ສ ​ເກົາຫຼີ​ ​ເປີດ​ຫ້ອງ​ທົດ​ລອງ​ປັນຍາ​ປະດິດ​

ສ ​ເກົາຫຼີ​ ​ເປີດ​ຫ້ອງ​ທົດ​ລອງ​ປັນຍາ​ປະດິດ​ແຫ່ງ​ຊາດ

ສ ​ເກົາຫຼີ​ ​ເປີດ​ຫ້ອງ​ທົດ​ລອງ​ປັນຍາ​ປະດິດ​ແຫ່ງ​ຊາດ
ຂ່າວສານຫວຽດນາມລາຍງານວ່າ: ໃນວັນ​ທີ 28 ຕຸລາ ຜ່ານມາ​, ສ ​ເກົາຫຼີ​ ໄດ້​ເປີດ​ຫ້ອງ​ທົດ​ລອງ​ປັນຍາ​ປະດິດ​ແຫ່ງ​ຊາດ (AI) ຢ່າງເປັນທາງການ ​ຊຶ່ງເປັນ​ສູນ​​ຂອງ​ໂຄງການ​ຄົ້ນຄວ້າ AI

ລະດັບໂລກຢູ່ນະຄອນຫຼວງເຊອູນ. ນີ້ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມຂອງລັດຖະບານ ສ ເກົາຫຼີ ເພື່ອນຳປະເທດຈັດຢູ່ໃນ 3 ອັນດັບທຳອິດຂອງໂລກ ໃນການພັດທະນາ AI.

ຂ່າວລະບຸວ່າ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ສ ເກົາຫຼີຄາດວ່າ, ສ ເກົາຫຼີ ຈະຕ້ອງລົງທຶນເຖິງ 94,6 ຕື້ວອນ (ສະກຸນເງິນ ສ ເກົາຫຼີ) ເຂົ້າໃນຫ້ອງທົດລອງ AI ແຫ່ງຊາດນັບແຕ່ນີ້ຮອດປີ 2028, ເພື່ອສ້າງພື້ນຖານໃຫ້ອົງການນີ້ນຳພາການຄົ້ນຄວ້າ AI ແລະ ບັນດາໂຄງການທີ່ ສ ເກົາຫຼີ ປະສານງານກັບຄູ່ຮ່ວມມືທົ່ວໂລກ, ພັດທະນາຄວາມສາມາດດ້ານ AI ແລະ ສ້າງລະບົບນິເວດເຊື່ອມຕໍ່ອຸດສາຫະກຳ AI.

ບັນດານັກວິທະຍາສາດຈາກ ສ ເກົາຫຼີ, ອາເມຣິກາ, ການາດາ, ຝຣັ່ງ ແລະ ຫຼາຍປະເທດຄາດວ່າຈະດໍາເນີນໂຄງການຄົ້ນຄວ້າ AI ຮ່ວມກັນຢູ່ຫ້ອງທົດລອງນີ້, ໃນນັ້ນລວມມີທັງການຄົ້ນຄວ້າກ່ຽວກັບການຂະຫຍາຍໂຄງຂ່າຍປະສາດທຽມ ແລະ ຫຸ່ນຍົນ.

ທ່ານ ຢູ ຊາງ ອີມລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງສ ເກົາຫຼີ ກ່າວວ່າ: ການສ້າງຕັ້ງ ແລະ ດຳເນີນການປະດິດສ້າງຂອງຫ້ອງທົດລອງ AI ແຫ່ງຊາດຈະເປັນຂີດໝາຍສຳຄັນໃໝ່ໃນການພັດທະນາ AI ຂອງປະເທດ.

