ປິດໂຄງການເພີ່ມໂອກາດການເປັນຜູ້ປະກອບການ ແລະ ການຈ້າງງານສໍາລັບໄວໜຸ່ມ ແລະ ແມ່ຍິງ 2 ແຂວງ

ປິດໂຄງການເພີ່ມໂອກາດການເປັນຜູ້ປະກອບການ ແລະ ການຈ້າງງານສໍາລັບໄວໜຸ່ມ ແລະ ແມ່ຍິງ 2 ແຂວງ

ປິດໂຄງການເພີ່ມໂອກາດການເປັນຜູ້ປະກອບການ ແລະ ການຈ້າງງານສໍາລັບໄວໜຸ່ມ ແລະ ແມ່ຍິງ 2 ແຂວງ
ພິທີປິດໂຄງການເພີ່ມໂອກາດການເປັນຜູ້ປະກອບການ ແລະ ການຈ້າງງານສໍາລັບໄວໜຸ່ມ ແລະ ແມ່ຍິງ ແຂວງອຸດົມໄຊ ແລະ ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຮອງປະທານຜູ້ປະຈໍາການ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຊຶ່ງມີບັນດາທ່ານຄະນະກໍາມະການຄຸ້ມຄອງໂຄງການ ແລະ ຜູ້ປະສານງານ ຂັ້ນສູນກາງ, ບັນດາທ່ານຄະນະກໍາມະການຄຸ້ມຄອງໂຄງການແຂວງອຸດົມໄຊ, ຄໍາມ່ວນ ແລະ ບັນດາເມືອງເປົ້າໝາຍຂອງທັງສອງແຂວງ ແລະ ຜູ້ຕາງໜ້າອົງການແອັກເຊິນ ເອດູເຄເຊິນ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມ.
ປດໂຄງການເພມໂອກາດການເປນຜປະກອບການ ແລະ ການຈາງງານສາລບໄວໜມ ແລະ ແມຍງ 2 ແຂວງ - image 1
 

 

ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວໃນພິທີປິດຄັ້ງນີ້ວ່າ: ຕາງໜ້າ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ເຂົ້າຮ່ວມກອງປະຊຸມປິດໂຄງການເພີ່ມໂອກາດການເປັນຜູ້ປະກອບການ ແລະ ການຈ້າງງານ ສໍາລັບໄວໜຸ່ມ ແລະ ແມ່ຍິງ ແຂວງອຸດົມໄຊ ແລະ ແຂວງຄໍາມ່ວນໃນມື້ນີ້. ພັກ ແລະ ລັດຖະບານຍາມໃດກໍເອົາໃຈໃສ່ ແລະ ເຫັນຄວາມສໍາຄັນໃນການສົ່ງເສີມແມ່ຍິງໃຫ້ມີຄວາມກ້າວໜ້າ, ມີບົດບາດເທົ່າທຽມກັບເພດຊາຍ ໂດຍສະເພາະໄດ້ສ້າງເງື່ອນໄຂໃນການສົ່ງເສີມໃຫ້ແມ່ຍິງໄດ້ຮັບການພັດທະນາ, ເສີມສ້າງຄວາມຮູ້-ຄວາມສາມາດໃນທຸກດ້ານອັນໄດ້ໃຫ້ແມ່ຍິງມີບົດບາດໃນຫຼາຍວຽກງານສູງຂຶ້ນກວ່າເກົ່າ; ໃນການສ້າງຄວາມເຂັ້ມແຂງດ້ານເສດຖະກິດ ກໍເປັນວຽກໜຶ່ງທີ່ສຳຄັນເຮັດໃຫ້ແມ່ຍິງມີອຳນາດ ແລະ ມີສ່ວນຮ່ວມໃນການຕັດສິນບັນຫາຄ່ຽງຄູ່ກັບເພດຊາຍ ແລະ ເຮັດໃຫ້ແມ່ຍິງມີບົດບາດສູງຂຶ້ນໃນສັງຄົມ; ໂດຍເຫັນໄດ້ຄວາມສໍາຄັນດັ່ງກ່າວຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກຮ່ວມກັບອົງການແອັກເຊິນເອດູເຄເຊິນລາວ ຈຶ່ງໄດ້ຮ່ວມກັນສ້າງ ແລະ ຈັດຕັ້ງປະຕິບັດໂຄງການເພີ່ມໂອກາດການເປັນຜູ້ປະກອບການ ແລະ ການຈ້າງງານ ສຳລັບໄວໜຸ່ມ ແລະ ແມ່ຍິງ ແຂວງອຸດົມໄຊ ແລະ ແຂວງຄຳມ່ວນ. ໂຄງການນີ້ແມ່ນສ່ວນໜຶ່ງຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍສະເພາະແມ່ນການລຶບລ້າງຄວາມທຸກຍາກ ໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນແມ່ຍິງ ແລະ ເດັກ ທີ່ເປັນກຳລັງແຮງສຳຄັນໃນຄອບຄົວ, ໂດຍເນັ້ນໃສ່່ການສ້າງອາຊີບທີ່ໝັ້ນຄົງໃຫ້ແກ່ແມ່ຍິງ ແລະ ໄວໜຸ່ມມີທາງເລືອກອາຊີບຕາມສິດທິຂອງເຂົາເຈົ້າໃນອະນາຄົດເຮັດໃຫ້ເຂົາເຈົ້າສາມາດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ໃນການສົ່ງເສີມໃຫ້ແມ່ຍິງມີລາຍຮັບ ແລະ ມີວຽກເຮັດງານທຳ ບໍ່ພຽງແຕ່ຊ່ວຍຍົກລະດັບຊີວິດການເປັນຢູ່ເທົ່ານັ້ນ, ແຕ່ຍັງເປັນການຍົກສູງບົດບາດຂອງແມ່ຍິງໃນສັງຄົມໃຫ້ເທົ່າທຽມກັບເພດຊາຍ; ເປົ້າໝາຍອີກອັນໜຶ່ງ ຂອງການຈັດຕັ້ງປະຕິບັດໂຄງການນີ້ ແມ່ນໄດ້ສ້າງພື້ນຖານໃຫ້ເອື້ອຍນ້ອງມີ ວິຊາຊີບ ແລະ ການດຳເນີນທຸລະກິດ ເພື່ອປ່ຽນຈາກການຜະລິດແບບກຸ້ມຕົນເອງ ໄປສູ່ການຜະລິດເປັນສິນຄ້າຕາມທິດທາງເສດຖະກິດຕະຫຼາດ ຂອງລັດຖະບານ.

ໂຄງການຂອງພວກເຮົາແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2022 ມີ 2 ແຂວງ, 7 ເມືອງ ແລະ 5 ໂຮງຮຽນ ເປົ້າໝາຍ ຊຶ່ງຜ່ານການຈັດຕັ້ງປະຕິບັດມາ 3 ປີຂ້າພະເຈົ້າຕີລາຄາສູງຕໍ່ໂຄງການດັ່ງກ່າວ ໂດຍເຫັນໄດ້ຜົນສໍາເລັດທີ່ເປັນຮູບປະທໍາ ໃນການຊ່ວຍເຫຼືອໃຫ້ແມ່ຍິງກຸ່ມເປົ້າໝາຍ ມີໂອກາດເຂົ້າຮ່ວມການພັດທະນາທັກສະການດໍາເນີນທຸລະກິດ ແລະ ມີລາຍຮັບທີ່ເພີ່ມຂຶ້ນ, ພ້ອມດຽວກັນນັ້ນ ໄວໜຸ່ມຈໍານວນບໍ່ໜ້ອຍໃນສອງແຂວງ (ມີແມ່ຍິງ 731 ຄົນໄດ້ຮັບຜົນປະໂຫຍດ ຈາກໂຄງການ, ມີ 136 ທຸລະກິດທີ່ເກີດຈາກການສະໜັບສະໜູນຂອງໂຄງການ, ມີຕົວແບບທຸລະກິດ 12 ຕົວແບບ) ກໍໄດ້ຮັບການພັດທະນາທາງດ້ານທັກສະ ແລະ ປະສົບການໃນການສ້າງເສດຖະກິດ ເພື່ອເປັນພື້ນຖານໃຫ້ພວກເຂົາໃນການປະກອບອາຊີບໃນອະນາຄົດ, ຈາກຜົນງານທີ່ກ່າວມານັ້ນ ເຫັນໄດ້ວ່າໂຄງການດັ່ງກ່າວມີຜົນສໍາເລັດຫຼາຍດ້ານ ແລະ ສາມາດບັນລຸໄດ້ຕາມຈຸດປະສົງຂອງໂຄງການສູງພໍສົມຄວນ, ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຍັງເຫັນວ່າຍັງມີອີກຫຼາຍເຂດພື້ນທີ່ຂອງ ສປປ ລາວ ທີ່ຍັງເປັນເຂດທຸກຍາກ ແລະ ບໍ່ມີເສັ້ນທາງເຂົ້າເຖິງ ອັນເປັນສາເຫດທີ່ແມ່ຍິງ ແລະ ໄວໜຸ່ມຍັງບໍ່ທັນສາມາດ ມີສ່ວນຮ່ວມໃນການພັດທະນາຢ່າງເຕັມສ່ວນ ແລະ ພວກເຂົາຍັງຕ້ອງການການສະໜັບສະໜູນໃນລັກສະນະນີ້ເຊັ່ນດຽວກັນ ຊຶ່ງມັນບໍ່ພຽງແຕ່ເປັນການສ້າງວຽກເຮັດງານທຳ ແລະ ອາຊີບໃຫ້ພວກເຂົາ ແຕ່ມັນແມ່ນການນຳໃຊ້ທ່າແຮງບົ່ມຊ້ອນ ດ້ານພອນສະຫວັນ ແລະ ການນຳໃຊ້ຊັບພະຍາກອນທ້ອງຖິ່ນໃຫ້ເກີດຜົນປະໂຫຍດສູງສຸດ, ເປັນການສ້າງອາຊີບທີ່ຄົງທີ່, ຫຼຸດຜ່ອນການເຄື່ອນຍ້າຍແຮງງານທີ່ອາດຈະຖືກຕົກເປັນເຫຍື່ອຂອງການຖືກຄວາມຮຸນແຮງ ແລະ ຄ້າມະນຸດ ຂອງກຸ່ມຄົນບໍ່ຫວັງດີ. ສຸດທ້າຍ ທ່ານໄດ້ກ່າວຂອບໃຈມາຍັງ ຄຊກມດ, ອົງການແອັກເຊິນເອດູເຄເຊິນ ປະຈຳ ສປປ ລາວ ແລະ ສສ ຫວຽດນາມ ລວມທັງຄະນະກໍາມະການຄຸ້ມຄອງໂຄງການຂັ້ນແຂວງ ແລະ ຂັ້ນເມືອງ ແລະ ຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການທັງໝົດ, ພິເສດ ແມ່ນພວກເຮົາໄດ້ຮັບຮູ້ບົດຮຽນອັນລ້ຳຄ່າ ຈາກເພື່ອນຮ່ວມຍຸດທະສາດ ຈາກ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດໂຄງການໃນປະເທດຂອງພວກເຂົາ ພວກເຮົາຍັງຈະຂໍການຮ່ວມມືທັງທາງດ້ານວິຊາການ ແລະ ການແນະນຳທີ່ເປັນປະໂຫຍດຈາກບັນດາທ່ານ ເພື່ອເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດ ຮັດແໜ້ນຂຶ້ນ ແລະ ມີຄວາມກ້າວໜ້າທຸກວຽກງານ ໂດຍສະເພາະການສົ່ງເສີມວິຊາຊີບ ແລະ ການຈ້າງງານໃຫ້ໄວໜຸ່ມ ແລະ ແມ່ຍິງ.

