![]() |
ສະນັ້ນ, ຄະນະບັນຊາກອງບັນຊາການ ປກສ ເມືອງສຳພັນ ໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງຕິດຕາມກວດກາ ແລະ ເກັບກຳຂໍ້ມູນ. ໃນວັນເວລາຕໍ່ມາກໍສາມາດກັກຕົວເປົ້າໝາຍໄດ້ 2 ຄົນ, ຊື່ທ້າວ ເມົາວັນອານ ອາຍຸ 34 ປີອາຊີບ ປະຊາຊົນ ແລະ ທ້າວ ດຽວວັນຕວຽນ ອາຍຸ 36 ປີ ອາຊີບ ປະຊາຊົນ, ສັນຊາດ ແລະ ເຊືອຊາດຫວຽດ ນາມ. ພ້ອມທັງຍືດ ຂອງກາງລົດຈັກເວັບ 110 ສີດໍາ ແລະ ລົດຈັກເວັບໄອ ສີຟ້າດໍາ ໄດ້ 2 ຄັນ ຊຶ່ງລົດຈັກ 2 ຄັນດັ່ງກ່າວ ແມ່ນຂອງທ້າວ ສົມຈິດ ພອນມະນີ ອາຍຸ 50 ປີ ອາຊີບພະນັກງານ ຢູ່ບ້ານພູໄຊ ແລະ ນາງ ສີເພັງ ອາຍຸ 22 ປີ ອາຊີບພະນັກງານ ຢູ່ບ້ານນາໄຊເມືອງສຳພັນ ແຂວງ ຜົ້ງສາລີ. ດັ່ງນັ້ນ, ທາງເຈົ້າໜ້າທີ ປກສ ເມືອງຈື່ງໄດ້ນໍາລົດຈັກດັ່ງກ່າວ ມອບຄືນໃຫ້ເຈົ້າຂອງເດີມ, ຊຶ່ງມອບໂດຍ ທ່ານ ພັທ ສົມພອນ ແສງສະຫວ່າງ ຮອງກອງບັນ ຊາການ ປກສ ເມືອງສຳພັນ, ກ່າວຮັບຂອງທ້າວ ສົມຈິດ ພອນມະນີ ແລະ ນາງ ສີເພັງ.
(ຂ່າວໂດຍ: ຄຳຮຸ່ງ)
ຄໍາເຫັນ