ຄໍາເຫັນ

ຂ່າວຕ່າງປະເທດ

ຈຸລິນຊີໃນລຳໄສ້ ຊ່ວຍເພີ່ມພູມຕ້ານທານໃນຜູ້ທີ່ຕິດເຊື້ອ HIV

ຈຸລິນຊີໃນລຳໄສ້ ຊ່ວຍເພີ່ມພູມຕ້ານທານໃນຜູ້ທີ່ຕິດເຊື້ອ HIV

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກຸມພາ ຜ່ານມາວ່າ: ການສຶກສາໃໝ່ໂດຍທີມງານຄົ້ນຄວ້າທີ່ນຳພາໂດຍສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ໄດ້ຄົ້ນພົບວ່າ: ເຊື້ອແບັກທີເຣຍໃນລຳໄສ້ສາມາດຊ່ວຍເພີ່ມລະບົບພູມຕ້ານທານໃນຜູ້ທີ່ຕິດເຊື້ອ HIV ຊຶ່ງເປີດຊ່ອງທາງໃໝ່ໃນການປ້ອງກັນການຕິດເຊື້ອ ແລະ ປັບປຸງຄຸນນະພາບຊີວິດຂອງຜູ້ທີ່ຕິດເຊື້ອ HIV.
ຜູ້ຊ່ຽວຊານເຕືອນ AI ອາດຈະເຮັດໃຫ້ການຈ້າງງານໃນອິນເດຍຫຼຸດລົງ

ຜູ້ຊ່ຽວຊານເຕືອນ AI ອາດຈະເຮັດໃຫ້ການຈ້າງງານໃນອິນເດຍຫຼຸດລົງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກຸມພາ ຜ່ານມາວ່າ: ຜູ້ຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມ AI Impact Summit ຊຶ່ງຈັດຂຶ້ນທີ່ນະຄອນຫຼວງນິວເດລີ ປະເທດອິນເດຍ ໃນວັນທີ 16 ກຸມພາຜ່ານມາ ໄດ້ເຕືອນວ່າ, ການຂະຫຍາຍຕົວຢ່າງໄວວາຂອງປັນຍາປະດິດ (AI) ອາດຈະເຮັດໃຫ້ການເຕີບໂຕຂອງການຈ້າງງານໃນປະເທດອິນເດຍຊ້າລົງ ຖ້າຫາກອິນເດຍບໍ່ເລັ່ງຍົກລະດັບທັກສະແຮງງານໃຫ້ທັນກັບເຕັກໂນໂລຊີໃໝ່.
ຟີລິບປິນ ໂອນເງິນກັບປະເທດບັນລຸລະດັບສູງສຸດເປັນປະຫວັດການ

ຟີລິບປິນ ໂອນເງິນກັບປະເທດບັນລຸລະດັບສູງສຸດເປັນປະຫວັດການ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທະນາຄານກາງຟີລິບປິນ (BSP) ໄດ້ເປີດເຜີຍວ່າ, ຊາວຟີລິບປິນໃນຕ່າງປະເທດໄດ້ໂອນເງິນກັບປະເທດບັນລຸລະດັບສູງສຸດເປັນປະຫວັດການ ທີ່ 3.89 ຕື້ໂດລາ ໃນເດືອນທັນວາ 2025 ຊຶ່ງເຮັດໃຫ້ເງິນທີ່ໂອນກັບປະເທດທັງໝົດໃນປີ 2025 ເພີ່ມຂຶ້ນເປັນ 39.62 ຕື້ໂດລາ, ເພີ່ມຂຶ້ນ 3.3% ຈາກ 38.34 ຕື້ໂດລາ ໃນປີ 2024.
ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ມີ​ບັນ​ຍາ​ກາດ​ສະຫຼອງ​ບຸນຢ່າງຄຶກຄື້ນ ​ໃນ​ໄລ​ຍະ​ພັກ 2 ມື້​ຜ່ານ​ມາ​

ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ມີ​ບັນ​ຍາ​ກາດ​ສະຫຼອງ​ບຸນຢ່າງຄຶກຄື້ນ ​ໃນ​ໄລ​ຍະ​ພັກ 2 ມື້​ຜ່ານ​ມາ​

