ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ມັງກອນ ຜ່ານມາວ່າ: ທ່ານ ຍູຣິ ບໍຣິຊອຟ ຫົວໜ້າອົງການອະວະກາດ Roscosmos ເປີດເຜີຍວ່າ: ຣັດເຊຍ ມີແຜນຈະຂະຫຍາຍກຸ່ມດາວທຽມຂຶ້ນສູ່ວົງໂຄຈອນ ເປັນ650 ໜ່ວຍ ພາຍໃນປີ 2030 ຊຶ່ງໂຕເລກດັ່ງກ່າວບໍ່ລວມດາວທຽມຮູບແບບການຄ້າ.
ທ່ານ ບໍຣິຊອຟ ກ່າວວ່າ:ປີນີ້ Roscosmos ໄດ້ດຳເນີນໂຄງການລະດັບຊາດ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງຣັດເຊຍ ໃນຂົງເຂດອະວະກາດແລະຊ່ວຍໃຫ້ອຸດສາຫະກໍາຂອງພວກເຮົາກາຍເປັນຕົວຂັບເຄື່ອນການບັນລຸອະທິປະໄຕດ້ານເຕັກໂນໂລຊີ.
ທັງນີ້, ທ່ານ ບໍຣິຊອຟ ລະບຸຕື່ມວ່າ: ປັດຈຸບັນຣັດເຊຍມີດາວທຽມ 288 ດວງ.
ຄໍາເຫັນ