ປີ 2023 ການຄ້າສາກົນອາເມຣິກາຂາດດຸນ 773,4 ຕື້ໂດລາ

ປີ 2023 ການຄ້າສາກົນອາເມຣິກາຂາດດຸນ 773,4 ຕື້ໂດລາ
ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ອີງຕາມຂໍ້ມູນທີ່ອົງການວິເຄາະເສດຖະກິດ ແລະ ອົງການສໍາຫຼວດປະຊາກອນອາເມຣິກາເປີດເຜີຍໃນວັນທີ 7 ກຸມພາ ຜ່ານມາ ສະແດງໃຫ້ເຫັນວ່າ: ຍອດມູນຄ່າການສົ່ງອອກສິນຄ້າໃນເດືອນທັນວາປີ 2023 ຂອງອາເມຣິກາບັນລຸເຖິງ 258,2 ຕື້ໂດລາ, ສ່ວນຍອດມູນຄ່າການນໍາເຂົ້າສິນຄ້າບັນລຸເຖິງ 320,4 ຕື້ໂດລາໝາຍຄວາມວ່າການຄ້າສາກົນອາເມຣິກາປະຈໍາເດືອນທັນວາປີ 2023 ຂາດດຸນ 62,2 ຕື້ໂດລາ, ສູງກວ່າເດືອນພະຈິກປີ 2023 ທີ່ມີ 61,9 ຕື້ໂດລາ.
   ນອກນີ້, ຂໍ້ມູນຍັງສະແດງໃຫ້ເຫັນວ່າ: ຍອດມູນຄ່າການສົ່ງອອກສິນຄ້າປະຈໍາປີ 2023 ຂອງອາເມຣິກາບັນລຸເຖິງ 3.053,5 ຕື້ໂດລາ, ສ່ວນຍອດມູນຄ່າການນໍາເຂົ້າສິນຄ້າບັນລຸເຖິງ 3.826,9 ຕື້ໂດລາ, ຂາດດຸນ 773,4 ຕື້ໂດລາ, ຕໍ່າກວ່າປີ 2022 ທີ່ມີ 951,2 ຕື້ໂດລາ.

ຄໍາເຫັນ

ຂ່າວຕ່າງປະເທດ

ເອີຣົບມີຄວາມສ່ຽງທີ່ນໍ້າມັນເຊື້ອໄຟເຮືອບິນຈະໝົດ

ເອີຣົບມີຄວາມສ່ຽງທີ່ນໍ້າມັນເຊື້ອໄຟເຮືອບິນຈະໝົດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ເມສາ ຜ່ານມາວ່າ: ເອີຣົບມີຄວາມສ່ຽງມັນເຊື້ອໄຟເຮືອບິນຈະໝົດ, ອາດຈະເຫຼືອໃຊ້ພຽງ 6 ອາທິດເທົ່ານັ້ນແລະມີຄວາມສ່ຽງທີ່ຈະຍົກເລີກຖ້ຽວບິນໃນໄລຍະລະດູຮ້ອນ ຖ້າບໍ່ສາມາດຊອກຫາແຫຼ່ງນໍາເຂົ້າທາງເລືອກອື່ນເພື່ອທົດແທນຕາເວັນອອກກາງ, ຫຼັງຈາກອີຣານປິດຊ່ອງແຄບຮໍມຸສຢ່າງຕໍ່ເນື່ອງ.
ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ

ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​​ຫຼາຍ​ສະ​ບັບ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ 2 ປະ​ເທດ ໄດ້​ຈັດ​ຂຶ້ນ ໃນວັນທີ 15 ເມສາ ຜ່ານມາຢູ່ນະຄອນຫຼວງປັກ​ກິ່ງ, ຕໍ່​ໜ້າ​ການ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ຂອງ ​ທ່ານສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່ປະ​ທານ​ປະ​ເທດ ຈີນ ແລະ ທ່ານ​ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່ປະ​ທານ​ປະ​ເທດ ຫວຽດ​ນາມ.
ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ສິ້ນສຸດລົງ

ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ສິ້ນສຸດລົງ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 12 ເມສາ ຜ່ານມາຢູ່ນະຄອນຫຼວງອິສລາມາບັດ ປະເທດປາກິສຖານ, ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ໄດ້ສິ້ນສຸດລົງ. ແຫຼ່ງຂ່າວຈາກຝ່າຍອີຣານໃຫ້ຮູ້ວ່າ: ໃນການເຈລະຈາຮອບນີ້, ຄະນະຜູ້ແທນຂອງສອງຝ່າຍຍັງມີຂໍ້ຂັດແຍ້ງກັນທີ່ຮຸນແຮງຈໍານວນໜຶ່ງ.
ພັກ​ຕິ​ສ​ຈາ ​ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຮົງ​ກາ​ຣີ

ພັກ​ຕິ​ສ​ຈາ ​ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຮົງ​ກາ​ຣີ

ຂ່າວສານຊີອາໄອລາຍງານວ່າ: ຜົນ​ການ​ນັບ​ຄະ​ແນນ​ສຽງ​ທີ່​ຫ້ອງ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຮົງ​ກາ​ຣີ​ເປີດ​ເຜີຍ​ໃນ​ວັນ​ທີ 12 ເມ​ສາ ຜ່ານມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ພັກ ​ຕິ​ສ​ຈາ ທີ່ນຳ​ພາ​ໂດຍ​ທ່ານ ແມກ​ຢາ ປີ​ເຕີ ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.
ການາດາ ຈະນໍາໃຊ້ AI ເພື່ອເສີມຂະຫຍາຍຄວາມສາມາດໃນການພະຍາກອນອາກາດ

