Qatar Airways ອັນດັບ 1 ສາຍການບິນທີ່ດີທີ່ສຸດໃນໂລກ

Qatar Airways ອັນດັບ 1 ສາຍການບິນທີ່ດີທີ່ສຸດໃນໂລກ

Qatar Airways ອັນດັບ 1 ສາຍການບິນທີ່ດີທີ່ສຸດໃນໂລກ
ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ມິຖຸນາ ຜ່ານມາວ່າ: Skytrax ປະກາດຜົນການຈັດອັນດັບສາຍການບິນທີ່ດີທີ່ສຸດໃນໂລກ ປະຈຳປີ 2025 ປະກົດວ່າ ສາຍການບິນອາຊີ ແລະ ຕາເວັນອອກກາງ ຕິດໃນ 10 ອັນດັບ ຊຶ່ງນຳໂດຍ Qatar Airways ທີ່ຍັງຄອງອັນດັບໜຶ່ງອີກຄັ້ງ, ຕາມດ້ວຍສາຍການບິນ Singapore Airlines ແລະ Cathay Pacific ຢູ່ອັນດັບ 2 ແລະ 3 ຕາມລໍາດັບ.

 

ລາງວັນ Skytrax World Airline Awards ຊຶ່ງໄດ້ຮັບການຍົກຍ້ອງຢ່າງກວ້າງຂວາງວ່າເປັນ "ລາງວັນ Oscars ຂອງອຸດສາຫະກໍາການບິນ" ຊຶ່ງອີງໃສ່ການສໍາຫຼວດຜູ້ໂດຍສານທີ່ປະເມີນຄຸນນະພາບການບໍລິການ, ຄວາມສະດວກສະບາຍໃນຫ້ອງຜູ້ໂດຍສານ ແລະ ປະສິດທິພາບການດໍາເນີນງານ.

ຜົນການສຳຫຼວດໃນປີ 2025 ແມ່ນອີງໃສ່ການສໍາຫຼວດອອນລາຍທີ່ດໍາເນີນໃນລະຫວ່າງເດືອນກັນຍາ 2024 ເຖິງ ເດືອນພຶດສະພາ 2025, ໂດຍມີຜູ້ຕອບແບບສຳຫຼວດແມ່ນນັກເດີນທາງຈາກ 100ກວ່າສັນຊາດ ແລະ ກວມເອົາສາຍການບິນຫຼາຍກວ່າ 325 ແຫ່ງທົ່ວໂລກ.

ສຳລັບສາຍການບິນທີ່ດີທີ່ສຸດໃນໂລກ 10 ອັນດັບທຳອິດ ປະຈຳປີ 2025 (World’s Top 10 Airlines of 2025) ມີດັ່ງນີ້:

1. Qatar Airways (ບໍ່ປ່ຽນແປງຈາກປີ 2024)

2. Singapore Airlines (ບໍ່ປ່ຽນແປງຈາກປີ 2024)

3. Cathay Pacific (ເພີ່ມຂຶ້ນຈາກອັນດັບທີ 5 ໃນປີ 2024)

4. Emirates (ຫຼຸດລົງຈາກອັນດັບ 3 ໃນປີ 2024)

5. All Nippon Airways (ຫຼຸດລົງຈາກອັນດັບທີ 4 ໃນປີ 2024)

6. Turkish Airlines (ເພີ່ມຂຶ້ນຈາກອັນດັບທີ 7 ໃນປີ 2024)

7. Korean Air (ເພີ່ມຂຶ້ນຈາກອັນດັບທີ 11 ໃນປີ 2024)

8. Air France (ເພີ່ມຂຶ້ນຈາກອັນດັບທີ 9 ໃນປີ 2024)

9. Japan Airlines (ຫຼຸດລົງຈາກອັນດັບທີ 6 ໃນປີ 2024)

10. Hainan Airlines (ເພີ່ມຂຶ້ນຈາກອັນດັບ12 ໃນປີ 2024)

ຄໍາເຫັນ

ຂ່າວຕ່າງປະເທດ

ກອງ​ປະ​ຊຸມ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂລກ​ປີ 2026 ສຸມ​ໃສ່ “ຍຸກ​ອັດ​ສະ​ລິ​ຍະ”

ກອງ​ປະ​ຊຸມ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂລກ​ປີ 2026 ສຸມ​ໃສ່ “ຍຸກ​ອັດ​ສະ​ລິ​ຍະ”

