ສ ເກົາຫຼີ ໄດ້ກາຍເປັນສັງຄົມທີ່ມີຜູ້ອາຍຸສູງ

ສ ເກົາຫຼີ ພວມຈະກາຍເປັນສັງຄົມຜູ້ອາຍຸສູງ

ສ ເກົາຫຼີ ພວມຈະກາຍເປັນສັງຄົມຜູ້ອາຍຸສູງ
ຂ່າວສານຫວຽດນາມລາຍງານ ໃນວັນທີ 24 ທັນວາ ຜ່ານມາ, ກະຊວງພາຍໃນ ສ ເກົາຫຼີ ໃຫ້ຮູ້ວ່າ: ປະເທດ ສ ເກົາຫຼີ ໄດ້ກາຍເປັນສັງຄົມທີ່ມີຜູ້ອາຍຸສູງຢູ່ໃນລະດັບສູງຢ່າງເປັນທາງການ, ເມື່ອອັດຕາສ່ວນປະຊາກອນທີ່ມີອາຍຸນັບຕັ້ງແຕ່ 65 ປີຂຶ້ນໄປ ໄດ້ເກີນ 20%.


ຂ່າວລະບຸວ່າ: ຂໍ້ມູນດັ່ງກ່າວໄດ້ເປີດເຜີຍໃນສະພາບການທີ່ ສເກົາຫຼີ ພວມປະເຊີນກັບວິກິດການດ້ານປະຊາກອນຍ້ອນປະຊາກອນຜູ້ອາຍຸສູງໄດ້ເພີ່ມຂຶ້ນຢ່າງໄວວາ ແລະ ອັດຕາການເກີດຕໍ່າ.
ມາຮອດວັນທີ 23 ທັນວາ ຜ່ານມານີ້, ສ ເກົາຫຼີ ມີປະຊາກອນທີ່ອາຍຸ 65 ປີຂຶ້ນໄປ 10.24 ລ້ານຄົນ, ກວມເອົາກວ່າ 20% ຂອງຈຳນວນປະຊາກອນທັງໝົດຂອງປະເທດ 51.22 ລ້ານຄົນ.
ອີງຕາມການວັດແທກຂອງສະຫະປະຊາຊາດ, ປະເທດທີ່ມີປະຊາກອນອາຍຸ 65 ປີຂຶ້ນໄປຫຼາຍກວ່າ 7%ແມ່ນຖືວ່າກຳລັງຈະກາຍເປັນສັງຄົມຜູ້ອາຍຸສູງ, ຫຼາຍກວ່າ 14% ແມ່ນສັງຄົມຜູ້ອາຍຸສູງ, ໃນຂະນະທີ່ຫຼາຍກວ່າ 20% ຖືແມ່ນ "ສັງຄົມຜູ້ອາຍຸສູງ"
ປະຊາກອນຂອງກຸ່ມອາຍຸນີ້ໃນ ສ ເກົາຫຼີ ໄດ້ເພີ່ມຂຶ້ນເທື່ອລະກ້າວໃນຊຸມປີມໍ່ໆມານີ້, ຈາກ 4.94 ລ້ານຄົນໃນປີ 2008, ກວມເອົາ 10% ຂອງປະຊາກອນໃນເວລານັ້ນ, ເປັນ 15% ໃນປີ 2019 ແລະເຖິງ 19.05% ໃນເດືອນມັງກອນ ປີນີ້.

ຄໍາເຫັນ

ຂ່າວຕ່າງປະເທດ

ອົງ​ການ​ອະ​ນາ​ໄມ​ໂລກ​ຢືນ​ຢັນ​​ການຍົກ​ເລີກ​ການ​ຮັບ​ຮອງ “ບໍ່​ມີ​ພະ​ຍາດ​ໝາກ​ແດງ​ໃຫຍ່​”

ອົງ​ການ​ອະ​ນາ​ໄມ​ໂລກ​ຢືນ​ຢັນ​​ການຍົກ​ເລີກ​ການ​ຮັບ​ຮອງ “ບໍ່​ມີ​ພະ​ຍາດ​ໝາກ​ແດງ​ໃຫຍ່​”

ຂ່າວສານຊີອາໄອລາຍງານ ໃນວັນທີ 28 ມັງກອນ ຜ່ານມາວ່າ: ສື່ມວນ​ຊົນ​ອັງ​ກິດ​ລາຍ​ງານ​ໃນ​ວັນ​ທີ 26 ມັງ​ກອນ ຜ່ານມາວ່າ, ເນື່ອງ​ຈາກ​ພະ​ຍາດ​ໝາກ​ແດງ​ໃຫຍ່​ແຜ່ລະ​ບາດ​ຢ່າງ​ຕໍ່​ເນື່ອງ, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຢືນ​ຢັນ​ໃນວັນ​ດຽວ​ກັນ​ວ່າ: ອົງ​ການ​​ໄດ້​ຍົກ​ເລີກ​​ການ​ຮັບ​ຮອງ “ບໍ່​ມີ​ພະ​ຍາດ​ໝາກ​ແດງ​ໃຫຍ່” ຢູ່​​ຫຼາຍ​ປະ​ເທດ​ເຊັ່ນ: ອັງ​ກິດ​ເປັນ​ຕົ້ນ.
ອົສຕຣາລີ ພວມປະເຊີນກັບໄຟໄໝ້ປ່າຮຸ່ນແຮງ

