ໂຣກອະຫິວາຢູ່ຊູດັງເຮັດໃຫ້ມີຜູ້ເສຍຊີວິດແລ້ວ 299 ຄົນ

ໂຣກອະຫິວາຢູ່ຊູດັງເຮັດໃຫ້ມີຜູ້ເສຍຊີວິດແລ້ວ 299 ຄົນ
ຂ່າວສານຊີອາໄອລາຍງານ, ໃນວັນທີ 3 ມີນາ ຜ່ານມາ ອົງການອະນາໄມໂລກໄດ້ເປີດເຜີຍບົດລາຍງານກ່ຽວກັບໂຣກອະຫິວາຢູ່ຊີດັງ ໂດຍລະບຸວ່າ: ນັບແຕ່່ຊູດັງເກີດໂຣກອະຫິວາລະບາດເປັນບໍລິເວນກວ້າງ ໃນເດືອນກັນຍາປີ 2023 ເປັນຕົ້ນມາ, ຢູ່ປະເທດດັ່ງກ່າວໄດ້ລາຍງານມີຜູ້ຕິດພະຍາດອະຫິວາຫຼາຍກວ່າ 10.800 ກໍລະນີແລ້ວ, ໃນນັ້ນມີຜູ້ເສຍຊີວິດ 299 ຄົນ.
ບົດລາຍງານແຈ້ງຕື່ມວ່າ: ອົງການອະນາໄມໂລກພວມຮ່ວມມືກັບກະຊວງສາທາລະນະສຸກຊູດັງຢ່າງໃກ້ຊິດ ໂດຍດຳເນີນການເຄື່ອນໄຫວສັກວັກຊິນຂະໜາດໃຫຍ່ຢູ່ຊູດັງ ທັງສະໜອງອຸປະກອນປ້ອງກັນຕົວໃຫ້ແກ່ພະນັກງານການແພດ ແລະ ໃຫ້ການຊີ້ນຳດ້ານເຕັກນິກ, ນອກນີ້ຍັງມີແຜນຈະອົບຮົມພະນັກງານການແພດຈຳນວນ 280 ຄົນຢູ່ 4 ລັດຂອງຊູດັງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຜູ້ຊ່ຽວຊານສິງກະໂປ 4 ໃນ 10 ຄົນ ເທົ່ານັ້ນທີ່ສາມາດຈຳແນກຂໍ້ມູນທີ່ບໍ່ຖືກຕ້ອງອອກຈາກ AI

ຜູ້ຊ່ຽວຊານສິງກະໂປ 4 ໃນ 10 ຄົນ ເທົ່ານັ້ນທີ່ສາມາດຈຳແນກຂໍ້ມູນທີ່ບໍ່ຖືກຕ້ອງອອກຈາກ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ກໍລະກົດ ຜ່ານມາວ່າ: ຜົນການສຳຫຼວດໂດຍບໍລິສັດ KPMG ຊຶ່ງເປັນບໍລິສັດກວດສອບບັນຊີຊັ້ນນຳຂອງໂລກ ແລະ ຄະນະກຳມະການຫໍສະໝຸດແຫ່ງຊາດສິງກະໂປ ໄດ້ເປີດເຜີຍວ່າ, ມີຜູ້ຊ່ຽວຊານ, ຜູ້ຈັດການ, ຜູ້ບໍລິຫານ ແລະ ພະນັກງານດ້ານເຕັກນິກ ໃນສິງກະໂປ ພຽງ 4 ໃນ 10 ຄົນເທົ່ານັ້ນທີ່ໝັ້ນໃຈວ່າສາມາດຈຳແນກຂໍ້ມູນທີ່ຖືກຕ້ອງອອກຈາກຂໍ້ມູນທີ່ບໍ່ຖືກຕ້ອງທີ່ສ້າງຂຶ້ນໂດຍປັນຍາປະດິດ (AI).
ອິນໂດເນເຊຍ ບລັອກເວັບໄຊ ແລະ ເນື້ອໃນ ທີ່ກ່ຽວຂ້ອງກັບການພະນັນອອນລາຍ

