ໂຕເລກຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ປີ 2024, ປະລິມານການຜະລິດ ແລະ ຈຳໜ່າຍລົດໃຊ້ພະລັງງານໃໝ່ຂອງຈີນໄດ້ບັນລຸເຖິງ 12.88 ລ້ານຄັນ ແລະ 12.86 ລ້ານຄັນຕາມລຳດັບ, ເພີ່ມຂຶ້ນ 34.4% ແລະ 35.5% ຕາມລຳດັບເມື່ອທຽບໃສ່ປີ 2023. ປະລິມານການຈຳໜ່າຍລົດໃຊ້ພະລັງງານໃໝ່ໄດ້ກວມ 40.9% ຂອງປະລິມານການຈຳໜ່າຍລົດໃໝ່ ແລະ ສືບຕໍ່ເປັນຈຸດເຕີບໂຕທີ່ສຳຄັນສຳລັບອຸດສາຫະກຳລົດຂອງຈີນ. ໃນຂະນະດຽວກັນ, ໃນປີ 2024, ຈີນໄດ້ສົ່ງອອກລົດໃຊ້ພະລັງງານໃໝ່ 1,284 ລ້ານຄັນ, ເພີ່ມຂຶ້ນ 6.7% ເມື່ອທຽບໃສ່ປີ 2023 ແລະ ສືບຕໍ່ເປັນອັນດັບທີ 1 ຂອງໂລກ.
ກອງປະຊຸມຄົບຄະນະຂອງສູນກາງພັກກອມມູນິດຈີນຮັບຮອງເອົາເອກະສານ “ຂໍ້ຕົກລົງ” ແມ່ນຜົນສໍາເລັດສໍາຄັນທີ່ສຸດຂອງກອງປະຊຸມຄັ້ງນີ້
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 30 ຕຸລານີ້, ສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນໍາ ແລະ ບັນຍາຍເນື້ອໃນຈິດໃຈຂອງກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນລະຫວ່າງວັນທີ 26-29 ຕຸລານີ້.
ຄໍາເຫັນ