ປີຜ່ານມາ ເສດຖະກິດສິງກະໂປຂະຫຍາຍຕົວໜ້ອຍກວ່າເປົ້າໝາຍ

ປີຜ່ານມາ ເສດຖະກິດສິງກະໂປຂະຫຍາຍຕົວໜ້ອຍກວ່າເປົ້າໝາຍ
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ກະຊວງການຄ້າຂອງສິງກະໂປໄດ້ອອກຖະແຫຼງການໂດຍລະບຸວ່າ: ເສດຖະກິດຂອງປະເທດຂະຫຍາຍຕົວ 1,1% ໃນປີຜ່ານມາ ເຖິງແມ່ນວ່າເປັນປີທີ 3 ຕິດຕໍ່ກັນ ຊຶ່ງເສດຖະກິດຂອງສິງກະໂປຂະຫຍາຍຕົວນັບຕັ້ງແຕ່ປະເຊີນກັບພາວະຖົດຖອຍຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີ 2020 ແຕ່ຍັງຄົງຕ່ຳກວ່າເປົ້າໝາຍຂອງລັດຖະບານ ກຳນົດໄວ້1,2%.
    ຂະນະດຽວກັນ, ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຂອງສິງກະໂປໃນປີຜ່ານມາຍັງຕ່ຳກວ່າສະຖິຕິຂອງປີ 2022 ຊຶ່ງຢູ່ທີ່ 3,8% ແລະ ສະຖິຕິຂອງປີ 2021 ສູງເຖິງ 8,9%. ສຳລັບທ່າອ່ຽງການຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດໃນປີນີ້ ລັດຖະບານສິງກະໂປກຳນົດເປົ້າໝາຍໄວ້ລະຫວ່າງ 1%-3% ໂດຍເຊື່ອວ່າ ຄວາມຕ້ອງການຈາກພາຍນອກຍັງຄົງບໍ່ປ່ຽນແປງ ເຖິງຢ່າງໃດກໍຕາມ, ຄວາມສ່ຽງຂາລົງທາງດ້ານເສດຖະກິດຍັງຄົງເປັນສິ່ງທີ່ຕ້ອງສັງເກດການຢ່າງໃກ້ຊິດຕໍ່ໄປ ໂດຍສະເພາະສະຖານະການໂລກໃນປັດຈຸບັນທີ່ຍັງຄົງແກ່ຍາວ ຊຶ່ງຈະສົ່ງຜົນຕໍ່ຕ່ອງໂສ້ການສະໜອງ.

ຄໍາເຫັນ

ຂ່າວຕ່າງປະເທດ

ເອຢິບ ປະສົບແຜ່ນດິນໄຫວຂະໜາດ 5.5 ຣິກເຕີ

ເອຢິບ ປະສົບແຜ່ນດິນໄຫວຂະໜາດ 5.5 ຣິກເຕີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ສະຖາບັນຄົ້ນຄວ້າດາລາສາດ ແລະ ທໍລະນີຟີຊິກ ແຫ່ງຊາດເອຢິບ ໄດ້ລາຍງານເຫດການແຜ່ນດິນໄຫວທີ່ມີຄວາມແຮງ 5.5 ຣິກເຕີ ໃນເຂດພາກຕາເວັນອອກສຽງ ເໜືອຂອງເມືອງຊາຣມ ເອລ ຊີກ ໃນເວລາປະມານ 3:00 ໂມງເຊົ້າ ຂອງວັນທີ 3 ສິງຫາ ຜ່ານມາ (ຕາມເວລາທ້ອງຖິ່ນ). ໂດຍມີຈຸດສູນກາງຂອງແຜ່ນດິນໄຫວຕັ້ງຢູ່ເສັ້ນຂະໜານ 30.19 ອົງສາເໜືອ ແລະ ເສັ້ນແວງ 32.61 ອົງສາຕາເວັນອອກ, ມີຄວາມເລິກ 10 ກິໂລແມັດ.
OPEC+ ເພີ່ມການຜະລິດນ້ຳມັນໃນເດືອນກັນຍາ ຂຶ້ນ 188.000 ບາເຣວຕໍ່ມື້

