ປີ 2023 ຍີ່ປຸ່ນ ເຮັດເຄື່ອງເສຍຫຼາຍກວ່າ 29 ລ້ານອັນ

ປີ 2023 ຍີ່ປຸ່ນ ເຮັດເຄື່ອງເສຍຫຼາຍກວ່າ 29 ລ້ານອັນ
ຂ່າວຕ່າງປະເທດລາຍ ໃນວັນທີ 13 ພຶດສະພາຜ່ານມາ, ອົງການຕຳຫຼວດແຫ່ງຊາດຍີ່ປຸ່ນລາຍງານວ່າ:ໃນປີ 2023, ມີຄົນເຮັດເຄື່ອງເສຍຫຼາຍກວ່າ 29 ລ້ານອັນ, ໃນຈຳນວນນີ້ມີໝາ 10.000 ໂຕ ແລະເງິນສົດຫຼາຍກວ່າ 20 ຕື້ເຢນ.
ໜຶ່ງໃນວັດທະນະທໍາທີ່ມີຊື່ສຽງຂອງຍີ່ປຸ່ນໃນຕ່າງປະເທດແມ່ນ "ເຄື່ອງເສຍສາມາດໄດ້ຄືນ" ໂດຍຖ້າຫາກວ່າເຮົາເຮັດເຄື່ອງເສຍແລ້ວໄປຊອກຫານຳເຈົ້າໜ້າທີ່ຕໍາຫຼວດຫຼືຈຸດຮັບເຄື່ອງທີ່ເສຍໄປ ມີອັດຕາສ່ວນຂ້ອນຂ້າງສູງທີ່ຈະໄດ້ຮັບເຄື່ອງຄືນ.
ຢ່າງໃດກໍຕາມ, ເຖິງແມ່ນວ່າຈະມີໂອກາດສູງທີ່ຈະໄດ້ຮັບເຄື່ອງຄືນ ແຕ່ຍັງມີເຄື່ອງທີ່ຕົກຄ້າງຢູ່ກັບເຈົ້າໜ້າທີ່ຕຳຫຼວດໂດຍບໍ່ມີໃຜມາຮັບເອົາຄືນກໍມີຫຼາຍເຊັ່ນດຽວກັນ.
ຫວ່າງມໍ່ໆນີ້, ອົງການຕຳຫຼວດແຫ່ງຊາດຍີ່ປຸ່ນໄດ້ເປີດເຜີຍສະຖິຕິຄົນເຮັດເຄື່ອງເສຍປະຈຳປີ 2023ຊຶ່ງນັບສະເພາະທີ່ມີການລາຍງານຕໍ່ເຈົ້າໜ້າທີ່ຕຳຫຼວດ. ພົບວ່າມີຫຼາຍກວ່າ 29 ລ້ານອັນ ເພີ່ມຂຶ້ນປະມານ 3,15 ລ້ານອັນຈາກປີກ່ອນໜ້າ ແລະ ເປັນຈຳນວນສູງທີ່ສຸດໃນຮອບ 52 ປີ ນັບຕັ້ງແຕ່ເລີ່ມມີການເກັບກຳສະຖິຕິໃນປີ 1971, ໃນຈຳນວນນີ້ ສະເພາະນະຄອນຫຼວງໂຕກຽວມີເຖິງ 4 ລ້ານອັນ.

ຄໍາເຫັນ

ຂ່າວຕ່າງປະເທດ

ປີ 2026 ອິນໂດເນເຊຍ ຈະຈັດຕັ້ງປະຕິບັດນະໂຍບາຍເຂົ້າລາຄາດຽວ

ປີ 2026 ອິນໂດເນເຊຍ ຈະຈັດຕັ້ງປະຕິບັດນະໂຍບາຍເຂົ້າລາຄາດຽວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມັງກອນ ຜ່ານມາວ່າ: ທ່ານ ຊຸລກິຟລີ ຮາຊັນ ລັດຖະມົນຕີກະຊວງປະສານງານດ້ານອາຫານຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກໍາລັງກະກຽມທີ່ຈະຈັດຕັ້ງປະຕິບັດນະໂຍບາຍເຂົ້າລາຄາດຽວທົ່ວປະເທດພາຍໃນປີ 2026 ເພື່ອຫຼຸດຜ່ອນຄວາມແຕກຕ່າງຂອງລາຄາໃນທົ່ວພາກພື້ນ.
ຈຳນວນຜູ້ໂດຍສານເດີນທາງໄປຍີ່ປຸ່ນໂດຍສາຍການບິນເຈຈູແອ ເກີນ 4 ລ້ານຄົນ