ອິນໂດເນເຊຍ ບລັອກເວັບໄຊ ແລະ ເນື້ອໃນ ທີ່ກ່ຽວຂ້ອງກັບການພະນັນອອນລາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ກໍລະກົດ ຜ່ານມາວ່າ: ທ່ານ ເມດຢາ ຮາຟິດ ລັດຖະມົນຕີກະຊວງການສື່ສານ ແລະ ກິດຈະການດີຈີຕອນ ຂອງອິນໂດເນເຊຍ ໄດ້ກ່າວວ່າ: ອິນໂດເນເຊຍໄດ້ບລັອກເວັບໄຊ ແລະ ເນື້ອໃນອອນລາຍທີ່ກ່ຽວຂ້ອງກັບການພະນັນທີ່ຜິດກົດໝາຍ 3.7 ລ້ານລາຍການ ນັບຕັ້ງແຕ່ເດືອນຕຸລາ 2024 ເປັນຕົ້ນມາ, ໃນຂະນະທີ່ເຈົ້າໜ້າທີ່ໄດ້ເພີ່ມທະວີການປາບປາມທົ່ວປະເທດ.
ມູນ​ຄ່າ​ການ​ຄ້າ​ຈີນ-​ອາ​ຊຽນ ເພີ່ມ​ຂຶ້ນ​ 10 ໄຕ​ມາດ​ຕິດ​ຕໍ່​ກັນ

ມູນ​ຄ່າ​ການ​ຄ້າ​ຈີນ-​ອາ​ຊຽນ ເພີ່ມ​ຂຶ້ນ​ 10 ໄຕ​ມາດ​ຕິດ​ຕໍ່​ກັນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ກໍລະກົດ ຜ່ານມາວ່າ: ຂໍ້​ມູນໂຕ​ເລກ​​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​​ລາຍ​ງານໃນ​ວັນ​ທີ 14 ກໍ​ລະ​ກົດ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 6 ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນໄດ້​ບັນ​ລຸ​ເຖິງ 4,340 ຕື້ຢວນ, ເພີ່ມ​ຂຶ້ນ 18.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ນັ້ນ, ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ໃນ​ໄຕ​ມາດ​ທີ 2 ​ຂອງປີ​ນີ້ໄດ້​ໄດ້​ບັນ​ລຸ​ເຖິງ 2,370 ຕື້ຢວນ, ເພີ່ມ​ຂຶ້ນ 20.2% ເມື່ອ​ທຽບ​ໃສ່​ໄຕ​ມາດ​ທີ​ 2 ຂອງປີ​ກາຍ ແລະ ໄດ້​ຮັກ​ສາ​ການ​ເພີ່ມ​ຂຶ້ນ​ເປັນ 10 ໄຕ​ມາດ​ຕິດ​ຕໍ່​ກັນ.
​ 6 ເດືອນ​ຕົ້ນ​ປີ ເສດຖະກິດ-ສັງຄົມ ຫວຽດນາມ ບັນ​ລຸຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ

​ 6 ເດືອນ​ຕົ້ນ​ປີ ເສດຖະກິດ-ສັງຄົມ ຫວຽດນາມ ບັນ​ລຸຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 14 ກໍ​ລະ​ກົດ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ ໄດ້​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ, ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ​ຈັດ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ສະ​ພາບ​​ເສດ​ຖະ​ກິດ-​ສັງ​ຄົມ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ໜ້າ​ທີ່ 6 ເດືອນ​ທ້າຍ​ປີ.
ອາເມຣິກາ ສົ່ງຮູບແຕ້ມໂມເຊກທີ່ມີຊື່ສຽງກັບຄືນປະເທດຕວັກກີ

