ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ

ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ

ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ
ໃນວັນທີ 14 ພຶດສະພານີ້ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າຕ້ານການສໍ້ລາດບັງຫຼວງສູນກາງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ເປັນປະທານຮ່ວມກອງປະຊຸມສະຫຼູບວຽກງານກວດກາ ທົ່ວແຂວງປະຈໍາປີ 2024.

ໃນກອງປະຊຸມ, ທ່ານ ລໍາທອງ ຂອບສີລາວົງ ກໍາມະການປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງ ປະທານອົງການກວດກາແຂວງ ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ໂດຍຍົກໃຫ້ເຫັນ ດ້ານດີ ແລະ ຜົນສຳເລັດໃນການເຄື່ອນໄຫວວຽກງານກວດກາ. ປັດຈຸບັນ ທົ່ວແຂວງປະກອບມີ 14 ອົງຄະນະພັກເມືອງ, 1 ນະຄອນ ແລະ 2 ຄະນະພັກກອງບັນຊາການປກຊ-ປກສແຂວງ, ມີ 22 ຄະນະພັກຮາກຖານ, 22 ໜ່ວຍພັກຮາກຖານອ້ອມຂ້າງແຂວງ; ຊຶ່ງໄດ້ດຳເນີນຊີວິດການເມືອງທ້າຍສະໄໝ ແລະ ດຳເນີນກອງປະຊຸມໃຫຍ່ຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງແຂວງທີ່ຄົບວາລະກອງປະຊຸມສຳເລັດ 6 ຄະນະພັກຮາກຖານ ແລະ 2 ໜ່ວຍພັກ; ບົ່ງຕົວແຕ່ງຕັ້ງ 1 ຄະນະພັກຮາກຖານ, 1 ໜ່ວຍພັກຮາກຖານ. ພ້ອມກັນນັ້ນ, ໄດ້ເຂົ້າຮ່ວມຕິດຕາມດຳເນີນຊີວິດການເມືອງທ້າຍສະໄໝຂອງໜ່ວຍພັກຂຶ້ນກັບຄະນະພັກຮາກຖານມີ 38 ໜ່ວຍພັກ, ໄດ້ເຂົ້າຮ່ວມປະເມີນສັງລວມການສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງຂອງຄະນະບໍລິຫານງານພັກແຂວງ 14 ຕົວເມືອງ, 1 ນະຄອນ.

ໃນປີ 2024 ຜ່ານມາຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ເດັດດ່ຽວປະຕິບັດວິໄນຕໍ່ສະມາຊິກພັກລວມທັງໝົດ 69 ສະຫາຍ ຍິງ 12 ສະຫາຍ. ໃນນີ້, ປະຕິບັດຂັ້ນກ່າວເຕືອນມີ 13 ສະຫາຍ ຍິງ 2 ສະຫາຍ; ຂັ້ນຕິຕຽນ 15 ສະຫາຍ ຍິງ 9 ສະຫາຍ, ໂຈະຮ່ວມຊີວິດພັກ 28 ສະຫາຍ ຍິງ 1 ສະຫາຍ, ລຶບຊື່ອອກຈາກພັກ 17 ສະຫາຍ, ປົດຕໍາແໜ່ງພາຍໃນພັກ 1 ສະຫາຍ.

ສຳລັບວຽກງານກວດກາປົກກະຕິ, ກວດກາຕາມຄຳສັ່ງ ແລະ ກວດກາກະທັນຫັນ, ສຳເລັດກວດກາລາຍຮັບ-ລາຍຈ່າຍ, ການນຳໃຊ້ ແລະ ການຄຸ້ມຄອງເງິນກອງທຶນທາງ. ຜົນການກວດກາແມ່ນລວມທັງໝົດ 70 ສັນຍາ; ຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີປະຈຳປີ 2023 ຕາມແຜນທີ່ກະກຽມມີທັງໝົດ 9 ໂຄງການ; ກວດກາເອກະສານໂຄງການແກ້ໄຂສຸກເສີນຈາກໄພພິບັດທຳມະຊາດເລີ່ມແຕ່ປີ 2012-2021 ເພື່ອສະເໜີສະພາປະຊາຊົນແຂວງຮັບຮອງເອົາເຂົ້າແຜນການລົງທຶນຂອງລັດປະຈຳປີ 2025 ມີທັງໝົດ 42 ໂຄງການມູນຄ່າ 78.39 ຕື້ກີບ.