ຂ່າວສານຊີອາໄອລາຍງານໃນວັນທີ 3 ມີນາ ຜ່ານມາວ່າ: ກອງ​ປະ​ຊຸມ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂລກ​ປີ 2026 ​ໄດ້ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ ແລະ ວາງ​ສະ​ແດງ​ບາ​ເຊ​ໂລ​ນາ​ ຂອງ​ແອັດ​ສະ​ປາຍ ​ໃນ​ວັນ​ທີ 2 ມີ​ນາ ຜ່ານມາ ​ພາຍ​ໃຕ້​ຫົວ​ຂໍ້ “ຍຸກ​ອັດ​ສະ​ລິ​ຍະ” ໂດຍຈະ​ດຳ​ເນີນ​ເປັນ​ເວ​ລາ 4 ວັນ​, ກອງປະຊຸມຈະ​ສຸມ​ໃສ່ 6 ຂົງ​ເຂດ​ສຳ​ຄັນ ຄື: ສິ່​ງ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ອັດ​ສະ​ລິ​ຍະ, ການ​ເຊື່ອມ​ຈອດ​ກັນ​ດ້ານ​ອັດ​ສະ​ລິ​ຍະ, ການ​ປະ​ຍຸກ​ໃຊ້​ປັນ​ຍາ​ປະ​ດິດ​ລະ​ດັບ​ວິ​ສາ​ຫະ​ກິດ, ການ​ປະ​ສົມ​ປະ​ສານ​ນິ​ເວດ​ປັນ​ຍາ​ປະ​ດິດ, ການ​ເຜີຍ​ແຜ່​ເຕັກ​ໂນ​ໂລ​ຊີ​ໃຫ້​ທົ່ວ​ເຖິງ ແລະ ການ​ປ່ຽນ​ແປງ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່.
ການໃຊ້ຈ່າຍທຶນຂອງຍີ່ປຸ່ນເພີ່ມຂຶ້ນ 6.5%

ການໃຊ້ຈ່າຍທຶນຂອງຍີ່ປຸ່ນເພີ່ມຂຶ້ນ 6.5%

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ມີນາ ຜ່ານມາວ່າ: ກະຊວງການເງິນຍີ່ປຸ່ນໄດ້ເປີດເຜີຍວ່າ, ການໃຊ້ຈ່າຍທຶນ (Capital Spending) ຂອງບໍລິສັດຍີ່ປຸ່ນໃນໄຕມາດເດືອນຕຸລາ-ທັນວາ 2025 ເພີ່ມຂຶ້ນ 6.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ ຊຶ່ງເປັນການຂະຫຍາຍຕົວຕໍ່ເນື່ອງເປັນໄຕມາດທີ 4, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງສຳລັບອະສັງຫາລິມະຊັບໃນໂຄງການພັດທະນາຕົວເມືອງ.
ຊາອຸດິດ ອາຣັບບີ ເປີດເຜີຍວ່າ ໂຮງກັ່ນນໍ້າມັນບໍ່ສົ່ງຜົນກະທົບຕໍ່ການສະໜອງ

ຊາອຸດິດ ອາຣັບບີ ເປີດເຜີຍວ່າ ໂຮງກັ່ນນໍ້າມັນບໍ່ສົ່ງຜົນກະທົບຕໍ່ການສະໜອງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ກະຊວງພະລັງງານຂອງຊາອຸດິດ ອາຣັບບີ ຢືນຢັນວ່າການໂຈມຕີດ້ວຍໂດຣນທີ່ໂຮງກັ່ນນ້ຳມັນ Ras Tanura ຂອງ Aramco ຊຶ່ງເປັນບໍລິສັດນໍ້າມັນລາຍໃຫຍ່ຂອງປະເທດ ໄດ້ສ້າງຄວາມເສຍຫາຍຈຳກັດ ແລະ ບໍ່ມີຜົນກະທົບຕໍ່ການສະໜອງຜະລິດຕະພັນນ້ຳມັນໃຫ້ແກ່ຕະຫຼາດທ້ອງຖິ່ນ.
ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ

ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດຂອງ ບໍລິສັດ S&P Global ທີ່ເຜີຍແຜ່ໃນວັນທີ 2 ມີນາ ຜ່ານມາ ສະແດງໃຫ້ເຫັນວ່າດັດຊະນີຜູ້ຈັດການຝ່າຍຊື້ (PMI) ຂະແໜງການຜະລິດຂັ້ນສຸດທ້າຍຂອງອິນເດຍຈາກ ທະນາຄານ HSBC ໄດ້ເພີ່ມຂຶ້ນເປັນ 56.9 ໃນເດືອນກຸມພາ ຈາກ 55.4 ໃນເດືອນມັງກອນ, ຂະຫຍາຍຕົວໃນອັດຕາທີ່ໄວທີ່ສຸດໃນຮອບ 4ເດືອນ. ໂດຍໄດ້ຮັບແຮງໜຸນຈາກຄວາມຕ້ອງການພາຍໃນປະເທດທີ່ເຂັ້ມແຂງ ຊຶ່ງຊ່ວຍເຮັດໃຫ້ຄຳສັ່ງຊື້ໃໝ່ ແລະ ການຜະລິດເພີ່ມຂຶ້ນ, ເຖິງແມ່ນວ່າການເຕີບໂຕຂອງການສົ່ງອອກຈະຊ້າລົງເຖິງລະດັບຕໍ່າສຸດໃນຮອບເກືອບໜຶ່ງປີເຄິ່ງກໍຕາມ.
ຈີນ ເຜີຍແຜ່ແຜນພັດທະນາປະກັນໄພດ້ານວິທະຍາສາດເຕັກໂນໂລຊີທີ່ມີຄຸນນະພາບສູງ

