ຂ່າວຕ່າງປະເທດລາຍງານໃນວັນທີ 7 ພຶດສະພາຜ່ານມາ, ການຝຶກຊ້ອມຂະບວນສວນສະໜາມຂອງບັນດາກອງທັບຕ່າງໆຂອງຣັດເຊຍ ໃນເມືອງວະລາດິວອສຕອກ ເພື່ອກຽມສະເຫຼີມສະຫຼອງ ໄຊຊະນະຂອງສະຫະພາບໂຊວຽດ ໃນສົງຄາມຮັກຊາດທີ່ຍິ່ງໃຫຍ່(Great Patriotic War) ຊຶ່ງເປັນນິຍາມເອີ້ນສົງຄາມໂລກຄັ້ງທີ 2 ຂອງຣັດເຊຍ.
ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ຕຸລາ ຜ່ານມາວ່າ: ການສຶກສາຈາກມະຫາວິທະຍາໄລນິວຊາວເວວຂອງອົສຕຣາລີ ເປີດເຜີຍວ່າ, ໄຟໄໝ້ປ່າທີ່ຮ້າຍແຮງ ຊຶ່ງກຳລັງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນໃນຫຼາຍພາກພື້ນ ເຊັ່ນ:ອົສຕຣາລີ, ຄາລິຟໍເນຍ ແລະ ເອີຣົບໃຕ້, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພື້ນທີ່ທີ່ເກີດໄຟໄໝ້ເທົ່ານັ້ນ. ຄວັນຈາກໄຟໄໝ້ປ່າ ສາມາດຫຼຸດການຜະລິດພະລັງງານແສງຕາເວັນໄດ້ເຖິງ 70% ພາຍໃນລັດສະໝີປະມານ 50 ກິໂລແມັດຈາກຈຸດທີ່ເກີດໄຟໄໝ້ປ່າ ແລະ ສູງເຖິງ 30% ໃນພື້ນທີ່ທີ່ຫ່າງອອກໄປຫຼາຍກວ່າ 150 ກິໂລແມັດ.
ຄໍາເຫັນ