ຂ່າວສານຊີອາໄອລາຍງານໃນວັນທີ 17 ກຸມພາ ຜ່ານມາວ່າ: ແຫຼ່ງ​ຂ່າວ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ພັກ​ບຸນ​ກຸດ​ຈີນ​ໃນ 2 ມື້​ຜ່ານ​ມາ, ກະ​ຊວງ​ການ​ຄ້າ​ຈີນ ໄດ້​ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ລົງ​ເລິກ​ຈັດ​ກິດ​ຈະ​ກຳ​ຊື້​ສິນ​ຄ້າ​ເພື່ອ​ສະຫຼອງ​ບຸນ​ກຸດ​ຈີນ, ທ້ອງ​ຖິ່ນ​ຕ່າງໆ​ມີ​ບັນ​ຍາ​ກາດ​ການສະຫຼອງ​ບຸນ​ທີ່​ຄຶກ​ຄື້ນ​ມ່ວນ​ຊື່ນ ແລະ ​ຂາຍສິນ​ຄ້າໄດ້​ດີຫຼາຍ.
ທ່ານ​ ໂຕ​ເລິມ ຢ້ຽມ​ຢາມ ອວຍ​ພອນ​ບຸນ​ເຕັດ​ອົງ​ຄ​ະ​ນະ​ພັກ ແລະ ປະ​ຊາ​ຊົນ​ນະ​ຄອນຫຼວງຮ່າ​ໂນ້ຍ

ທ່ານ​ ໂຕ​ເລິມ ຢ້ຽມ​ຢາມ ອວຍ​ພອນ​ບຸນ​ເຕັດ​ອົງ​ຄ​ະ​ນະ​ພັກ ແລະ ປະ​ຊາ​ຊົນ​ນະ​ຄອນຫຼວງຮ່າ​ໂນ້ຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກຸມພາ ຜ່ານມາ, ກົງກັບວັນທີ 29 ເດືອນ 12 ປີ ມະເສັງ 2025. ກ່ອນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ.
ວັນພັກບຸນກຸດຈີນທີ່ຍາວທີ່ສຸດໃນປະຫວັດສາດຂອງຈີນ ຊ່ວຍກະຕຸ້ນການບໍລິໂພກແນວໃດ?

ວັນພັກບຸນກຸດຈີນທີ່ຍາວທີ່ສຸດໃນປະຫວັດສາດຂອງຈີນ ຊ່ວຍກະຕຸ້ນການບໍລິໂພກແນວໃດ?

ວັນບຸນກຸດຈີນປີ 2026 ຊຶ່ງເປັນການກ້າວເຂົ້າສູ່ປີ “ມະເມຍ” ປີມ້າ ຫຼື​ ປີມ້າໄຟ ຖືເປັນຈຸດປ່ຽນແປງສໍາຄັນສໍາລັບເສດຖະກິດຂອງຈີນ.​ ເຊິ່ງໄດ້ຂະຫຍາຍວັນພັກທາງການໃນເທດສະການປີໃໝ່ຈີນເປັນ 9 ມື້ຕິດຕໍ່ກັນ ຊຶ່ງບໍ່ເຄີຍມີມາກ່ອນ ຜູ້ກໍານົດນະໂຍບາຍໄດ້ສ້າງກົນໄກມະຫາພາກທາງເສດຖະກິດ ເພື່ອກະຕຸ້ນການບໍລິໂພກພາຍໃນປະເທດ.
ອິນເດຍ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ AI ລະດັບໂລກຄັ້ງທີ 4

ອິນເດຍ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ AI ລະດັບໂລກຄັ້ງທີ 4

ຂ່າວຕ່າງປະເທດລາຍງານໃນວັນທີ 16 ກຸມພາ ຜ່ານມາວ່າ: ທ່າມກາງຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງໄວວາສໍາລັບປັນຍາປະດິດສ້າງສັນ ຊຶ່ງເຮັດໃຫ້ກຳໄລ ແລະ ລາຄາຫຸ້ນຂອງບໍລິສັດເຕັກໂນໂລຊີຫຼາຍແຫ່ງເພີ່ມຂຶ້ນ, ຄວາມກັງວົນກຳລັງເພີ່ມຂຶ້ນກ່ຽວກັບຄວາມສ່ຽງຕໍ່ທັງສັງຄົມ ແລະ ສິ່ງແວດລ້ອມຈາກ AI.
ຟີລິບປິນ ຟື້ນຟູໄຊນ່າທາວ ເກົ່າແກ່ທີ່ສຸດໃນໂລກ

