ປົກປ້ອງແມ່ຍິງ ແລະ ເດັກຍິງ ຈາກຄວາມຮຸນແຮງ ທຸກບ່ອນ ທຸກມື້ ທຸກຄົນ

ປົກປ້ອງແມ່ຍິງ ແລະ ເດັກຍິງ ຈາກຄວາມຮຸນແຮງ ທຸກບ່ອນ ທຸກມື້ ທຸກຄົນ
ໂດຍ: ສູນກາງສະຫະພັນແມ່ນຍິງ 
ສູນກາງສະຫະພັນແມ່ຍິງລາວ, ກະຊວງສາທາລະນະສຸກ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ມີຄຳເຫັນກ່ຽວກັບສື່ສັງຄົມອອນລາຍທີ່ເຜີຍແຜ່ກໍລະນີການໃຊ້ຄວາມຮຸນແຮງຂອງຜູ້ຊາຍຕໍ່ແມ່ຍິງ ລົງໃນສື່ສັງຄົມອອນລາຍ.
ໃນໄລຍະຜ່ານມາ, ສື່ສັງຄົມອອນລາຍໄດ້ເຜີຍແຜ່ຮູບພາບການທຳຮ້າຍຮ່າງກາຍຢ່າງທາລຸນ ຊຶ່ງສ້າງຄວາມເຈັບປວດ ຕໍ່ແມ່ຍິງທີ່ບໍ່ມີທາງສູ້ ອັນໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງເປັນໃຍ, ຄວາມກັງວົນ ແລະ ຄວາມບໍ່ພໍໃຈຢ່າງກວ້າງຂວາງ. ເຫດການດັ່ງກ່າວ ໄດ້ເນັ້ນຢ້ຳໃຫ້ເຫັນ ເຖິງຄວາມຮຸນແຮງທີ່ແຜ່ຫຼາຍ ຊຶ່ງມີຢູ່ໃນຊີວິດຈິງ ແລະ ໃນສັງຄົມອອນລາຍ ທີ່ເປັນສິ່ງບໍ່ດີຕໍ່ແມ່ຍິງ ກໍຄືສັງຄົມ.
ສື່ສັງຄົມອອນລາຍທີ່ເຜີຍແຜ່ກ່ຽວກັບເຫດການຄວາມຮຸນແຮງທີ່ໜ້າຕົກໃຈໃນໄລຍະຜ່ານມາ, ໄດ້ເຮັດໃຫ້ເກີດຂໍ້ກັງວົນຫຼາຍປະການເຊັ່ນ: ຄວາມຮຸນແຮງຂອງຜູ້ຊາຍຕໍ່ແມ່ຍິງ, ທັດສະນະຄະຕິ, ວັດທະນະທໍາ, ຮີດຄອງປະເພນີດັ່ງເດີມ, ຄວາມສະຫງົບ ກ່ຽວກັບຄວາມຮຸນແຮງ; ການເມີນເສີຍຂອງຜູ້ພົບເຫັນ, ຜູ້ສັງເກດການ ແລະ ອື່ນໆອີກຫຼວງຫຼາຍ. ຮູບພາບຂອງແມ່ຍິງທີ່ຖືກຄູ່ຄອງຂອງຕົນທຸບຕີໂດຍບໍ່ໄດ້ຕໍ່ສູ້ ທີ່ຖືກເຜີຍແຜ່ລົງໃນສື່ສັງຄົມ ສະທ້ອນໃຫ້ເຫັນເຖິງສະພາບຄວາມເປັນຈິງຂອງສັງຄົມພວກເຮົາທີ່ເຄີຍມີຄວາມເຊື່ອຜິດໆກັນວ່າ: ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເປັນບັນຫາສະເພາະຂອງຄົນພາຍໃນຄອບຄົວ.
ລັດຖະບານ ສປປ ລາວ, ລວມທັງສະຫະພັນແມ່ຍິງລາວ, ກະຊວງສາທາລະນະສຸກ ໂດຍສະເພາະຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ກະຊວງສາທາລະນະສຸກ ໄດ້ຮ່ວມມືກັບ ອົງການ UNFPA ໄດ້ໃຫ້ການຊ່ວຍເຫຼືອທີ່ຈຳເປັນແກ່ຜູ້ເຄາະຮ້າຍ.  ລັດຖະບານໂດຍການຮ່ວມມືກັບອົງການ UNFPA ຍັງຈະສືບຕໍ່ໃຫ້ຄວາມສຳຄັນຕໍ່ການປົກປ້ອງ ແລະ ການຊ່ວຍເຫຼືອເບິ່ງແຍງຄວາມເປັນຢູ່ທີ່ດີຂອງຜູ້ຖືກເຄາະຮ້າຍແລະຈະສະເໜີໂອກາດໃນການພື້ນຟູ, ສ້າງຄວາມເຂັ້ມແຂງໃຫ້ຜູ້ເຄາະຮ້າຍໂດຍການເອົາຜູ້ເຄາະຮ້າຍເປັນໃຈກາງ.