ຂ່າວ: ຄຊກມດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ໃນວັນທີ 10 ກັນຍາ 2026, ທີ່ ສະໂມສອນແຂວງອຸດົມໄຊ ໄດ້ມີກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026 ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຮອງປະທານຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໂດຍມີ ທ່ານ ຄໍາແສງ ອາລີ, ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ, ບັນດາຮອງລັດຖະມົນຕີ, ຄະນະກຳມະການດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ນະຄອນຫຼວງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສວ່ນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານດ່ານສາກົນນາເພົ້າເມືອງບົວລະພາແຂວງຄຳມ່ວນ. ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026 ທີ່ສະໂມສອນແຂວງ ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ຄໍາສິງ ໄຊສິດທິເດດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນແຂວງ, ພ້ອມດ້ວຍ ຄະນະພັກ-ຄະນະຄຸ້ມຄອງດ່ານ, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ພິທີປະກາດການຈັດຕັ້ງ ຫ້ອງການ ຄະນະສະມາຊິກສະພາປະຊາຊົນແຂວງ (ສ​ພ​ຂ) ຄຳ​ມ່ວນຊຸດ​ທີ V ປະຈຳເຂດເລືອກຕັ້ງເມືອງເຊ​ບັ້ງ​ໄຟ, ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈໍາພັກແຂວງຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເປີດໂຄງການກ໊າສຊີວະພາບລາຄາຕ່ຳ ແລະ ເສດຖະກິດໝູນວຽນ ຢູ່ເມືອງໂຂງ

ເປີດໂຄງການກ໊າສຊີວະພາບລາຄາຕ່ຳ ແລະ ເສດຖະກິດໝູນວຽນ ຢູ່ເມືອງໂຂງ

ສະມາຄົມພັດທະນາຊຸມຊົນໃນຊົນນະບົດ (RCDA) ແຂວງຈຳປາສັກ ໄດ້ຈັດກອງປະຊຸມເປີດໂຄງການ "ນະວັດຕະກຳກ໊າສຊີວະພາບລາຄາຕ່ຳ ແລະ ເສດຖະກິດໝູນວຽນ ທີ່ນຳພາໂດຍແມ່ຍິງ ໃນເມືອງໂຂງ" (Low-Cost Biogas Innovation And Women-Led Circular Economy in Khong District), ໃນ​ວັນ​ທີ 9 ກັນ​ຍາ​ຜ່ານ​ມາທີ່ ເມືອງ​ໂຂງ, ໂດຍ​ມີທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງໂຂງ, ທ່ານ ອຸດອນໄຊ ມາລາເພັດ ປະທານສະມາຄົມພັດທະນາຊຸມຊົນໃນຊົນນະບົດ ແຂວງຈຳປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