ອາເມຣິກາ ສົ່ງຮູບແຕ້ມໂມເຊກທີ່ມີຊື່ສຽງກັບຄືນປະເທດຕວັກກີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ກໍລະກົດ ຜ່ານມາວ່າ: ຮູບແຕ້ມໂມເສກ "Gypsy Girl" ທີ່ມີຊື່ສຽງລະດັບໂລກ ອັນທີ 13 ຂອງປະເທດຕວັກກີ ຊຶ່ງຖືກລັກລອບນຳອອກຈາກ ສະຫະລັດ ອາເມຣິກາ ໃນປີ 1965 ໄດ້ຖືກສົ່ງກັບຄືນໃຫ້ປະເທດຕວັກກີຢ່າງເປັນທາງການ.
ເອີ​ຣົບ​ ນຳ​ເຂົ້າ​ແກັ​ສ​ທາດ​ແຫຼວ​ຈາກ​ຣັດ​ເຊຍຈຳນວນຫຼາຍ​​ ​ກ່ອນ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​

ເອີ​ຣົບ​ ນຳ​ເຂົ້າ​ແກັ​ສ​ທາດ​ແຫຼວ​ຈາກ​ຣັດ​ເຊຍຈຳນວນຫຼາຍ​​ ​ກ່ອນ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ກໍລະກົດ ຜ່ານມາວ່າ: ໜັງ​ສື​ພິມ “ຟາຍ​ນັນ​ໂຊ​ທາມ” ຂອງ​ອັງ​ກິດ​ສະ​ບັບ​ວັນ​ທີ 13 ກໍ​ລະ​ກົດ ຜ່ານມາ ລາຍ​ງານ​ວ່າ, ຍ້ອນ​ວ່າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເອີ​ຣົບ​ໄດ້ພາກັນຊື້​ ແກັ​ສ​ທຳ​ມະ​ຊາດ​​ແຮ​ໄວ້ກ່ອນ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ຈາກ​ຣັດ​ເຊຍມີ​ຜົນ​ບັງ​ຄັບ​ໃຊ້, 6 ເດືອນ​ຕົ້ນ​ປີ​ນີ້, ປະ​ເທດສະມາຊິກເອີຣົບ​ໄດ້​ນຳ​ເຂົ້າ​ແກັ​ສ​ທຳ​ມະ​ຊາດ​ທາດ​ແຫຼວ​ຈາກ​ຣັດ​ເຊຍ​ເຖິງ 9.89 ລ້ານ​ໂຕນ ຊຶ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ ແລະ ເພີ່ມ​ຂຶ້ນ 18% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ອິນໂດເນເຊຍ ກຳນົດລາຄານໍ້າມັນເຊື້ອໄຟ ເພື່ອຊ່ວຍເຮືອປະມົງຂະໜາດກາງ

ອິນໂດເນເຊຍ ກຳນົດລາຄານໍ້າມັນເຊື້ອໄຟ ເພື່ອຊ່ວຍເຮືອປະມົງຂະໜາດກາງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ກໍລະກົດ ຜ່ານມາວ່າ: ລັດຖະບານອິນໂດເນເຊຍລາຍງານວ່າ, ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ໄດ້ອະນຸມັດລາຄານໍ້າມັນເຊື້ອໄຟພິເສດ 15,000 ຣູເປຍຕໍ່ລິດ ສຳລັບເຮືອປະມົງທີ່ມີກຳລັງການບັນທຸກທັງໝົດ 30-200 ໂຕນ, ເພື່ອຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການດຳເນີນງານທີ່ເພີ່ມຂຶ້ນສຳລັບທຸລະກິດປະມົງຂະໜາດກາງ.
ກຳປູເຈຍ ກູ້ຢືມເງິນ 119 ລ້ານໂດລາ ເພື່ອຂະຫຍາຍທ່າເຮືອອັດຕະໂນມັດສີຫານຸວິລ