ນອກນີ້, ຍັງໄດ້ຍັງຮ່ວມກັບຄະນະກຳມະການຈາກສູນກາງດຳເນີນການກວດກາເຂດເສດຖະກິດພິເສດສະຫວັນນະເຂດ, ຊຶ່ງສາມສົ່ງຄືນໃຫ້ລັດຕາມຈຳນວນເສຍຫາຍຈຳນວນມາດກວດພົບເຫັນມີຫຼາຍບັນຫາ ແລະ ສະເໜີໃຫ້ປັບປຸງແກ້ໄຂມີ 16 ບັນຫາ ແລະ ໄດ້ມອບເງິນເຂົ້າງົບປະມານລັດມູນຄ່າ 3 ຕື້ກວ່າກີບ; ກວດກາການນຳເຂົ້າ ແລະ ເສຍພາສີລົດແຕ່ປີ 2019-2023 ຮ່ວມກັບກວດກາສູນກາງໄດ້ອາຍັດພາຫານະປະເພດລົດໃຫຍ່ຈໍານວນ 13 ຄັນ.

ຜ່ານການດຳເນີນການກວດກາສືບສວນ-ສອບສວນແມ່ນສົ່ງຄືນຜູ້ປະກອບການ 9 ຄັນ. ໃນນີ້, ລົດ 2 ຄັນມີເອກະສານຖືກຕ້ອງ, 7 ຄັນໄດ້ເສຍພາສີເພີ່ມມູນຄ່າ 3 ຕື້ກວ່າກີບ ແລະ ສ່ວນລົດ 4 ຄັນແມ່ນດຳເນີນການສອບສວນປະກອບສຳນວນສົ່ງໄອຍະການແຂວງສົ່ງຟ້ອງໃຫ້ສານຮິບເປັນຂອງລັດ ແລະ ຄະນະສະເພາະກິດຂັ້ນແຂວງໄດ້ອາຍັດພາຫານະທີ່ລັກລອບເຄື່ອນຍ້າຍຖ່ານດໍາ ແລະ ໄມ້ໄດ້ທັງໝົດ 77 ຄັນ, ໄດ້ປັບໃໝພາຫານະ 75 ຄັນ ແລະ ຖ່ານດໍາລວມເປັນເງິນທັງໝົດ 2.32 ຕື້ກີບ, ສ່ວນອີກ 2 ຄັນແມ່ນສືບຕໍ່ດໍາເນີນການແກ້ໄຂຕາມລະບຽບການ.

ພ້ອມກັນນັ້ນ, ໄດ້ຕິດຕາມກວດກາບັນດາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີປະຈໍາປີ 2024 ມີທັງໝົດ 16 ໂຄງການມູນຄ່າລວມໂຄງການສະພາຮັບຮອງທັງໝົດ 68 ຕື້ກວ່າກີບ. ໃນນີ້, 12 ໂຄງການພະແນກການເປັນເຈົ້າຂອງໂຄງການ ແລະ ມີ 4 ໂຄງການມູນຄ່າ 5 ຕື້ກີບ ລົງມາເມືອງເປັນເຈົ້າຂອງໂຄງການ. ຜ່ານການດໍາເນີນຕິດຕາມກວດກາເຫັນວ່າມີ 1 ໂຄງການຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ.

ຄຽງຄູ່ກັນນີ້, ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດການແກ້ໄຂຜົນການກວດກາຕາມຜົນການກວດສອບ ຕາມມະຕິສະພາປະຊາຊົນແຂວງ ສະບັບເລກທີ 04/ສພຂ.ສຂ, ລົງວັນທີ 10 ມັງກອນ 2024 ແລະ ບັນຫາທີ່ໄດ້ຮັບການແກ້ໄຂແລ້ວ ມີ 15 ບັນຫາ, ບັນຫາທີ່ໄດ້ຮັບການແກ້ໄຂແຕ່ບໍ່ຂາດຕົວ ມີ 13 ບັນຫາຕ້ອງສືບຕໍ່ແກ້ໄຂ.

ໂອກາດນີ, ທ່ານ ຄໍາພັນ ພົມມະທັດ ໄດ້ຊົມເຊີຍຕໍ່ຄະນະພັກແຂວງສະຫວັນນະເຂດ ກໍຄືຄະນະກວດກາພັກ-ລັດແຂວງທີ່ໄດ້ເປັນເຈົາການຈັດຕັງປະຕິບັດໜ້າວຽກສໍາຄັນຕາມພາລະບົດບາດໜ້າທີ່ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນການລະເມີດລະບຽບກົດໝາຍ ແຕ່ກໍຮ່ວມກັນແກ້ໄຂໄດ້ໄວສົມຄວນ ສາມາດຕີຖອຍປາກົດການຫໍ້ທໍ້ທີ່ເປັນຫາງສັງຄົມ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