ການາດາ ຈະນໍາໃຊ້ AI ເພື່ອເສີມຂະຫຍາຍຄວາມສາມາດໃນການພະຍາກອນອາກາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ເມສາ ຜ່ານມາວ່າ: ກະຊວງສິ່ງແວດລ້ອມ ແລະ ການປ່ຽນແປງສະພາບອາກາດຂອງການາດາໄດ້ປະກາດວ່າ, ຈະໃຊ້ປັນຍາປະດິດ (AI) ຄຽງຄູ່ກັບວິທີການພະຍາກອນແບບດັ້ງເດີມ ເພື່ອໃຫ້ສາມາດພະຍາກອນອາກາດໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ.
ກອງປະຊຸມສຸດຍອດອິນເຕີເນັດໂລກ ປະ​ຈຳພາກພື້ນອາຊີ-ປາຊີຟິກປີ 2026

ກອງປະຊຸມສຸດຍອດອິນເຕີເນັດໂລກ ປະ​ຈຳພາກພື້ນອາຊີ-ປາຊີຟິກປີ 2026

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 13 ເມສາ ນີ້, ພິທີເປີດກອງປະຊຸມສຸດຍອດອິນເຕີເນັດໂລກປະ​ຈຳພາກພື້ນອາຊີ-ປາຊີຟິກປີ 2026 ໄດ້ຈັດຂຶ້ນຢູ່ສູນປະຊຸມ ​ແລະ​ ວາງ​ສະ​ແດງຮົງກົງ. ກອງປະຊຸມຄັ້ງນີ້ຈັດຂຶ້ນເປັນເວລາ 2 ວັນ ຊຶ່ງຈະເນັ້ນ​ໜັກໃສ່ເຕັກໂນໂລຊີນະວັດຕະກຳໃນພາກພື້ນອາຊີ-ປາຊີຟິກ, ​ບຸກ​ທະ​ລຸ​ຂໍ້ຈຳກັດທາງດ້ານພູ​ມີ​ປະ​ເທດ, ຊຸກຍູ້ການແລກປ່ຽນນະວັດຕະກຳດິຈີຕອນ ແລະ ເຕັກໂນໂລຊີທົ່ວໂລກໃຫ້ກ້າວຂຶ້ນສູ່ລະດັບໃໝ່.
ຫວຽດນາມ ເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ

ຫວຽດນາມ ເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 12 ເມ​ສາ ຜ່ານມາ ແຂວງກວາງ​ນິງ ໄດ້​ສົມ​ທົບ​ກັບ ນະ​ຄອນຫຼວງຮ່າ​ໂນ້ຍ, ຫາຍ​ຟ່ອງ, ບັກ​ນິງ ເລີ່ມ​ລົງ​ມືກໍ່​ສ້າງເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ກວາງ​ນິງ. ໂດຍການເຂົ້າຮ່ວມຂອງທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ.
ຍີ່ປຸ່ນ ຕັ້ງເປົ້າໝາຍຈະປ່ອຍນ້ຳມັນສຳຮອງເພີ່ມເຕີມ

ຍີ່ປຸ່ນ ຕັ້ງເປົ້າໝາຍຈະປ່ອຍນ້ຳມັນສຳຮອງເພີ່ມເຕີມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ເມສາ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນອ້າງອີງແຫຼ່ງຂໍ້ມູນທີ່ກ່ຽວຂ້ອງລາຍງານວ່າ, ກະຊວງອຸດສາຫະກໍາຂອງຍີ່ປຸ່ນກໍາລັງພິຈາລະນາປ່ອຍນໍ້າມັນເພີ່ມເຕີມຈາກຄັງສໍາຮອງຂອງຕົນໃນເດືອນພຶດສະພາ ຊຶ່ງມີປະລິມານເທົ່າກັບການບໍລິໂພກພາຍໃນປະເທດ 20 ມື້, ທ່າມກາງຄວາມບໍ່ແນ່ນອນກ່ຽວກັບການຂົນສົ່ງຜ່ານຊ່ອງແຄບຮໍມຸສ.
ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຂອງ​ຈີນ​ ເພີ່ມ​ຂຶ້ນ​ເປັນ 23 ແຫ່ງ

ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຂອງ​ຈີນ​ ເພີ່ມ​ຂຶ້ນ​ເປັນ 23 ແຫ່ງ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ເມສາ ຜ່ານມາວ່າ: ແຜນ​ລວມ​ກ່ຽວ​ກັບ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຈີນ(ມົງ​ໂກ​ໃນ) ທີ່​ພິມ​ແຈກ​ຢາຍໂດຍ​ຄະ​ນະ​ລັດ​ຖະ​ບານ​ຈີນຫວ່າງບໍ່​ດົນ​ມາ​ນີ້ ໄດ້​ເຜີຍ​ແຜ່​ຕໍ່​ພາຍນອກ​ໃນ​ວັນ​ທີ 9 ເມ​ສາ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ປັດ​ຈຸ​ບັນ, ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຂອງ​ຈີນ​ເພີ່ມ​ຂຶ້ນ​ເປັນ 23 ແຫ່ງ.
ເພີ່ມເຕີມ