ຈຳນວນຜູ້ໂດຍສານເດີນທາງໄປຍີ່ປຸ່ນໂດຍສາຍການບິນເຈຈູແອ ເກີນ 4 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ສາຍການບິນເຈຈູ ແອ (Jeju Air)ສາຍການບິນລາຄາຖືກຂອງ ສ ເກົາຫຼີໃຕ້ ໄດ້ເປີດເຜີຍໃນວັນທີ 12 ມັງກອນ ຜ່ານມາວ່າ, ຈໍານວນຜູ້ໂດຍສານທີ່ເດີນທາງໄປປະເທດຍີ່ປຸ່ນເກີນ 4 ລ້ານຄົນໃນປີ 2025 ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 4,027,000 ຄົນ, ເພີ່ມຂຶ້ນ 4.8% ຈາກ 3,842,000 ຄົນໃນປີ 2024.
ມຽນມາ ສົ່ງອອກເຂົ້າຫຼາຍກວ່າ 2.1 ລ້ານໂຕນ ໃນ 9 ເດືອນທຳອິດຂອງປີງົບປະມານ 2025-2026

ມຽນມາ ສົ່ງອອກເຂົ້າຫຼາຍກວ່າ 2.1 ລ້ານໂຕນ ໃນ 9 ເດືອນທຳອິດຂອງປີງົບປະມານ 2025-2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມັງກອນ ຜ່ານມາວ່າ: ສະຫະພັນເຂົ້າມຽນມາ (MRF) ໄດ້ເປີດເຜີຍວ່າ, ມຽນມາໄດ້ສົ່ງອອກເຂົ້າສານ ແລະ ເຂົ້າຫັກປະລິມານຫຼາຍກວ່າ 2.1 ລ້ານໂຕນ ໃນໄລຍະ 9 ເດືອນທຳອິດ (ເມສາ - ທັນວາ) ຂອງປີງົບປະມານ 2025-2026.
ທ່ານ ສີຈິ້ນຜິງ ກ່າວຄຳປາໄສໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກວດກາສູນກາງພັກກອມມູນິດຈີນ

ທ່ານ ສີຈິ້ນຜິງ ກ່າວຄຳປາໄສໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກວດກາສູນກາງພັກກອມມູນິດຈີນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 12 ມັງກອນ ຜ່ານມາ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳປາໄສໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກວດກາສູນກາງພັກກອມມູນິດຈີນສະໄໝທີ 20, ທ່ານເນັ້ນໜັກວ່າ: ຕ້ອງຢຶດໝັ້ນ ແລະ ເພີ່ມທະວີການນຳພາຮອບດ້ານຂອງພັກ, ຊຸກຍູ້ການຄຸ້ມຄອງພັກຢ່າງຮອບດ້ານ ແລະ ເຂັ້ມງວດດ້ວຍມາດຕະຖານທີ່ສູງກວ່າເກົ່າ ແລະ ມາດຕະການແທ້ຈິງກວ່າເກົ່າ, ເອົາອຳນາດຂັງໄວ້ໃນຄອກແຫ່ງລະບຽບການຢ່າງມີວິທະຍາສາດ ແລະ ມີປະສິດທິຜົນກວ່າເກົ່າ, ຊຸກຍູ້ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງມີສະຕິ ແລະ ເດັດຂາດກວ່າເກົ່າ, ສະໜອງການຮັບປະກັນທີ່ເຂັ້ມແຂງເພື່ອບັນລຸໜ້າທີ່ເປົ້າໝາຍໃນໄລຍະ “ແຜນພັດທະນາ 5 ປີຄັ້ງທີ XV ”.
ນາຍົກຫວຽດນາມເນັ້ນໜັກ ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ ​

ນາຍົກຫວຽດນາມເນັ້ນໜັກ ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ ​

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 12 ມັງກອນ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບຂໍ້ມູນ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ແລະ ເຊື່ອມຕໍ່ກັບສະຖານທີ່ເຊື່ອມຕໍ່ 34 ແຂວງ, ນະຄອນໃນທົ່ວປະເທດ.
ຊາອຸດິດ ອາຣັບບີ ຄົ້ນພົບຟອດຊິວແມງດາທະເລ ອາຍຸປະມານ 465 ລ້ານປີ