ແມ່ຍິງ 1 ໃນ 3 ທົ່ວໂລກ ປະເຊີນກັບຄວາມຮຸນແຮງທາງຮ່າງກາຍ ຫຼື ທາງເພດ ແລະ ສະຖິຕິທົ່ວໂລກເຫຼົ່ານີ້ສອດຄ່ອງກັບການສຶກສາຄວາມຮຸນແຮງຕໍ່ແມ່ຍິງລະດັບຊາດ ປະຈໍາປີ 2014 ໃນປະເທດລາວ ພົບວ່າ:1 ໃນ 3 ຂອງແມ່ຍິງຖືກຄວາມຮຸນແຮງທາງຮ່າງກາຍ, ທາງເພດ ແລະ ທາງອາລົມໂດຍຄູ່ຄອງ ຫຼື ຄູ່ສົມລົດຕົນເອງ. ການສຶກສານີ້ຍັງພົບວ່າ: ມີແມ່ຍິງພຽງ 10 ໃນ 100 ຄົນເທົ່ານັ້ນ ທີ່ເລົ່າປະສົບການຄວາມຮຸນແຮງໃຫ້ຜູ້ອື່ນຮູ້ ແລະ ມີພຽງ 2 ໃນ 100 ຄົນເທົ່ານັ້ນ ທີ່ຂໍຄວາມຊ່ວຍເຫຼືອ ແລະ ບໍລິການຕ່າງໆ.
ໃນວິດີໂອທີ່ເຜີຍແຜ່ການໃຊ້ຄວາມຮຸນແຮງຜ່ານສື່ອອນລາຍ. ຄວາມເປັນສ່ວນຕົວຂອງຜູ້ເຄາະຮ້າຍແມ່ນເປັນສິ່ງສຳຄັນ ແລະ ພວກເຮົາຂໍຮຽກຮ້ອງໃຫ້ຜູ້ນຳໃຊ້ສື່ມວນຊົນ ຢຸດການເຜີຍແຜ່ວິດີໂອ, ຮູບພາບຊຶ່ງຈະເປັນການສ້າງຄວາມຊ້ຳໃຈໃຫ້ແກ່ຜູ້ເຄາະຮ້າຍ ແລະ ກະຕຸ້ນຄວາມຊ້ຳໃຈໃຫ້ແກ່ຜູ້ເຄາະຮ້າຍຄົນອື່ນ. ໃນວິດີໂອ ຍັງເຫັນວ່າ: ຄົນອ້ອມຂ້າງ, ຜູ້ທີ່ພົບເຫັນເຫດການ ບໍ່ໄດ້ເຂົ້າໄປຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍ. ການບໍ່ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນໃນເວລາຕົກຢູ່ໃນໄພອັນຕະລາຍແມ່ນມີຄວາມຜິດທາງອາຍາ ແລະ ທາງແພ່ງ “ບຸກຄົນໃດຫາກໄດ້ພົບເຫັນຜູ້ອື່ນ ຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫຼື ສຸຂະພາບ ແຕ່ບໍ່ໃຫ້ຄວາມຊ່ວຍເຫຼືອ  ທັ້ງໆທີ່ຕົນເອງກໍມີເງື່ອນໄຂພໍຊ່ວຍເຫຼືອໄດ້ ຫຼື ບອກຄົນອື່ນໃຫ້ຊ່ວຍເຫຼືອ.
ແມ່ຍິງ ແລະ ເດັກຍິງ ໄດ້ຮັບການຄຸ້ມຄອງສິດຜົນປະໂຫຍດ ຕາມກົດໝາຍ ດັ່ງທີ່ເຫັນໃນກໍລະນີທີ່ເກີດຂຶ້ນນີ້, ຜູ້ຖືກເຄາະຮ້າຍ ຄວນຂໍຄວາມຊ່ວຍເຫຼືອ ຈາກຄົນອ້ອມຂ້າງ, ໜ່ວຍງານທີ່ບັງຄັບໃຊ້ກົດໝາຍ, ສະຫະພັນແມ່ຍິງ ແລະ ສະຖານບໍລິການສຸຂະພາບຕ່າງໆ. ສິ່ງທີ່ໜ້າກັງວົນຢ່າງໜຶ່ງຄື: ຈໍານວນການເຜີຍແຜ່ວິດີໂອ ແລະ ການຖ່າຍຮູບ ໂດຍມີຈໍານວນຄົນເບິ່ງຫຼາຍແສນຄັ້ງ ແລະ ການສົ່ງຕໍ່ນັບພັນຄັ້ງ. ຄວາມເປັນສ່ວນຕົວຂອງຜູ້ຖືກເຄາະຮ້າຍເປັນສິ່ງສໍາຄັນ ຊຶ່ງພວກເຮົາຂໍຮຽກຮ້ອງ ໃຫ້ຜູ້ທີ່ນຳໃຊ້ສື່ແລະ ເຂົ້າເຖິງສື່ສັງຄົມອອນລາຍ ຫຼີກລ່ຽງການສົ່ງຕໍ່ວິດິໂອ ແລະ ຮູບຖ່າຍ ຊຶ່ງອາດຈະເຮັດໃຫ້ຜູ້ຖືກເຄາະຮ້າຍບອບຊໍ້າທາງຈິດໃຈ ແລະ ອາດຈະກະທົບຈິດໃຈຂອງຜູ້ຖືກເຄາະຮ້າຍຄົນອື່ນ.