ວັນທີ່ 9 ກັນຍາ 2026 ນີ້, ຄະນະກຳມະການຈັດງານບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນ 9 ປະຈຳປີ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ, ໂດຍມີ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດິດການນຳຂັ້ນສູນກາງ-ແຂວງ, ນະຄອນ ຫຼວງພະບາງ, ບັນດາເມືອງ, ແຂກຮັບເຊີນ, ລວມທັງມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ແນວລາວສ້າງຊາດແຂວງໄຊຍະບູລີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII

ແນວລາວສ້າງຊາດແຂວງໄຊຍະບູລີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII

ໃນວັນທີ 8 ກັນຍາ 2026 ນີ້, ຢູ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ, ທ່ານ ນາງ ຄໍາຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VII ແລະ ບັນດານິຕິກໍາກ່ຽວກັບວຽກງານເຜົ່າ-ສາສະໜາ. ໂດຍມີ ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ, ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ກໍາມະການແນວລາວສ້າງຊາດແຂວງປະຈໍາເມືອງ, ກໍາມະການແນວລາວສ້າງຊາດເມືອງ ພ້ອມດ້ວຍຄະນະກໍາມະການແນວລາວສ້າງຊາດບ້ານ ເຂົ້າຮ່ວມ.
ມອບ-ຮັບ ໂຄງລ່າງພື້ນຖານ ດ້ານການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1

ມອບ-ຮັບ ໂຄງລ່າງພື້ນຖານ ດ້ານການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1

ໃນວັນທີ 9 ກັນຍາ 2026, ຢູ່ສະຖານທີ່ທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ແລະ ເຊັນສັນຍາ ການບໍລິການ ການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ1.
ໂຄງການກໍ່ສ້າງຫໍທໍາມະສະພາ ແຂວງຫຼວງພະບາງ ສຳເລັດແລ້ວ 68%

ໂຄງການກໍ່ສ້າງຫໍທໍາມະສະພາ ແຂວງຫຼວງພະບາງ ສຳເລັດແລ້ວ 68%

ໃນວັນທີ່ 9 ກັນຍາ 2026 ນີ້ ທີ່ຫໍທຳມະສະພາ ອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການດໍາເນີນການກໍ່ສ້າງໃນໄລຍະຜ່ານມາ ແລະວາງແຜນການໃນຕໍ່ໜ້າ, ໂດຍເປັນປະທານຮ່ວມຂອງ ພະອາຈານໃຫຍ່ ອ່ອນແກ້ວ ກິຕຕີພັທໂທ ປະທານ ອພສ ແຂວງ, ປະທານໂຄງການກໍ່ສ້າງຫໍທຳມະສະພາ ຝ່າຍພະສົງ ແລະທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດການນນໍາຂັ້ນສູງຂອງພັກ-ລັດ, ປະທານໂຄງການກໍ່ສ້າງຫໍທຳມະສະພາ ຝ່າຍຄາລະວາດ, ມີການນຳຂອງແຂວງ ແລະຄະນະຮັບຜິດຊອບໂຄງການ ເຂົ້າຮ່ວມ.
ພະແນກ ວທ ແຂວງອັດຕະປື ມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ແຂວງອັດຕະປື ມອບຫຼຽນກາລະນຶກ 50 ປີ

ວັນທີ 9 ກັນຍາ 2026, ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ(ວທ) ແຂວງອັດຕະປື ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ແລະ ເຜີຍແຜ່ໂຄງປະກອບກົງຈັກການຈັດຕັ້ງສະບັບປັບປຸງເພີ່ມຕື່ມ, ໂດຍມີ ສະ ຫາຍ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີບັນດາສະຫາຍຄະນະພັກ, ຄະນະນຳຂອງພະແນກ, ພະນັກງານນຳບຳນານຂອງພະແນກ, ພະນັກງານສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນ ກວສຊ

ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນ ກວສຊ

ໃນລະຫວ່າງວັນທີ 8-9 ກັນຍາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ (ກວສຊ) ໂດຍການເປັນປະທານຂອງ ທ່ານນາງ ອຳໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ເຂົ້າຮ່ວມມີບັນດາຮອງປະທານ ກວສຊ, ສະມາຊິກສະພາແຫ່ງຊາດປະຈຳການ (ກວສຊ), ນັກວິທະຍາກອນ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນກຳມາທິການ ກວສຊ.
ເພີ່ມເຕີມ