ອົສຕຣາລີ ພວມປະເຊີນກັບໄຟໄໝ້ປ່າຮຸ່ນແຮງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ມັງກອນ ຜ່ານມາວ່າ: ອົສຕຣາລີກຳລັງປະເຊີນກັບຄື້ນຄວາມຮ້ອນທີ່ທຳລາຍສະຖິຕິ, ເຮັດໃຫ້ເກີດໄຟໄໝ້ປ່າຮຸ່ນແຮງຢ່າງໜ້ອຍ 6 ຈຸດ. ອຸນຫະພູມໃນຫຼາຍເມືອງໄດ້ເພີ່ມຂຶ້ນສູງ, ໂດຍບາງເມືອງມີອຸນຫະພູມເກືອບ 50 ອົງສາ.
ຣັດເຊຍ ກະກຽມສົ່ງໂມດູນເພື່ອສ້າງໂຮງໄຟຟ້ານິວເຄລຍເທິງດວງຈັນ

ຣັດເຊຍ ກະກຽມສົ່ງໂມດູນເພື່ອສ້າງໂຮງໄຟຟ້ານິວເຄລຍເທິງດວງຈັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ມັງກອນ ຜ່ານມາວ່າ: ອົງການຂ່າວ TASS ຂອງຣັດເຊຍລາຍງານວ່າ, ຣັດເຊຍວາງແຜນທີ່ຈະສົ່ງໂມດູນ 3 ຊຸດຂຶ້ນສູ່ອະວະກາດເພື່ອສ້າງໂຮງງານໄຟຟ້ານິວເຄລຍເທິງດວງຈັນ ໃນລະຫວ່າງປີ 2033 - 2035.
ສິງກະໂປ ຈະລົງທຶນ 786 ລ້ານໂດລາ ຊຸກຍູ້ອຸດສາຫະກຳ AI ຂອງປະເທດ

ສິງກະໂປ ຈະລົງທຶນ 786 ລ້ານໂດລາ ຊຸກຍູ້ອຸດສາຫະກຳ AI ຂອງປະເທດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ລັດຖະບານສິງກະໂປກຽມຈະລົງທຶນຫຼາຍກວ່າ 1 ຕື້ໂດລາສິງກະໂປ (ປະມານ 786 ລ້ານໂດລາ) ເພື່ອສະໜັບສະໜູນໂຄງການຄົ້ນຄວ້າປັນຍາປະດິດ (AI) ຂອງພາກລັດໃນໄລຍະ5 ປີຂ້າງໜ້າ, ໂດຍມີຈຸດປະສົງເພື່ອສົ່ງເສີມອຸດສາຫະກຳ AI ຂອງປະເທດໃຫ້ເຂັ້ມແຂງຂຶ້ນ ທ່າມກາງການແຂ່ງຂັນທີ່ຮຸນແຮງຈາກສະຫະລັດ ອາເມຣິກາ ແລະ ຈີນ ໃນຖານະເປັນປະເທດມະຫາອຳນາດຂອງໂລກໃນຂະແໜງການນີ້.
ຈຳ​ນວນ​ຄົນ​ເຂົ້າ-​ອອກ​ຈີນ ປີ 2025 ສ້າງ​ສະ​ຖິ​ຕິ​ສູງ​ສຸດ

ຈຳ​ນວນ​ຄົນ​ເຂົ້າ-​ອອກ​ຈີນ ປີ 2025 ສ້າງ​ສະ​ຖິ​ຕິ​ສູງ​ສຸດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 28 ມັງ​ກອນ​ຜ່ານມາ, ອົງ​ການ​ຄຸ້ມ​ຄອງ​ຄົນ​ເຂົ້າເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. ໃນ​ໂອ​ກາດ​ນີ້, ໂຄ​ສົກ​ຖະ​ແຫຼງ​ຂ່າວ​ອົງ​ການ​ດັ່ງ​ກ່າວ​ໄດ້​ປະ​ກາດໂຕ​ເລກ​ຂໍ້​ມູນ​ສຳ​ຄັນ ແລະ ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ປີ 2025.
FPT ປະກາດການສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າ