ເຫດການທີ່ໜ້າກັງວົນນີ້, ຍັງຕອກຢໍ້າເຖິງຄວາມຈໍາເປັນ ໃນການພະຍາຍາມຢ່າງຕໍ່ເນື່ອງ, ເຖິງວ່າ ຈະມີຄວາມຄືບໜ້າໃນ 5 ປີ ທີ່ຜ່ານມາກໍຕາມ. ລັດຖະບານ ຊຶ່ງໄດ້ຮັບການສະໜັບສະໜູນຈາກ UNFPA ໄດ້ເພີ່ມການລົງທຶນໃນການຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ, ການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ 2021-2025 ແລະ ໄດ້ເພີ່ມຂະຫຍາຍການຈັດຕັ້ງປະຕິບັດຂັ້ນຕອນ, ມາດຕະຖານການປະຕິບັດງານ (SOPs) ສຳລັບການຕອບສະໜອງຢ່າງເປັນລະບົບ ແລະ ການປະສານງານກັນ ຂອງຂະແໜງສັງຄົມ ແລະ ສຸຂະພາບ ເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍ ຢ່າງມີຄຸນນະພາບ. ເຖິງຢ່າງໃດກໍຕາມຍັງມີວຽກຫຼາຍຢ່າງກ່ຽວກັບກັບການຊ່ວຍເຫຼືອຜູ້ເຄາະຮ້າຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

ທ່ານ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນ ວ່າ: ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເປັນໜຶ່ງໃນດ່ານສາກົນທົ່ວປະເທດທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການບໍລິຫານຄຸ້ມຄອງ ແລະ ພັດທະນາດ່ານ ເພື່ອຮັບປະກັນໃຫ້ບັນດາຂະແໜງການພາຍໃນດ່ານ ເຄື່ອນໄຫວວຽກງານວິຊາສະເພາະຢ່າງຄ່ອງຕົວ, ອຳນວຍຄວາມສະດວກໃຫ້ຜູ້ ໂດຍສານ, ພາຫະນະ ແລະ ສິນຄ້າເຂົ້າ-ອອກໃຫ້ມີຄວາມສະດວກວ່ອງໄວໂປ່ງໃສ, ເປັນທຳ, ສະຫງົບປອດໄພ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ 29 ຕຸລາ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍມິດຕະພາບ. ທ່ານ ນາງ ໄຊທານີ ຈັນທະວົງສາ ຮອງປະທານສະມາຄົມນັກທຸ ລະກິດໜຸ່ມ ທັງເປັນຮອງຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ສະມາຄົມນັກທຸລະກິດໜຸ່ມ ໄດ້ຮ່ວມກັບຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນພະຍາດເສັ້ນເລືອດສະໝອງສາກົນ ໃນປີນີ້ໂດຍໄດ້ມອບຕຽງຈຳນວນ 4 ຕຽງ, ລຳໂພງ, ອາຫານການກິນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ໃຫ້ພະແນກບຳບັດ ເພື່ອປະກອບສ່ວນບັນເທົາຄວາມຂາດ ແຄນອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ໃນການດູແລຮັກສາຄົນເຈັບ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ມີມູນຄ່າທັງໝົດ 55 ລ້ານກີບ.
ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 26-28 ຕຸລານີ້, ທ່ານ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະ ນາອົບຮົມ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ ll ຂອງກອງທັບປະຊາຊົນລາວ ໃຫ້ສູນເສຍອົງຄະ 598, ສູນ 18 ແລະ ສູນ 19 ຢູ່ແຂວງຫຼວງພະບາງ, ມີທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍຄະນະບັນຊາບັນດາສູນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ເນື່ອງໃນໂອກາດປີສາມັກຄີ ລາວ-ຫວຽດນາມ, ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນຕອນຄໍ່າວັນທີ 27 ຕຸລາຜ່ານມາ, ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີການນໍາແຂວງ, ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຫວ່າງມໍ່ໆມານີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳວຽກງານ ຢູ່ໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230kV ມະຫາໄຊ ຂອງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ຢູ່ ເມືອງມະຫາໄຊ ແຂວງຄຳມ່ວນ. ໂດຍມີ ທ່ານ ເຊຍ ມິນ (Xie Min) ຮອງຜູ້ອຳນວຍການໃຫຍ່ ບໍລິສັດ EDL-T ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມຕ້ອນຮັບ ແລະ ນຳສະເໜີ.
ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ເພີ່ມເຕີມ