ປີໃໝ່ລາວ ພ.ສ 2567 ນວ ມີຫຼາຍກິດຈະກຳທີ່ໜ້າສົນໃຈ

ປີໃໝ່ລາວ ພ.ສ 2567 ນວ ມີຫຼາຍກິດຈະກຳທີ່ໜ້າສົນໃຈ
ການສະຫຼອງປີໃໝ່ລາວ ພ.ສ 2567 ແຕ່ເໜືອຮອດໃຕ້, ໃນແຕ່ລະເຂດໄດ້ມີຫຼາກຫຼາຍກິດຈະກຳທາງສາສະໜາ ແລະ ມ່ວນຊື່ນທີ່ແຕກຕ່າງກັນໄປ. ໃນນັ້ນ, ການສະຫຼອງປີໃໝ່ລາວທີ່ນະຄອນຫຼວງວຽງຈັນ (ນວ) ກໍມີຫຼາຍກິດຈະກໍາທີ່ໜ້າສົນໃຈ. ສະນັ້ນ, ເຊີນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຫົດສົງພະພຸດທະຮູບ, ທຳບຸນ ແລະ ຮ່ວມມ່ວນຊື່ນກັບກິດຈະກຳຕ່າງໆ.
ປີໃໝ່ລາວ ຫຼື ເອີ້ນວ່າ: ບຸນປີໃໝ່ກຸດສົງການ ຊຶ່ງເປັນໜຶ່ງງານບຸນປະເພນີລາວທີ່ມີຄວາມໜາຍ-ຄວາມສຳຄັນໃນຮີດ 12 ຄອງ 14 ປະເພນີລາວທີ່ຈັດຂຶ້ນໃນເດືອນ 5 ລາວ ທ່າມກາງອາກາດຮ້ອນເອົ້າ. ສຳລັບການສະຫຼອງປີໃໝ່ລາວປີນີ້ ຖືວ່າເປັນປີພິເສດກໍວ່າໄດ້ຊຶ່ງແກ່ຍາວເປັນເວລາ 4 ວັນ ໂດຍກົງກັບວັນທີ 13 ຫາ 16 ເມສາ 2024 (ມື້ຂຶ້ນ 5 ຄໍ່າ ຫາ 8 ຄໍ່າ ເດືອນ 5 ລາວ ພ.ສ 2567). ພ້ອມນັ້ນ, ມີຫຼາຍຄອບຄົວຍັງຖືໂອກາດນີ້ໄປທ່ຽວ, ທຳບຸນຂຶ້ນເໜືອລົງໃຕ້, ໄປຢ້ຽມຢາມບ້ານເກີດເມືອງນອນເພື່ອສົມມາຄາລະວະພໍ່ແມ່, ຜູ້ເຖົ້າແກ່ອາວຸໂສ, ມີການບາສີສູ່ຂັວນມັດຂໍ້ຕໍ່ແຂນ. ໃນນັ້ນ, ຍັງໄດ້ຫົດສົງອວຍພອນໄຊຊຶ່ງກັນ ແລະ ກັນ ເພື່ອໃຫ້ຢູ່ດີມີແຮງ, ມີໂຊກມີໄຊຕະຫຼອດໄປ. ພ້ອມນັ້ນ, ກິດຈະກໍາການສະຫຼອງປີໃໝ່ແຕ່ເໜືອຮອດໃຕ້, ແຕ່ລະເຂດກໍຈະມີຫຼາກຫຼາຍກິດຈະກຳທາງສາສະໜາ ແລະ ມ່ວນຊື່ນທີ່ແຕກຕ່າງກັນໄປ. 
ສຳລັບປີໃໝ່ລາວ ພ.ສ 2567 ນວ ໄລຍະ 4 ວັນຈະມີຫຼາກຫຼາຍກິດຈະກຳທາງສາສະໜາຄື: ມີພິທີປ່ຽນຜ້າສີຫຼັກເມືອງ, ບາສີສູ່ຂວັນ, ຫົດສົງຫຼັກເມືອງ, ຫໍຫຼັກເມືອງຢູ່ວັດສີເມືອງ, ພິທີຫົດສົງພະເຈົ້າໃຫຍ່ອົງຕື້ຢູ່ວັດອົງຕື້ ແລະ ພິທີຫົດສົງພະພຸດທະຮູບຢູ່ວັດອິນແປງ, ພິທີອັນເຊີນພະພຸດທະຮູບລົງຫົດສົງທີ່ວັດອົງຕື້, ວັດອິນແປງ, ອັງເຊີນພະອົງຄໍາລົງຫົດສົງ ພ້ອມທັງໃຫ້ມວນຊົນໄດ້ຫົດສົງພະພຸດທະຮູບຢູ່ພະທາດຫຼວງວຽງຈັນ, ຫົດສົງພະພຸດທະຮູບຕາມວັດວາອາຣາມຕ່າງໆ. ໃນນັ້ນ, ຈະມີພິທີແຫ່ພະພຸດທະຮູບຄູ່ບ້ານຄູ່ເມືອງຈາກວັດອິນແປງແຫ່ໄປຕາມເສັ້ນທາງເສດຖາທິລາດ-ລ້ຽວຂວາເຂດຫໍພະແກ້ວ-ລ້ຽວຂວາຂ້າງຫໍຄໍາ-ວັດອິນແປງ. ພ້ອມນັ້ນ, ຈະເປີດງານຕະຫຼາດນັດຢູ່ຖະໜົນວັດທະນະທໍາ, ເປີດກິດຈະກໍາມ່ວນຊື່ນຢູ່ສະໜາມກິລາເຈົ້າອານຸວົງ (ແບບສາກົນ), ຫຼິ້ນນໍ້າຢູ່ເສັ້ນທາງເສດຖາທິລາດ/ເສັ້ນທາງວັດທະນະທໍາ, ຈະເປີດຖະໜົນເສດຖາທິລາດ (ວັດອິນແປງ-ບໍລິເວນນໍ້າພຸ) ໃຫ້ມວນຊົນໄດ້ຫຼິ້ນນໍ້າ ແລະ ກິດຈະກຳອື່ນໆອີກ.
ຂ່າວ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເປີດງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" (Discover Laos Through It's Taste) ຂຶ້ນຢ່າງເປັນທາງການໃນວັນທີ 26 ມັງກອນນີ້ ທີ່ສວນເຈົ້າອານຸວົງ ແຄມຂອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີປະທານກິດຕິມະສັກ ສທຍ, ປະທານທີ່ປຶກສາ ສທຍ, ມີບັນດາພັນລະຍາການນໍາຂັ້ນສູງ, ການນໍາເພດຍິງ, ທຸຕານຸທູດ, ຜູ້ສະໜັບສະໜູນ, ບັນດາບໍລິສັດ, ແຂກຖືກເຊີນເຂົ້າຮ່ວມ.
ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາ​ທ່ານ​ຮອງລັດຖະມົນຕີ, ບັນດາ​ທ່ານຫົວໜ້າກົມ, ຫ້ອງການ, ສູນ, ສະຖາບັນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ-ອົງການ, ມະຫາວິທະຍາໄລແຫ່ງຊາດ, ພາກສ່ວນທຸລະກິດ, ຜູ້ປະກອບການ ແລະ ແຂກຜູ້ມີກຽດ
ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການຄະນະກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ເມືອງຊຽງຄໍ້ ແຂວງຫົວພັນ ໃນວັນທີ 26 ມັງກອນນີ້ ຊຶ່ງມີບັນດາຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການເຮັດວຽກງານໃນໄລຍະໃໝ່ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ ຄອສພ, ເຂົ້າຮ່ວມໃນພິທີເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ທ່ານ ຄຳຜາຍ ອິນທິຣາ ຮອງຫົວໜ້າສູນບໍລິຫານລັດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍ ນັກສຳມະນາກອນເຂົ້າຮ່ວມ.
ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ໃນທ້າຍອາທິດຜ່ານມານີ້, ທ່ານ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຢຽມຢາມ ແລະ ເຮັດວຽກຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ແຂວງສະຫວັນນເຂດ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ພົມມາ ສົງວິໄລ ປະທານຄະນະກໍາມະການປົກຄອງເມືອງ, ພ້ອມຄະນະ.
ເອົາໃຈໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ປະຊາຊົນລາວບັນດາເຜົ່າ

ເອົາໃຈໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ປະຊາຊົນລາວບັນດາເຜົ່າ

ໃນຕະຫຼອດບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຄະນະພັກ ແລະ ຄະນະກຳມະການເລືອກຕັ້ງແຕ່ລະຂັ້ນ ຕ້ອງເອົາໃຈ ໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນແຈ້ງບາງບັນຫາສໍາຄັນ.
ພະອາຈານໃຫຍ່ຫວຽດນາມເຂົ້າພົບປະທານຄະນະກຳມະການປົກຄອງແຂວງ

ພະອາຈານໃຫຍ່ຫວຽດນາມເຂົ້າພົບປະທານຄະນະກຳມະການປົກຄອງແຂວງ

ພະອາຈານ ທິກທໍລາກ ຫົວໜ້າຄະນະກຳມະການວັດທະນາທຳ ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຮອງຫົວໜ້າຄະນະກຳມະການປະຈຳສະມາຄົມ ພຸດທະສາສະໜາແຂວງເຫງະອານ ເຈົ້າອາທິການວັດ ບາງລອງ ນະຄອນຫຼວງວຽງຈັນ ເຈົ້າອາທິການວັດມິດຕະພາບ ເຂດຫໍບູຊານັກຮົບທີ່ເສຍສະຫຼະຊີວິດລາວ-ຫວຽດນາມແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ພົບປະທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ, ໃນວັນທີ25ມັງກອນ2026 ຢູ່ທີ່ຫ້ອງວ່າການແຂວງ.
ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ວັນທີ 22 ມັງກອນຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງພາຍໃນແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ນາຍ ແລະ ພົນທະຫານຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ ປີ 1949 - 20 ມັງກອນ 2026) ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ພົນຈັດຕະວາ ບົວໄລ ສີລັກສາ ຫົວໜ້າການ ເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ພ້ອມດ້ວຍ ຄະນະ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ອອປສ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ໃນວັນທີ 23 ທັນວາ ນີ້ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການຈັດພິທີປາຖະກະຖາເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີV ແລະ ເຜີຍແຜ່ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026).ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ.
ເພີ່ມເຕີມ