OPEC+ ເພີ່ມການຜະລິດນ້ຳມັນໃນເດືອນກັນຍາ ຂຶ້ນ 188.000 ບາເຣວຕໍ່ມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ໂອເປັກພລັສ (OPEC+) ຫຼື ກຸ່ມພັນທະມິດ ຜູ້ສົ່ງອອກນ້ຳມັນຂອງ OPEC 7 ປະເທດ (ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມັນ) ໄດ້ຕົກລົງທີ່ຈະເພີ່ມເພດານການຜະລິດນ້ຳມັນໃນເດືອນກັນຍາ ອີກ 188,000 ບາເຣວຕໍ່ມື້ ຫຼັງຈາກກອງປະຊຸມເພື່ອທົບທວນສະຖານະການ ແລະ ທ່າອ່ຽງຂອງຕະຫຼາດໂລກ.
7 ເດືອນຕົ້ນ​ປີ ທຶນ FDI ຈົດ​ທະ​ບຽນ​ເຂົ້າ​ຫວຽດ​ນາມ ບັນ​ລຸ 38 ຕື້ກວ່າໂດລາ

7 ເດືອນຕົ້ນ​ປີ ທຶນ FDI ຈົດ​ທະ​ບຽນ​ເຂົ້າ​ຫວຽດ​ນາມ ບັນ​ລຸ 38 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ໄລ່​ມາຮອດ​ວັນ​ທີ 31 ກໍ​ລະ​ກົດ ຜ່ານມາ, ຍອດ​ເງິນ​ລົງ​ທຶນ​ໂດຍ​​ກົງຈາກ​ຕ່າງ​ປະ​ເທດ (FDI) ຈົດ​ທະ​ບຽນ​ເຂົ້າ ຫວຽດ​ນາມ ບັນ​ລຸ 38.06 ຕື້ໂດລາ, ເພີ່ມ​ຂຶ້ນ 58% ເມື່ອ​ທຽບ​ໃສ່​ກັ​ບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​.
ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ສຳລັບເມືອງໜານຊາງ ຊຶ່ງເປັນເຂດທີ່ບໍ່ມີທາງອອກສູ່ທະເລ ໃນແຂວງຈຽງຊີ ທາງພາກຕາເວັນອອກຂອງ ສປ ຈີນ, ການສ້າງເຄືອຂ່າຍການຂົນສົ່ງທີ່ເປີດກວ້າງທີ່ແຜ່ລາມໄປທົ່ວພາກກາງຂອງຈີນ ແລະ ເຊື່ອມຕໍ່ກັບໂລກພາຍນອກແມ່ນກຸນແຈສຳຄັນສູ່ການພັດທະນາທີ່ຂັບເຄື່ອນດ້ວຍການເປີດກວ້າງ.
ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ວິທະຍຸໂທລະພາບສູນກາງ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ໃນຂະນະທີ່ອົງການອຸຕຸນິຍົມໂລກຫຼື WMO ໄດ້ເຜີຍແຜ່ບົດລາຍງານສະພາບອາກາດຕາມລະດູການທົ່ວໂລກປະຈຳເດືອນສະບັບຫຼ້າສຸດ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ກຳລັງຈັດກອງປະຊຸມຖະແຫຼງຂ່າວຢູ່ສຳນັກງານໃຫຍ່ອົງການຫະປະຊາຊາດທີ່ນະຄອນນິວຢອກຂອງອາເມຣິກາ, ໂດຍໄດ້ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການເພື່ອຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ ຊຶ່ງເກີດຈາກປາກົດການແອວນີໂຢ.
ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າ, ການລະບາດຂອງພະຍາດອີໂບລາ ໃນສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ໃນປັດຈຸບັນກາຍເປັນການລະບາດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງກົງໂກ, ໂດຍມີຜູ້ຕິດເຊື້ອ Bundibuyo ທີ່ຢືນຢັນແລ້ວ 3,605 ຄົນ, ລວມທັງຜູ້ເສຍຊີວິດ 1,587 ຄົນ ຊຶ່ງຄິດເປັນອັດຕາການຕາຍ 44%. ສູງກວ່າການລະບາດທີ່ໃຫຍ່ທີ່ສຸດກ່ອນໜ້ານີ້ໃນລະຫວ່າງປີ 2018- 2020 ຊຶ່ງມີ 3,317 ຄົນ.
ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ສິງຫາ ຜ່ານມາວ່າ: ກົມສະຖິຕິຂອງມາເລເຊຍຄາດຄະເນວ່າປະຊາກອນຂອງມາເລເຊຍ ຈະບັນລຸ 34.4 ລ້ານຄົນໃນປີ 2026, ເພີ່ມຂຶ້ນຈາກ 34.2 ລ້ານຄົນໃນປີ 2025 ຊຶ່ງຄິດເປັນອັດຕາການເຕີບໂຕປະຈຳປີ 0.5%.
6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸ 5,500 ຕື້ຢວນ

