ປກສ ເມືອງພຽງສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ

ປກສ ເມືອງພຽງສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ
ກອງບັນຊາການ ປກສ ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບປະຈຳປີ 2023 ແລະ ທິດທາງແຜນການວຽກງານຈຸດສຸມປີ 2024 ຂຶ້ນເມື່ອບໍ່ດົນຜ່ານມາ ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ເສີດ ແສງສຸລິນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆພຽງ, ມີບັນດາຄະນະພັກ, ຄະນະບັນຊາ, ແຂກຖືກເຊີນ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
 ກອງປະຊຸມໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2023 ແລະ ວາງທິດທາງແຜນການປະຈຳປີ 2024 ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີທີຕັ້ງໜ້າ, ບົດຮຽນທີ່ຖອດຖອນໄດ້ ແລະ ຈຸດອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າຊຶ່ງໃນໄລຍະໜຶ່ງປີຜ່ານມາຄະນະພັກຄະນະບັນຊາກອງບັນຊາການ ປກສ ເມືອງໄດ້ເອົາໃຈໃສ່ສືກສາອົບຮົ່ມການເມືອງແນວຄິດໃຫ້ນາຍ ແລະ ພົນຕຳຫຼວດໃຫ້ມີຄວາມໜັກແໜ້ນເຂັ້ມແຂງເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງກຸ່ມຄົນບໍ່ດີ ພ້ອມທັງປະຕິບັດວຽກງານວິຊາສະເພາະໄດ້ເປັນຢ່າງດີ ອັນໄດ້ເຮັດໃຫ້ເມືອງພຽງມີສະຖຽນລະພາບທາງດ້ານການເມືອງສັງຄົມມີຄວາມສະຫງົບ ປອດໄພໂດຍພື້ນຖານ ແລະ ສາມາດແກ້ໄຂຄະດີທີ່ເກີດຂຶ້ນພາຍໃນເມືອງໄດ້ທັງໝົດ 60 ກວ່າເລື່ອງທຽບໃສ່ປີຜ່ານມາຫຼຸດລົງ 8 ເລື່ອງ. ໃນນີ້, ຄະດີຢາເສບຕິດ 50 ກວ່າເລື່ອງ, ລັກຊັບພົນລະເມືອງ 2 ເລື່ອງ, ທຳມິດສະຈານ 2 ເລື່ອງ ແລະ ເຮັດໃຫ້ຜູ້ອື່ນເສຍຊີວິດ 1 ເລື່ອງ. ການຈັດຕັ້ງປະຕິບັດວາລະແຫ່ງຊາດມາຮອດປັດຈຸບັນແມ່ນສຳເລັດແລ້ວ 4 ບ້ານ ແລະ ທິດທາງແຜນການໃນຕໍ່ໜ້າແມ່ນຮັບປະກັນໃຫ້ເມືອງພຽງມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດຂອງການແກ້ໄຂບັນຫາຢາເສບຕິດກໍຄືປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ໃນໂອ້ກາດນີ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນ ປະກອບຄຳຄິດຄຳເຫັນເພຶ່ອຊອກຫາວິທີແກ້ໄຂບາງດ້ານທີ່ຍັງຄົງຄ້າງ. 
(ພາບ-ຂ່າວ: ວົງສະຫວັນ ສຸທິໂວຫານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສປປ ລາວ ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ຂໍ້ມູນຂ່າວສານກ່ຽວກັບສະພາບການ ທີ່ກໍາລັງເກີດຂຶ້ນຢູ່ ເວເນຊູເອລາ.

ສປປ ລາວ ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ຂໍ້ມູນຂ່າວສານກ່ຽວກັບສະພາບການ ທີ່ກໍາລັງເກີດຂຶ້ນຢູ່ ເວເນຊູເອລາ.

ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຢຶດໝັ້ນຢ່າງເຂັ້ມງວດ ຕໍ່ກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ລວມທັງຫຼັກການເຄົາລົບອໍານາດອະທິປະໄຕແຫ່ງຊາດ ແລະ ຫຼີກລ່ຽງການນໍາໃຊ້ກໍາລັງ ຫຼື ໃຊ້ກໍາລັງຂົ່ມຂູ່ໃນການພົວພັນສາກົນ.
2025 ເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາໄດ້ 870 ກວ່າຕື້ກີບ

2025 ເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາໄດ້ 870 ກວ່າຕື້ກີບ

ໃນປີ 2025 ຜ່ານມາ, ແຂວງເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ໄດ້ທັງໝົດ 876.14 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 66.98% (ມະຕິສະພາ 1,308 ຕື້ກີບ). ໃນນີ້, ການລົງທຶນຂອງລັດ 103.48 ຕື້ກີບ ລື່ນແຜນ 13.71% (ມະຕິສະພາ 91 ຕື້ກີບ); ທຶນຊ່ວຍເຫຼືອ-ກູ້ຢືມ 14.79 ຕື້ກີບ ເທົ່າກັບ 8.70% (ມະຕິສະພາ 170 ຕື້ກີບ); ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 771.96 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 73.73% (ມະຕິສະພາ 1,047 ຕື້ກີບ).
ທະນາຄານ ມາຣູຮານ ເຈແປນ ລາວ ຕ້ອນຮັບ ຜູ້ອຳນວຍການໃຫຍ່ຄົນໃໝ່