FPT ປະກາດການສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີປະກາດການສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ FPT ໂດຍກຸ່ມບໍລິສັດ FPT ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ ຊຶ່ງແມ່ນໂຮງງານກວດກາທົດລອງ ແລະ ບັນຈຸພັນທຳອິດຂອງ ຫວຽດນາມ ໂດຍຊາວ ຫວຽດນາມ ເປັນເຈົ້າຂອງ, ປະກອບສ່ວນສ້າງລະບົບຊີວະພາບເຄິ່ງຊັກນຳໄຟຟ້າດ້ວຍຂັ້ນຕອນຢ່າງຄົບຖ້ວນ ຈາກການຄົ້ນຄວ້າ, ອອກແບບ, ຜະລິດ, ບຳລຸງສ້າງ, ກວດກາທົດລອງ, ບັນຈຸພັນ ແລະ ດຳເນີນທຸລະກິດ. ຈາກນັ້ນກໍກ້າວໄປສູ່ລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ.
ມູນຄ່າການ​ຄ້າສິນ​ຄ້າຈັບຕ້ອງໄດ້ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ເພີ່ມຂຶ້ນ 6.3%

ມູນຄ່າການ​ຄ້າສິນ​ຄ້າຈັບຕ້ອງໄດ້ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ເພີ່ມຂຶ້ນ 6.3%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 26 ມັງ​ກອນຜ່ານມາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ປີ 2025, ຈີນ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກ້າວ​ສູ່​ລວງ​ເລິກ​ຢ່າງ​ໜັກ​ແໜ້ນ ແລະ ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ຕັ້ງ​ໜ້າ​ໃນ​ດ້ານ​ຕ່າງໆ ເຊັ່ນ: ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ຕໍ່​ກັນ, ການ​ກໍ່​ສ້າງ​ໂຄງ​ການ ແລະ ​ອື່ນໆ.
ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດດິນ​ພູ​ເຈື່ອນ​ຢູ່​ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ​ເປັນ 48 ຄົນ

ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດດິນ​ພູ​ເຈື່ອນ​ຢູ່​ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ​ເປັນ 48 ຄົນ

ຂ່າວສານຊີອາໄອລາຍງານໃນວັນທີ 28 ມັງກອນນີ້ວ່າ: ຕາມ​ການ​ລາຍ​ງານ​ຈາກ​ຂ່າວ​ສານອັນ​ຕາ​ຣາ​ຂອງ​ອິນ​ໂດ​ເນ​ເຊຍ​​ໃນ​ວັນ​ທີ 27 ມັງ​ກອນ ຜ່ານມາໃຫ້​ຮູ້​ວ່າ, ດິນ​ພູ​ເຈື່ອນ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າຂອງວັນ​ທີ 24 ​ມັງ​ກອນ ຜ່ານມາ​ຢູ່​ເຂດ​ຊິ​ຊາ​ຣົວ ​ເມືອງ​ບັນ​ດຸງຕາ​ເວັນ​ຕົກ ​ແຂວງ​​ຊາ​ວາ​ຕາ​ເວັນ​ຕົກ​​ຂອງອິນ​ໂດ​ເນ​ເຊຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 48 ຄົນ.
ສິງກະໂປ ຕິດຕາມຄວາມສ່ຽງຂອງໝອກຄວັນ ຫຼັງພົບຄວັນຈາກໄຟໄໝ້ປ່າ

ສິງກະໂປ ຕິດຕາມຄວາມສ່ຽງຂອງໝອກຄວັນ ຫຼັງພົບຄວັນຈາກໄຟໄໝ້ປ່າ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ກຸມພາ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປ (NEA) ໄດ້ອອກຄຳເຕືອນກ່ຽວກັບຄວາມສ່ຽງບັນຫາໝອກຄວັນທີ່ອາດຈະເກີດຂຶ້ນ, ຫຼັງຈາກກວດພົບຈຸດຄວາມຮ້ອນທີ່ກ່ຽວ ຂ້ອງກັບການເຜົາພື້ນທີ່ກະສິກຳໃນເຂດພາກເໜືອ ຊຶ່ງເຮັດໃຫ້ມີຄວາມສ່ຽງທີ່ລົມຈະພັດຂ້າມຊາຍແດນ.
ອິນເດຍ ແລະ EU ບັນລຸຂໍ້ຕົກລົງການເສລີຄັ້ງປະຫວັດສາດ

ອິນເດຍ ແລະ EU ບັນລຸຂໍ້ຕົກລົງການເສລີຄັ້ງປະຫວັດສາດ

ຂ່າວຕ່າງປະເທດລາຍງານວ່າ: ອິນເດຍ ແລະ ສະຫະພາບເອີຣົບ (EU) ໄດ້ບັນລຸຂໍ້ຕົກລົງການຄ້າເສລີຄັ້ງເປັນປະຫວັດສາດໃນວັນທີ 27 ມັງກອນ ຜ່ານມາ ຊຶ່ງເປັນການສິ້ນສຸດການເຈລະຈາທີ່ຍືດເຍື້ອມາຕັ້ງແຕ່ປີ 2007. ໂດຍຂໍ້ຕົກລົງດັ່ງກ່າວໄດ້ຮັບການຍ້ອງຍໍວ່າເປັນ "ແມ່ຂອງຂໍ້ຕົກລົງທັງໝົດ" ເນື່ອງຈາກກວມເອົາອັດຕາສ່ວນປະມານ 25% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງໂລກ ແລະ 1 ສ່ວນ 3 ຂອງການຄ້າສາກົນທັງໝົດ.
ເພີ່ມເຕີມ