ຈີນ ເຜີຍແຜ່ແຜນພັດທະນາປະກັນໄພດ້ານວິທະຍາສາດເຕັກໂນໂລຊີທີ່ມີຄຸນນະພາບສູງ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງວິທະຍາສາດເຕັກໂນໂລຊີ, ອົງການຕິດຕາມຄຸ້ມຄອງການເງິນ, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມດ້ວຍ ອົງການຊັບສິນທາງປັນຍາແຫ່ງຊາດຈີນ ໄດ້ຮ່ວມກັນເຜີຍແຜ່ “ບາງຄວາມເຫັນກ່ຽວກັບການເລັ່ງຊຸກຍູ້ປະກັນໄພດ້ານວິທະຍາສາດເຕັກໂນໂລຊີໃຫ້ໄດ້ຮັບການພັດທະນາທີ່ມີຄຸນນະພາບສູງ ເພື່ອເປັນສິ່ງຄໍ້າປະກັນທີ່ເຂັ້ມແຂງໃຫ້ແກ່ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກໂນໂລຊີທີ່ມີລະດັບສູງ” ໂດຍໄດ້ອອກມາດຕະການ 20 ຂໍ້ໃນ 6 ດ້ານ ເພື່ອເລັ່ງສ້າງກົນໄກ ແລະ ໂຄງປະກອບປະກັນໄພດ້ານວິທະຍາສາດເຕັກໂນໂລຊີທີ່ສອດຄ່ອງກັບນະວັດຕະກໍາດ້ານວິທະຍາສາດເຕັກໂນໂລຊີ.
ວຽກ​ງານ​ກະ​ກຽມການ​ເລືອກ​ຕັ້ງ​ຂອງຫວຽດນາມ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ

ວຽກ​ງານ​ກະ​ກຽມການ​ເລືອກ​ຕັ້ງ​ຂອງຫວຽດນາມ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ສະພາເລືອກຕັ້ງແຫ່ງຊາດຫວຽດນາມ ໄດ້ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຈັດການສະໜອງຂໍ້ມູນຕາມຫົວຂໍ້ສະເພາະ, ເພື່ອແນໃສ່ເພີ່ມທະວີວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031.
ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ການທ່ອງ ທ່ຽວຂອງຍີ່ປຸ່ນໄດ້ປະກາດວ່າ: ກໍາລັງກະກຽມອອກກົດລະບຽບໃໝ່ເພື່ອຈໍາກັດຜູ້ໂດຍສານຖືພາວເວີແບງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະສອງອັນ ແລະ ຮຽກຮ້ອງໃຫ້ຫຼີກລ່ຽງການໃຊ້ໃນລະຫວ່າງການບິນ ເພື່ອປ້ອງກັນຄວາມສ່ຽງຈາກໄຟ ໄໝ້ ຫຼັງຈາກເກີດເຫດການໄຟໄໝ້ຫຼາຍຄັ້ງທີ່ຜ່ານມາ.
OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ມີນາ ຜ່ານມາວ່າ: ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການເພີ່ມປະລິມານນ້ຳມັນ ໃນກອງປະຊຸມວັນທີ 1 ມີນາ ຜ່ານມາ. ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິສຣາແອນ ແລະ ອີຣ່ານ.
ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ການສົ່ງອອກເຂົ້າຂອງອິນເດຍຕົກຢູ່ໃນຄວາມສ່ຽງທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນພາກພື້ນອາຊີຕາເວັນຕົກ, ໂດຍຜູ້ສົ່ງອອກສະແດງຄວາມກັງວົນກ່ຽວກັບບັນຫາການຈ່າຍເງິນທີ່ຊັກຊ້າ ແລະ ອຸປະສັກໃນການຂົນສົ່ງໄປອີຣ່ານ, ອັຟການິສະຖານ ແລະ ຫຼາຍປະເທດໃນອ່າວເປີເຊຍ.
ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 2 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ ບາກີຊັນ ຊາກິນຕາເຢບ ປະທານສະພາ ຄະນະກຳມະການ ເສດຖະກິດ ອາຊີ - ເອີຣົບ (EAEU).
ເພີ່ມເຕີມ