ປີຜ່ານມາ ຈຳນວນການຂາຍລົດ EV ໃນອົສຕຣາລີ ບັນລຸ 149%

ປີຜ່ານມາ ຈຳນວນການຂາຍລົດ EV ໃນອົສຕຣາລີ ບັນລຸ 149%
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສະພາຍານພາຫະນະໄຟຟ້າຂອງອົສຕຣາລີໄດ້ເປີດເຜີຍບົດລາຍງານອຸດສາຫະກຳຍານພາຫະນະໄຟຟ້າປະຈຳປີ 2023 ໂດຍລະບຸວ່າ: ຈຳນວນຈຳໜ່າຍຍານພາຫະນະໄຟຟ້າໃນອົສຕຣາລີເພີ່ມຂຶ້ນຫຼາຍກວ່າ 2 ເທົ່າໃນປີ 2023.
ບົດລາຍງານລະບຸວ່າ: ຈຳນວນຈຳໜ່າຍຍານພາຫະນະໄຟຟ້າຂອງອົສຕຣາລີ ໃນປີ 2023 ລວມມີ 98.346 ຄັນ ເພີ່ມຂຶ້ນ 149,9% ຈາກ 39.353 ຄັນໃນປີ 2022 ແລະ ຄິດເປັນ 8,45% ຂອງຍອດຈຳໜ່າຍລົດໃຫຍ່ໃໝ່ທັງໝົດ ຊຶ່ງເພີ່ມຂຶ້ນຈາກ 3,81% ໃນປີ 2022. ທ່ານ ເບຢາດ ຈາຟາຣີ ຜູ້ບໍລິຫານລະດັບສູງຂອງສະພາຍານພາຫະນະໄຟຟ້າຂອງອົສຕຣາລີ ກ່າວວ່າ: ຕະຫຼາດຍານພາຫະນະໄຟຟ້າຂອງອົສຕຣາລີມີທ່າອ່ຽງຂະຫຍາຍຕົວ 30%-50% ຕໍ່ປີ ໂດຍອົສຕຣາລີ ມີການຈັດຈຳໜ່າຍຍານພາຫະນະໄຟຟ້າໃນປີ 2023 ລວມ 90 ລຸ້ນ ຊຶ່ງເພີ່ມຂຶ້ນຈາກ 70 ລຸ້ນໃນປີ 2022.
ບົດລາຍງານລະບຸວ່າ: ຍານພາຫະນະໄຟຟ້າຂອງເທສລາ ລຸ້ນໂມເດວ ວາຍ (Model Y) ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນອົສຕຣາລີ ຮອງລົງມາແມ່ນລຸ້ນ Model 3 ແລະ Atto 3 ຂອງ BYD ໂດຍທັງສາມລຸ້ນນີ້ມີຈຳນວນຈຳໜ່າຍລວມກັນຫຼາຍກວ່າ 50.000 ຄັນ.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນເດຍ ເປີດການປະມູນປຸ໋ຍຢູເຣຍ ນຳເຂົ້າ 2.5 ລ້ານໂຕນ

ອິນເດຍ ເປີດການປະມູນປຸ໋ຍຢູເຣຍ ນຳເຂົ້າ 2.5 ລ້ານໂຕນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ເມສາ ຜ່ານມາວ່າ: ເຈົ້າໜ້າທີ່ລັດຖະບານອິນເດຍໄດ້ເປີດເຜີຍການປະມູນລະດັບໂລກເພື່ອນຳເຂົ້າປຸ໋ຍຢູເຣຍ ຈຳນວນ 2.5 ລ້ານໂຕນ ທ່າມກາງບັນຫາການສະໜອງທີ່ຢຸດສະງັກເພາະສະຖານະການໃນຕາເວັນອອກກາງ. ໂດຍ ບໍລິສັດ Indian Potash Limited ຂອງລັດ ໄດ້ເປີດການປະມູນ ຊຶ່ງຈະສິ້ນສຸດໃນວັນທີ 15 ເມສານີ້.
IMF ອາດຈະຫຼຸດການຄາດຄະເນເສດຖະກິດໂລກ

IMF ອາດຈະຫຼຸດການຄາດຄະເນເສດຖະກິດໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ເມສາ ຜ່ານມາວ່າ: ທ່ານນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການໃຫຍ່ຂອງກອງທຶນການເງິນສາກົນ (IMF) ໄດ້ເປີດເຜີຍວ່າ: ສົງຄາມໃນຕາເວັນອອກກາງຈະສົ່ງຜົນໃຫ້ອັດຕາເງິນເຟີ້ສູງຂຶ້ນ ແລະ ເຮັດໃຫ້ການເຕີບໂຕຂອງເສດຖະກິດໂລກຊ້າລົງ. ທ່ານກ່າວຕື່ມວ່າ: ເຖິງແມ່ນວ່າຂໍ້ຂັດແຍ່ງຈະໄດ້ຮັບການແກ້ໄຂຢ່າງວ່ອງໄວ, ແຕ່ IMF ຍັງຈະພິຈາລະນາຫຼຸດການຄາດຄະເນການເຕີບໂຕທາງເສດຖະກິດ ແລະ ຍົກລະດັບການຄາດຄະເນອັດຕາເງິນເຟີ້.
ກຳ​ປູ​ເຈຍ ປະ​ກາດ​ໃຊ້​ກົດ​ໝາຍ​ ປາບ​ປາມການຫຼອກ​ລວງ​ທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ

ກຳ​ປູ​ເຈຍ ປະ​ກາດ​ໃຊ້​ກົດ​ໝາຍ​ ປາບ​ປາມການຫຼອກ​ລວງ​ທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 6 ເມ​ສາ​ຜ່ານມານີ້, ທ່ານ ຮຸນ​ແຊນ ຮັກ​ສາ​ການ​ແທນ​ພະ​ມະ​ຫາ​ກະ​ສັດ​ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໄດ້​ລົງ​ນາມ​ໃນ​ລັດ​ຖະ​ດຳ​ລັດ ເພື່ອປະ​ກາດ​ໃຊ້ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານການຫຼອກ​ລວງ​ທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ ຊຶ່ງ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທັນ​ທີ.
ຈີນ​ ຮຽກ​ຮ້ອງ​​ການ​ປະ​ຕິ​ຮູບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະໃຫ້​ຄວາມ​ສຳ​ຄັນຕໍ່ປະ​ເທດ​ກຳ​ລັງ​ພັດ​ທະ​ນາ

ຈີນ​ ຮຽກ​ຮ້ອງ​​ການ​ປະ​ຕິ​ຮູບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະໃຫ້​ຄວາມ​ສຳ​ຄັນຕໍ່ປະ​ເທດ​ກຳ​ລັງ​ພັດ​ທະ​ນາ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 6 ເມ​ສາ ຜ່ານມາ, ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແຈ້ງ​ສະ​ພາບ​ການປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ການ​ປະ​ຕິ​ຮູບ ​​ຄົບ​ຮອບ 80 ປີ​ຂອງ​ການ​ສ້າງ​ຕັ້ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາ​ຊາດ ຫຼື ​UN80​ ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ, ທ່ານ ​ຊຸ່ນ​ເຫຼີຍ ຮອງ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ ​ຢືນ​ຢັນ​ວ່າ: ຈີນ​ຄອງ​ຄອຍ​ການ​ປະ​ຕິ​ຮູບຈະ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ເຕັມ​ທີ່​ຕໍ່​ຄວາມ​ກັງ​ວົນ​ຂອງ​ປະ​ເທດ​​ກຳ​ລັງ​ພັດ​ທະ​ນາ, ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ທຸກ​ຖ້ວນ​ໜ້າ ເພື່ອ​ເຮັດ​ໃຫ້​ໝາກ​ຜົນ​ຂອງ​ກາ​ນ​ປະ​ຕິ​ຮູບ​ສາ​ມາດ​ຜ່ານ​ຜ່າ​ການ​ທົດ​ສອບ​ທາງ​ປະ​ຫວັດ​ສາດ​ໄດ້.
ພູເຂົາໄຟດູໂຄໂນ ໃນອິນໂດເນເຊຍ ລະເບີດ 4 ຄັ້ງໃນມື້ດຽວ

ພູເຂົາໄຟດູໂຄໂນ ໃນອິນໂດເນເຊຍ ລະເບີດ 4 ຄັ້ງໃນມື້ດຽວ

ຂ່າວຕ່າງປະເທດລາຍງານໃນວັນທີ 7 ເມສາ ຜ່ານມາວ່າ: ສູນຫຼຸດຜ່ອນໄພພິບັດທາງພູເຂົາໄຟ ແລະ ທໍລະນີວິທະຍາຂອງອິນໂດເນເຊຍລາຍງານວ່າ, ພູເຂົາໄຟດູໂຄໂນ ໃນແຂວງມາລູກູເໜືອ ຂອງອິນໂດເນເຊຍໄດ້ລະເບີດຂຶ້ນ 4 ຄັ້ງໃນວັນ 7 ເມສາ ຜ່ານມາ ໂດຍພົ່ນຂີ້ເທົ່າໜາຂຶ້ນສູ່ທ້ອງຟ້າ.
ທ່ານ​ ເລ​ມິງ​ຮຶງ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຫວຽດນາມ

ທ່ານ​ ເລ​ມິງ​ຮຶງ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນ​ບ່າຍ​ວັນ​ທີ 7 ເມ​ສາ ຜ່ານມາ ຢູ່​ນະ​ຄອນຫຼວງຮ່າ​ໂນ້ຍ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເຂົ້າ​ຮ່ວມ​ການ​ລົງ​ຄະ​ແນນ​ສຽງ​ໃຫ້​ສັດ​ຕະ​ຍາ​ບັນ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຮັບ​ຮອງ​ເອົາ​ມະ​ຕິ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2026 – 2031 ສໍາ​ລັບ​ທ່ານ​ ເລ​ມິ​ງຮຶງ ກຳ​ມະ​ການ​ກົມ​ການ​ເມືອງ ເລ​ຂາ​ທິ​ການ​ສູນ​ກາງ​ພັກ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI.
ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ສ້າງຄວາມກົນດັນຕໍ່ອຸດສາຫະກຳທ່ອງທ່ຽວມາເລເຊຍ

ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ສ້າງຄວາມກົນດັນຕໍ່ອຸດສາຫະກຳທ່ອງທ່ຽວມາເລເຊຍ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ສຣີ ເຄເນສ ມິເຊວ ປະທານສະຫະພັນທ່ອງທ່ຽວມາເລເຊຍ ໄດ້ເປີດເຜີຍວ່າ: ຂະແໜງການທ່ອງທ່ຽວຂອງມາເລເຊຍກຳລັງປະເຊີນກັບແຮງກົດດັນດ້ານຄ່າໃຊ້ຈ່າຍໃນການດຳເນີນງານທີ່ເພີ່ມຂຶ້ນຍ້ອນລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ຊຶ່ງເປັນຜົນສະທ້ອນຂອງຄວາມເຄັ່ງຕຶງໃນຕາເວັນອອກກາງ. ໂດຍສ້າງຜົນກະທົບທີ່ແຜ່ລາມໄປທົ່ວອຸດສາຫະກຳ.
ຄາດ​ຄະ​ເນ​​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ອາ​ຊຽນ ແລະ ​ຈີນ ຍີ່​ປຸ່ນ ສ ເກົາຫຼີ ໃນປີ 2026

ຄາດ​ຄະ​ເນ​​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ອາ​ຊຽນ ແລະ ​ຈີນ ຍີ່​ປຸ່ນ ສ ເກົາຫຼີ ໃນປີ 2026

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 6 ເມ​ສາຜ່ານມາ, ຫ້ອງ​ການ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ອາ​ຊຽນ ແລະ​ ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ໄດ້​ເປີດ​ເຜີຍ​ບົດ​ລາຍ​ງາ​ນ​ຄາດ​ຄະ​ເນ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ອາ​ຊຽນ ແລະ​ ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ປີ 2026 ໂດຍ​ຄາດ​ຄະ​ເນ​ວ່າ: ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ອາ​ຊຽນ ແລະ ​ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ໃນ​ປີ 2026 ແລະ 2027 ແມ່ນ 4%. ບົດ​ລາຍ​ງານ​ລະ​ບຸ​ວ່າ: ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ​ໄດ້​ຮຸນ​ແຮງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ ​ການສະ​ໜອງ​ດ້ານ​ພະ​ລັງ​ງານ​ທົ່ວ​ໂລກ​ຖືກ​​ຜົນ​ກະ​ທົບ ຈະ​ເຮັດ​ໃຫ້​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​​ຖະ​ກິດ​ໃນ​ພາກ​ພື້ນ​ມີ​ຄວາມ​ສ່ຽງຫຼຸດ​ຕ່ຳ​ລົງຫຼາຍ​ຂຶ້ນ.
WHO ລະດົມທຶນ ສະໜັບສະໜູນລະບົບສາທາລະນະສຸກໃນ 5 ປະເທດຕາເວັນອອກກາງ

WHO ລະດົມທຶນ ສະໜັບສະໜູນລະບົບສາທາລະນະສຸກໃນ 5 ປະເທດຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານໃນວັນທີ 4 ເມສາ ຜ່ານມາວ່າ: ທ່ານ ເທດຣອສ ອັດຮາໂນມ ເກເບຣເຢຊຸສ ຜູ້ອໍານວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ໄດ້ລະບຸຜ່ານສື່ສັງຄົມອອນລາຍວ່າ: ລະບົບສາທາລະນະສຸກຂອງ 5 ປະເທດທີ່ໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງໃນຕາເວັນອອກກາງຄື: ລີບັງ, ອີຣານ, ອີຣັກ, ຊີຣີ ແລະ ຊອກດານີ ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຢ່າງຮີບດ່ວນ.
OPEC+ ກຽມເພີ່ມການຜະລິດນ້ຳມັນໃນເດືອນພຶດສະພາ

OPEC+ ກຽມເພີ່ມການຜະລິດນ້ຳມັນໃນເດືອນພຶດສະພາ

ຂ່າວຕ່າງປະເທດລາຍງານໃນວັນທີ 6 ເມສາ ຜ່ານມາວ່າ: ອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫຼື OPEC+ ໄດ້ຕົກລົງກັນໃນວັນທີ 5 ເມສາ ຜ່ານມາ, ເພື່ອເພີ່ມການຜະລິດນໍ້າມັນດິບ 206,000 ບາເຣວຕໍ່ມື້ໃນເດືອນພຶດສະພາ.
ເພີ່ມເຕີມ