ທະນາຄານ ມາຣູຮານ ເຈແປນ ລາວ ຕ້ອນຮັບ ຜູ້ອຳນວຍການໃຫຍ່ຄົນໃໝ່

ນະຄອນຫຼວງວຽງຈັນ, ວັນທີ 5 ມັງກອນ 2026 ​ອີງ​ຕາມ​ຂໍ້​ມູນ​ຈາກທະນາຄານ ມາຣູຮານ ເຈແປນ ລາວ (MARUHAN Japan Bank Lao)ໃຫ້​ຮູ້​ວ່າ: ທ່ານ ອາມານາດ ຈານາດານ (Mr. Amarnath Janardhan) ໄດ້ເຂົ້າດຳລົງຕຳແໜ່ງເປັນຜູ້ອຳນວຍການໃຫຍ່ (CEO), ເລີ່ມມີຜົນຕັ້ງແຕ່ວັນທີ 5 ມັງກອນ 2026 ເປັນ​ຕົ້ນ​ໄປ.
ກອງບັນຊາການປ້ອງກັນສູນກາງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ກອງບັນຊາການປ້ອງກັນສູນກາງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດໃນວັນທີ 5 ມັງກອນນີ້, ໃຫ້ກຽດປະດັບຊັ້ນຂອງທ່ານ ພັອ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ສະຕາໂທລະຄົມ ມອບເງິນຊຸກຍູ້ 2 ລ້ານໂດລາໃຫ້ກະຊວງປ້ອງກັນປະເທດ

ບໍລິສັດ ສະຕາໂທລະຄົມ ມອບເງິນຊຸກຍູ້ 2 ລ້ານໂດລາໃຫ້ກະຊວງປ້ອງກັນປະເທດ

ວັນທີ 2 ມັງກອນຜ່ານມາ, ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ພ້ອມຄະນະໄດ້ມອບເງິນຊຸກຍູ້ຈໍານວນ 2 ລ້ານໂດລາໃຫ້ກະຊວງປ້ອງກັນປະເທດ.
ກະຊວງການເງິນປະດັບຫຼຽນກາລະນຶກ 50 ປີ

ກະຊວງການເງິນປະດັບຫຼຽນກາລະນຶກ 50 ປີ

ກະຊວງການເງິນຈັດພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 ຫາ 2 ທັນວາ 2025) ໃຫ້ບັນດາການນໍາ ແລະ ອະດີດການນໍາໃນວັນທີ 30 ທັນວາຜ່ານມາ ທີ່ກະຊວງດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ; ມີບັນດາຮອງລັດຖະມົນຕີ, ອະດີດການນຳ ພ້ອມດ້ວຍພະນັກຫຼັກແຫຼ່ງເຂົ້າຮ່ວມ.
ກອງບັນຊາການປ້ອງກັນທີ່ຕັ້ງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນທີ່ຕັ້ງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕຳຫຼວດໃນວັນທີ 31 ທັນວາຜ່ານມາ, ໃຫ້ກຽດເປັນປະທານຂອງສະຫາຍ ພົຈວ ຈັນທອນ ແກ້ວມະນີວົງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ຍທຂ ແຂວງເຊກອງ ປະເມີນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ຍທຂ ແຂວງເຊກອງ ປະເມີນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ກອງປະຊຸມປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກບໍລິຫານ,ຈັດຕັ້ງ, ກວດກາ, ແຜນການ-ການເງິນ, ໜ່ວຍພັກຂົນສົ່ງກອງຄຸ້ມຄອງ, ເຄຫາຜັງເມືອງ, ໜ່ວຍພັກທາງບົກ-ທາງນ້ຳ ແລະ ໜ່ວຍພັກລັດວິສາຫະກິດນ້ຳປະປາ ທີ່ຂຶ້ນກັບຄະນະພັກຮາກຖານພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ມີຂຶ້ນໃນວັນທີ 31 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກ ຍທຂ ແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ສາກົນ ພອຍປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ ປະທານອົງການກວດກາລັດ ແຂວງ, ມີສະຫາຍ ແກ້ວປະເສີດ ແກ້ວມະນີວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຍທຂ ແຂວງ, ພາກສ່ວນກ່ຽວຂ້ອງ ແລະ ສະມາຊິກພັກໃນໜ່ວຍເຂົ້າຮ່ວມ.
ສະຫາຍ ພູລຳພອນ ສີຫາວົງ ໄດ້ຮັບເລືອກເປັນເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

ສະຫາຍ ພູລຳພອນ ສີຫາວົງ ໄດ້ຮັບເລືອກເປັນເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025ຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ພາຍໃຕ້ການເປັນປະທານນຳພາກອງປະຊຸມຂອງສະຫາຍ ພູລຳພອນ ສີຫາວົງ ກຳມະການປະຈຳພັກແຂວງ ເລຂາພັກຮາກຖານຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນຈຳນວນ 55 ສະຫາຍ ຍິງ 23 ສະຫາຍເຂົ້າຮ່ວມ.
ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ສູນລວມຄຣິສຕະຈັກຂ່າວປະເສີດແຫ່ງສປປລາວ (ຄຂລ) ໄດ້ຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026 ແລະສະຫຼຸບຜົນງານການເຄື່ອນໄຫວປະຈໍາປີ 2025 ຂຶ້ນໃນວັນທີ 31 ທັນວາຜ່ານມາທີ່ສູນລວມຄຣິສຕະຈັກຂ່າວປະເສີດບ້ານນາໄຊເມືອງໄຊເສດຖານະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານຄໍາຜອຍວັນນະສານຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານຄໍາແດງກຸນທະປັນຍາປະທານບໍລິຫານສູນລວມຄຂລ, ມີບັນດາຄຂລອານຸ, ນາຄໍາ, ນວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