ຟີລິບປິນ ຟື້ນຟູໄຊນ່າທາວ ເກົ່າແກ່ທີ່ສຸດໃນໂລກ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ເຟີດີນັນ ໂຣມູນເດັດສ ມາຣກອສ ປະທານາທິບໍດີຟີລິບປິນ ໄດ້ເປີດໂຄງການຟື້ນຟູໄຊນ່າທາວ ໄລຍະທີສອງ ໃນເຂດບິນນອນໂດ ຂອງນະຄອນຫຼວງມະນີລາ, ພ້ອມທັງຢືນຢັນຄວາມຕັ້ງໃຈໃນການອະນຸລັກມໍລະດົກຂອງປະເທດ ຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວທາງວັດທະນະທຳ ແລະ ກະຕຸ້ນການເຕີບໂຕທາງເສດຖະກິດ.
ກຳປູເຈຍ ມີເປົ້າໝາຍກຳຈັດພວກຫຼອກລວງໃຫ້ໝົດໃນເດືອນເມສາ

ກຳປູເຈຍ ມີເປົ້າໝາຍກຳຈັດພວກຫຼອກລວງໃຫ້ໝົດໃນເດືອນເມສາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ກຸມພາ ຜ່ານມາວ່າ: ກຳປູເຈຍໄດ້ປະກາດຄຳໝັ້ນສັນຍາຂອງຕົນທີ່ຈະກຳຈັດເຄືອຂ່າຍການສໍ້ໂກງທາງອອນລາຍ ຫຼື ພວກຫຼອກລວງ ໃຫ້ໝົດທົ່ວປະເທດພາຍໃນເດືອນເມສາ 2026, ໃນຂະນະທີ່ຜູ້ຕ້ອງສົງໄສວ່າກະທຳຜິດການສໍ້ໂກງທາງອອນລາຍຫຼາຍກວ່າ 7,000 ຄົນໄດ້ຖືກເນລະເທດແລ້ວ.
ເລຂາທິການໃຫຍ່ ສປຊ ຊົມເຊີຍຈີນທີ່ຫຼຸດພາສີລົງເປັນສູນຕໍ່ປະເທດອາຟຣິກາ

ເລຂາທິການໃຫຍ່ ສປຊ ຊົມເຊີຍຈີນທີ່ຫຼຸດພາສີລົງເປັນສູນຕໍ່ປະເທດອາຟຣິກາ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ຫຼື ສປຊ ກ່າວວ່າ: ນັບແຕ່ວັນທີ 1 ພຶດສະພາປີນີ້ເປັນຕົ້ນໄປ, ຈີນຈະນຳໃຊ້ມາດຕະການທີ່ຫຼຸດພາສີລົງເປັນສູນຕໍ່ 53 ປະເທດອາຟຣິກາທີ່ສ້າງຕັ້ງສາຍພົວພັນທາງການທູດກັບຈີນ, ຕົນສະແດງຄວາມຊົມເຊີຍຕໍ່ເລື່ອງດັ່ງກ່າວ ແລະ ຮຽກຮ້ອງໃຫ້ບັນດາປະເທດທີ່ພັດທະນາແລ້ວ ແລະ ປະເທດທີ່ມີກຳລັງທາງດ້ານເສດຖະກິດທີ່ເຂັ້ມແຂງຈົ່ງນຳໃຊ້ມາດຕະການເຊັ່ນດຽວກັນກັບຈີນ.
ເພີ່ມເຕີມ