປະເຊີນກັບຄື້ນຄວາມຮ້ອນທີ່ຮຸນແຮງຄ້າຍຄືກັບຫຼາຍປະເທດໃນເອີຣົບ. ໂດຍຫຼາຍລັດໄດ້ປະກາດມາດຕະການຮັບມື ຫຼັງຈາກອຸນຫະພູມ ແລະ ຄ່າດັດຊະນີຄວາມຮ້ອນໄດ້ເພີ່ມຂຶ້ນສູງກ່ອນວັນຊາດ ສະຫະລັດ ອາເມຣິກາ ໃນວັນທີ 4 ກໍລະກົດ.
ພະຍາດອີໂບລາ ໄດ້ແຜ່ລາມໄປສູ່ເຂດສຸຂະພາບແຫ່ງໃໝ່

ພະຍາດອີໂບລາ ໄດ້ແຜ່ລາມໄປສູ່ເຂດສຸຂະພາບແຫ່ງໃໝ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ມິຖຸນາ ຜ່ານມາວ່າ: ກະຊວງສາທາລະນະສຸກຂອງ ສາທາລະນະລັດ ປະຊາທິປະໄຕ ກອງໂກ ຫຼືDR Congo ໄດ້ລາຍງານວ່າ, ພະຍາດອີໂບລາໄດ້ແຜ່ລາມໄປສູ່ເຂດສຸຂະພາບມັນດີມາ ໃນແຂວງອິຕູຣີ ທາງພາກຕາເວັນອອກຂອງປະເທດ ຫຼັງຈາກກວດພົບຜູ້ຕິດເຊື້ອທີ່ຢືນຢັນແລ້ວໃນວັນທີ 26 ມິຖຸນາ ຜ່ານມາ.
ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ​​ໃນ​ພິ​ທີໂຮມ​ຊຸມ​ນຸມ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ ​ຄົບ​ຮອບ 105 ປີ

ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ​​ໃນ​ພິ​ທີໂຮມ​ຊຸມ​ນຸມ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ ​ຄົບ​ຮອບ 105 ປີ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 1 ກໍ​ລະ​ກົດ ນີ້, ພິ​ທີໂຮມ​ຊຸມ​ນຸມສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ ຄົບ​ຮອບ 105 ປີໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນແຫ່ງ​ຊາດ​ ທີ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ກ່າວ​ຄຳ​ປາ​ໄສ​​ສຳ​ຄັນ.
ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນເວເນຊູເອລາ ເພີ່ມຂຶ້ນ ເປັນ 1,943 ຄົນ

ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນເວເນຊູເອລາ ເພີ່ມຂຶ້ນ ເປັນ 1,943 ຄົນ

ຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນເວເນຊູເອລາໄດ້ເພີ່ມຂຶ້ນເປັນ 1,943 ຄົນ, ແຕ່ທີມກູ້ໄພຍັງສືບຕໍ່ຊອກຫາຜູ້ລອດຊີວິດ.
ຫວຽດນາມ ລົງ​ເລິກພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ ​ແຮ່​ທາດ​ຍຸດ​ທະ​ສາດ

ຫວຽດນາມ ລົງ​ເລິກພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ ​ແຮ່​ທາດ​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 30 ມິຖຸນາ ຜ່ານມາວ່າ: ທ່ານ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ ຖ່ານ​ຫີນ - ແຮ່​ທາດ ຫວຽດ​ນາມ (TKV) ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ລັດ​ວິ​ສາ​ຫະ​ກິດ​ມີ​ບົດ​ບາດ​ແກ່ນ​ສານ​ໃນ​ຂົງ​ເຂດ​ຖ່ານ​ຫີນ ແລະ ແຮ່​ທາດ; ສຸມ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ ແນ​ໃສ່​ປະ​ຕິ​ບັດ​ສຳ​ເລັດ ແລະ ລື່ນ​​ຄາດ​ໝາຍ​ຜະ​ລິດດໍາເນີນ​ທຸ​ລະ​ກິດ​ໃນປີ 2026 ແລະ ແຜນ​ການ​ໄລ​ຍະ 2026 – 2030.
ເພີ່ມເຕີມ