ຊາອຸດິດ ອາຣັບບີ ຄົ້ນພົບຟອດຊິວແມງດາທະເລ ອາຍຸປະມານ 465 ລ້ານປີ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຄະນະກຳມະການລາດຊະວົງອັລອູລາ ຂອງຊາອຸດິດ ອາຣັບບີ ໄດ້ປະກາດການຄົ້ນພົບຟອດຊິວແມງດາທະເລໃນເຂດສະຫງວນທຳມະຊາດ Al-Gharamil ໃນເມືອງອັລອູລາ. ໂດຍຟອດຊິວດັ່ງກ່າວມາຈາກຍຸກອໍໂດວິຊຽນ ຊຶ່ງຄາດຄະເນວ່າມີອາຍຸປະມານ 444 ຫາ 485 ລ້ານປີ, ກາຍເປັນໜຶ່ງໃນຟອດຊິວແມງດາທີ່ເກົ່າແກ່ທີ່ສຸດທີ່ເຄີຍຄົ້ນພົບໃນທົ່ວໂລກ.
ອິນໂດເນເຊຍ ໂຈະການເຂົ້າເຖິງ AI chatbot Grok

ອິນໂດເນເຊຍ ໂຈະການເຂົ້າເຖິງ AI chatbot Grok

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມັງກອນ ຜ່ານມາວ່າ: ກະຊວງການສື່ສານ ແລະ ກິດຈະການດີຈີຕອນຂອງອິນໂດເນເຊຍ ໄດ້ໂຈະການເຂົ້າເຖິງ chatbot AI ຂອງ xAI ຊື່ວ່າ "Grok" ຊົ່ວຄາວ, ໂດຍອ້າງເຖິງຄວາມກັງວົນກ່ຽວກັບການສ້າງ ແລະ ການເຜີຍແຜ່ຮູບພາບລາມົກ ລວມທັງປອມແປງເນື້ອຫາ (deepfake) ທີ່ສ້າງຂຶ້ນໂດຍບໍ່ໄດ້ຮັບການຍິນຍອມ.
UN ຄາດຄະເນເສດຖະກິດໂລກຈະເຕີບໂຕ 2.7% ໃນປີ 2026

UN ຄາດຄະເນເສດຖະກິດໂລກຈະເຕີບໂຕ 2.7% ໃນປີ 2026

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການສະຫະປະຊາຊາດ (UN) ໄດ້ເຜີຍແຜ່ບົດລາຍງານສະຖານະການ ແລະ ທ່າອ່ຽງເສດຖະກິດໂລກປີ 2026ຊຶ່ງລະບຸວ່າ, ຜົນຜະລິດທາງເສດຖະກິດທົ່ວໂລກຄາດວ່າຈະເຕີບໂຕ2.7% ໃນປີ 2026 ຊຶ່ງຕໍ່າກວ່າໂຕເລກການຄາດຄະເນ 2.8% ຂອງປີ 2025 ແລະຕໍ່າກວ່າອັດຕາສະເລ່ຍກ່ອນການລະບາດທີ່ 3.2%.
ມຽນ​ມາ ​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​ໄລ​ຍະ​ທີ 2 ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ມຽນ​ມາ ​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​ໄລ​ຍະ​ທີ 2 ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 11 ມັງ​ກອນ ຜ່ານມາ, 100 ຕາ​ແສງ ແລະ ​ເມືອງ​ໃນຫຼາຍ​ແຂວງ​ ແລະ​​ ລັດຂອງມຽນ​ມາ ຄື: ນະ​ຄອນ​ຢາງ​ກຸງ, ນະ​ຄອນ​ຫຼວງ​ເນ​ປີ​ດໍ ແລະ ນະ​ຄອນ​ມານ​ດາ​​ເລ ເປັນ​ຕົ້ນ ​ໄດ້​​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​​ໄລ​ຍະ​ທີ 2 ຂອງ​ການ​ເລືອ​ກ​ຕັ້ງ​​​ທົ່ວ​ປະ​ເທດ. ​ການ​ລົງ​ຄະ​ແນນ​ສຽງ​ນັບ​ແຕ່ເວ​ລາ 6:00 ໂມງ​ຈົນ​ຮອດ 16:00 ໂມງ.
ທ່ານນາ​ຍົກ​ລັດຖະມົນຕີຫວຽດນາມ ຮຽກ​ຮ້ອງ​ສຸມ​ໃສ່​ປະ​ຕິ​ບັດ​ບັນດາຍຸດ​ທະ​ສາດ​

ທ່ານນາ​ຍົກ​ລັດຖະມົນຕີຫວຽດນາມ ຮຽກ​ຮ້ອງ​ສຸມ​ໃສ່​ປະ​ຕິ​ບັດ​ບັນດາຍຸດ​ທະ​ສາດ​

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 11 ມັງກອນ ຜ່ານມາ ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ອົງຄະນະພັກລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2025 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2026. ໂດຍການເປັນປະທານຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເລຂາອົງຄະນະພັກ.
ເພີ່ມເຕີມ