6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸ 5,500 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸເຖິງ 5,500 ຕື້ຢວນ, ເພີ່ມຂຶ້ນ 5.1% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ເສດຖະກິດທາງທະເລໄດ້ພັດທະນາຢ່າງໝັ້ນຄົງ ແລະ ມີທ່າອຽງການພັດທະນາທີ່ດີ.
ນະຄອນຫຼວງມະນີລາ ຈະໃຊ້ໂດຣນພະລັງງານ AI ຄາດຄະເນນໍ້າຖ້ວມລ່ວງໜ້າ 2 ຊົ່ວໂມງ

ນະຄອນຫຼວງມະນີລາ ຈະໃຊ້ໂດຣນພະລັງງານ AI ຄາດຄະເນນໍ້າຖ້ວມລ່ວງໜ້າ 2 ຊົ່ວໂມງ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ນະຄອນຫຼວງມະນີລາ ປະເທດຟີລິບປິນ, ມີແຜນທີ່ຈະນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເພື່ອຄາດຄະເນນໍ້າຖ້ວມລ່ວງໜ້າໄດ້ເຖິງ 2 ຊົ່ວໂມງ. ໂດຍລະບົບດັ່ງກ່າວຈະໃຊ້ໂດຣນທີ່ໃຊ້ພະລັງງານ AI ແລະ ເຕັກໂນໂລຊີການສ້າງແຜນທີ່ 3D ເພື່ອວິເຄາະປະລິມານນໍ້າຝົນ, ປະລິມານນໍ້າ ແລະ ລະດັບຄວາມສູງຂອງແຜ່ນດິນ ເພື່ອລະບຸພື້ນທີ່ທີ່ສ່ຽງນໍ້າຖ້ວມ.
7 ເດືອນຕົ້ນປີ ການສົ່ງອອກ-ນຳເຂົ້າຂອງຫວຽດນາມ ຈະບັນລຸ 659 ຕື້ໂດລາ

7 ເດືອນຕົ້ນປີ ການສົ່ງອອກ-ນຳເຂົ້າຂອງຫວຽດນາມ ຈະບັນລຸ 659 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ສະພາບການເສດຖະກິດ ຫວຽດນາມ ໃນ 7 ເດືອນຜ່ານມາໄດ້ຮັບຮູ້ຫຼາຍສັນຍານທີ່ຕັ້ງໜ້າຈາກການຜະລິດອຸດສາຫະກຳ, ສົ່ງອອກ-ນຳເຂົ້າ, ບໍລິໂພກ ແລະ ດຶງດູດການລົງທຶນ.
ເພີ່ມເຕີມ