ກຳປູເຈຍ ກູ້ຢືມເງິນ 119 ລ້ານໂດລາ ເພື່ອຂະຫຍາຍທ່າເຮືອອັດຕະໂນມັດສີຫານຸວິລ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ກໍລະກົດ ຜ່ານມາວ່າ: ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນຂອງກຳປູເຈຍ ລາຍງານວ່າ, ໄດ້ຮັບເງິນກູ້ຈຳນວນ 119 ລ້ານໂດລາ ຈາກຍີ່ປຸ່ນ ເພື່ອສະໜັບສະໜູນໂຄງການພັດທະນາສະຖານີຂົນສົ່ງສິນຄ້າແຫ່ງໃໝ່ຂອງທ່າເຮືອອັດຕະໂນມັດສີຫານຸວິລ ໄລຍະທີ 2, ທ່ານ ປຣັກ ໂສຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ ແລະ ທ່ານ ອູເອໂນະ ອັດຊູຊິ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳກຳປູເຈຍ ໄດ້ລົງນາມໃນສັນຍາກູ້ຢືມເງິນໃນວັນທີ 13 ກໍລະກົດ ຜ່ານມາ.
ມາເລເຊຍ ປັບປຸງແຮງຈູງໃຈດ້ານລົດ EV ເພື່ອເລັ່ງການຂະຫຍາຍສະຖານີສາກໄຟ

ມາເລເຊຍ ປັບປຸງແຮງຈູງໃຈດ້ານລົດ EV ເພື່ອເລັ່ງການຂະຫຍາຍສະຖານີສາກໄຟ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ຊິມຈືຊິນ ຮອງລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳມາເລເຊຍໄດ້ເປີດເຜີຍວ່າ, ລັດຖະບານມາເລເຊຍກຳລັງປັບປຸງມາດຕະການຈູງໃຈເພື່ອເລັ່ງການເຕີບໂຕຂອງລະບົບນິເວດລົດໄຟຟ້າ (EV) ຂອງປະເທດ. ລວມທັງສົ່ງເສີມການເປີດພື້ນຖານໂຄງລ່າງດ້ານການສາກໄຟ ແລະ ສະໜັບສະໜູນການນຳໃຊ້ລົດໄຟຟ້າທີ່ກວ້າງຂວາງ. ໂດຍມາເລເຊຍມີເປົ້າໝາຍທີ່ຈະຕິດຕັ້ງສະຖານີສາກລົດໄຟຟ້າ 30,000 ແຫ່ງທົ່ວປະເທດພາຍໃນປີ 2030.
ເກືອບເຄິ່ງໜຶ່ງຂອງຜູ້ໃຫຍ່ອົສຕຣາລີໃຊ້ Gen AI

ເກືອບເຄິ່ງໜຶ່ງຂອງຜູ້ໃຫຍ່ອົສຕຣາລີໃຊ້ Gen AI

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ມະຫາວິທະຍາໄລແຫ່ງຊາດອົສຕຣາລີ ແລະ ຄູ່ຮ່ວມງານຂອງຕົນໄດ້ເຜີຍແຜ່ບົດລາຍງານກ່ຽວກັບການນໍາໃຊ້ປັນຍາປະດິດ (AI) ໃນອົສຕຣາລີ, ໂດຍອີງໃສ່ການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 3,500 ຄົນ ແລະ ການສໍາພາດຜູ້ນໍາອົງກອນຕ່າງໆ ຊຶ່ງບົດລາຍງານຊີ້ໃຫ້ເຫັນວ່າເກືອບເຄິ່ງໜຶ່ງຂອງຜູ້ໃຫຍ່ອົສຕຣາລີໄດ້ໃຊ້ປັນຍາປະດິດທີ່ສ້າງສັນ (Generative AI), ໂດຍຫຼາຍຄົນລະບຸວ່າຊ່ວຍເພີ່ມປະສິດທິພາບໃນການເຮັດວຽກ ແລະ ການສຶກສາ.
ເພີ່ມເຕີມ